ເພີ່ມ​ທະ​ວີ​ນ້ຳ​ໃຈ​ສາ​ມັກ​ຄີ ລະ​ຫວ່າງ ກອງ​ທັບ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ ຫວຽດ​ນາມ - ລາວ

10:41 | 05/01/2021

ຍ​ສ​ໝ - ທ່ານ ແສງ​ເພັດ ຮຸ່ງ​ບຸນຍວງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ສ​ປ​ປ​.ລາວ ປະ​ຈຳ ຫວຽດ​ນາມ ໄດ້​ຢັ້ງ​ຢືນ​ວ່າ ໃນ​ຕະຫຼອດ​ໄລ​ຍະ 45 ປີ​ທີ່​ຜ່ານ​ມາ, ເຖິງວ່າ​ສະ​ພາບ​ການ​ໂລກ ແລະ ພາກ​ພື້ນ​ມີ​ການ​ຜັນ​ແປ​ສັບ​ສົນ​ໂດຍ​ໄວ ກໍ່​ຕາມ, ແຕ່​ການ​ພົວ​ພັນ​ມິດ​ຕະ​ພາບ​ແບບ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີສັດ​ຊື່​ບໍ​ລິ​ສຸດ, ສ່ອງ​ໃສ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ລາວ ແລະ ຫວຽດ​ນາມ ໂດຍ​ທ່ານ ປະ​ທານ​ໂຮ່​ຈີ​ມິນ​ທີ່​ຍິ່ງ​ໃຫຍ່, ປະ​ທານ​ສຸ​ພາ​ນຸ​ວົງ ​ສ້າງ​ຕັ້ງ ແລະ ອອກ​ເຫືອ​ເທ​ແຮງ​ເພີ່ມ​ພູນ​ຄູນ​ສ້າງ ພ້ອມ​ກັບ​ການ​ນຳ, ນັກ​ປະ​ຕິ​ວັດ ຫຼາຍ​ລຸ້ນ​ຄົນ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ​ສືບ​ຕໍ່​ເສີມ​ຂະ​ຫຍາຍ ແລະ ປັດ​ຈຸ​ບັນ​ໄດ້​ກາຍ​ເປັນຊັບ​ສົມ​ບັດ​ອັນ​ລ້ຳ​ຄ່າ​ຂອງ​ສອງ​ປະ​ເທດ.

ມອບ​ຂອງ​ຂວັ​ນ ກ່​ວາ 200 ພູດ​ໃຫ້​ແກ່​ປະ​ຊາ​ຊົນ​ບ້ານ​ຢູ່​ເຂດ​ຊາຍ​ແດນ​ລະ​ຫວ່າງ ຫວຽດ​ນາມ - ລາວ
ຫວຽດ​ນາມ - ລາວ - ກ​ຳ​ປູ​ເຈຍ ສືບ​ຕໍ່​ປະ​ຕິ​ບັດ​ຮູບ​ແບບ “ສາມ​ປະ​ເທດ​ມີ​ຈຸດ​ນັດ​ພົບ​ດຽວ​ກັນ”
ເພີ່ມ​ທະ​ວີ​ນ້ຳ​ໃຈ​ສາ​ມັກ​ຄີ ລະ​ຫວ່າງ ກອງ​ທັບ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ ຫວຽດ​ນາມ - ລາວ
ທ່ານ ແສງ​ເພັດ ຮຸ່ງ​ບຸນຍວງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ສ​ປ​ປ​.ລາວ ປະ​ຈຳ ຫວຽດ​ນາມ ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ (ພາບ: TTXVN)

ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 77 ປີ​ແຫ່ງວັນ​ສ້າງ​ຕັ້ງ​ກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ (22 ທັນ​ວາ 1944 – 22 ທັນ​ວາ 2021), 72 ປີ​ແຫ່ງວັນ​ສ້າງ​ຕັ້ງ​ກອງ​ທັບ​ປະ​ຊາ​ຊົນ​ລາວ (20 ມັງ​ກອນ 1949 – 20 ມັງ​ກອນ 2021), ຕອນ​ບ່າຍ​ວັນ​ທີ 4 ມັງ​ກອນ, ສະ​ຖານ​ທູດ ສ​ປ​ປ.ລາວ ປະ​ຈຳ ຫວຽດ​ນາມ, ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາມ, ສູນ​ກາງ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ ໄດ້​ມີ​ການ​ເຮັດ​ວຽກ​ກັບ ກອງ​ບັນ​ຊາ​ການ​ນະ​ຄອນຫຼ​ວງ ຮ່າ​ໂນ້ຍ.

ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ ແສງ​ເພັດ ຮຸ່ງ​ບຸນຍວງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ສ​ປ​ປ​.ລາວ ປະ​ຈຳ ຫວຽດ​ນາມ ໄດ້​ຢັ້ງ​ຢືນ​ວ່າ ໃນ​ຕະຫຼອດ​ໄລ​ຍະ 45 ປີ​ທີ່​ຜ່ານ​ມາ, ເຖິງວ່າ​ສະ​ພາບ​ການ​ໂລກ ແລະ ພາກ​ພື້ນ​ມີ​ການ​ຜັນ​ແປ​ສັບ​ສົນ​ໂດຍ​ໄວ ກໍ່​ຕາມ, ແຕ່​ການ​ພົວ​ພັນ​ມິດ​ຕະ​ພາບ​ແບບ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີສັດ​ຊື່​ບໍ​ລິ​ສຸດ, ສ່ອງ​ໃສ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ລາວ ແລະ ຫວຽດ​ນາມ ໂດຍ​ທ່ານ ປະ​ທານ ​ໂຮ່​ຈີ​ມິນ​ ທີ່​ຍິ່ງ​ໃຫຍ່, ປະ​ທານ​ສຸ​ພາ​ນຸ​ວົງ ​ສ້າງ​ຕັ້ງ ແລະ ອອກ​ເຫື່ອ​ເທ​ແຮງ​ເພີ່ມ​ພູນ​ຄູນ​ສ້າງ ພ້ອມ​ກັບ​ການ​ນຳ, ນັກ​ປະ​ຕິ​ວັດ ຫຼາຍ​ລຸ້ນ​ຄົນ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ​ສືບ​ຕໍ່​ເສີມ​ຂະ​ຫຍາຍ ແລະ ປັດ​ຈຸ​ບັນ​ໄດ້​ກາຍ​ເປັນຊັບ​ສົມ​ບັດ​ອັນ​ລ້ຳ​ຄ່າ​ຂອງ​ສອງ​ປະ​ເທດ. ສິ່ງນີ້​ແມ່ນ​ກົດ​ເກນ​ຄົງ​ຕົວ ແລະ ພັດ​ທະ​ນາ​ຂອງ​ສອງ​ປະ​ເທດ ແມ່ນ​ປັດ​ໄຈ​ຕັດ​ສິນ​ຊີ້​ຂາດ​ໃນ​ທຸກ​ໄຊ​ຊະ​ນະ​ຂອງ​ປະ​ຕິ​ວັດ​ຂອງ​ແຕ່​ລະ​ປະ​ເທດ.

ເມື່ອ​ເນັ້ນ​ໜັກ​ເຖິງ​ຄວາມ​ໝາຍ​ຂອງ​ການ​ເຮັດ​ວຽກ​ນີ້, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ແສງ​ເພັດ ຮຸ່ງ​ບຸນຍວງ ​ຖື​ວ່າ, ເຫດ​ການນີ້​ສະ​ແດງ​ໃຫ້​ເຫັນ​ການ​ພົວ​ພັນ​ທີ່​ສະ​ໜິດ​ຕິ​ດ​ພັນ, ມີ​ມາ​ແຕ່​ດົນ​ນານ​ຂອງ​ນ້ຳ​ໃຈ​ສາ​ມັກ​ຄີ​ພິ​ເສດ​ເຊິ່ງ​ພະ​ນັກ​ງານ, ນັກ​ຮົບ​ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ​ສະ​ຫງວນ​ໃຫ້​ແກ່ກອງ​ທັບ ແລະ ປະ​ຊາ​ຊົນ​ລາວ, ພ້ອມ​ທັງ​ຫວັງ​ວ່າ, ຄົນ​ລຸ້ນ​ໜຸ່ມ​ຂອງ​ສອງ​ປະ​ເທດ​ຈະ​ສືບ​ຕໍ່​ຮັກ​ສາ, ເສີມ​ຂະ​ຫຍາຍ​ກາ​ນ​ພົວ​ພົນ​ພິ​ເສດນີ້​ໃຫ້​ຍືນ​ຍົງ​ຄົງ​ຕົວ.

ເມື່ອ​ຫວ​ນ​ຄືນ​ມູນ​ເຊື້ອ​ວິ​ລະ​ຊົນ, ຜົນ​ສຳ​ເລັດ​ທີ່​ພົ້ນ​ເດັ່ນ​ຂອງ ກອງ​ບັນ​ຊາ​ການ​ນະ​ຄອນຫຼວງ​ຮ່າ​ໂນ້ຍ ໃນ​ໄລ​ຍະ​ທີ່​ຜ່ານ​ມາ, ພິ​ເສດ​ແມ່ນ​ໃນ​ວຽກ​ງານ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ປີ 2020, ທ່ານ ພົນ​ຈັດ​ຕະ​ວາ ຫງວຽນ​ກ໊ວກ​ຢວດ, ຜູ້​ບັນ​ຊາ​ການກອງ​ບັນ​ຊາ​ການ​ນະ​ຄອນຫຼວງ​ຮ່າ​ໂນ້ຍ​ຍາມ​ໃດ​ກໍ່​ເຊື່ອມ​ຊືມ​ນະ​ໂຍ​ບາຍ​ທາງ​ການ​ທູດ​ຂອງ​ພັກ ແລະ ລັດ ຫວຽດ​ນາມ, ຍາມ​ໃດ​ລາວ​ທີ່​ມີ​ທີ່​ຕັ້ງ​ສຳ​ຄັນ​ພິ​ເສດ ແລະ ມີ​ໜຶ່​ງ​ບໍ່​ມີ​ສອງ​ໃນ​ການ​ພົວ​ພັນ​ສາ​ກົນ. ທັດ​ສະ​ນະ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດ​ນາມ ແມ່ນ​ເສີມ​ຂະ​ຫຍາຍ​ຈິດ​ໃຈ​ສາ​ມັກ​ຄີ​ມິດ​ຕະ​ພາບ​ພິ​ເສດ​ກັບ​ລາວ, ຫວັງ​ວ່າ ລາວ​ຈະ​ຮັກ​ສາ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ, ສະ​ຖຽນ​ລະ​ພາບ ແລະ ນັບ​ມື້​ນັ​ບ​ພັດ​ທະ​ນາ.

ມອບ​ຂອງ​ຂວັ​ນ ກ່​ວາ 200 ພູດ​ໃຫ້​ແກ່​ປະ​ຊາ​ຊົນ​ບ້ານ​ຢູ່​ເຂດ​ຊາຍ​ແດນ​ລະ​ຫວ່າງ ຫວຽດ​ນາມ - ລາວ

ຍ​ສ​ໝ - ທ່ານ​ພັນ​ໂທ ຟ້າມ​ຕຸງ​ເລິມ, ຮອງຜູ້ຮັບຜິດຊອບການເມືອງ ທະ​ຫານ​ຊາຍ​ແດນ ແຂວງ​ເທື່ອ​ທຽນ​ເຫ້ວ ໄດ້​ຕາງ​ໜ້າ​ຄະ​ນະ​ປະ​ຕິ​ບັດ​ງານ​ງານ ໄດ້​ສົ່ງ​ຄຳ​ຢຶ້​ຢາມ​ຖາມ​ຂ່າວ​ໄປ​ຍັງ​ພະ​ນັກ​ງານ, ນັກ​ຮົບ​ກຳ​ລັງ​ປະ​ກອບ​ອາ​ວຸດ ແລະ ປະ​ຊາ​ຊົນ​ສອງ​ບ້ານ ກາ​ໂລ ແລະ ບ້ານ​ເຊ​ຊາບ, ເມືອງ ກາ​ລືມ, ແຂວງ​ເຊກອງ.

ຫວຽດ​ນາມ - ລາວ - ກ​ຳ​ປູ​ເຈຍ ສືບ​ຕໍ່​ປະ​ຕິ​ບັດ​ຮູບ​ແບບ “ສາມ​ປະ​ເທດ​ມີ​ຈຸດ​ນັດ​ພົບ​ດຽວ​ກັນ”

ຍ​ສ​ໝ - ແຜນ​ການພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ເຂດ​ສາມ​ລ່ຽມ​ພັດ​ທະ​ນາ CLV ໄດ້​ຮັບ​ການ​ສ້າງ​ ແລະ ຈັດ​ຕັ້ງ​ປະ​ຕິ​ບັດ​ ຈະ​ປະ​ກອບ​ສ່ວນ​ເຊື່ອມ​ຕໍ່​ບັນ​ດາ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ການ​ທ່ອງ​ທ່ຽວ​ຂອງ​ສາມ​ປະ​ເທດ, ສ້າງ​ບັນ​ດາ​ສາຍ​ກາ​ນ​ທ່ອງ​ທ່ຽວ, ເຊື່ອມ​ໂຍງ​ບັນ​ດາ​ຈຸດ​ນັດ​ພົບ, ສ້າງ​ການ​ແຜ່ຂະ​ຫ​ຍາຍ, ຊຸກ​ຍູ້​ການ​ເຕີບ​ໂຕ​ເສດ​ຖະ​ກິດ - ສັງ​ຄົມ​ຢູ່​ເຂດນີ້ ແລະ ຈາກ​ນັ້ນ​ເປີດ​ກ້​ວາງ​ໄປ​ສູ່​ບັນ​ດາ​ທ້ອງ​ຖິ່ນ​ໃນ​ຂອບ​ເຂດ​ສາມ​ປະ​ເທດ

ຫວຽດ​ນາມ - ລາວ​ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ສຶກ​ສາ

ຍ​ສ​ໝ - ຫວຽດ​ນາມ ແລະ ລາວ​ມີ​ການ​ພົວ​ພັນ​ຮ່ວມ​ມື​ສະ​ໜິດ​ແໜ້ນ ແລະ ມີ​ປະ​ສິດ​ທິ​ຜົນ​ໃນ​ຂົງ​ເຂດ ການ​ສຶກ​ສາ ແລະ ບຳ​ລຸງ​ສ້າງ. ໃນ​ໄລ​ຍະ ປີ 2011 – 2020, ກະ​ຊວງ​ສຶກ​ສາ ແລະ ບຳ​ລຸງ​ສ້າງ ຫວຽດ​ນາມ ແລະ ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກິ​ລາ ລາວ​ໄດ້​ສົມ​ທົບ​ກັນ​ປະ​ຕິ​ບັດ​ບັນ​ດ​ເນື້ອ​ໃນ​ຂອງ​ແຜນ​ຮ່າງ​ຍົກ​ສູງ​ຄຸນ​ນະ​ພາບ ແລະ ປະ​ສິ​ດ​ທິ​ຜົນ​ການ​ຮ່ວມ​ມື ...

​ບຸນ​ຄົງ

302 Found

Found

The document has moved here.