ປີ 2021, ລັດຖະບານຈະສືບຕໍ່ໜູນຊ່ວຍ ປະຊາຊົນ, ວິສາຫະກິດແກ້ໄຂຜົນຮ້າຍຢ້ອນຫຼັງຈາກ ໂລກລະບາດໂຄວິດ - 19 | |
ຫວຽດນາມ ສາມາດສະກັດກັ້ນໂລກລະບາດ Covid – 19 ໄດ້ເປັນຢ່າງດີ |
![]() |
ບັນຍາກາດທີ່ກອງປະຊຸມ |
ບົດລາຍງານດັ່ງກ່າວ, ຍັງໄດ້ປະເມີນວ່າ ເສດຖະກິດຂອງປະເທດ ຈະຫົດຕົວປະມານ 0,6% ໃນປີ 2020 ເຊິ່ງຂະແໜງການທີ່ຮັບ ຜົນກະທົບ ໜັກທີ່ສຸດ ເປັນຕົ້ນ ຂະແໜງບໍລິການ, ການທ່ອງທ່ຽວ, ຂະແໜງການຄ້າຂາຍສົ່ງ, ຂາຍຍ່ອຍ ແລະ ຂະແໜງການຜະລິດ. ເຖິງແນວໃດກໍຕາມ ກິດຈະກໍາ ເສດຖະກິດທີ່ຖົດຖອຍ ໄດ້ສົ່ງຜົນຕໍ່ຄວາມສາມາດ ຂອງລັດຖະບານໃນການ ເກັບລາຍຮັບ ເຊິ່ງເຮັດໃຫ້ສະພາບ ງົບປະມານ-ການເງິນແຫ່ງລັດ ຕົກໃນສະພາບ ຫຍຸ້ງຍາກຂຶ້ນໄປຕື່ມອີກ. ເງິນກີບຫລຸດຄ່າທຽບ ໃສ່ສະກຸນເງິນຕາຕ່າງປະເທດ ແລະ ການອ່ອນຄ່າລົງດັ່ງກ່າວ ຂອງເງິນກີບ ບວກກັບລາຄາສະບຽງອາ ຫານທີ່ເພີ່ມສູງຂຶ້ນ ໄດ້ເປັນສາເຫດເຮັດໃຫ້ ອັດຕາເງິນເຟີ້ທົ່ວໄປ ເພີ່ມສູງຂຶ້ນ.
ທ່ານ ນິໂຄລາ ຟອນທາຣາ ຫົວໜ້າຫ້ອງການທະນາຄານ ໂລກປະຈຳ ສປປ ລາວ ກ່າວວ່າ: ເຖິງວ່າ ສປປ ລາວ ຈະສາມາດຄວບຄຸມ ການແຜ່ລະບາດ ຂອງພະຍາດ ໂຄວິດ-19 ໄດ້, ແຕ່ຜົນກະທົບທາງເສດຖະກິດ ທີ່ເກີດຈາກພະຍາດລະບາດດັ່ງກ່າວ ໄດ້ກະທົບຕໍ່ຊີວິດການເປັນຢູ່ ຂອງປະຊາຊົນລາວ ຫລາຍລ້ານຄົນ ແລະ ບັນທອນວຽກງານ ຫລຸດຜ່ອນຄວາມທຸກຍາກ. ຢາງໃດກໍຕາມ, ຖ້າສາມາດສືບຕໍ່ຄວບຄຸມ ພະຍາດລະບາດ ໄດ້ພາຍໃນປະເທດ ແລະ ພາກທຸລະກິດ ສາມາດສືບຕໍ່ຄ້າຂາຍກັບບັນດາປະ ເທດຄູ່ຄ້າ ຄາດວ່າ ເສດຖະກິດຂອງ ສປປ ລາວ ຈະສາມາດຟື້ນຕົວ ໃນລະດັບໃດໜຶ່ງໃນປີ 2021. ການຂະຫຍາຍຕົວຂອງ GDP ຄາດວ່າ ຈະຟື້ນຕົວມາເປັນ 4,9% ໃນປີ 2021, ສ່ວນການຂະ ຫຍາຍຕົວໃນໄລຍະກາງ ໜ້າຈະຄ່ອຍໆ ຟື້ນຕົວເທື່ອລະກ້າວ ອັນເປັນຜົນເນື່ອງມາຈາກການສືບຕໍ່ລົງ ທຶນໃສ່ການພັດທະນາ ໂຄງລ່າງພື້ນຖານ ແລະ ການກັບຄືນມາຟົດຟື້ນ ຂອງຂະແໜງບໍລິການ, ສົ່ງອອກ ແລະ ການຊົມໃຊ້ຂອງພາກເອກະຊົນ, ເຖິງຢ່າງໃດກໍຕາມ, ຖ້າຫາກພະຍາດໂຄວິດ-19 ມີການລະບາດອີກຮອບໃໝ່, ການຟື້ນຕົວ ຂອງເສດຖະກິດ ອາດຈະພົບສິ່ງທ້າທາຍ ຍ້ອນຜົນກະທົບ ຈາກມາດຕະການກັກຕົວ ຫລື ຂໍ້ຈໍາກັດດ້ານການຄ້າ ແລະ ການທ່ອງທ່ຽວ. ບົດລາຍງານ ສະບັບນີ້, ຍັງເນັ້ນໜັກໃຫ້ເຫັນການເພີ່ມຂຶ້ນ ຂອງພາລະແບກຫາບ ດ້ານໜີ້ສິນຕ່າງປະເທດ. ໜີ້ສິນຕ່າງປະເທດທີ່ສູງ ແລະ ຄັງແຮສໍາຮອງເງິນຕາ ຕ່າງປະເທດທີ່ຢູ່ໃນລະດັບຕໍ່າ ໂດຍຈໍາກັດ ຄວາມສາມາດຂອງລັດຖະບານ ໃນການນໍາໃຊ້ນະໂຍບາຍການເງິນ ເພື່ອກະຕຸ້ນເສດຖະກິດ.
ເພື່ອແກ້ໄຂສິ່ງທ້າທາຍໃນຕໍ່ໜ້າ, ວຽກບູລິມະສິດຄວນລວມເອົາເຊັ່ນ: ຫລຸດຜ່ອນໜີ້ສິນຕ່າງປະເທດ ໃຫ້ກັບຄືນສູ່ລະດັບຍືນຍົງ, ປັບປຸງການ ເກັບລາຍຮັບ ເພື່ອສ້າງຄວາມຍືດຍຸ່ນ ທາງດ້ານງົບປະ ມານ-ການເງິນ ແລະ ສະໜອງການຊ່ວຍເຫລືອ ແກ່ບັນດາຄົວເຮືອນ ແລະ ວິສາຫະກິດ ທີ່ຖືກກະທົບ ໜັກ ຈາກການຖົດຖອຍ ຂອງເສດຖະກິດ. ນອກຈາກນີ້, ບົດລາຍງານຍັງ ໄດ້ແນະນໍາບັນດາທາງເລືອກດ້ານນະໂຍບາຍ ທີ່ຈະຊ່ວຍປົກປ້ອງຊີວິດ ການເປັນຢູ່ ຂອງປະຊາຊົນ, ເຊິ່ງລວມມີ ຂະຫຍາຍຈໍານວນ ຜູ້ທີ່ໄດ້ຮັບການຊ່ວຍເຫລືອເປັນເງິນສົດ, ເປັນວັດຖຸສິ່ງຂອງ, ເປັນສະບຽງອາຫານ, ສົ່ງເສີມການພັດທະ ນາສີມືແຮງງານ ໃຫ້ຜູ້ອອກແຮງງານ ທີ່ຕ້ອງສູນເສຍວຽກເຮັດງານທໍາ ແລະ ແຮງງານເຄື່ອນຍ້າຍ ທີ່ເດີນທາງກັບຄືນປະເທດ.
![]() | ຫວຽດນາມຄວບຄຸມໂລກລະບາດພາຍໃນປະເທດໄດ້ເປັນຢ່າງດີແລ້ວ ແຕ່ຍັງບໍ່ທັນເອົາຊະນະໂລກລະບາດ Covid – 19 ໄດ້ເທື່ອ ຍສໝ - “ປັດຈຸບັນຫວຽດນາມຄວບຄຸມໂລກລະບາດພາຍໃນປະເທດໄດ້ເປັນຢ່າງດີແລ້ວ ແຕ່ຍັງບໍ່ທັນເອົາຊະນະໂລກລະບາດ Covid – 19 ໄດ້ເທື່ອ. ພ້ອມກັບໂລກ, ການປ້ອງກັນ ຕ້ານໂລກລະບາດ Covid – 19 ຍັງແກ່ຍາວ ແລະ ຫວຽດນາມຍາມໃດກ່ໍ່ໃນສະພາບການກຽມພ້ອມ.” |
![]() | ຫວຽດນາມ ໄດ້ ແລະ ພວມຕັ້ງໜ້າຮ່ວມມືກັບບັນດາປະເທດເພື່ອຄວບຄຸມໂລກລະບາດ Covid – 19 ແລະ ຟື້ນຟູການພັດທະນາເສດຖະກິດ - ສັງຄົມ ຍສໝ - ຫວຽດນາມເຊື່ອໝັ້ນວ່າ ຜ່ານບັນດາກົນໄກຮ່ວມມື, ແລກປ່ຽນ, ໂອ້ລົມທາງໂທລະສັບດ້ວຍຈິດໃຈສ້າງສັນ ແລະ ມີຄວາມຮັບຜິດຊອບ, ບັນດາປະເທດ ແລະ ປະຊາຄົມໂລກຈະພ້ອມກັນຄວບຄຸມ, ຍູ້ໂລກລະບາດໃຫ້ຖອຍໄປໂດຍໄວ ພ້ອມທັງຟື້ນຟູການພັດທະນາເສດຖະກິດ - ສັງຄົມເທື່ອລະກ້າວ. |
![]() | 60 ກໍລະນີຕິດເຊື້ອພະຍາດໂຄວິດ - 19 ໄດ້ມີຜົນລົບ 1 ເທື່ອຂຶ້ນໄປ ໄລ່ມາຮອດຕອນເຊົ້າວັນທີ 29 ມີນາ, ຫວຽດນາມ ໄດ້ຢັ້ງຢືນມີ 179 ກໍລະນີຕິດເຊື້ອພະຍາດໂຄວິດ - 19, ໃນນັ້ນ, ມີ 21 ກໍລະນີໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ແລະ ໄດ້ອອກໂຮງໝໍແລ້ວ. |
kpl.gov.la