ກອງປະຊຸມລັດຖະບານ ເປີດກວ້າງທ້າຍສະໄໝ ຊຸດທີ VIII ພິຈາລະນາຫລາຍບັນຫາສຳຄັນ

21:47 | 10/01/2021

ກອງ​ປະ​ຊຸມລັດຖະບານ ຊຸດ​ທີ VIII ​ເປີດ​ກວ້າງທ້າຍ​ສະ​ໄໝ ​ໄດ້​ຈັດ​ຂຶ້ນຢ່າງ​ເປັນ​ທາງ​ການ ​ໃນ​ລະຫວ່າງ​ ວັນ​ທີ 7-8 ມັງກອນ 2021 ທີ່ຫໍ​ປະຊຸມ​ແຫ່ງ​ຊາດ ນະ​ຄອນ​ຫລວງ​ວຽງ​ຈັນ, ໂດຍ​ມີ​ ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ, ມີ​ຮອງ​ນາຍົກລັດຖະມົນຕີ, ບັນດາຄະນະ​ລັດຖະບານ, ລັດຖະມົນຕີ, ພ້ອມ​ດ້ວຍ​ເຈົ້າ​ແຂວງ, ຮອງ​ເຈົ້າ​ແຂວງ ​ໃນ​ຂອບ​ເຂດທົ່ວ​ປະ​ເທດ ​ເຂົ້າ​ຮ່ວມ.

ກອງປະຊ ມລ ດຖະບານ ເປ ດກວ າງທ າຍສະໄໝ ຊ ດທ viii ພ ຈາລະນາຫລາຍບ ນຫາສຳຄ ນ ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ສຳເລັດລົງຢ່າງຈົບງາມ
ກອງປະຊ ມລ ດຖະບານ ເປ ດກວ າງທ າຍສະໄໝ ຊ ດທ viii ພ ຈາລະນາຫລາຍບ ນຫາສຳຄ ນ ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ສປປ.ລາວ ຊຸດທີ VIII ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 27 ຕຸລາ ທີ່ຫ້ອງປະຊຸມສະພາແຫ່ງຊາດນະຄອນຫລວງວຽງຈ
ກອງປະຊ ມລ ດຖະບານ ເປ ດກວ າງທ າຍສະໄໝ ຊ ດທ viii ພ ຈາລະນາຫລາຍບ ນຫາສຳຄ ນ
ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ

ກ​ອງປະຊຸມໃນ​ຄັ້ງ​ນີ້, ​ໄດ້ພ້ອມ​ກັນ​ຄົ້ນ​ຄວ້າ, ປະກອບ​ຄຳ​ຄິດ​ຄຳ​ເຫັນ​ ແລະ ພິຈາລະນາ ​ໃນ​ຫລາຍ​ບັນຫາ​ສຳຄັນ ທີ່​ສະ​ເໜີ​ໂດຍ ​ບັນດາກະຊວງ ອ້ອມ​ຂ້າງ​ສູນ​ກາງ ​ເປັນ​ຕົ້ນ, ການຈັດຕັ້ງປະຕິບັດວຽກງານ ຂອງລັດຖະບານ ຊຸດທີ VIII (2016-2020), ການສະຫລຸບການ ຈັດຕັ້ງປະຕິບັດ ແຜນພັດ ທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ VIII (2016-2020) ແລະ ຜ່ານຮ່າງເບື້ອງຕົ້ນ ແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2021-2025), ຄວາມຄືບໜ້າການປັບປຸງກົນໄກການອຳນວຍຄວາມສະດວກ ແລະ ບັນດາຕົວຊີ້ວັດຕ່າງໆ ໃນການດຳເນີນທຸລະກິດຢູ່ ສປປ ລາວ ແລະ ການຈັດຕັ້ງປະຕິບັດ ຄຳສັ່ງວ່າດ້ວຍ ການປັບປຸງວຽກງານບໍລິການ ການອອກໃບອະ ນຸຍາດລົງທຶນ ແລະ ການອອກໃບອະນຸຍາດດຳເນີນທຸລະກິດ, ຮ່າງແຜນຍຸດທະສາດ ການສົ່ງເສີມຜະ ລິດເປັນສິນຄ້າ ຕິດພັນກັບກົນໄກ ການເຂົ້າເຖິງຕະຫລາດ ຈໍາໜ່າຍສິນຄ້າ ແລະ ການຄ້າຊາຍແດນ.

ພ້ອມ​ນັ້ນ, ຍັງ​ໄດ້​ພ້ອມ​ກັນຄົ້ນຄວ້າ, ປະ​ກອບ​ຄຳ​ເຫັນ ກ່ຽວກັບການຄົ້ນຄວ້າ ການຫັນຊັບສິນ ຂອງລັດເປັນທຶນ, ຜົນການຕິດຕາມ, ຊຸກຍູ້ການຈັດຕັ້ງ ປະຕິບັດຄໍາສັ່ງ 15/ນຍ, ປີ 2020, ການກະ ກຽມ ໃຫ້ແກ່ການຫລຸດພົ້ນ ອອກຈາກສະຖານະພາບ ປະເທດດ້ອຍພັດທະນາ (LDCs), ຜົນການຈັດຕັ້ງປະຕິບັດ ແຜນແກ້ໄຂບັນຫາຄົນຕ່າງປະເທດ ທີ່ເຄື່ອນໄຫວບໍ່ຖືກຕ້ອງ ຕາມກົດໝາຍຂອງ ສປປ ລາວ, ການຈັດຕັ້ງປະຕິບັດ ການແກ້ໄຂຜົນກະທົບ ແລະ ຜັັນຂະຫຍາຍນະໂຍບາຍ, ມາດຕະການເພື່ອຫລຸດ ຜ່ອນຜົນກະທົບ ຈາກການລະບາດ ຂອງພະຍາດ COVID-19 ຕໍ່ເສດຖະກິດຂອງລາວ, ພ້ອມ​ທັງຜັນຂະຫຍາຍຜົນ ກອງປະຊຸມຄະນະ ກຳມະການຮ່ວມມືທະວີພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ຄັ້ງທີ 43 ປະຈຳປີ 2020. ຫລັງ​ຈາກ​ນັ້ນ, ບັນດາ​ຄະນະ​ລັດຖະບານ, ​ເຈົ້າ​ແຂວງ, ຮອງ​ເຈົ້າ​ແຂວງ ພ້ອມ​ດ້ວຍ​ພາກສ່ວນ​ກ່ຽວຂ້ອງ ກໍ​ໄດ້ພ້ອມ​ກັນ ປະ ກອບ​ຄຳ​ຄິດ​ຄຳ​ເຫັນ ​ໃສ່​ຫລາຍ​ບັນ​ຫາ​ສຳຄັນ ຢ່າງ​ກົງ​ໄປ​ກົງ​ມາ.

ໂອກາດ​ດັ່ງກ່າວ, ທ່ານ ທອງ​ລຸນ ສີ​ສຸ​ລິດ ​​ເນັ້ນ​ໃຫ້ຜູ້​ເຂົ້າ​ຮ່ວມ​ກອງປະຊຸມ ຍົກ​ສູງ​ຄວາມ​ຮັບ ຜິດຊອບ ​ໃນ​ການ​ລາຍ​ງານ​ໃຫ້ກະທັດ​ຮັດ, ຊັດ​ເຈນ, ​ໃຫ້​ມີ​ຈຸດ​ສຸມ​ໃນ​ຂອບ​ເວລາທີ່​ໄດ້​ກຳ​ນົດ, ສ່ວນ​ການ​ປະກອບ​ຄຳ​​ຄິດຄຳເຫັນ ​ແມ່ນ​ໃຫ້ລົງ​ເລິກ​ບັນຫາ​ ທີ່​ເປັນ​ຂໍ້​ຄົງ​ຄ້າງ, ພ້ອມ​ທັງ​ວິ​ເຄາະ ວິ​ໄຈ ສາ​ເຫ​ດ ​ແລະ ສະ​ເໜີ​ທິດ​ທາງ, ມາດ​ຕະການ​ໃນ​ການ​ແກ້​ໄຂໃນ 6 ​ເດືອນ​ຕົ້ນ​ປີ 2021.

ກອງປະຊ ມລ ດຖະບານ ເປ ດກວ າງທ າຍສະໄໝ ຊ ດທ viii ພ ຈາລະນາຫລາຍບ ນຫາສຳຄ ນ ລາວ: ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ຈະໄດ້ຮັບຟັງລາຍງານ, ພິຈາລະນາ ແລະ ຕົກລົງບັນຫາສໍາຄັນຕ່າງໆ ຂອງຊາດ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VIII ຈະໄຂຂຶ້ນໃນວັນທີ 27 ຕຸລາ ຫາ 17 ພະຈິກ 2020.

ກອງປະຊ ມລ ດຖະບານ ເປ ດກວ າງທ າຍສະໄໝ ຊ ດທ viii ພ ຈາລະນາຫລາຍບ ນຫາສຳຄ ນ ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ ພາຍຫລັງທີ່ດຳເນີນມາເປັນເວລາ 7 ວັນ

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ ພາຍຫລັງທີ່ດຳເນີນມາເປັນເວລາ 7 ວັນ ແຕ່ວັນທີ 24 ມິຖຸນາ-2 ກໍລະກົດ 2020, ໂດຍການເປັນປະທານຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ...

ກອງປະຊ ມລ ດຖະບານ ເປ ດກວ າງທ າຍສະໄໝ ຊ ດທ viii ພ ຈາລະນາຫລາຍບ ນຫາສຳຄ ນ ໄຂກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາ ແຫ່ງຊາດ ຊຸດທີ VIII ຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 24 ມິຖຸນາ ແລະ ຈະດໍາເນີນໄປເຖິງວັນທີ 2 ກໍລະກົດ 2020 ທີ່ຫ້ອງປະຊຸມສະພາແຫ່ງຊາດ (ຫລັກ 6), ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ແລະ ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານ ງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ ແລະ ສະມາຊິກສະພາແຫ່ງຊາດເຂົ້າຮ່ວມ.

kpl.gov.la

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.