ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ ເຂົ້າໃນການເລືອກຕັ້ງ ສສຊ ແລະ ສສຂ

19:24 | 30/12/2020

ປັດຈຸບັນ, ສປປ ລາວ ກຳລັງ​ກະກຽມ​ໃຫ້​ແກ່ ການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາ ປະຊາຊົນຂັ້ນແຂວງ ຊຸດທີ II, ​ເຊິ່ງພົນລະເມືອງລາວ ຜູ້ມີອາຍຸແຕ່ 18 ປີຂຶ້ນໄປ ​ແມ່ນມີສິດປ່ອນບັດເລືອກຕັ້ງ ແລະ ຜູ້ມີອາຍຸແຕ່ 21 ປີຂຶ້ນໄປ ມີສິດສະໝັກຮັບເລືອກຕັ້ງ, ຍົກ​ເວັ້ນແຕ່ຜູ້ເປັນບ້າ, ເສຍຈິດ ແລະ ຜູ້ຖືກສານຕັດສິນລົງໂທດ ຕັດອິດສະລະພາບ, ປົດສິດເລືອກຕັ້ງ ແລະ ສະໝັກຮັບເລືອກຕັ້ງ.

ສ້າງ ແລະ ພັດທະນາວັດທະນະທຳ, ຊາວຫວຽດນາມເພື່ອຕ້ອງສະໜອງໄດ້ຄວາມຮຽກຮ້ອງໃນການພັດທະນາປະເທດຊາດ ສ້າງ ແລະ ພັດທະນາວັດທະນະທຳ, ຊາວຫວຽດນາມເພື່ອຕ້ອງສະໜອງໄດ້ຄວາມຮຽກຮ້ອງໃນການພັດທະນາປະເທດຊາດ
ສັນຍາ UKVFTA ນຳມາເຊິ່ງຜົນປະໂຫຍດມາໃຫ້ ຂະແໜງຕ່ຳແຜ່ນຕັດຫຍິບ ແລະ ເກີບໜັງ ຫວຽດນາມ ສັນຍາ UKVFTA ນຳມາເຊິ່ງຜົນປະໂຫຍດມາໃຫ້ ຂະແໜງຕ່ຳແຜ່ນຕັດຫຍິບ ແລະ ເກີບໜັງ ຫວຽດນາມ
ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ ເຂົ້າໃນການເລືອກຕັ້ງ ສສຊ ແລະ ສສຂ
ພາບປະກອບ

ເພື່ອເຮັດໃຫ້ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ IIໄດ້ຮັບຜົນດີ, ຄະນະພັກທຸກຂັ້ນ ຕ້ອງເອົາໃຈໃສ່ສຶກສາ ອົບຮົມໃຫ້ສະມາ ຊິກພັກ, ພະນັກງານ ຕະຫລອດຮອດຊັ້ນຄົນຕ່າງໆ ຢູ່ໃນຄວາມຮັບຜິດຊອບຂອງຕົນ ຮັບຮູ້, ເຂົ້າໃຈບາງເນື້ອໃນສໍາຄັນຄື:ເຊີດຊູນໍ້າໃຈຮັກຊາດ, ຮັກລະບອບໃໝ່, ຮັກບ້ານເກີດ, ເມືອງນອນ; ເສີມຂະຫຍາຍ ສະຕິຊາດເອກະລາດ, ເປັນເຈົ້າຕົນເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ; ຕ້ານ ແລະ ຕີຖອຍແນວຄິດເອື່ອຍອີງ, ແນວຄິດຂີ້ຄ້ານ, ມັກງ່າຍ, ຖືຜົນປະໂຫຍດສ່ວນຕົວສູງກວ່າ ຜົນປະໂຫຍດ ຂອງຊາດ ແລະ ມີຄ່ານິຍົມທີ່ຖືກຕ້ອງ; ຍົກສູງສະຕິເຄົາລົບ ແລະ ປະຕິບັດສິດເປັນເຈົ້າຂອງຕົນໃຫ້ຖືກຕ້ອງ ຕາມລັດຖະທຳມະນູນ ແລະ ກົດໝາຍ; ຫລີກລ່ຽງທຸກການກະທໍາ ທີ່ຝືນຕໍ່ກົດໝາຍ, ຝືນຕໍ່ຜົນປະໂຫຍດ ຂອງຊາດ, ຂອງປະຊາຊົນ; ໃນສະເພາະໜ້ານີ້ ຕ້ອງຕື່ນຕົວໄປປ່ອນບັດເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຢ່າງຖືກຕ້ອງ ແລະ ຄົບຖ້ວນ.

ພ້ອມ​ທັງ​ເອົາ​ໃຈ​ໃສ່ ປຸກລະດົມຄວາມເປັນເຈົ້າການ ປະຕິບັດທຸກມະຕິ, ຄໍາສັ່ງຂອງພັກ-ລັດ; ອອກແຮງປັບປຸງຊີວິດ ການເປັນຢູ່ໃຫ້ນັບມື້ດີຂຶ້ນ, ຕັ້ງໜ້າສະກັດກັ້ນປະກົດ ການຫຍໍ້ທໍ້ຕ່າງໆ ເຊັ່ນ: ບັນຫາອຸບັດເຫດ ຕາມທ້ອງຖະໜົນ, ຢາເສບຕິດ, ສໍ້ລາດບັງຫລວງ, ຄ້າຂາຍເຖື່ອນ ແລະ ອື່ນໆ ໃຫ້ນັບມື້ຫລຸດໜ້ອຍຖອຍລົງ;ເຄົາລົບ ແລະ ປະຕິບັດກົດລະບຽບຂອງພັກ, ລະບຽບກົດໝາຍຕ່າງໆ ຢ່າງເຂັ້ມງວດ; ເປັນເຈົ້າການຮ່ວມກັບອົງການປົກຄອງ ໃນການພັດທະນາ ເສດຖະກິດ-ສັງຄົມ ໃຫ້ບັນລຸຕາມຄາດໝາຍວາງອອກ; ເປັນເຈົ້າການປະຕິບັດວຽກງານ ປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ; ເຊີດຊູສະຕິ ລະວັງຕົວຕໍ່ກົນອຸ ບາຍມ້າງເພທໍາລາຍຂອງສັດຕູ ແລະ ພວກຄົນບໍ່ດີຢູ່ສະເໝີ ໂດຍສະເພາະ ການໂຄສະນາຕົວະຍົວະຫລອກລວງ, ແບ່ງແຍກພາຍໃນພັກ, ພາຍໃນສັງຄົມ ແລະ ກົນອຸບາຍຊື້ຈ້າງ ຈອບອອຍທຸກຮູບການ.

ໂຄວິດ - 19: ຫວຽດນາມ ໄດ້ປິ່ນປົວໃຫ້ຄົນເຈັບ 1.319 ຄົນຫາຍດີເປັນປົກກະຕິ ໂຄວິດ - 19: ຫວຽດນາມ ໄດ້ປິ່ນປົວໃຫ້ຄົນເຈັບ 1.319 ຄົນຫາຍດີເປັນປົກກະຕິ

ຍສໝ - ປະຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອ ໂຄວິດ - 19 ລວມທັງໝົດ 1.454 ຄົນ.

ນາຍົກລັດຖະມົນຕີຫວຽດນາມ:  ການສືບຕໍ່ສູ້ຊົນເພື່ອໃຫ້ ຫວຽດນາມ ຍາມໃດກໍ່ແມ່ນພື້ນຖານເສດຖະກິດ ຂະຫຍັນຂັນເຄື່ອນ, ປະດິດຄິດສ້າງ, ພັດທະນາໄວແຕ່ຍັງຮັກສາໄດ້ສະຖຽນລະພາບ ນາຍົກລັດຖະມົນຕີຫວຽດນາມ: ການສືບຕໍ່ສູ້ຊົນເພື່ອໃຫ້ ຫວຽດນາມ ຍາມໃດກໍ່ແມ່ນພື້ນຖານເສດຖະກິດ ຂະຫຍັນຂັນເຄື່ອນ, ປະດິດຄິດສ້າງ, ພັດທະນາໄວແຕ່ຍັງຮັກສາໄດ້ສະຖຽນລະພາບ

ຍສໝ - ຕໍ່ໜ້າສະພາບການຕົວຈິງ ກ່ຽວກັບຄວາມຮຽກຮ້ອງການພັດທະນາ, ລັດຖະບານ, ນາຍົກລັດຖະມົນຕີ ໄດ້ວາງຄາດໝາຍສູ້ຊົນ ໃຫ້ລະດັບ GDP ໃນປີ 2021 ບັນລຸໄດ້ປະມານ 6,5% ຫຼືສູງກ່ວາ, ພ້ອມທັງກະກຽມບັນດາປັດໄຈພື້ນຖານເພື່ອເພີ່ມຄວາມໄວໃນໄລຍະແຕ່ປີ 2022 ຂຶ້ນໄປ.

ຫວຽດນາມມີຜະລິດຕະພັນ OCOP 3.200 ຊະນິດ ຫວຽດນາມມີຜະລິດຕະພັນ OCOP 3.200 ຊະນິດ

ຕາມກະຊວງກະສິກຳ ແລະ ພັດທະນາຊົນນະບົດແລ້ວ, ການຜັນຂະຫຍາຍໂຄງການໜຶ່ງຕາແສງໜຶ່ງຜະລິດຕະພັນ (OCOP), ປີ 2020, ບັນດາທ້ອງຖິ່ນຕີລາຄາ, ຈັດອັນດັບ ແລະ ຮັບຮອງເອົາຜະລິດຕະພັນ 3200 ຊະນິດ, ເກີນຄາດໝາຍ 800 ຊະນິດເມື່ອທຽບໃສ່ກັບແຜນການວາງອອກ.

kpl.gov.la

ເຫດການ
302 Found

Found

The document has moved here.