ປະຊາຊົນຍັງຈະສືບຕໍ່ຕິດເຊື້ອໄຂ້ຍຸງລາຍເພີ່ມຂຶ້ນ ຖ້າທຸກຄົນບໍ່ຊ່ວຍກັນທຳຫລາຍແຫລ່ງເພາະພັນຂອງຍຸງລາຍ

09:58 | 31/12/2020

ກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ​ໃຫ້​ຮູ້​ວ່າ: ໃນວັນທີ 29 ທັນວາ 2020 ສປປ ລາວ ເຮົາມີຜູ້ຕິດເຊື້ອ​ເພີ່ມ 2 ກໍລະນີ, ນັບແຕ່ວັນທີ 1 ມັງກອນ ຫາ 29 ທັນວາ 2020 ມີຜູ້ຕິດເຊື້ອກໍລະນີສະສົມທັງໝົດ 8.239 ຄົນ, ມີ​ຜູ້​ສຍຊີວິດ 13 ຄົນ​ ແລະ ປະຊາຊົນ​ຍັງ​ຈະ​ສືບ​ຕໍ່ ຕິດ​ເຊື້ອ​ເພີ່​ມຂຶ້ນຖ້າ​ທຸກ​ຄົນ​ໃນ​ສັງຄົມ ​ບໍ່​ຊ່ວຍ​ກັນ​ທຳລາຍ​ແຫ​ລ່ງ ​ເພາະ​ພັນ​ຂອງ​ຍຸງ​ລາຍ.

ປະຊາຊ ນຍ ງຈະສ ບຕ ຕ ດເຊ ອໄຂ ຍ ງລາຍເພ ມຂ ນ ຖ າທ ກຄ ນບ ຊ ວຍກ ນທຳຫລາຍແຫລ ງເພາະພ ນຂອງຍ ງລາຍ ປີ 2020 ຫວຽດນາມ ດຶງດູດທຶນຈາກຕ່າງປະເທດບັນລຸ ກວ່າ 28 ຕື້ໂດລາສະຫະລັດ
ປະຊາຊ ນຍ ງຈະສ ບຕ ຕ ດເຊ ອໄຂ ຍ ງລາຍເພ ມຂ ນ ຖ າທ ກຄ ນບ ຊ ວຍກ ນທຳຫລາຍແຫລ ງເພາະພ ນຂອງຍ ງລາຍ ວິສາຫະກິດຫວຽດນາມ ໄດ້ມອບຂອງຂວັນຫລາຍກວ່າ 10.000 ຜະລິດຕະພັນແຟຊັ່ນ ໃຫ້ແກ່ແມ່ຍິງລາວ
ປະຊາຊ ນຍ ງຈະສ ບຕ ຕ ດເຊ ອໄຂ ຍ ງລາຍເພ ມຂ ນ ຖ າທ ກຄ ນບ ຊ ວຍກ ນທຳຫລາຍແຫລ ງເພາະພ ນຂອງຍ ງລາຍ
ພາບປະກອບ

ວັນທີ 30 ທັນວາ 2020 ນີ້, ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ລາຍງານໃຫ້ຮູ້ວ່າ: ໃນວັນທີ 29 ທັນວາ 2020 ສປປ ລາວ ເຮົາ ແມ່ນ ມີຜູ້ຕິດເຊື້ອທັງໝົດ 2 ກໍລະນີ ແລະ ບໍ່ຜູ້ເສຍຊີວິດ; ນັບແຕ່ວັນທີ 01/01/2020-29/12/2020 ມີຜູ້ຕິດເຊື້ອກໍລະນີສະສົມທັງໝົດ 8.239 ຄົນ (ມີລາຍງານກໍລະນີໃນ 18 ແຂວງ, ແຂວງທີ່ມີການລາຍງານຫລາຍກວ່າໝູ່ແມ່ນ ນະຄອນຫລວງວຽງຈັນ ເຊິ່ງມີເຖິງ 1.908 ຄົນ, ຖັດລົງມາແມ່ນ ບໍລິຄຳໄຊ 941 ຄົນ, ວຽງຈັນ 726 ຄົນ ແລະ ສະຫວັນນະເຂດ 711 ຄົນ). ຈຳນວນຜູ້ເສຍຊີວິດ ຍ້ອນພະຍາດໄຂ້ຍຸງລາຍມີ ທັງໝົດ 13 ຄົນ ​ໃນ​ນັ້ນ, ຢູ່ນະຄອນຫລວງວຽງ​ຈັນ 4 ຄົນ, ບໍລິຄຳໄຊ 2 ຄົນ, ຄຳມ່ວນ 2 ຄົນ, ໄຊຍະບູລີ 1 ຄົນ, ຊຽງຂວາງ 1 ຄົນ, ສະຫວັນນະເຂດ 1 ຄົນ, ຜົ້ງສາລີ 1 ຄົນ ແລະ ອຸດົມໄຊ 1 ຄົນ.

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ​ໄດ້​ກ່າວ​ອີກ​ວ່າ: ເມື່ອເຂົ້າສູ່ລະດູໜາວ ສະພາບອາກາດມີການປ່ຽນແປງ ເຮັດໃຫ້ສາມາດເປັນພະຍາດ ໄຂ້ຫວັດໄດ້ງ່າຍຂຶ້ນ ຂໍໃຫ້ບັນດາທ່ານເອົາໃຈໃສ່ ສຸຂະພາບຂອງທ່ານ, ກິນອາຫານໃຫ້ຄົບ 5 ໝູ່, ອອກກຳລັງກາຍເປັນປະຈຳ, ນອນພັກຜ່ອນໃຫ້ພຽງພໍ ແລະ ດື່ມນ້ຳເລື້ອຍໆ ​ແລະ ທ່ານ​ໄດ້ຮຽກຮ້ອງມາຍັງ ພໍ່ແມ່ປະຊາຊົນ, ຊຸມຊົນ ແລະ ອຳນາດການປົກຄອງທຸກຂັ້ນ ຮ່ວມແຮງຮ່ວມໃຈ ໃນການປະຕິບັດ 5 ປ ຢ່າງເຄັ່ງຄັດ ໃຫ້ເປັນປະຈຳຄື: ປິດຝາພາຊະນະທີ່ ເກັບນ້ຳໃນເຮືອນ ແລະ ນອກເຮືອນເພື່ອບໍ່ໃຫ້ ຍຸງລາຍມາໄຂ່ໃສ່; ປ່ຽນນ້ຳໃນພາຊະນະ ເຊັ່ນ: ເຕົ້າດອກໄມ້, ນ້ຳຮອງຕີນຕູ້, ຖ້ານຮອງຈອກນ້ຳ; ປ່ອຍປາຫາງນົກ ຍຸງເພື່ອກິນໜອນນ້ຳ; ປັບປຸງ ການອະນາໄມ ສິ່ງແວດລ້ອມ ອ້ອມເຮືອນບໍ່ໃຫ້ມີກະໂປະກະປ໋ອງ, ຢາງຕີນລົດເກົ່າທີ່ມີນ້ຳຂັງ ແລະ ປະຕິບັດ ໃຫ້ເປັນນິໄສ ປະຈຳທຸກໆອາທິດ. ຖ້າທ່ານເປັນໄຂ້ ໃຫ້ຮີບຮ້ອນໄປພົບແພດໝໍ ບໍ່ໃຫ້ຊື້ຢາມາກິນເອງ ເພື່ອຈະໄດ້ຮັບການປິ່ນປົວຢ່າງທັນການ. ສຳລັບລາຍລະອຽດຂອງຄຳແນະນຳ, ຂໍ້ມູນທີ່ເປັນທາງການ, ທ່ານສາມາດຕິດຕາມໄດ້ຈາກເວັບໄຊ້ www.covid19.gov.la ແລະ ເຟສບຸກຂອງສູນສື່ສານ ເພື່ອສຸຂະພາບ ແລະ ສຸຂະສຶກສາ.

ປະຊາຊ ນຍ ງຈະສ ບຕ ຕ ດເຊ ອໄຂ ຍ ງລາຍເພ ມຂ ນ ຖ າທ ກຄ ນບ ຊ ວຍກ ນທຳຫລາຍແຫລ ງເພາະພ ນຂອງຍ ງລາຍ ວິສາຫະກິດຫວຽດນາມ ໄດ້ມອບຂອງຂວັນຫລາຍກວ່າ 10.000 ຜະລິດຕະພັນແຟຊັ່ນ ໃຫ້ແກ່ແມ່ຍິງລາວ

ຍສໝ - ທ່ານນາງ ຫງວຽນກວກແອງ, ຜູ້ອຳນວຍການໃຫຍ່ຂອງ ບໍລິສັດ ແຟຊັ່ນ Elise ຈຳກັດ ໃຫ້ຮູ້ວ່າຂອງຂວັນເຫຼົ່ານີ້ທີ່ສະແດງໃຫ້ເຫັນຄວາມຮັກແພງຂອງບໍລິສັດ ສະຫງວນໃຫ້ແກ່ແມ່ຍິງລາວ.

ປະຊາຊ ນຍ ງຈະສ ບຕ ຕ ດເຊ ອໄຂ ຍ ງລາຍເພ ມຂ ນ ຖ າທ ກຄ ນບ ຊ ວຍກ ນທຳຫລາຍແຫລ ງເພາະພ ນຂອງຍ ງລາຍ ລາວ: ບໍ່ມີຄົນຕິດເຊື້ອໂຄວິດ-19 ເພີ່ມ

ໃນວັນທີ 30 ທັນວາ 2020 ຢູ່ກະຊວງສາທາລະນະສຸກ ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາ ລະນະສຸກ, ຕາງໜ້າໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ວ່າ: ການເຝົ້າລະວັງ ຮອດ 5 ໂມງແລງຂອງວັນທີ 29 ທັນວາ 2020, ໄດ້ເກັບຕົວຢ່າງມາກວດ ວິເຄາະທັງໝົດ 227 ຄົນ, ໃນນັ້ນ ມີ 11 ຕົວຢ່າງຈາກບຸກຄົນ ທົ່ວໄປທີ່ມີອາການ; ແຮງງານລາວກັບ ມາແຕ່ໄທບໍ່ມີອາການ 199 ຕົວຢ່າງ; ແຮງງານຫວຽດນາມບໍ່ມີອາການ 17 ຕົວຢ່າງ, ຜົນກວດວິເຄາະທັງໝົດ ແມ່ນບໍ່ພົບເຊື້ອ.

ປະຊາຊ ນຍ ງຈະສ ບຕ ຕ ດເຊ ອໄຂ ຍ ງລາຍເພ ມຂ ນ ຖ າທ ກຄ ນບ ຊ ວຍກ ນທຳຫລາຍແຫລ ງເພາະພ ນຂອງຍ ງລາຍ ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ ເຂົ້າໃນການເລືອກຕັ້ງ ສສຊ ແລະ ສສຂ

ປັດຈຸບັນ, ສປປ ລາວ ກຳລັງ​ກະກຽມ​ໃຫ້​ແກ່ ການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາ ປະຊາຊົນຂັ້ນແຂວງ ຊຸດທີ II, ​ເຊິ່ງພົນລະເມືອງລາວ ຜູ້ມີອາຍຸແຕ່ 18 ປີຂຶ້ນໄປ ​ແມ່ນມີສິດປ່ອນບັດເລືອກຕັ້ງ ແລະ ຜູ້ມີອາຍຸແຕ່ 21 ປີຂຶ້ນໄປ ມີສິດສະໝັກຮັບເລືອກຕັ້ງ, ຍົກ​ເວັ້ນແຕ່ຜູ້ເປັນບ້າ, ເສຍຈິດ ແລະ ...

kpl.gov.la

ເຫດການ
302 Found

Found

The document has moved here.