ກອງ 584, ກອງບັນຊາການທະຫານແຂວງກວາງຈິ ສສ.ຫວຽດນາມ ໄດ້ຊອກຫາ, ທ້ອນໂຮມ 2 ອັດຖິນັກຮົບເສຍສະຫຼະຊີວິດ ຢູ່ເມືອງນອງ, ແຂວງສະຫວັນນະເຂດ ສປປ.ລາວ

14:55 | 09/01/2021

ຍສໝ - ຫວ່າງແລ້ວນີ້, ກອງ 584, ກອງບັນຊາການທະຫານແຂວງກວ໊າງຈິ ໄດ້ຂຸດເອົາ, ທ້ອນໂຮມໄດ້ 2 ອັດຖິທີ່ຫໍ່ໃນຜ້າຫົ່ມ. 

ຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ ໄດ້ຈັດຕັ້ງພິທີມອບ-ຮັບວັດຖຸພັນ, ຮູບພາບຈາກກໍາລັງຊ່ຽວຊານຫວຽດນາມ ຊ່ວຍ ກໍາປູເຈຍ ຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ ໄດ້ຈັດຕັ້ງພິທີມອບ-ຮັບວັດຖຸພັນ, ຮູບພາບຈາກກໍາລັງຊ່ຽວຊານຫວຽດນາມ ຊ່ວຍ ກໍາປູເຈຍ
ປັດຈຸບັນ  ຫວຽດນາມ ຢືນອັນດັບທີ 3 ໃນໂລກ ກ່ຽວກັບດັດຊະນີແງ່ຫວັງເສດຖະກິດ ປັດຈຸບັນ ຫວຽດນາມ ຢືນອັນດັບທີ 3 ໃນໂລກ ກ່ຽວກັບດັດຊະນີແງ່ຫວັງເສດຖະກິດ
ກອງ 584, ກອງບັນຊາການທະຫານແຂວງກວາງຈິ ສສ.ຫວຽດນາມ ໄດ້ຊອກຫາ, ທ້ອນໂຮມ 2 ອັດຖິນັກຮົບເສຍສະຫຼະຊີວິດ ຢູ່ເມືອງນອງ, ແຂວງສະຫວັນນະເຂດ  ສປປ.ລາວ
ຊື່ ແລະນາມສະກຸນຢ່າງຄົບຖ້ວນ: ຫງວຽນຮືວດ້າວ, ກົດລັບ R 5/2. ພາບ: tienphong

ກອງ 584, ກອງບັນຊາການທະຫານແຂວງກວາງຈິ ສສ.ຫວຽດນາມ ໄດ້ຂຸດເອົາ, ທ້ອນໂຮມໄດ້ 2 ອັດຖິທີ່ຫໍ່ໃນຜ້າຫົ່ມ. ໃນນັ້ນ ມີອາລູມີນຽມ 2 ປ່ຽງທີ່ຄວັດຊື່ ແລະນາມສະກຸນຢ່າງຄົບຖ້ວນ, ຄື: ຫງວຽນຮືວດ້າວ, ກົດລັບ R 5/2; ຫວຽນວັນຊາ, ກົດລັບ R 5/2. ສາມາດກຳນົດໄດ້ວ່າບັນດານັກຮົບເສຍສະລະຊີວິດແມ່ນທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຕ້ານອາເມລິກາ ຢູ່ ສປປ.ລາວ.

ໃນຊຸມປີຜ່ານມາ, ວຽກງານຊອກຫາອັດຖິທະຫານເສຍສະຫຼະຊີວິດເພື່ອຊາດຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ຊີ້ນຳ, ນຳພາຈາກພັກ, ລັດ, ຄະນະຊີ້ນຳ 515 ທຸກຂັ້ນ, ຄະນະພັກ, ອຳນາດການປົກຄອງບັນດາທ້ອງຖິ່ນ ແລະການຊີ້ນຳ, ນຳພາຂອງບັນດາອົງການ, ກົມກອງໃນກອງທັບ; ຄວາມເຫັນດີເຫັນພ້ອມຂອງທຸກຂັ້ນ, ທຸກຂະແໜງການ ແລະປະຊາຊົນທຸກຊັ້ນວັນນະ. ຜ່ານນັ້ນ, ວຽກງານຊອກຫາ, ທ້ອນໂຮມອັດຖິທະຫານເສຍສະຫຼະຊີວິດເພື່ອຊາດໄດ້ຜັນຂະຫຍາຍຢ່າງຄົບຊຸດ, ຮອບດ້ານ, ມີລວງເລິກ. ປີ 2020, ເຖິງວ່າຖືກຜົນສະທ້ອນຈາກພະຍາດໂຄວິດ-19 ກໍ່ຕາມ, ແຕ່ການພົວພັນຮ່ວມມືສາກົນກັບບັນດາປະເທດ, ບັນດາອົງການຈັດຕັ້ງ, ບຸກຄົນທີ່ກ່ຽວຂ້ອງໃນວຽກງານຊອກຫາທ້ອນໂຮມອັດຖິທະຫານເສຍສະຫຼະຊີວິດເພື່ອຊາດຍັງໄດ້ຮັບການຜັນຂະຫຍາຍປະຕິບັດຢ່າງຕັ້ງໜ້າ, ມີປະສິດທິຜົນ.

ກອງ 584, ກອງບັນຊາການທະຫານແຂວງກວາງຈິ ສສ.ຫວຽດນາມ ໄດ້ຊອກຫາ, ທ້ອນໂຮມ 2 ອັດຖິນັກຮົບເສຍສະຫຼະຊີວິດ ຢູ່ເມືອງນອງ, ແຂວງສະຫວັນນະເຂດ  ສປປ.ລາວ
ຊື່ ແລະນາມສະກຸນຢ່າງຄົບຖ້ວນ: ຫວຽນວັນຊາ, ກົດລັບ R 5/2. ພາບ: tienphong

ພ້ອມກັບບັນດານະໂຍບາຍເບິ່ງແຍງດູແລຜູ້ມີຄຸນງາມຄວາມດີ, ເລື່ອງນໍາຄວາມກ້າວໜ້າທາງດ້ານວິທະຍາສາດເຂົ້າໃນການກໍານົດຊື່ ແລະນາມສະກຸນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ໂດຍສະຖາບັນນິຕິເວດສາດກອງທັບ (ກົມເສນາຮັກ, ກົມໃຫຍ່ພະລາທິການ) ຕັ້ງໜ້າຜັນຂະຫຍາຍ, ໃນນັ້ນມີແຜນຮ່າງ “ຂັ້ນຕອນກໍານົດຊື່ ແລະນາມສະກຸນອັດຖິນັກຮົບເສຍສະຫຼະຊີວິດ ເພື່ອຊາດທີ່ຍັງຂາດຂໍ້ມູນ” ໃນເບື້ອງຕົ້ນບັນລຸໄດ້ບັນດາໝາກຜົນທີ່ໜ້າຮັບຮູ້.

ດ້ວຍຄວາມຮັບຜິດຊອບດ້ານການເມືອງຕໍ່ພັກ, ຕໍ່ປະຊາຊົນ ແລະຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດເພື່ອພາລະກິດປົດປ່ອຍຊາດ, ປົກປັກຮັກສາປະເທດຊາດ ແລະເຮັດພັນທະສາກົນ, ບັນດາກຳລັງເຮັດໜ້າທີ່ຊອກຫາທ້ອນໂຮມ ແລະກຳນົດອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ ພວມມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ສູ້ຊົນປະຕິບັດໜ້າທີ່ຊອກຫາທ້ອນໂຮມ ແລະກຳນົດອັດຖິທະຫານເສຍສະຫຼະຊີວິດເພື່ອຊາດເປັນຢ່າງດີ, ຕອບສະໜອງຄວາມມຸ່ງມາດປາດຖະໜາ, ຄວາມເຊື່ອໝັ້ນຂອງພັກ, ລັດ, ປະຊາຊົນ, ຍາດຕິພີ່ນ້ອງ, ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ.

ການສົ່ງອອກເຂົ້າສານຂອງຫວຽດນາມ ໃນປີ 2020 ບັນລຸ 6,15 ລ້ານໂຕນ, ລວມມູນຄ່າປະມານ 3,07 ຕື້ໂດລາສະຫະລັດ ການສົ່ງອອກເຂົ້າສານຂອງຫວຽດນາມ ໃນປີ 2020 ບັນລຸ 6,15 ລ້ານໂຕນ, ລວມມູນຄ່າປະມານ 3,07 ຕື້ໂດລາສະຫະລັດ

ຍສໝ - ລາຄາສົ່ງອອກສະເລ່ຍທັງປີ ຄາດວ່າບັນລຸເກືອບ 500 ໂດລາສະຫະລັດ ຕໍ່ໂຕນ, ເພີ່ມຂຶ້ນ 13,3% ເມື່ອທຽບໃສ່ປີ 2019.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Mike Pompeo ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Mike Pompeo

ຍ​ສ​ໝ - ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ແລະ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Mike Pompeo ໄດ້ຕີລາຄາສູງຕໍ່ການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງກະຊວງການຕ່າງປະເທດສອງປະເທດໃນໄລຍະຜ່ານມາ, ປະກອບສ່ວນຮັກສາທ່ວງທ່າພັດທະນາ ແລະ ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ອາເມລິກາ ນັບມື້ນັບພັດທະນາຢ່າງເລິກເຊິ່ງ.

ໄຊພອນ

ເຫດການ
302 Found

Found

The document has moved here.