ລາວ: ບໍ່ມີຄົນຕິດເຊື້ອໂຄວິດ-19 ເພີ່ມ

19:31 | 30/12/2020

ໃນວັນທີ 30 ທັນວາ 2020 ຢູ່ກະຊວງສາທາລະນະສຸກ ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາ ລະນະສຸກ, ຕາງໜ້າໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ COVID-19  ໄດ້ລາຍງານໃຫ້ຮູ້ວ່າ: ການເຝົ້າລະວັງ ຮອດ 5 ໂມງແລງຂອງວັນທີ 29 ທັນວາ 2020, ໄດ້ເກັບຕົວຢ່າງມາກວດ ວິເຄາະທັງໝົດ 227 ຄົນ, ໃນນັ້ນ ມີ 11 ຕົວຢ່າງຈາກບຸກຄົນ ທົ່ວໄປທີ່ມີອາການ; ແຮງງານລາວກັບ ມາແຕ່ໄທບໍ່ມີອາການ 199 ຕົວຢ່າງ; ແຮງງານຫວຽດນາມບໍ່ມີອາການ 17 ຕົວຢ່າງ, ຜົນກວດວິເຄາະທັງໝົດ ແມ່ນບໍ່ພົບເຊື້ອ.

ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ ເຂົ້າໃນການເລືອກຕັ້ງ ສສຊ ແລະ ສສຂ ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ ເຂົ້າໃນການເລືອກຕັ້ງ ສສຊ ແລະ ສສຂ
ລາວບໍ່ມີຜູ້ຕິດເຊື້ອ COVID-19 ເພີ່ມ ພ້ອມສືບຕໍ່ປິ່ນປົ່ວ 1 ຄົນ ລາວບໍ່ມີຜູ້ຕິດເຊື້ອ COVID-19 ເພີ່ມ ພ້ອມສືບຕໍ່ປິ່ນປົ່ວ 1 ຄົນ
ລາວ:  ບໍ່ມີຄົນຕິດເຊື້ອໂຄວິດ-19 ເພີ່ມ
ພາບປະກອບ

ປະຈຸບັນ ທົ່ວປະເທດສູນຈໍາກັດ ບໍລິເວນທີ່ຍັງເປີດຢູ່ ມີທັງໝົດ 39 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2,284 ຄົນ, ໄດ້ເກັບຕົວຢ່າງ ມາກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ. ປັດຈຸບັນນີ້, ມີຂໍ້ຕົກລົງຂອງລັດຖະມົນຕີ ກະຊວງສາທາລະນະສຸກ, ສະບັບເລກທີ 3439/ສທ, ລົງວັນທີ 22 ທັນວາ 2020 ວ່າດ້ວຍ ການເກັບຄ່າ ບໍລິການປີ່ນປົວ ແລະ ເກັບຄ່າກວດວິເຄາະຫາ ເຊື້ອພະຍາດ ​ໂຄ​ວິດ-19. ມາຮອດປັດຈຸບັນ ຍັງມີຄົນເຈັບຕິດເຊື້ອພະຍາດ ​ໂຄ​ວິດ-19 ຈໍານວນ 1 ຄົນ ທີ່ຍັງສືບຕໍ່ນອນປິ່ນປົວ ຢູ່ໂຮງໝໍທີ່ຖືກກຳນົດໄວ້, ທຸກຄົນແມ່ນມີອາການເບົາບາງ.

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ໄດ້ກ່າວວ່າ: ອີງໃສ່ສະພາບການລະບາດ ໃນທົ່ວໂລກ ແມ່ນໜ້າເປັນຫ່ວງຫລາຍ ປັດຈຸບັນ ມີລາຍງານຈຳນວນ ຜູ້ຕິດເຊື້ອໃນທົ່ວໂລກສູງເຖິງ 82 ລ້ານກວ່າຄົນແລ້ວ, ເສຍຊີວີດ 1,7 ລ້ານກວ່າຄົນ. ພ້ອມດຽວກັນນັ້ນ ປະເທດຍີ່ປຸ່ນ ແລະ ເກົາຫລີໃຕ້ ແມ່ນກຳລັງມີ ການລະບາດຮອບໃໝ່ ມີລາຍງານຜູ້ຕິດເຊື້ອໃໝ່ ຫລາຍພັນຄົນຕໍ່ມື້. ໃນຂະນະດຽວກັນ ປະເທດເພື່ອນບ້ານຂອງພວກເຮົາ ກໍ່ໜ້າວິຕົກກັງວົນເຊັ່ນດຽວກັນ ເພາະມີລາຍງານ ການລະບາດ ເປັນວົງກວ້າງໃນຫລາຍແຂວງ; ສຳລັບ ສປປ ລາວ ເຮົາ ພັກ ແລະ ລັດຖະບານ ໄດ້ຕິດຕາມສະພາບການ ຢ່າງໃກ້ຊິດ, ມີການເຝົ້າລະວັງ ແຕ່ຫົວທີ ເພື່ອສະກັດກັ້ນ ການລະບາດບໍ່ໃຫ້ຂະຫຍາຍ ເປັນວົງກວ້າງ ໃນ ສປປ ລາວ. ສະນັ້ນ, ຈຶ່ງຂໍຮຽກຮ້ອງມາຍັງ ທຸກພາກສ່ວນໃນສັງຄົມ ມີນ້ຳໃຈສາມັກຄີ ເປັນອັນໜຶ່ງດຽວກັນ ຮ່ວມໃຈກັນ ປະຕິບັດແຈ້ງການ ຂອງຫ້ອງວ່າການສຳນັກງານ ນາຍົກລັດຖະມົນຕີ, ສະບັບເລກທີ 1414/ຫສນຍ, ລົງວັນທີ 23 ທັນວາ 2020 ແລະ ຄໍາແນະນໍາຂອງຂະແໜງ ການກ່ຽວຂ້ອງ ວາງອອກຢ່າງເຂັ້ມງວດ ເພື່ອຜ່ານຜ່າວິກິດນີ້ໄປນຳກັນ ເປັນຕົ້ນ ການປະຕິບັດມາດຕະການ ປ້ອງກັນການຕິດເຊື້ອ, ການປະຕິບັດວິຖີການດຳລົງຊີວິດປົກກະຕິແບບໃໝ່ new normal, ພ້ອມດຽວກັນ ກໍ່ໃຫ້ໝັ່ນສັງເກດອາການ ຂອງຕົນເອງ ຫາກມີອາການຫາຍໃຈຝືດ, ດັງບໍ່ໄດ້ກິ່ນ, ລີ້ນບໍ່ໄດ້ລົດຊາດ ໃຫ້ທ່ານໄປພົບແພດທັນທີ ເພື່ອທຳການເກັບຕົວຢ່າງກວດຊອກຫາເຊື້ອ. ຮັກຕົນເອງ, ຮັກຄອບຄົວ ແລະ ມີຄວາມຮັບຜິດຊອບຕໍ່ສັງຄົມ ດ້ວຍການໃສ່ຜ້າປິດປາກ-ດັງ ເປັນປະຈຳ.

ໂຄວິດ - 19: ຫວຽດນາມ ໄດ້ປິ່ນປົວໃຫ້ຄົນເຈັບ 1.319 ຄົນຫາຍດີເປັນປົກກະຕິ ໂຄວິດ - 19: ຫວຽດນາມ ໄດ້ປິ່ນປົວໃຫ້ຄົນເຈັບ 1.319 ຄົນຫາຍດີເປັນປົກກະຕິ

ຍສໝ - ປະຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອ ໂຄວິດ - 19 ລວມທັງໝົດ 1.454 ຄົນ.

ລາວ-ຫວຽດນາມ ຈະເປີດສາຍການບິນຄືນໃໝ່ ພາຍຫຼັງບັນລຸໄດ້ຄວາມເຫັນດີເຫັນພ້ອມ ລາວ-ຫວຽດນາມ ຈະເປີດສາຍການບິນຄືນໃໝ່ ພາຍຫຼັງບັນລຸໄດ້ຄວາມເຫັນດີເຫັນພ້ອມ

2 ປະເທດພວມຢູ່ໃນໄລຍະພິຈາລະນາ, ປຶກສາຫາລືກ່ຽວກັບເລື່ອງເປີດສາຍການບິນຄືນໃໝ່, ກໍຄືບັນດາມາດຕະການເພື່ອຮັບປະກັບຄວາມປອດໄພເມື່ອຮັບຜູ້ໂດຍສານເຂົ້າເມືອງຜ່ານທາງການບິນ.

ຄົນລາວທຸຄົນ ທີ່ມີອາຍຸ 18 ປີຂຶ້ນໄປ ແມ່ນມີສິດໄປເລືອກຕັ້ງ ຄົນລາວທຸຄົນ ທີ່ມີອາຍຸ 18 ປີຂຶ້ນໄປ ແມ່ນມີສິດໄປເລືອກຕັ້ງ

ສປປ ລາວ ກຳລັງດຳເນີນການກະກຽມຄວາມພ້ອມ ໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ II, ເຊິ່ງຄະນະກຳມະການເລືອກຕັ້ງຂັ້ນແຂວງ, ຂັ້ນເມືອງ ໄດ້ຜັນຂະຫຍາຍບັນດາເອກະສານກ່ຽວກັບການເລືອກຕັ້ງ ຂອງຄະນະກໍາມະການເລືອກຕັ້ງລະດັບຊາດ ມາຈັດຕັ້ງເຜີຍແຜ່ຢ່າງກວ້າງຂວາງ, ໂດຍສະເພາະແມ່ນມາດຖານ ຂອງຜູ້ທີ່ຈະເປັນສະມາຊິກສະພາແຫ່ງຊາດ ແລະ ເອກກະສານກ່ຽວຂ້ອງອື່ນໆ.

kpl.gov.la

ເຫດການ
302 Found

Found

The document has moved here.