10 ກວ່າປີຜ່ານມາ, ມະຫາວິທະຍາໄລຮ່າຕິ້ງ ສສ.ຫວຽດນາມ ໄດ້ກາຍເປັນສະຖານທີ່ບໍາລຸງສ້າງທີ່ດຶງດູດນັກສຶກສາລາວ ມາສຶກສາຮໍ່າຮຽນ, ຈາກແຫຼ່ງບໍາລຸງສ້າງນີ້ມີນັກສຶກສາລາວ ຮຸ່ນຕ່າງໆໄດ້ເຕີບໃຫຍ່ຂະຫຍາຍຕົວ, ນັກສຶກສາລາວຫຼາຍຄົນມີວຽກເຮັດງານທໍາຖືກຕາມວິຊາສະເພາະທີ່ຕົນເອງໄດ້ຮຽນມາ.
ໃນວັນທີ 13 ມັງກອນ 2021, ທ່ານ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ວ່າ: ນັບແຕ່ວັນທີ 1-11 ມັງ ກອນ 2021 ມີລາຍງານກໍລະນີຄົນເຂົ້າມາ ສປປ ລາວ ບໍ່ຖືກລະບຽບ ໂດຍໃຊ້ເຮືອນ້ອຍ ຂ້າມມາຈາກປະເທດເພື່ອບ້ານ ຜ່ານເຂດເມືອງສັງທອງ, ນະຄອນຫລວງວຽງຈັນ, ມີທັງໝົດ 10 ຄົນ, ໃນນັ້ນ ເປັນເພດຊາຍ 7 ຄົນ, ທັງໝົດ ແມ່ນຖືກນຳເຂົ້າໄປຈຳກັດບໍລິເວນຢູ່ ສູນທີ່ຄະນະສະເພາະກິດກຳນົດໄວ້.
ໃນວັນທີ 12 ມັງກອນ 2021 ທີ່ໂຮງແຮມຄຣາວພາຊາ ນະຄອນຫລວງວຽງຈັນ, ອີງຕາມບົດລາຍງານ ຂອງທະນາຄານໂລກ ແຈ້ງໃຫ້ຮູ້ວ່າ: ການຂະຫຍາຍຕົວ ຂອງເສດຖະກິດ ສປປ ລາວ ຈະຫົດຕົວໃນປີ 2020 ເຊິ່ງຖືເປັນຄັ້ງທໍາອິດ ໃນໄລຍະສອງທົດສະວັດ, ແຕ່ເສດຖະກິດລາວ ພ້ອມທີ່ຈະຟື້ນ ຕົວໃນປີ 2011 ແລະ ສືບຕໍ່ການຟື້ນຕົວ ໃນໄລຍະກາງ ຖ້າສາມາດຄວບຄຸມ ຜົນກະທົບຂອງພະຍາດລະບາດ ໂຄວິດ-19 ໄດ້ ແລະ ການຄ້າກັບ ບັນດາປະເທດ ຄູ່ຄ້າກັບຄືນສູ່ສະພາບປົກກະຕິ.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ໄດ້ໄຂຂຶ້ນໃນວັນທີ 13 ມັງກອນ 2021, ສະຫາຍ ບຸນຍັງ ວໍລະຈິດ ເນັ້ນວ່າ:ບັນດາວຽກງານ ເລັ່ງທວງອັນຮີນດ່ວນປະກອບມີ: ຕ້ອງຖືເອົາການແກ້ໄຂ ຄວາມທຸກຍາກຂອງປະຊາຊົນ ເປັນໜ້າທີ່ຈຸດສຸມ, ເຊິ່ງອັນສໍາຄັນ ການແກ້ໄຂບັນຫາດັ່ງກ່າວ ຕ້ອງບົນພື້ນຖານການ ປຸກສະຕິຕື່ນຕົວເພິ່ງຕົນເອງ, ເປັນເຈົ້າຕົນເອງ ແລະບືນຕົວຂຶ້ນສ້າງຄວາມ ເຂັ້ມແຂງດ້ວຍຕົນເອງ ຂອງຄົນໃນຊາດ, ເດັດດ່ຽວຕີຖອຍແນວຄິດ ເອື່ອຍອີງຕໍ່ການຊ່ວຍເຫລືອ ແລະຄວາມບໍ່ເປັນເຈົ້າການ ບືນຕົວກ້າວຂຶ້ນດ້ວຍເຫື່ອແຮງ, ສະຕິປັນຍາຂອງຕົນ ທີ່ຍັງມີຢູ່ບໍ່ໜ້ອຍໃນ ຖັນແຖວສະມາ ຊິກພັກ-ພະນັກງານ ແລະປະຊາຊົນເຮົາ.
ຍສໝ - ວັນທີ 12 ມັງກອນ, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ສົ່ງສານອວຍພອນໄປຍັງກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ.
ທ່ານ ດຣ.ພູທອນ ເມືອງປາກ ກ່າວວ່າ: ປັດຈຸບັນ, ຢູ່ປະເທດຂອງພວກເຮົາ ມີຂະບວນການອັນສຳຄັນ ລະດັບຊາດຫລາຍຢ່າງ ເປັນຕົ້ນ ການດຳເນີນກອງປະຊຸມ ໃຫ່ຍຄັ້ງທີ XI ຂອງພັກ, ວັນສ້າງຕັ້ງກອງທັບ 20 ມັງກອນ ຄົບຮອບ 72 ປີ (1949-2021), ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 66 ປີ (1955-2021) ຊຶ່ງຈະຕ້ອງໄດ້ຮຽກຮ້ອງ ໃຫ້ທົ່ວສັງຄົມຮ່ວມແຮງ, ຮ່ວມໃຈກັນປ້ອງກັນພະຍາດ COVID-19 ເພື່ອໃຫ້ປະເທດຂອງພວກເຮົາ ມີຄວາມສະຫງົບສຸກ ຮັບປະກັນບໍ່ໃຫ້ມີການລະບາດຂອງພະຍາດ COVID-19.
ສະເພາະວັນທີ 10 ມັງກອນ 2021 ມີຜູ້ເດີນທາງເຂົ້າມາທັງໝົດ 2.564 ຄົນໃນນັ້ນ ຜ່ານດ່ານລາວ-ໄທ 1.258 ຄົນ(ແຮງງານລາວ ກັບມາແຕ່ໄທ 48 ຄົນ), ຜ່ານດ່ານລາວ-ຈີນ 32 ຄົນ, ດ່ານລາວ-ຫວຽດນາມ 1.131 ຄົນ, ຜ່ານສະໜາມບິນສາ ກົນວັດໄຕທັງໝົດ 143 ຄົນ ເປັນຄົນຈີນ ທັງໝົດໄດ້ແທກ ອຸນຫະພູມຮ່າງກາຍ, ບໍ່ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງ ທັງໝົດມາກວດເພື່ອຊອກຫາເຊື້ອ ໂຄວິດ-19 ຈາກນັ້ນໄດ້ນຳສົ່ງໄປ ສະຖານທີ່ຈຳກັດບໍລິເວນ 14 ວັນ.
ກອງປະຊຸມລັດຖະບານ ຊຸດທີ VIII ເປີດກວ້າງທ້າຍສະໄໝ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນລະຫວ່າງ ວັນທີ 7-8 ມັງກອນ 2021 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ, ໂດຍມີ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີຮອງນາຍົກລັດຖະມົນຕີ, ບັນດາຄະນະລັດຖະບານ, ລັດຖະມົນຕີ, ພ້ອມດ້ວຍເຈົ້າແຂວງ, ຮອງເຈົ້າແຂວງ ໃນຂອບເຂດທົ່ວປະເທດ ເຂົ້າຮ່ວມ.
ຍສໝ - ຫວ່າງແລ້ວນີ້, ກອງ 584, ກອງບັນຊາການທະຫານແຂວງກວ໊າງຈິ ໄດ້ຂຸດເອົາ, ທ້ອນໂຮມໄດ້ 2 ອັດຖິທີ່ຫໍ່ໃນຜ້າຫົ່ມ.
ໃນວັນທີ 7 ມັງກອນ 2021 ທ່ານ ນາງ ດຣ. ລັດສະໝີ ວົງຄໍາຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ໄດ້ຕາງໜ້າ ໃຫ້ຄະນະ ສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19 ລາຍງານໃຫ້ຮູ້ວ່າ: ສໍາລັບການເຝົ້າ ລະວັງພະຍາດດັ່ງກ່າວ ຢູ່ ສປປ ລາວ ມາຮອດເວລາ 17:00 ໂມງຂອງວັນທີ 6 ມັງກອນ 2021 ໄດ້ມີຜູ້ເດີນທາງເຂົ້າມາ ຜ່ານດ່ານຕ່າງໆ ໃນທົ່ວປະເທດ ທັງໝົດ 3.006 ຄົນ. ໃນນັ້ນຜ່ານດ່ານລາວ-ໄທ ມີ 1.950 ຄົນ, ດ່ານ ລາວ-ຈີນ 33 ຄົນ, ດ່ານລາວ-ຫວຽດນາມ 909 ຄົນ ແລະ ຜ່ານສະ ໜາມບິນສາກົນວັດໄຕ 114 ຄົນ, ໂດຍທັງໝົດໄດ້ຮັບການ ແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາ ການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ ແລ້ວນຳສົ່ງໄປສະຖານ ທີ່ຈຳກັດບໍລິເວນຈົນຄົບ 14 ວັນ.
ຍສໝ - ໃນ 30 ມື້, ບັນດານັກສຳມະນາກອນ ບໍ່ພຽງແຕ່ໄດ້ຮຽນພາສາລາວ ເທົ່ານັ້ນ ຫາກຍັງໄດ້ຊອກຮູ້ຄວາມຮູ້ກ່ຽວກັບວັດທະນະທຳ, ສັງຄົມຂອງປະເທດລາວ. ຕາມໝາກຜົນຂອງການເສັງທ້າຍຊຸດຝຶກອົບຮົມ, ມີ ນັກສຳມະນາກອນ 43 ຄົນລ້ວນແຕ່ໄດ້ຮັບໃບຢ້ງຢືນໃນນັ້ນ ມີ ນັກສຳມະນາກອນເກັ່ງ 5 ຄົນ.
ເມື່ອບໍ່ດົນມານີ້, ຢູ່ທີ່ຫໍພິພິທະພັນ ໄກສອນ ພົມວິຫານ (ປະເທດລາວ), ໄດ້ຈັດພິທີຖະແຫລງຂ່າວ ປື້ມ ທ່ານ ເລວັນຫຽນ ເອກອັກຄະລັດຖະທູດຫວຽດນາມ ຜູ້ທຳອິດປະຈຳລາວ, ດ້ວຍຫລາຍເອກະສານທີ່ລ້ຳຄ່າ ແລະ ໄດ້ເປີດເຜີຍເປັນຄັ້ງທຳອິດ, ໂດຍໄດ້ປະກອບສ່ວນຊ່ວຍ ໃຫ້ປະຊາຊົນລາວ ເຂົ້າໃຈໃນການປະກອບສ່ວນທີ່ສຳຄັນ.
ປັດຈຸບັນ ທົ່ວປະເທດສູນ ຈໍາກັດບໍລິເວນທີ່ຍັງເປີດຢູ່ ມີທັງໝົດ 31 ສູນ, ມີຜູ້ຖືກຈຳກັດບໍລິເວນ ຢູ່ສູນ 2.246 ຄົນ, ໄດ້ເກັບຕົວ ຢ່າງມາກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ. ມາຮອດປັດຈຸບັນ ຍັງມີຄົນເຈັບຕິດເຊື້ອພະຍາດ COVID-19 ຈຳນວນ 01 ຄົນ ທີ່ຍັງສືບຕໍ່ນອນປິ່ນປົວຢູ່ໂຮງໝໍ ທີ່ຖືກກຳນົດໄວ້, ມີອາການເບົາບາງ, ສັງລວມການກວດວິເຄາະ ນັບແຕ່ເດືອນມັງກອນ 2020 ຮອດວັນທີ 05 ມັງກອນ 2021 ໄດ້ເກັບຕົວຢ່າງມາກວດທັງໝົດ 93.864 ຕົວຢ່າງ ກວດພົບເຊື້ອສະສົມ 41 ຄົນ.
ບັ້ນດໍາເນີນກອງປະຊຸມ ທາບທາມເນື້ອໃນ ແລະ ບຸກຄະລາກອນ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຢູ່ຈຸດທີ 4 ທີ່ແຂວງວຽງຈັນ ໄດ້ສໍາເລັດລົງໃນວັນທີ 5 ມັງກອນ 2021 ພາຍຫລັງດໍາເນີນມາເປັນເວລາ 2 ວັນ (4-5 ມັງກອນ 2021) ທີ່ສະໂມສອນ ຫ້ອງວ່າການປົກຄອງ ແຂວງວຽງຈັນ ພາຍໃຕ້ການເປັນ ປະທານນໍາພາ-ຊີ້ນໍາ ຂອງ ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາລັດຖະບານ, ມີສະຫາຍ ຄໍາພັນ ສິດທິດໍາພາ ເລຂາພັກແຂວງ, ເຈົ້າແຂວງວຽງຈັນ, ສະຫາຍ ພົຕ ຄໍາລຽງ ອຸທະໄກສອນ ເລຂາພັກແຂວງ ເຈົ້າແຂວງໄຊສົມບູນ, ສະຫາຍ ກອງແກ້ວ ໄຊສົງຄໍາ ເລຂາພັກແຂວງ ເຈົ້າແຂວງບໍລິຄໍາໄຊ, ພ້ອມດ້ວຍພະນັກງານຫລັກແຫລ່ງ ແລະ ກໍາລັງຫລວງຈາກ 3 ແຂວງເຂົ້າຮ່ວມ ທັງໝົດ 75 ສະຫາຍ, ຍິງ 8 ສະຫາຍ.
ຍສໝ - ບັນດາມາດຕະການໄດ້ຮັບການຍູ້ແຮງຈາກລາວໃນໄລຍະທີ່ຜ່ານມາ ເພື່ອແນໃສ່ສົ່ງເສີມການຜະລິດສິນຄ້າພາຍໃນປະເທດ ແມ່ນ ຫຼຸດຜ່ອນພາສີໃຫ້ແກ່ບັນດາວິສາຫະກິດ ຂະໜາດກາງ, ນ້ອຍ ແລະ ຈຸນລະວິສາຫະກິດ. ຈັດຕັ້ງບັນດາຊຸດຝຶກອົບຮົບໃຫ້ແກ່ຊາວກະສິກອນກ່ຽວກັບການປູກຟັງ, ຈັດຕັ້ງຮູບແບບ ໜຶ່ງເມືອງ ໜຶ່ງຜະລິດຕະພັນ (ODOP) ແລະ ຈັດຕັ້ງບັນດາງານວາງສະແດງສິລະປະ.
ໃນວັນທີ 4 ມັງກອນ 2021 ນະຄອນຫລວງວຽງຈັນ, ອົງການອຸຍນິເຊບປະຈຳ ສປປ ລາວ ໄດ້ສະໜອງລະບົບ ໂທລະໂຄ່ງຊຸມຊົນ ລວມມີ ໂທລະໂຄງ, ເຄື່ອງຂະຫຍາຍສຽງ ແລະ ໄມໂຄໂຟນ ຈໍານວນ 50 ຊຸດ ໃຫ້ແກ່ສະຫະພັນແມ່ຍິງ 50 ບ້ານ ຢູ່ໃນແຂວງ ສະຫວັນນະເຂດ, ສາລະວັນ, ເຊກອງ ແລະ ເມືອງສັງທອງ ນະຄອນຫລວງວຽງຈັນ, ເພື່ອນໍາໃຊ້ເຂົ້າໃນການໂຄສະນາ ໃຫ້ຄວາມຮູ້ແກ່ຊຸມຊົນ ກ່ຽວກັບພະຍາດ ໂຄວິດ-19 ແລະ ມາດຕະການຄວາມປອດໄພຕ່າງໆ ເພື່ອປ້ອງກັນການຕິດເຊື້ອ ພະຍາດດັ່ງກ່າວ. ພ້ອມກັນນີ້, ກໍເພື່ອປົກປ້ອງແມ່ຍິງ ແລະ ເດັກ ຈາກພະຍາດໂຄວິດ-19 ທັງເປັນການສົ່ງເສີມ ສິດທິຂອງເຂົາໃນຂັ້ນບ້ານ, ເຊິ່ງບັນດາແມ່ຍິງດັ່ງກ່າວ ຍັງຈະໄດ້ຮັບການຝຶກອົບຮົມ ກ່ຽວກັບການນຳໃຊ້ ອຸປະກອນດັ່ງກ່າວອີກດ້ວຍ.
ຍສໝ - ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສປປ.ລາວ ປະຈຳ ຫວຽດນາມ ໄດ້ຢັ້ງຢືນວ່າ ໃນຕະຫຼອດໄລຍະ 45 ປີທີ່ຜ່ານມາ, ເຖິງວ່າສະພາບການໂລກ ແລະ ພາກພື້ນມີການຜັນແປສັບສົນໂດຍໄວ ກໍ່ຕາມ, ແຕ່ການພົວພັນມິດຕະພາບແບບຍິ່ງໃຫຍ່, ຄວາມສາມັກຄີສັດຊື່ບໍລິສຸດ, ສ່ອງໃສ ແລະ ການຮ່ວມມືຮອບດ້ານລະຫວ່າງລາວ ແລະ ຫວຽດນາມ ໂດຍທ່ານ ປະທານໂຮ່ຈີມິນທີ່ຍິ່ງໃຫຍ່, ປະທານສຸພານຸວົງ ສ້າງຕັ້ງ ແລະ ອອກເຫືອເທແຮງເພີ່ມພູນຄູນສ້າງ ພ້ອມກັບການນຳ, ນັກປະຕິວັດ ຫຼາຍລຸ້ນຄົນ ແລະ ປະຊາຊົນສອງປະເທດສືບຕໍ່ເສີມຂະຫຍາຍ ແລະ ປັດຈຸບັນໄດ້ກາຍເປັນຊັບສົມບັດອັນລ້ຳຄ່າຂອງສອງປະເທດ.
ຫວຽດນາມມີ ຜູ້ຕິດເຊື້ອພະຍາດໂຄວິດ - 19 ແມ່ນ 1497 ຄົນໃນນັ້ນມີ ຜູ້ຕິດເຊື້ອພະຍາດໂຄວິດ - 19 ທີ່ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 1339 ຄົນ.
ເຖິງແມ່ນວ່າຕົວເລກສະສົມ ຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ ສປປ ລາວ ມີຈໍານວນ 41 ຄົນ ແລະ ມາຮອດ ວັນທີ 4 ມັງກອນ 2021 ຈະບໍ່ມີຜູ້ຕິດເຊື້ອພະຍາດ ດັ່ງກ່າວເພີ່ມກໍຕາມ, ແຕ່ກະຊວງສາທາລະນະສຸກ ກໍໄດ້ຮຽກຮ້ອງໃຫ້ ທຸກພາກສ່ວນໃນສັງຄົມ ສືບຕໍ່ເອົາໃຈໃສ່ ປະຕິບັດມາດຕະ ການປ້ອງກັນ ພະຍາດນີ້ຢ່າງເຂັ້ມງວດ, ພາຍຫລັງເຫັນວ່າໄລຍະນີ້ ສະພາບອາກາດ ແມ່ນເຢັນລົງຫລາຍ, ເຊິ່ງຈະພາໃຫ້ເຊື້ອພະຍາດດັ່ງກ່າວ ເກາະຕົວ ຢູ່ໄດ້ດົນ ແລະ ສາມາດແຜ່ລາມ ໄດ້ງ່າຍ ຖ້າບໍ່ມີມາດຕະການປ້ອງກັນທີ່ດີ.
ວັນທີ 31 ທັນວາ, ພະສົງ ແລະພຸດທະສາສະນິກະຊົນວັດເຟິດຕິກ ຢູ່ວຽງຈັນ (ລາວ) ໄດ້ຈັດຕັ້ງພິທີພາວະນາຂໍ້ໃຫ້ປະເທດ ແລະປະຊາຊົນມີຄວາມສະຫງົບສຸກເນື່ອງໃນໂອກາດຕ້ອນຮັບປີໃໝ່ 2021.