ສປປ.ລາວ: ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ VIII ອັດລົງດ້ວຍຜົນສຳເລັດອັນຈົບງາມ

16:00 | 28/12/2020

ກອງປະຊຸມໃຫຍ່ຜູ້ແທນ ຊາວໜຸ່ມທົ່ວປະເທດ ຄັ້ງທີ VIII ໄດ້ອັດລົງຢ່າງເປັນທາງການ ດ້ວຍຜົນສຳເລັດອັນຈົບງາມ ໃນວັນທີ 25 ທັນວາ 2020 ພາຍໃຕ້ການເປັນປະທານ ຂອງສະຫາຍ ອາລຸນໄຊ ສູນນະລາດ ກຳມະການສຳຮອງສູນກາງພັກ, ເລຂາຄະນະ ບໍລິຫານງານພັກ, ເລຂາຄະນະບໍລິຫານງານ ສຊປລ.

ສປປ ລາວ ກອງປະຊ ມໃຫຍ ຜ ແທນຊາວໜ ມທ ວປະເທດ ຄ ງທ viii ອ ດລ ງດ ວຍຜ ນສຳເລ ດອ ນຈ ບງາມ ໜັງສືພິມ ຂອງ ສປປ.ລາວ ໄດ້ສະແດງຄວາມຊົມເຊີຍຫວຽດນາມ ໃນການສຳເລັດການຊີ້ນຳອາຊຽນ 2020
ສປປ ລາວ ກອງປະຊ ມໃຫຍ ຜ ແທນຊາວໜ ມທ ວປະເທດ ຄ ງທ viii ອ ດລ ງດ ວຍຜ ນສຳເລ ດອ ນຈ ບງາມ ທະຫານຊາຍແດນ ສປປ.ລາວ ໄດ້ຈັດພິທີຮັບຂອງຂວັນຊ່ວຍເຫຼືອຈາກ ສສ.ຫວຽດນາມ

ກອງປະຊຸມໃຫຍ່ຜູ້ແທນ ຊາວໜຸ່ມທົ່ວປະເທດ ຄັ້ງທີ VIII ໂດຍເປັນກຽດເຂົ້ຮ່ວມຂອງ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ມີການນຳພັກ-ລັດ, ອະດີດການນຳຊາວໜຸ່ມ, ວິລະຊົນແຫ່ງຊາດ, ນັກສິລະປິນແຫ່ງຊາດ ແລະ ມີຜູ້ແທນສົມບູນທີ່ມາຈາກແຂວງ, ນະຄອນຫລວງ, ກະຊວງ, ອົງການ ແລະ ຮາກຖານເຂົ້າຮ່ວມ ທັງໝົດ 441 ສະຫາຍ, ຍິງ 75 ສະຫາຍ, ເຊິ່ງເປັນຕົວແທນໃຫ້ແກ່ ສະມາຊິກຊາວໜຸ່ມລາວ ບັນດາເຜົ່າ ໃນຂອບເຂດທົ່ວປະເທດ ທັງໜົດ 702.693 ສະຫາຍ, ເຊິ່ງບັນດາສະຫາຍ ຜູ້ແທນກອງປະຊຸມໃຫຍ່ ໄດ້ຍົກສູງຄວາມຮັບຜິດຊອບ ແລະ ສຸມສະຕິປັນຍາ ຂອງຕົນເຂົ້າໃນການຄົ້ນຄວ້າປະກອບຄໍາຄິດຄໍາເຫັນ ຕໍ່ກອງປະຊຸມຢ່າງກົງໄປກົງມາ ເຮັດໃຫ້ກອງປະຊຸມ ດໍາເນີນໄປດ້ວຍບັນຍາກາດຟົດຟື້ນ ແລະ ສໍາເລັດໄປຕາມຈຸດປະສົງທີ່ວາງໄວ້.

ສປປ ລາວ ກອງປະຊ ມໃຫຍ ຜ ແທນຊາວໜ ມທ ວປະເທດ ຄ ງທ viii ອ ດລ ງດ ວຍຜ ນສຳເລ ດອ ນຈ ບງາມ
ທ່ານບຸນຍັງ ວໍລະຈິດ - ປະທານປະເທດລາວ ເປັນປະທານກອງປະຊຸມ. (ພາບ: KPL)

ກອງປະຊຸມໄດ້ພ້ອມກັນຄົົ້ນຄວ້າ ແລະ ປະກອບຄໍາຄິດຄໍາເຫັນ ແລະ ຮັບຮອງເອົາ ບົດລາຍງານການເມືອງ; ເປັນເອກະສັນ ຮັບຮອງເອົາ ວິໄສທັດຊາວໜຸ່ມ 2040, ຍຸດທະສາດພັດທະນາ ຊາວໜຸ່ມ-ເຍົາວະຊົນແຕ່ປີ 2021-2030 ແລະ ວຽກງານຈຸດສຸມແຕ່ນີ້ຮອດປີ 2025; ເຫັນດີເປັນເອກະພາບກັບ ບົດສໍາຫລວດການນໍາພາ ຂອງຄະນະບໍລິຫານງານ ສູນກາງ ຊປປລ ສະໄໝທີ VII ເຊິ່ງເປັນບົດຮຽນ ອັນສໍາຄັນໃຫ້ ຄະນະບໍລິຫານງານສູນກາງ ຊປປລ ຊຸດຕໍ່ໄປ ໃນການຈັດຕັ້ງນໍາພາ ວຽກງານຊາວໜຸ່ມ-ເຍົາວະຊົນ; ຮັບຮອງເອົາກົດ ລະບຽບຂອງ ຄຊປປລ ແລະ ກົດລະບຽບການຈັດຕັ້ງ ເຍົາວະຊົນທັນວາ ສະບັບປັບປຸງ ໃໝ່, ເຊິ່ງການປັບປຸງຄັ້ງນີ້ ແມ່ນມີຄວາມເໝາະ ສົມກັບ ສະພາບຄວາມເປັນຈິງ ຂອງຊາວໜຸ່ມ-ເຍົາວະຊົນ ໃນປັດຈຸບັນ.

ກອງປະຊຸມ, ໄດ້ພ້ອມກັນໃຊ້ສິດ ຂອງຕົນປ່ອນບັດເລືອກຕັ້ງ ເອົາຄະນະບໍລິຫານງານສູນກາງ ຊປປລ ສະໄໝ ທີ VIII ບົນພື້ນຖານ ຫລັກການ ລວມສູນປະຊາທິປະໄຕ ທັງຖືກຕ້ອງສອດຄ່ອງ ກັບມາດຖານເງື່ອນໄຂທີ່ກໍານົດໄວ້ ເຊິ່ງຜູ້ຮັບສະໝັກເລືອກຕັ້ງ ມີທັງໝົດ 65 ສະຫາຍ, ຍິງ 8 ສະຫາຍ ແລະ ເລືອກໄດ້ ຄະນະບໍລິຫານງານສູນກາງ ຊປປລ ຊຸດທີ VIII ປະກອບມີ 63 ສະຫາຍ, ຍິງ 7 ສະຫາຍ ໂດຍເລືອກຕັ້ງເອົາສະຫາຍ ອາລຸນໄຊ ສູນນະລາດ ເປັນເລຂາຄະນະບໍລິຫານງານສູນກາງ ຊປປລ, ສະຫາຍ ບຸນຕາ ເທບພະວົງເປັນ ຮອງເລຂາ, ສະຫາຍ ທອງຈັນ ພູມີພັນ ເປັນຮອງເລຂາ ແລະ ສະຫາຍ ນວນທອງ ສຸວັນວິໄຊ ເປັນຮອງເລຂາ, ທັງເປັນປະທານກວດກາ.

ສປປ ລາວ ກອງປະຊ ມໃຫຍ ຜ ແທນຊາວໜ ມທ ວປະເທດ ຄ ງທ viii ອ ດລ ງດ ວຍຜ ນສຳເລ ດອ ນຈ ບງາມ
ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ VIII ອັດລົງດ້ວຍຜົນສຳເລັດອັນຈົບງາມ. (ພາບ: KPL)

ກອງປະຊຸມໄດ້ຮັບຟັງການໂອ້ລົມ ຊີ້ທິດເຍືອງທາງຈາກ ສະຫາຍ ບຸນຍັງ ວໍລະຈິດ ທີ່ໄດ້ເນັ້ນໜັກຫລາຍບັນຫາ ເປັນຕົ້ນ ຄະນະຊາວ ໜຸ່ມທຸກຂັ້ນ ແຕ່ສູນກາງຮອດທ້ອງຖິ່ນ, ຮາກຖານ ກ່ອນອື່ນໝົດຕ້ອງເອົາໃຈໃສ່ສຸດຂີດ ໃນການປົກປັກຮັກສາ ໝາກຜົນຂອງ ການປະຕິວັດ, ສືບທອດມູນເຊື້ອອັນດີງາມຂອງຊາດ ແລະ ຂອງຊາວໜຸ່ມ, ເສີມຂະຫຍາຍຜົນງານ ແລະ ທ່າແຮງບົ່ມຊ້ອນຂອງຕົນ ເພື່ອເຮັດສຳເລັດໜ້າທີ່ ການເມືອງຂອງພັກ ແລະ ປະຊາຊົນມອບໃຫ້; ປະກອບສວ່ນຢ່າງກົມກຽວ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກ້າວຂຶ້ນສູ່ຈຸດໝາຍສັງຄົມ ນິຍົມຢ່າງໜັກແໜ້ນ ແລະ ຕັ້ງໜ້າສຶກສາອົບຮົມ ພະນັກງານຊາວໜຸ່ມ, ສະມາຊິກຊາວໜຸ່ມ ກໍຄື ຊາວໜຸ່ມ-ເຍົາວະຊົນລາວ ບັນດາເຜົ່າ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີນ້ຳໃຈຮັກຊາດ, ຮັກລະບອບ ປະຊາທິປະໄຕ ປະຊາຊົນ, ຮູ້ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອ ອັນດີງາມຂອງຕົນ.

ສປປ ລາວ ກອງປະຊ ມໃຫຍ ຜ ແທນຊາວໜ ມທ ວປະເທດ ຄ ງທ viii ອ ດລ ງດ ວຍຜ ນສຳເລ ດອ ນຈ ບງາມ ພື້ນຖານເສດຖະກິດ ຫວຽດນາມ ຈະບັນລຸລະດັບການເຕີບໂຕ 3% ໃນປີ 2020 ແລະ ເພີ່ມຂຶ້ນ 7,8% ໃນປີ 2021

ຕາມການຄາດຄະເນຂອງທະນາຄານ Standard Chartered ແລ້ວ, ພື້ນຖານເສດຖະກິດ ຫວຽດນາມ ຈະບັນລຸລະດັບການເຕີບໂຕ 3% ໃນປີ 2020 ແລະ ເພີ່ມຂຶ້ນ 7,8% ໃນປີ 2021.

ສປປ ລາວ ກອງປະຊ ມໃຫຍ ຜ ແທນຊາວໜ ມທ ວປະເທດ ຄ ງທ viii ອ ດລ ງດ ວຍຜ ນສຳເລ ດອ ນຈ ບງາມ ADB: ພື້ນຖານເສດຖະກິດຫວຽດນາມ ໄດ້ຄາດວ່າຈະເຕີບໂຕ 1,8% ໃນປີ 2020 ແລະ ເພີ່ມຂື້ນ 6,3% ໃນປີ 2021

ຍສໝ - ຫວຽດນາມ ມີຄວາມສາມາດທີ່ຈະໄດ້ຮັບຜົນປະໂຫຍດຈາກທ່າອຽງການຄ້າ, ການລົງທືນ ແລະ ການຜະລິດທົ່ວໂລກໃນປະຈຸບັນ.

ສປປ ລາວ ກອງປະຊ ມໃຫຍ ຜ ແທນຊາວໜ ມທ ວປະເທດ ຄ ງທ viii ອ ດລ ງດ ວຍຜ ນສຳເລ ດອ ນຈ ບງາມ ລາວ: ໃນປີ 2030 ປະຊາກອນ ຈະເພີ່ມຂຶ້ນເຖິງ 8.1 ລ້ານຄົນ

ລັດຖະບານ ສປປ ລາວ ໄດ້ສຸມໃສ່ການຟື້ນຟູ ຜົນກະທົບຈາກການແຜ່ ລະບາດຂອງພະຍາດ ໂຄວິດ-19 ຄຽງຄູ່ກັນກັບການວາງແຜນ ພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 ແລະ ໄດ້ເຮັດບົດລາຍງານການຄາດຄະເນ ປະຊາກອນລາວ ໃນປີ 2030 ເຊິ່ງເຫັນວ່າປະຊາກອນ ສປປ ລາວ ຈະເພີ່ມຂຶ້ນເຖິງ 8.1 ລ້ານຄົນ.

kongthap.la

ເຫດການ
302 Found

Found

The document has moved here.