ລາວບໍ່ມີຜູ້ຕິດເຊື້ອ COVID-19 ເພີ່ມ ພ້ອມສືບຕໍ່ປິ່ນປົ່ວ 1 ຄົນ

19:49 | 29/12/2020

ໃນວັນທີ 29 ທັນວາ 2020 ທີ່ນະຄອນຫລວງວຽງຈັນ,  ທ່ານ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ລາຍງານກ່ຽວກັບການລະບາດຂອງພະຍາດ COVID-19 ໃນ ສປປ ລາວ ວ່າ: ໃນວັນທີ 28 ທັນວາ 2020 ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ 666 ຄົນ, ໃນນັ້ນ ມີ 04 ຕົວຢ່າງ ຈາກບຸກຄົນທົ່ວໄປມີອາການ; 04 ຕົວຢ່າງ ຈາກບຸກຄົນທົ່ວໄປບໍ່ມີອາການ; ແຮງງານລາວກັບມາແຕ່ໄທ 264 ຕົວຢ່າງ; ແຮງງານຈີນ 238 ຕົວຢ່າງ; ແຮງງານຫວຽດນາມ 133 ຕົວຢ່າງ ແລະ ແຮງງານໄທ 23 ຕົວຢ່າງ; ຜົນກວດວິເຄາະທັງໝົດ ແມ່ນບໍ່ພົບເຊື້ອ. ມາຮອດປັດຈຸບັນ ຍັງມີຄົນເຈັບຕິດເຊື້ອພະຍາດ COVID-19 ຈໍາ ນວນ 01 ຄົນ ທີ່ຍັງສືບຕໍ່ນອນປິ່ນປົວ ຢູ່ໂຮງໝໍທີ່ຖືກກຳນົດໄວ້, ມີອາການເບົາບາງ ແລະ ບໍ່ມີອາການສົນຫຍັງ.

ລາວບ ມ ຜ ຕ ດເຊ ອ covid 19 ເພ ມ ພ ອມສ ບຕ ປ ນປ ວ 1 ຄ ນ ໂຄວິດ - 19: ຫວຽດນາມ ໄດ້ປິ່ນປົວໃຫ້ຄົນເຈັບ 1.319 ຄົນຫາຍດີເປັນປົກກະຕິ
ລາວບ ມ ຜ ຕ ດເຊ ອ covid 19 ເພ ມ ພ ອມສ ບຕ ປ ນປ ວ 1 ຄ ນ ມື້ນີ້ມີຜູ້ປິ່ນປົວຫາຍດີ ຈາກພະຍາດໂຄວິດ-19 ອອກໂຮງໝໍ 1 ຄົນ
ລາວບ ມ ຜ ຕ ດເຊ ອ covid 19 ເພ ມ ພ ອມສ ບຕ ປ ນປ ວ 1 ຄ ນ
ພາບປະກອບ

ສຳລັບການຕິດຕາມຜູ້ເດີນທາງ ຈາກຈຸດຜ່ານແດນຕ່າງໆ ທົ່ວປະເທດມີຜູ້ເດີນທາງເຂົ້າມາ ມີທັງໝົດ 3.769 ຄົນ, ໃນນັ້ນຈຸດຜ່ານດ່ານ ລາວ-ໄທ ທັງໝົດ 2.234 ຄົນ (ແຮງງານລາວ ກັບມາແຕ່ໄທ 224 ຄົນ); ຈຸດຜ່ານດ່ານ ລາວ-ຈີນ 42 ຄົນ; ຈຸດຜ່ານດ່ານ ລາວ-ຫວຽດນາມ 1.302 ຄົນ; ຈຸດຜ່ານດ່ານ ລາວ-ກຳປູເຈຍ 01 ຄົນ; ເດີນທາງຜ່ານ ສະໜາມບິນສາກົນວັດໄຕ 190 ຄົນ (ຄົນຈີນ 189 ຄົນ, ຄົນລາວ 01 ຄົນ); ທຸກຄົນແມ່ນໄດ້ແທກ ອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ (ຍົກເວັ້ນຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ) ແລ້ວຈຶ່ງນຳສົ່ງໄປຫາສະຖານທີ່ ຈຳກັດບໍລິເວນທີ່ກຳນົດໄວ້ ຈົນກວ່າຄົບກຳນົດ 14 ວັນ. ປັດຈຸບັນ ທົ່ວປະເທດສູນຈໍາກັດ ບໍລິເວນທີ່ຍັງເປີດຢູ່ ມີ 39 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.174 ຄົນ, ໄດ້ເກັບຕົວຢ່າງມາກວດ ວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.

ທ່ານ ດຣ. ພອນປະເສີດ ໄຊຍະມຸງຄຸນ ຍັງໃຫ້ຮູ້ອີກວ່າ: ປັດຈຸບັນ ສະພາບການລະບາດ ໃນທົ່ວໂລກ ແມ່ນໜ້າເປັນຫ່ວງຫລາຍ ມີລາຍງານຈຳນວນ ຜູ້ຕິດເຊື້ອໃນທົ່ວໂລກສູງເຖິງ 81 ລ້ານກວ່າຄົນແລ້ວ, ເສຍຊີວີດ 1,7 ລ້ານກວ່າຄົນ ບາງປະເທດໃນຂົງເຂດອາຊີ ແມ່ນກໍາລັງມີການລະບາດຮອບໃໝ່ ມີລາຍງານຜູ້ຕິດເຊື້ອໃໝ່ ຫລາຍພັນຄົນຕໍ່ມື້ ແລະ ປະເທດເພື່ອນບ້ານ ຂອງພວກເຮົາ ກໍ່ໜ້າວິຕົກກັງວົນເຊັ່ນດຽວກັນ ເພາະມີລາຍງານການລະບາດ ເປັນວົງກວ້າງ ຈາກ ແຂວງ ໜຶ່ງ ແຜ່ລະບາດໄປໃນຫລາຍ ແຂວງພາຍໃນປະເທດ. ສຳລັບ ສປປ ລາວ ພັກ ແລະ ລັດຖະບານ ໄດ້ຕິດຕາມສະ ພາບການຢ່າງໃກ້ຊິດ, ມີການເຝົ້າລະວັງແຕ່ຫົວທີ ເພື່ອສະກັດກັ້ນ ການລະບາດບໍ່ໃຫ້ຂະຫຍາຍເປັນວົງກວ້າງ ໃນ ສປປ ລາວ. ສະນັ້ນ, ຈຶ່ງຮຽກຮ້ອງມາຍັງ ທຸກພາກສ່ວນໃນສັງຄົມ ມີນ້ຳໃຈສາມັກຄີ ເປັນອັນໜຶ່ງດຽວກັນ ຮ່ວມໃຈກັນປະຕິບັດແຈ້ງການ ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ສະບັບເລກທີ 1414/ຫສນຍ, ລົງວັນທີ 23 ທັນວາ 2020 ແລະ ຄຳແນະນຳຂອງຂະແໜງການກ່ຽວ ຂ້ອງວາງອອກຢ່າງເຂັ້ມງວດ ເພື່ອຜ່ານຜ່າວິກິດການນີ້ໄປໄດ້ ເປັນຕົ້ນ ແມ່ນໃຫ້ສືບຕໍ່ປະຕິບັດມາດຕະ ການປ້ອງກັນການຕິດເຊື້ອ, ປະຕິບັດວິຖີການດຳລົງຊີວິດ ປົກກະຕິແບບໃໝ່ new normal.

ລາວບ ມ ຜ ຕ ດເຊ ອ covid 19 ເພ ມ ພ ອມສ ບຕ ປ ນປ ວ 1 ຄ ນ ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິກ - 19 ສະສົມທັງໝົດ ກວ່າ 76 ລ້ານ ຄົນ

ອາເມລິກາພວມແມ່ນປະເທດຖືກຮັບຜົນສະທ້ອນຫນັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ - 19 ດ້ວຍຈຳນວນຜູ້ຕິດເຊື້ອແມ່ນ 18.077.768 ແລະ ຜູ້ເສຍຊີວິດແມ່ນ 323.401.

ລາວບ ມ ຜ ຕ ດເຊ ອ covid 19 ເພ ມ ພ ອມສ ບຕ ປ ນປ ວ 1 ຄ ນ ທົ່ວໂລກມີຈຳນວນຜູ້ຕິດເຊື້ອໂຄວິດ-19 ລວມທັງໝົດ 73.777.362 ຄົນ, ໃນນັ້ນມີຜູ້ເສຍຊີວິດ 1.640.301 ຄົນ

ອາເມລິກາ ຍັງແມ່ນປະເທດໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກ ໂລກລະບາດໂຄວິດ - 19 ດ້ວຍຈຳນວນຜູ້ຕິດເຊື້ອແມ່ນ 17.133.932 ຄົນ ແລະ ມີຜູ້ເສຍຊີວິດ 310.813 ຄົນ.

ລາວບ ມ ຜ ຕ ດເຊ ອ covid 19 ເພ ມ ພ ອມສ ບຕ ປ ນປ ວ 1 ຄ ນ ຈຳນວນຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ - 19 ໃນທົ່ວໂລກແມ່ນ 1.627.262 ຄົນ

ອາເມລິກາ ແມ່ນປະເທດໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດໃນໂລກ ດ້ວຍຈຳນວນຜູ້ຕິດເຊື້ອກວ່າ 16.934.217 ຄົນ ແລະ ຜູ້ເສຍຊີວິດກວ່າ 308.007 ຄົນ.

kpl.gov.la

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.