ລາວ: ຍັງບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ

17:48 | 07/01/2021

ໃນວັນທີ 7 ມັງກອນ 2021 ທ່ານ ນາງ ດຣ. ລັດສະໝີ ວົງຄໍາຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ໄດ້ຕາງໜ້າ ໃຫ້ຄະນະ ສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19 ລາຍງານໃຫ້ຮູ້ວ່າ: ສໍາລັບການເຝົ້າ ລະວັງພະຍາດດັ່ງກ່າວ ຢູ່ ສປປ ລາວ ມາຮອດເວລາ 17:00 ໂມງຂອງວັນທີ 6 ມັງກອນ 2021 ໄດ້ມີຜູ້ເດີນທາງເຂົ້າມາ ຜ່ານດ່ານຕ່າງໆ ໃນທົ່ວປະເທດ ທັງໝົດ 3.006 ຄົນ. ໃນນັ້ນຜ່ານດ່ານລາວ-ໄທ ມີ 1.950 ຄົນ, ດ່ານ ລາວ-ຈີນ 33 ຄົນ, ດ່ານລາວ-ຫວຽດນາມ 909 ຄົນ ແລະ ຜ່ານສະ   ໜາມບິນສາກົນວັດໄຕ 114 ຄົນ, ໂດຍທັງໝົດໄດ້ຮັບການ ແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາ ການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ ແລ້ວນຳສົ່ງໄປສະຖານ ທີ່ຈຳກັດບໍລິເວນຈົນຄົບ 14 ວັນ.

ລາວ ຍ ງບ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມ ມອບ​ໃບ​ຢັ້ງ​ຢືນ​ສຳ​ເລັດ​ຊຸດ​ຝຶກ​ອົບ​ຮົມ​ພາ​ສາ​ລາວ​ໃຫ້​ແກ່​ພະ​ນັກ​ງານ, ນັກ​ຮຽນ​ວິ​ທະ​ຍາ​ຊາດ ​ທະ​ຫານປ້ອງ​ກັນ​ຊາຍ​ແດນ
ລາວ ຍ ງບ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມ ປະເທດລາວ ພະຍາຍາມແກ້ໄຂບັນຫາພະຍາດອາຊີບ ແລະ ການປ້ອງກັນອຸປະຕິເຫດ
ລາວ ຍ ງບ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມ
ພາບປະກອບ

ປັດຈຸບັນ, ທົ່ວປະເທດມີຜູ້ຖືກ ຈໍາກັດບໍລິເວນຈໍານວນ 2.145 ຄົນ ຢູ່ໃນ 31 ສູນ ແລະ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ. ໝາຍຄວາມວ່າໃນວັນທີ 6 ມັງກອນ 2021 ບໍ່ພົບຜູ້ຕິດເຊື້ອໃໝ່ ແລະ ຕົວເລກຜູ້ຕິດເຊື້ອ ສະສົມທັງໝົດມີ ຈໍານວນ 41 ຄົນ. ສ່ວນຄົນ ເຈັບທີ່ຍັງຕິດເຊື້ອ COVID-19 ຈໍານວນ 1 ຄົນ ແມ່ນສືບຕໍ່ປິ່ນປົວຢູ່ໂຮງໝໍ ທີ່ຖືກກຳນົດໄວ້ ແລະ ມີອາການເບົາບາງ.

ສໍາລັບສະພາບການລະບາດ ຂອງພະຍາດ COVID-19 ໃນໂລກ, ມາຮອດວັນທີ 7 ມັງກອນ 2021, ທົ່ວໂລກມີການລາຍງານການລະບາດໃນ 218 ປະເທດ ແລະ ເຂດ,ເຊິ່ງມີການຢັ້ງຢືນຜູ້ຕິດເຊື້ອຫລາຍກວ່າ 87 ລ້ານຄົນ. ໃນນີ້, ເສຍຊິວິດຫລາຍກວ່າ 1,8 ລ້ານຄົນ ແລະ ປີ່ນປົວຫາຍດີ ກວ່າ 62 ລ້ານຄົນ. ປະເທດທີ່ມີການລາຍງານການຕິດເຊື້ອ ແລະ ເສຍຊີວິດຫລາຍກວ່າໝູ່ ແມ່ນສະ ຫະລັດອາເມລິກາ, ໂດຍມີຜູ້ຕິດເຊື້ອສະສົມຫລາຍກວ່າ 21 ລ້ານຄົນ ແລະ ເສຍຊີວິດສະສົມ 368.753 ຄົນ. ຢູ່ຂົງເຂດອາຊີ ກໍແມ່ນປະເທດອິນເດຍ ມີຜູ້ຕິດເຊື້ອເປັນອັນດັບ 2 ຂອງໂລກ, ມີຜູ້ຕິດເຊື້ອ ສະສົມຫລາຍກວ່າ 10 ລ້ານຄົນ. ແນວໃດກໍຕາມ, ສະພາບການລະບາດຂອງພະຍາດ COVID-19 ໃນທົ່ວໂລກຍັງໜັກໜ່ວງ. ຂະນະດຽວກັນ, ໃນປະເທດ ໃກ້ຄຽງ ພວກເຮົາແມ່ນມີການລະ ບາດຮອບໃໝ່ ໂດຍພົບຜູ້ຕິດເຊື້ອໃໝ່ ຫລາຍຮ້ອຍຄົນພາຍໃນມື້ດຽວ, ເຮັດໃຫ້ມີການຍົກລະດັບມາດຕະການປ້ອງກັນ ແລະ ຄວບຄຸມພະຍາດ ດັ່ງກ່າວຢ່າງເຂັ້ມຂຸ້ນ.

ຕໍ່ສະພາບດັ່ງກ່າວ, ຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ ເອົາໃຈໃສ່ປະຕິບັດ ມາດຕະການປ້ອງກັນການຕິດເຊື້ອ ທີ່ຄະນະສະເພາະກິດ ວາງອອກ ຢ່າງເຄັ່ງຄັດ ເປັນຕົ້ນແມ່ນ ໃສ່ຜ້າປິດປາກ-ດັງ ເມື່ອອອກຈາກເຮືອນ, ຫລີກລ່ຽງການເດີນທາງ ໄປສະຖານທີ່ແອອັດ, ຕ້ອງຮັກສາໄລຍະຫ່າງ ທາງສັງຄົມ 1-2 ແມັດຂຶ້ນໄປ ເພື່ອຫລຸດຜ່ອນຄວາມສ່ຽງຕິດ ເຊື້ອພະຍາດດັ່ງກ່າວ. ພ້ອມດຽວກັນ, ກໍໃຫ້ໝັ່ນສັງເກດສຸຂະພາບຂອງຕົນເອງ, ລູກຫລານ ແລະ ຄົນໃນຄອບຄົວ ຖ້າມີອາການຄ້າຍຄືໄຂ້ຫວັດ ກໍໃຫ້ຮີບຮ້ອນໄປພົບແພດ ເພື່ອຮັບການກວດສຸຂະພາບໂດຍໄວ ແລະ ທຳການເກັບຕົວຢ່າງ ກວດຊອກຫາເຊື້ອໂຄວິດ-19 ໂດຍທັນທີ. ສິ່ງສໍາຄັນ ການບໍລິໂພກອາຫານແຊ່ແຂງ ຫລື ອາຫານທະເລ ແມ່ນສາມາດຮັບປະທານໄດ້ຕາມປົກກະຕິ, ແຕ່ສິ່ງທີ່ຄວນເອົາໃຈໃສ່ປະຕິບັດ ແມ່ນຫລີກລ່ຽງການສຳຜັດໃບໜ້າ, ຕາ, ປາກ, ດັງ ຂອງທ່ານ ເມື່ອສຳຜັດອາຫານແຊ່ແຂງ ຫລື ອາຫານທະເລ, ໝັ່ນລ້າງມືເລື້ອຍໆ ດ້ວຍນ້ຳສະອາດໃສ່ສະບູ ຫລື ເຈວລ້າງມື, ຕ້ອງກິນອາຫານທີ່ປຸງແຕ່ງສຸກໃໝ່ໆ, ຫລີກລລ່ຽງອາຫານ ທະເລແບບດິບ ຫລື ແບບສຸກໆດິບໆ, ຕ້ອງກິນຮ້ອນບ່ວງກາງ, ບໍ່ໃຊ້ສິ່ງຂອງ ຮ່ວມກັບຄົນອື່ນ, ອາບນ້ຳປ່ຽນເສື້ອຜ້າທັນທີ ເມື່ອກັບຮອດເຮືອນ. ການປະຕິບັດທັງໝົດນີ້ ເພື່ອສະກັດກັ້ນ ແລະ ປ້ອງກັນບໍ່ໃຫ້ເກີດມີການ ຕິດເຊື້ອພະຍາດ ໂຄວີດ-19 ຮອບໃໝ່ ແລະ ບໍ່ໃຫ້ເກີດການແຜ່ລະບາດຂອງພະ ຍາດນີ້ເປັນວົງກວ້າງໃນ ສປປ ລາວ.

ລາວ ຍ ງບ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມ ສະຫາຍ ເລວັນ ຫຽນ ໄດ້ປະກອບສ່ວນສຳຄັນ ເຂົ້າໃນການຮັດແໜ້ນ ສາຍພົວພັນ ມິດຕະພາບ ທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ ແລະ ລາວ

ເມື່ອບໍ່ດົນມານີ້, ຢູ່ທີ່ຫໍພິພິທະພັນ ໄກສອນ ພົມວິຫານ (ປະເທດລາວ), ໄດ້ຈັດພິທີຖະແຫລງຂ່າວ ປື້ມ ທ່ານ ເລວັນຫຽນ ເອກອັກຄະລັດຖະທູດຫວຽດນາມ ຜູ້ທຳອິດປະຈຳລາວ, ດ້ວຍຫລາຍເອກະສານທີ່ລ້ຳຄ່າ ແລະ ໄດ້ເປີດເຜີຍເປັນຄັ້ງທຳອິດ, ໂດຍໄດ້ປະກອບສ່ວນຊ່ວຍ ໃຫ້ປະຊາຊົນລາວ ເຂົ້າໃຈໃນການປະກອບສ່ວນທີ່ສຳຄັນ.

ລາວ ຍ ງບ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມ ປະເທດ ລາວ: ບໍ່ມີຄົນຕິດເຊື້ອໂຄວິດ-19 ເພີ່ມ

ປັດຈຸບັນ ທົ່ວປະເທດສູນ ຈໍາກັດບໍລິເວນທີ່ຍັງເປີດຢູ່ ມີທັງໝົດ 31 ສູນ, ມີຜູ້ຖືກຈຳກັດບໍລິເວນ ຢູ່ສູນ 2.246 ຄົນ, ໄດ້ເກັບຕົວ ຢ່າງມາກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ. ມາຮອດປັດຈຸບັນ ຍັງມີຄົນເຈັບຕິດເຊື້ອພະຍາດ COVID-19 ຈຳນວນ 01 ຄົນ ທີ່ຍັງສືບຕໍ່ນອນປິ່ນປົວຢູ່ໂຮງໝໍ ທີ່ຖືກກຳນົດໄວ້, ມີອາການເບົາບາງ, ສັງລວມການກວດວິເຄາະ ນັບແຕ່ເດືອນມັງກອນ 2020 ຮອດວັນທີ 05 ມັງກອນ 2021 ໄດ້ເກັບຕົວຢ່າງມາກວດທັງໝົດ 93.864 ຕົວຢ່າງ ກວດພົບເຊື້ອສະສົມ 41 ຄົນ.

ລາວ ຍ ງບ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມ ສໍາເລັດການດຳເນີນກອງປະຊຸມທາບທາມເນື້ອໃນ ແລະ ບຸກຄະລາກອນ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ

ບັ້ນດໍາເນີນກອງປະຊຸມ ທາບທາມເນື້ອໃນ ແລະ ບຸກຄະລາກອນ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຢູ່ຈຸດທີ 4 ທີ່ແຂວງວຽງຈັນ ໄດ້ສໍາເລັດລົງໃນວັນທີ 5 ມັງກອນ 2021 ພາຍຫລັງດໍາເນີນມາເປັນເວລາ 2 ວັນ (4-5 ມັງກອນ 2021) ທີ່ສະໂມສອນ ຫ້ອງວ່າການປົກຄອງ ແຂວງວຽງຈັນ ພາຍໃຕ້ການເປັນ ປະທານນໍາພາ-ຊີ້ນໍາ ຂອງ ...

kpl.gov.la

ເຫດການ
302 Found

Found

The document has moved here.