ປະເທດລາວ ໄດ້ຍົກເລີກຄຳສັ່ງປິດລ້ອມຢູ່ແຂວງບໍ່ແກ້ວ

18:53 | 31/12/2020

ຍສໝ - ອີງຕາມການລາຍງານຂອງສຳນັກຂ່າວສານຫວຽດນາມທີ່ນະຄອນຫຼວງວຽງຈັນ, ກະຊວງສາທາລະນະສຸກ ສປປ.ລາວ, ໃນວັນທີ 29 ທັນວາ, ໄດ້ປະກາດການຕັດສິນໃຈຂອງລັດຖະບານສປປ.ລາວ ກ່ຽວກັບການຍົກເລີກຄຳສັ່ງປິດລ້ອມຢູ່ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ, ທາງພາກເໜືອຂອງປະເທດລາວ ຫຼັງຈາກໄດ້ປະຕິບັດການປິດລ້ອມ ໃນເວລາ 20 ວັນ.

ປະເທດລາວ ເລີ່ມຟື້ນຟູຊີວິດການເປັນຢູ່ໃຫ້ປະຊາຊົນ ທີ່ຖືກ ຜົນກະທົບຈາກ ໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳອູ 7
ປະເທດລາວ: ເຊັນສັນຍາໂຄງການກໍ່ສ້າງຕຶກອາຄານກອງບັນຊາການທະຫານອາກາດ

ການຕັດສິນໃຈດັ່ງກ່າວເກີດຂື້ນພາຍຫຼັງ 425 ຕົວຢ່າງວິເຄາະຈາກກຸ່ມທີ່ມີຄວາມສ່ຽງສູງ ທີ່ມີການກ່ຽວພັນກັບສອງຄົນຈີນທີ່ມີການ​ຕິດ​ເຊື້ອພະຍາດ COVID-19 ໃນຕົ້ນເດືອນນີ້ ໄດ້ໃຫ້ຜົນຮັບແມ່ນບໍ່ມີປະກົດການຂອງພະຍາດ.

ປະເທດລາວ ໄດ້ຍົກເລີກຄຳສັ່ງປິດລ້ອມຢູ່ແຂວງບໍ່ແກ້ວ
ປະເທດລາວ ໄດ້ຍົກເລີກຄຳສັ່ງປິດລ້ອມຢູ່ແຂວງບໍ່ແກ້ວ. (ພາບ: TTXVN)

ກ່ອນໜ້ານີ້, ປະເທດລາວໄດ້ປິດດ່ານຊາຍແດນທັງໝົດ, ລວມທັງເສັ້ນຊາຍແດນທາງນ້ຳ ໃນບໍລິເວນເມືອງຕົ້ນເຜິ້ງ ແລະ ປິດລ້ອມເມືອງຕົ້ນເຜິ້ງຫລັງຈາກໄດ້ຮັບແຈ້ງການຈາກປະເທດຈີນວ່າ ພົນລະເມືອງ 2 ຄົນຂອງປະເທດນີ້ໄດ້ເຂົ້າມາຈາກປະເທດມຽນມາ ແລະ ເຂົ້າໄປໃນແຂວງບໍ່ແກ້ວ ແລະ ເຂົ້າເມືອງ ປະເທດຈີນຢ່າງຜິດກົດໝາຍ. ບັນດາການວິເຄາະພາຍຫຼັງຂອງຈີນສຳຫຼັບສອງຄົນນີ້ ເປັນຕິດ​ເຊື້ອໄວຣັດ SARS-CoV-2.

ມາຮອດປັດຈຸບັນ, ສປປລາວ ໄດ້ບັນທຶກ 41 ກໍລະນີຢ່າງເປັນທາງການທີ່ຕິດ​ເຊື້ອໄວຣັດ SARS-CoV-2 ແລະ ປະຈຸບັນມີຄົນເຈັບພຽງແຕ່ 1 ຄົນທີ່ກຳລັງຮັບການປິ່ນປົວຢູ່ໂຮງໝໍມິດຕະພາບ, ນະຄອນຫຼວງວຽງຈັນ. ມາຮອດປັດຈຸບັນນີ້, ປະເທດລາວບໍ່ມີການຕິດເຊື້ອ COVID-19 ໃໝ່ໃນຊຸມຊົນເປັນເວລາຫຼາຍກວ່າ 7 ເດືອນ.

ຊາວຫວຽດນາມໃນທົ່ວສະຫະພັນລັດເຊຍ ປ້ອງກັນ ແລະ ຕ້ານ COVID-19 ຈັດຕັ້ງການສະຫລຸບວຽກງານປີ 2020

ຍສໝ - ໃນວັນທີ 28 ທັນວາ, ສະຖານທູດຫວຽດນາມ ປະຈຳສະຫະພັນລັດເຊຍ ໄດ້ຈັດກອງປະຊຸມເຄືອຂ່າຍຊາວຫວຽດນາມ ໃນທົ່ວສະຫະພັນລັດເຊຍປ້ອງກັນ ແລະ ຕ້ານ COVID-19 ໂດຍການເປັນປະທານຂອງທ່ານເອກອັກຄະລັດຖະທູດ ໂຫງດຶດແມັ້ງ.

ປະເທດລາວ ໄດ້ເປີດນຳໃຊ້ເສັ້ນທາງດ່ວນນະຄອນຫລວງວຽງຈັນ-ວັງວຽງ ຢ່າງເປັນທາງການ

ໃນວັນທີ 20 ທັນວາ 2020 ນີ້, ຢູ່ສະຖານີເກັບເງິນ ນະຄອນຫລວງວຽງຈັນ ໄດ້ມີພິທີເປີດນຳໃຊ້ເສັ້ນທາງດ່ວນນະຄອນຫລວງວຽງຈັນ-ວັງວຽງ ເຊິ່ງເປັນໄລຍະທີ 1 ຂອງທາງດ່ວນນະຄອນຫລວງວຽງຈັນ ຫາ ດ່ານຊາຍແດນບໍ່ເຕັນ-ບໍ່ຫານ ຢ່າງເປັນທາງການ.

ປະເທດລາວ: ສູນອິນເຕີເນັດແຫ່ງຊາດ ກະກຽມຄວາມພ້ອມເຂົ້າສູ່ ເສດຖະກິດດິຈິຕອນ ແລະ ອຸດສາຫະກຳ 4.0

ສູນ​ອິນ​ເຕີ​ເນັດ ​ແຫ່ງ​ຊາດ (ສອຊ) ກະຊວງ​ໄປສະນີ, ​ໂທລະ​ຄົມມະນາຄົມ ​ແລະ ການ​ສື່ ສານ (ປທສ) ​ໄດ້​ຈັດ​ກອງ​ປະຊຸມສຳ​ມະ​ນາ ກະກຽມຄວາມ​ພ້ອມ​ເຂົ້າ​ສູ່​ ເສດຖະກິດ​ດິຈິ​ຕອນ ​ແລະ ອຸດສາ ຫະກຳ 4.0 ​​ຂຶ້ນ​ໃນ​ວັນ​ທີ 17 ທັນວາ 2020, ໂດຍ​ການ​ເປັນ​ປະທານ​ຂອງ​ ທ່ານ ບຸນ​ສະ​ເຫລີ​ມ​ໄຊ ​ເຄນ​ນາ​ວົງ ຮອງ​ລັດຖະມົນຕີ​ ກະຊວງໄປສະນີ, ...

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.