ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ຮຽກຮ້ອງໃຫ້ທຸກຄົນບໍ່ຄວນປະໝາດ

17:37 | 11/01/2021

ສະເພາະວັນທີ 10 ມັງກອນ 2021 ມີຜູ້ເດີນທາງເຂົ້າມາທັງໝົດ 2.564 ຄົນໃນນັ້ນ ຜ່ານດ່ານລາວ-ໄທ 1.258 ຄົນ(ແຮງງານລາວ ກັບມາແຕ່ໄທ 48 ຄົນ), ຜ່ານດ່ານລາວ-ຈີນ 32 ຄົນ, ດ່ານລາວ-ຫວຽດນາມ 1.131 ຄົນ, ຜ່ານສະໜາມບິນສາ ກົນວັດໄຕທັງໝົດ 143 ຄົນ ​ເປັນຄົນຈີນ ທັງໝົດໄດ້ແທກ ອຸນຫະພູມຮ່າງກາຍ, ບໍ່ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງ ທັງໝົດມາກວດເພື່ອຊອກຫາເຊື້ອ ໂຄວິດ-19 ຈາກນັ້ນໄດ້ນຳສົ່ງໄປ ສະຖານທີ່ຈຳກັດບໍລິເວນ 14 ວັນ.

ລາວ ບ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມ ຮຽກຮ ອງໃຫ ທ ກຄ ນບ ຄວນປະໝາດ ລາວ: ຍັງບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ
ລາວ ບ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມ ຮຽກຮ ອງໃຫ ທ ກຄ ນບ ຄວນປະໝາດ ປະເທດ ລາວ: ບໍ່ມີຄົນຕິດເຊື້ອໂຄວິດ-19 ເພີ່ມ
ລາວ ບ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມ ຮຽກຮ ອງໃຫ ທ ກຄ ນບ ຄວນປະໝາດ
ພາບປະກອບ

ທ່ານ ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມ ພະຍາດຕິດຕໍ່ ກະ ຊວງສາທາລະນະສຸກ ລາຍງານໃຫ້ຮູ້ໃນວັນທີ 11 ມັງ​ກອນ 2021 ວ່າ: ສປປ ລາວ ຍັງບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ແຕ່ເຖິງຢ່າງໃດກໍຕາມ ຢູ່ປະເທດໃກ້ຄຽງຍັງມີ ການລະບາດຮອບສອງ ຢ່າງໜັກໜ່ວງ ແລະ ກະຈາຍໄປຫລາຍແຂວງ ພາຍໃນປະເທດ ​ເຊິ່ງມີຄວາມສ່ຽງສູງ ທີ່ຈະມີຜູ້ຕິດເຊື້ອພະ ຍາດລັກລອບເຂົ້າມາ ສປປ ລາວ ຈຶ່ງຮຽກຮ້ອງ​ໃຫ້ທຸກຄົນ ບໍ່ຄວນປະໝາດເອົາໃຈໃສ່ ປະຕິບັດມາດຕະການ ປ້ອງກັນການຕິດເຊື້ອ ທີ່ຄະນະສະເພາະກິດວາງອອກ ຢ່າງເຄັ່ງຄັດ ເປັນຕົ້ນແມ່ນ ໃສ່ຜ້າປິດປາກ-ດັງ ເມື່ອອອກຈາກບ້ານ, ຫລີກລ້ຽງການເດີນທາງ ໄປຍັງສະຖານທີ່ແອອັດ, ຮັກສາໄລຍະຫ່າງທາງສັງຄົມ, ໝັ່ນສັງເກດ ສຸຂະພາບ ຮ່າງກາຍຂອງຕົນເອງ, ລູກຫລານ ແລະ ຄົນໃນຄອບຄົວ ຖ້າຫາກມີອາການຄ້າຍຄືໄຂ້ຫວັດ ໃຫ້ຮີບຮ້ອນໄປພົບແພດ ເພື່ອຮັບການກວດ ສຸຂະພາບໂດຍໄວ ຫລື ກໍລະນີສົງໃສ ຈະໄດ້ທຳການເກັບຕົວຢ່າງ ກວດຊອກຫາເຊື້ອໂຄວິດ-19 ຢ່າງທັນການ.

ທ່ານ ນາງ ພອນປະເສີດ ໄຊຍະມຸງຄຸນ ​ໃຫ້​ຮູ້​​ອີກ​ວ່າ: ມາຮອດວັນທີ 10 ມັງກອນ 2021 ໄດ້ເກັບຕົວຢ່າງ ມາກວດວິເຄາະທັງໝົດ 337 ຄົນ, ໃນນັ້ນ ມີ 2 ຕົວຢ່າງຈາກບຸກຄົນ ທົ່ວໄປທີ່ມີອາການ, 49 ຕົວຢ່າງຈາກບຸກຄົນ ທົ່ວໄປທີ່ບໍ່ມີອາການ, 68 ຕົວຢ່າງຈາກແຮງງານລາວ ກັບມາແຕ່ໄທ ບໍ່ມີອາການ, 142 ຕົວຢ່າງຈາກແຮງງານຈີນ ບໍ່ມີອາການ ແລະ 76 ຕົວຢ່າງ ຈາກແຮງງານໄທ ບໍ່ມີອາການ ເຊິ່ງຜົນກວດວິເຄາະທັງໝົດ ແມ່ນບໍ່ພົບ ເຊື້ອສັງລວມ ການກວດວິເຄາະນັບແຕ່ ເດືອນມັງກອນ 2020 ຮອດ ວັນທີ 10 ມັງກອນ 2021 ໄດ້ເກັບຕົວຢ່າງມາກວດທັງໝົດ 96.031 ຕົວຢ່າງ, ກວດພົບເຊື້ອສະສົມ 41 ຄົນ.

ສະເພາະວັນທີ 10 ມັງກອນ 2021 ມີຜູ້ເດີນທາງເຂົ້າມາທັງໝົດ 2.564 ຄົນໃນນັ້ນ ຜ່ານດ່ານລາວ-ໄທ 1.258 ຄົນ(ແຮງງານລາວ ກັບມາແຕ່ໄທ 48 ຄົນ), ຜ່ານດ່ານລາວ-ຈີນ 32 ຄົນ, ດ່ານລາວ-ຫວຽດນາມ 1.131 ຄົນ, ຜ່ານສະໜາມບິນສາ ກົນວັດໄຕທັງໝົດ 143 ຄົນ ​ເປັນຄົນຈີນ ທັງໝົດໄດ້ແທກ ອຸນຫະພູມຮ່າງກາຍ, ບໍ່ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງ ທັງໝົດມາກວດເພື່ອຊອກຫາເຊື້ອ ໂຄວິດ-19 ຈາກນັ້ນໄດ້ນຳສົ່ງໄປ ສະຖານທີ່ຈຳກັດບໍລິເວນ 14 ວັນ.

ລາວ ບ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມ ຮຽກຮ ອງໃຫ ທ ກຄ ນບ ຄວນປະໝາດ ລາວ: ບໍ່ມີຄົນຕິດເຊື້ອໂຄວິດ-19 ເພີ່ມ

ໃນວັນທີ 30 ທັນວາ 2020 ຢູ່ກະຊວງສາທາລະນະສຸກ ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາ ລະນະສຸກ, ຕາງໜ້າໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ວ່າ: ການເຝົ້າລະວັງ ຮອດ 5 ໂມງແລງຂອງວັນທີ 29 ທັນວາ 2020, ໄດ້ເກັບຕົວຢ່າງມາກວດ ວິເຄາະທັງໝົດ 227 ຄົນ, ໃນນັ້ນ ມີ 11 ຕົວຢ່າງຈາກບຸກຄົນ ທົ່ວໄປທີ່ມີອາການ; ແຮງງານລາວກັບ ມາແຕ່ໄທບໍ່ມີອາການ 199 ຕົວຢ່າງ; ແຮງງານຫວຽດນາມບໍ່ມີອາການ 17 ຕົວຢ່າງ, ຜົນກວດວິເຄາະທັງໝົດ ແມ່ນບໍ່ພົບເຊື້ອ.

ລາວ ບ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມ ຮຽກຮ ອງໃຫ ທ ກຄ ນບ ຄວນປະໝາດ ບໍ່ມີຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມ ຢູ່ ລາວ

ໃນວັນທີ 11 ທັນວາ 2020 ກະຊວງສາທາລະນະສຸກ ຢືນຢັນວ່າ: ສປປ ລາວ ບໍ່ມີຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມ ເຖິງຢ່າງໃດກໍຕາມ ຕົວເລກສະສົມຂອງ ຜູ້ຕິດເຊື້ອໂຄວິດ-19 ໃນທົ່ວໂລກ ແມ່ນສູງກວ່າ 70 ລ້ານກວ່າຄົນແລ້ວ, ຍອດຜູ້ເສຍຊີວິດສູງກວ່າ 1,5 ລ້ານກວ່າຄົນ ແລະ ຍັງສືບຕໍ່ມີການຕິດເຊື້ອໃໝ່ ແລະ ເສຍຊີວິດເພີ່ມຂຶ້ນ ໃນແຕ່ລະວັນ, ສະພາບດັ່ງກ່າວ ສົ່ງຜົນກະທົບອັນໃຫຍ່ຫລວງ ທັງທາງກົງ ແລະ ທາງອ້ອມ ຕໍ່ທາງດ້ານເສດຖະກິດ ແລະ ການດຳລົງຊີວິດ ປະຈຳວັນຂອງປວງຊົນ ໃນທົ່ວໂລກ.

ລາວ ບ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມ ຮຽກຮ ອງໃຫ ທ ກຄ ນບ ຄວນປະໝາດ ລາວ ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ 2 ຄົນ

ໃນວັນທີ 7 ທັນວາ 2020 ນີ້, ທ່ານ ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ເປີດເຜີຍວ່າ: ສໍາລັບການຕິດຕາມ ຜູ້ຖືກຈຳກັດບໍລິເວນ ຢູ່ໃນສະຖານທີ່ທີ່ກຳນົດໄວ້ ໃນຂອບເຂດທົ່ວປະເທດ, ປັດຈຸບັນ ທົ່ວປະເທດມີສູນຈໍາກັດ ບໍລິເວນທີ່ຍັງເປີດຢູ່ຈໍານວນ 40 ແຫ່ງ, ມີຜູ້ຖືກຈຳກັດບໍລິເວນທັງໝົດ 2.740 ຄົນ ແລະ ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.

kpl.gov.la

ເຫດການ
302 Found

Found

The document has moved here.