ສໍາເລັດການດຳເນີນກອງປະຊຸມທາບທາມເນື້ອໃນ ແລະ ບຸກຄະລາກອນ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ

14:27 | 06/01/2021

ບັ້ນດໍາເນີນກອງປະຊຸມ ທາບທາມເນື້ອໃນ ແລະ ບຸກຄະລາກອນ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຢູ່ຈຸດທີ 4 ທີ່ແຂວງວຽງຈັນ ໄດ້ສໍາເລັດລົງໃນວັນທີ 5 ມັງກອນ 2021 ພາຍຫລັງດໍາເນີນມາເປັນເວລາ 2 ວັນ (4-5 ມັງກອນ 2021) ທີ່ສະໂມສອນ ຫ້ອງວ່າການປົກຄອງ ແຂວງວຽງຈັນ ພາຍໃຕ້ການເປັນ ປະທານນໍາພາ-ຊີ້ນໍາ ຂອງ ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາລັດຖະບານ, ມີສະຫາຍ ຄໍາພັນ ສິດທິດໍາພາ ເລຂາພັກແຂວງ, ເຈົ້າແຂວງວຽງຈັນ, ສະຫາຍ ພົຕ ຄໍາລຽງ ອຸທະໄກສອນ ເລຂາພັກແຂວງ ເຈົ້າແຂວງໄຊສົມບູນ, ສະຫາຍ ກອງແກ້ວ ໄຊສົງຄໍາ ເລຂາພັກແຂວງ ເຈົ້າແຂວງບໍລິຄໍາໄຊ, ພ້ອມດ້ວຍພະນັກງານຫລັກແຫລ່ງ ແລະ ກໍາລັງຫລວງຈາກ 3 ແຂວງເຂົ້າຮ່ວມ ທັງໝົດ 75 ສະຫາຍ, ຍິງ 8 ສະຫາຍ.

ສ າເລ ດການດຳເນ ນກອງປະຊ ມທາບທາມເນ ອໃນ ແລະ ບ ກຄະລາກອນ ກອງປະຊ ມໃຫຍ ຄ ງທ xi ຂອງພ ກ ກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມ ທົ່ວປະເທດ ຄັ້ງທີ VIII ຈະຈັດຂຶ້ນໃນວັນທີ 27 ຕຸລາ 2020
ສ າເລ ດການດຳເນ ນກອງປະຊ ມທາບທາມເນ ອໃນ ແລະ ບ ກຄະລາກອນ ກອງປະຊ ມໃຫຍ ຄ ງທ xi ຂອງພ ກ ກະຊວງການຕ່າງປະເທດ ຈັດກິດຈະກຳ ເພື່ອສ້າງຂະບວນການຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ IV ແລະ ວັນການທູດລາວ ຄົບຮອບ 75 ປີ
ສ າເລ ດການດຳເນ ນກອງປະຊ ມທາບທາມເນ ອໃນ ແລະ ບ ກຄະລາກອນ ກອງປະຊ ມໃຫຍ ຄ ງທ xi ຂອງພ ກ
ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາລັດຖະບານ.

ໂອກາດນີ້, ປະທານກອງປະຊຸມໄດ້ມີຄໍາເຫັນເຈາະຈິ້ມ ກ່ຽວກັບຮ່າງລາຍງານການເມືອງ, ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX, ຮ່າງບົດສໍາຫລວດການນໍາພາລວມຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X ແລະ ຕໍ່ຮ່າງກົດລະບຽບຂອງພັກ ສະບັບປັບປຸງໂດຍສະເພາະທາງດ້ານເນື້ອໃນແມ່ນເນັ້ນຢູ່ 8 ບັນຫາດັ່ງນີ້: ໜຶ່ງ: ດ້ານເສດຖະກິດ ແມ່ນຕ້ອງເສີມຂະຫຍາຍຄວາມອາດສາມາດ ແລະ ທ່າແຮງບົ່ມຊ້ອນ, ສ້າງຖານການຜະລິດ ແລະ ບໍລິການໃຫ້ເຂັ້ມແຂງ, ຮັບ ປະກັນການພັດທະນາແບບຍືນຍົງ ແລະ ເປັນເຈົ້າຕົນເອງ; ສອງ: ດ້ານສັງຄົມ ແມ່ນເນັ້ນພັດທະນາຊັບພະຍາກອນມະນຸດຢ່າງແຂງແຮງ, ສ້າງສັງຄົມທີ່ປະຊາຊົນເປັນເຈົ້າ, ມີປະຊາທິປະໄຕ, ສະເໝີພາບ ແລະ ຍຸຕິທຳ; ສາມ: ຂົງເຂດ ປກຊ-ປກສ ຕັັ້ງໜ້າປະຕິບັດແນວທາງຍຸດທະສາດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ຮັບປະກັນໃຫ້ປະເທດຊາດມີສະຖຽນລະພາບດ້ານການເມືອງ, ຄວາມສະຫງົບ ແລະ ປອດໄພທາງດ້ານສັງຄົມ, ເຮັດໃຫ້ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂະຫຍາຍຕົວຢ່າງຕໍ່ເນື່ອງ; ສີ່: ປັບປຸງລະບົບການຈັດຕັ້ງ, ກົງຈັກ ແລະ ກົນໄກເຄື່ອນໄຫວຂອງບັນດາອົງການອໍານາດລັດໃຫ້ເຂັ້ມແຂງ ແລະ ມີປະສິດທິພາບ; ຫ້າ: ເພີ່ມທະວີວຽກງານແນວໂຮມ ແລະ ວຽກງານມະຫາຊົນຂອງພັກ; ຫົກ: ເພີ່ມທະວີຄວາມເປັນເຈົ້າການປະຕິບັດການພົວພັນກັບຕ່າງປະເທດ, ສ້າງເງື່ອນໄຂສະດວກ ແລະ ນໍາຜົນປະໂຫຍດຕົວຈິງໃຫ້ແກ່ການພັດທະນາປະເທດຊາດ; ເຈັດ: ເດັດດ່ຽວແກ້ໄຂຈຸດອ່ອນ-ຄົງຄ້າງພາຍໃນພັກ, ຮັບປະກັນບົດບາດການເຄື່ອນໄຫວນໍາພາຕົວຈິງທີ່ເຂັ້ມແຂງຂອງການຈັດຕັ້ງທຸກຂັ້ນ ແລະ ແປດ: ສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກ ເຊິ່ງໃນວຽກງານພະນັກງານ. ໂດຍຜູ້ແທນກອງປະຊຸມ ໄດ້ລົງເລິກຄົ້ນຄວ້າ ສະເພາະທາງດ້ານເນື້ອໃນ ແລະ ຈະໄດ້ຈັດຕັ້ງທາມທາມ ບຸກຄະລາກອນ ເຂົ້າໃນໂຄງປະກອບ ຄະນະບໍລິຫານງານ ສູນກາງພັກຊຸດ ໃໝ່ ຢ່າງມີປະຊາທິປະໄຕ ກວ້າງຂວາງ ຖືເປັນຄວາມຮັບຜິດຊອບ ຕໍ່ພັກ-ຕໍ່ການຈັດຕັ້ງ, ຍົກສູງຄວາມຮັບຜິດຊອບ ຕໍ່ໜ້າທີ່ການເມືອງ ອັນໜັກແໜ້ນ, ເພື່ອເຮັດໃຫ້ໂຄງປະກອບ ການຈັດຕັ້ງຂອງຄະນະບໍລິ ຫານງານສູນກາງພັກ ຊຸດໃໝ່ຄົບຖ້ວນ, ແນໃສ່ປັບປຸງພັກ ທາງດ້ານການຈັດຕັ້ງໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ ສາມາດເປັນແກນນຳ ໃນລະບົບການເມືອງ, ເປັນຫລັກແຫລ່ງ ໃນການນຳພາພັດທະນາເສດ ຖະກິດ-ສັງຄົມ ແລະ ໄດ້ຮັບການເຊີດຊູສູງຂຶ້ນກວ່າເກົ່າ.

ກອງປະຊຸມທາບທາມເນື້ອໃນ ແລະ ບຸກຄະລາກອນ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃນຄັ້ງນີ້, ເຕັມໄປດ້ວຍຄວາມຮັບຜິດຊອບ ຕໍ່ໜ້າທີ່ການເມືອງອັນໜັກແໜ້ນ ແລະ ມານະຈິດປະຕິວັດ ຕໍ່ພັກ ແລະ ປະເທດຊາດ, ທັງຖືກຕ້ອງຕາມ ກົດລະບຽບຂອງພັກ ແລະ ເຕັມໄປດ້ວຍເນື້ອໃນ ທີ່ມີຄວາມໝາຍສໍາຄັນເຊິ່ງຜູ້ແທນກອງປະຊຸມໄດ້ພ້ອມກັນເຊື່ອມຊຶມ ແລະ ສ້າງຄວາມເປັນເອກະພາບ ກໍ່ຄືການຄົ້ນຄ້ວາ, ປະກອບຄໍາເຫັນຢ່າງ ເລິກເຊິ່ງຕໍ່ທັດສະນະ, ຫລັກການ, ທິດນໍາ ແລະ ແຜນນະໂຍບາຍໃຫຍ່ໆ ທີ່ຈະກໍານົດອອກໃນແນວທາງການເມືອງ ແລະ ແນວທາງການຈັດຕັ້ງ ຂອງພັກໃນຊຸມປີຕໍ່ໜ້າ ຢ່າງສ້າງສັນ ແລະ ກົງໄປກົງມາ.

ການທາບທາມບຸກຄະລາກອນ ໄດ້​ດຳ​ເນີນ​ໄປ​ຢ່າງ​ມີ​ປະຊາທິປະ​ໄຕ, ມີຄວາມເປັນ​ເຈົ້າ​ການ, ປະຕິບັດຖືກຕ້ອງ​ຕາມ​ຂັ້ນຕອນ ແລະ ລະບຽບການ​ຂອງ​ພັກ​ວາງ​ອອກ.

ສ າເລ ດການດຳເນ ນກອງປະຊ ມທາບທາມເນ ອໃນ ແລະ ບ ກຄະລາກອນ ກອງປະຊ ມໃຫຍ ຄ ງທ xi ຂອງພ ກ ກອງປະຊຸມໃຫຍ່ຂອງຜູ້ແທນກຳມະບານກະຊວງການຕ່າງປະເທດ ຄັ້ງທີ XI

ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເປັນເອກະສັນເລືອກເອົາ ສະຫາຍ ວັນທາ ແສງເມືອງ ເປັນປະທານ, ສະຫາຍ ຄຳໄພ ພັນທອງດີ ເປັນຮອງປະທານຜູ້ທີ 1 ແລະ ສະຫາຍ ກັນຍາ ຄຳມຸງຄຸນ ເປັນຮອງປະທານຜູ້ທີ 2 ແລະ ເປັນປະທານກວດກາ ເພື່ອສືບຕໍ່ຊີ້ນຳ-ນຳພາວຽກງານການຈັດຕັ້ງປະຕິບັດ ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງສະຫະພັນກຳມະບານ ກະຊວງການຕ່າງປະເທດ ໃຫ້ປະກົດຜົນເປັນຈິງ.

ສ າເລ ດການດຳເນ ນກອງປະຊ ມທາບທາມເນ ອໃນ ແລະ ບ ກຄະລາກອນ ກອງປະຊ ມໃຫຍ ຄ ງທ xi ຂອງພ ກ ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ XI: ຮັກ​ສາ​ສະ​ຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ປ້ອງ​ກັນ​ຄວາມ​​ສະ​ຫງົບ​ແຫ່ງ​ຊາດ

ຍສໝ - ໃນວັນທີ 4 ພະຈິກ 2019, ສະພາແຫ່ງຊາດໄດ້ຮັບຟັງບົດລາຍງານວຽກງານ, ກວດກາ ແລະ ປຶກສາຫາລືກ່ຽວກັບວຽກງານຂອງ ປະທານສານປະຊາຊົນສູງສຸດ, ປະທານອົງການໄອຍະການປະຊາຊົນສູງສຸດ, ວຽກງານປ້ອງກັນ, ສະກັດກັ້ນ ແລະ ຕ້ານອາດຊະຍາກຳ ແລະ ການລະເມີດກົດໝາຍ, ວຽກງານປະຕິບັດຄຳຕັດສິນຂອງສານ ປີ 2019.

ສ າເລ ດການດຳເນ ນກອງປະຊ ມທາບທາມເນ ອໃນ ແລະ ບ ກຄະລາກອນ ກອງປະຊ ມໃຫຍ ຄ ງທ xi ຂອງພ ກ ສະພາແຫ່ງຊາດສະຫລຸບວຽກງານ 6 ເດືອນຕົ້ນປີ ແລະ ເຊື່ອມຊືມ ມະຕິ 8 ສະໄໝທີ X ຂອງພັກ

ຄະນະບໍລິຫານງານພັກ ສະພາແຫ່ງຊາດ ໄດ້ຈັດກອງປະຊຸມສະຫລຸບການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ແຜນການເຄື່ອນໄຫວ 6 ເດືອນທ້າຍປີ 2019 ພ້ອມທັງຈັດຕັ້ງເຊື່ອມຊຶມມະຕິ ກອງປະຊຸມ ຄົບຄະນະບໍລິຫານງານ ສູນກາງພັກ ຄັ້ງທີ 8 ສະໄໝທີ X ຂອງພັກປະຊາຊົນປະຕິວັດລາວ ຈັດຂຶ້ນໃນວັນທີ 5 ສິງຫາ 2019, ທີ່ສະພາແຫ່ງຊາດ (ຫລັກ6), ...

kpl.gov.la

ເຫດການ
302 Found

Found

The document has moved here.