ນັກສຶກສາລາວ: 4 ປີທີ່ດໍາລົງຊີວິດ ແລະຮໍ່າຮຽນຢູ່ຮ່າຕິ້ງ ນ້ອງ ຮູ້ສຶກຮັກຫອມດິນແດນແຫ່ງນີ້ ແລະຮັກແພງປະຊາຊົນຢູ່ທີ່ນີ້ຫຼາຍກວ່າ

ນັກສຶກສາລາວ: 4 ປີທີ່ດໍາລົງຊີວິດ ແລະຮໍ່າຮຽນຢູ່ຮ່າຕິ້ງ ນ້ອງ ຮູ້ສຶກຮັກຫອມດິນແດນແຫ່ງນີ້ ແລະຮັກແພງປະຊາຊົນຢູ່ທີ່ນີ້ຫຼາຍກວ່າ

10 ກວ່າປີຜ່ານມາ, ມະຫາວິທະຍາໄລຮ່າຕິ້ງ ສສ.ຫວຽດນາມ ໄດ້ກາຍເປັນສະຖານທີ່ບໍາລຸງສ້າງທີ່ດຶງດູດນັກສຶກສາລາວ ມາສຶກສາຮໍ່າຮຽນ, ຈາກແຫຼ່ງບໍາລຸງສ້າງນີ້ມີນັກສຶກສາລາວ ຮຸ່ນຕ່າງໆໄດ້ເຕີບໃຫຍ່ຂະຫຍາຍຕົວ, ນັກສຶກສາລາວຫຼາຍຄົນມີວຽກເຮັດງານທໍາຖືກຕາມວິຊາສະເພາະທີ່ຕົນເອງໄດ້ຮຽນມາ.

ລາວ ບໍ່ມີຄົນຕິດເຊື້ອໂຄວິດ-19 ເພີ່ມ ແຕ່ຍັງມີຄົນລັກລອບເຂົ້າເມືອງຜິດລະບຽບ

ລາວ ບໍ່ມີຄົນຕິດເຊື້ອໂຄວິດ-19 ເພີ່ມ ແຕ່ຍັງມີຄົນລັກລອບເຂົ້າເມືອງຜິດລະບຽບ

ໃນວັນທີ 13 ມັງກອນ 2021, ທ່ານ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ວ່າ: ນັບແຕ່ວັນທີ 1-11 ມັງ ກອນ 2021 ມີລາຍງານກໍລະນີຄົນເຂົ້າມາ ສປປ ລາວ ບໍ່ຖືກລະບຽບ ໂດຍໃຊ້ເຮືອນ້ອຍ ຂ້າມມາຈາກປະເທດເພື່ອບ້ານ ຜ່ານເຂດເມືອງສັງທອງ, ນະຄອນຫລວງວຽງຈັນ, ມີທັງໝົດ 10 ຄົນ, ໃນນັ້ນ ເປັນເພດຊາຍ 7 ຄົນ, ທັງໝົດ ແມ່ນຖືກນຳເຂົ້າໄປຈຳກັດບໍລິເວນຢູ່ ສູນທີ່ຄະນະສະເພາະກິດກຳນົດໄວ້.

ຄາດວ່າເສດຖະກິດລາວ ຈະຟື້ນຕົວໃນປີ 2021 ຖ້າຄວບຄຸມ ການລະບາດພະຍາໂຄວິດ-19 ໄດ້

ຄາດວ່າເສດຖະກິດລາວ ຈະຟື້ນຕົວໃນປີ 2021 ຖ້າຄວບຄຸມ ການລະບາດພະຍາໂຄວິດ-19 ໄດ້

ໃນວັນທີ 12 ມັງກອນ 2021 ທີ່ໂຮງແຮມຄຣາວພາຊາ ນະຄອນຫລວງວຽງຈັນ, ອີງຕາມບົດລາຍງານ ຂອງທະນາຄານໂລກ ແຈ້ງໃຫ້ຮູ້ວ່າ: ການຂະຫຍາຍຕົວ ຂອງເສດຖະກິດ ສປປ ລາວ ຈະຫົດຕົວໃນປີ 2020 ເຊິ່ງຖືເປັນຄັ້ງທໍາອິດ ໃນໄລຍະສອງທົດສະວັດ, ແຕ່ເສດຖະກິດລາວ ພ້ອມທີ່ຈະຟື້ນ ຕົວໃນປີ 2011 ແລະ ສືບຕໍ່ການຟື້ນຕົວ ໃນໄລຍະກາງ ຖ້າສາມາດຄວບຄຸມ ຜົນກະທົບຂອງພະຍາດລະບາດ ໂຄວິດ-19 ໄດ້ ແລະ ການຄ້າກັບ ບັນດາປະເທດ ຄູ່ຄ້າກັບຄືນສູ່ສະພາບປົກກະຕິ.

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ໄດ້ໄຂຂຶ້ນໃນວັນທີ 13 ມັງກອນ 2021

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ໄດ້ໄຂຂຶ້ນໃນວັນທີ 13 ມັງກອນ 2021

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ໄດ້ໄຂຂຶ້ນໃນວັນທີ 13 ມັງກອນ 2021, ສະຫາຍ ບຸນຍັງ ວໍລະຈິດ ເນັ້ນວ່າ:ບັນດາວຽກງານ ເລັ່ງທວງອັນຮີນດ່ວນປະກອບມີ: ຕ້ອງຖືເອົາການແກ້ໄຂ ຄວາມທຸກຍາກຂອງປະຊາຊົນ ເປັນໜ້າທີ່ຈຸດສຸມ, ເຊິ່ງອັນສໍາຄັນ ການແກ້ໄຂບັນຫາດັ່ງກ່າວ ຕ້ອງບົນພື້ນຖານການ ປຸກສະຕິຕື່ນຕົວເພິ່ງຕົນເອງ, ເປັນເຈົ້າຕົນເອງ ແລະບືນຕົວຂຶ້ນສ້າງຄວາມ ເຂັ້ມແຂງດ້ວຍຕົນເອງ ຂອງຄົນໃນຊາດ, ເດັດດ່ຽວຕີຖອຍແນວຄິດ ເອື່ອຍອີງຕໍ່ການຊ່ວຍເຫລືອ ແລະຄວາມບໍ່ເປັນເຈົ້າການ ບືນຕົວກ້າວຂຶ້ນດ້ວຍເຫື່ອແຮງ, ສະຕິປັນຍາຂອງຕົນ ທີ່ຍັງມີຢູ່ບໍ່ໜ້ອຍໃນ ຖັນແຖວສະມາ ຊິກພັກ-ພະນັກງານ ແລະປະຊາຊົນເຮົາ.

ສານອວຍ​ພອນກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 11 ຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ

ສານອວຍ​ພອນກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 11 ຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ

ຍ​ສ​ໝ - ວັນທີ 12 ມັງ​ກອນ, ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ​ໄດ້​ສົ່ງ​ສານອວຍ​ພອນ​ໄປ​ຍັງ​ກອງ​ປະ​ຊຸມ​ໃຫຍ່​ທົ່ວ​ປະ​ເທດ​ຄັ້ງ​ທີ XI ຂອງ​ພັກ​ປ​ະ​ຊາ​ຊົນ​ປ​ະ​ຕິ​ວັດ​ລາວ. 

ສປປ ລາວ ບໍ່ມີຄົນຕິດເຊື້ອໂຄວິດ-19 ເພີ່ມ

ສປປ ລາວ ບໍ່ມີຄົນຕິດເຊື້ອໂຄວິດ-19 ເພີ່ມ

ທ່ານ ດຣ.ພູທອນ ເມືອງປາກ ກ່າວວ່າ: ປັດຈຸບັນ, ຢູ່ປະເທດຂອງພວກເຮົາ ມີຂະບວນການອັນສຳຄັນ ລະດັບຊາດຫລາຍຢ່າງ ເປັນຕົ້ນ ການດຳເນີນກອງປະຊຸມ ໃຫ່ຍຄັ້ງທີ XI ຂອງພັກ, ວັນສ້າງຕັ້ງກອງທັບ 20 ມັງກອນ ຄົບຮອບ 72 ປີ (1949-2021), ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 66 ປີ (1955-2021) ຊຶ່ງຈະຕ້ອງໄດ້ຮຽກຮ້ອງ ໃຫ້ທົ່ວສັງຄົມຮ່ວມແຮງ, ຮ່ວມໃຈກັນປ້ອງກັນພະຍາດ COVID-19 ເພື່ອໃຫ້ປະເທດຂອງພວກເຮົາ ມີຄວາມສະຫງົບສຸກ ຮັບປະກັນບໍ່ໃຫ້ມີການລະບາດຂອງພະຍາດ COVID-19. 

ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ຮຽກຮ້ອງໃຫ້ທຸກຄົນບໍ່ຄວນປະໝາດ

ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ຮຽກຮ້ອງໃຫ້ທຸກຄົນບໍ່ຄວນປະໝາດ

ສະເພາະວັນທີ 10 ມັງກອນ 2021 ມີຜູ້ເດີນທາງເຂົ້າມາທັງໝົດ 2.564 ຄົນໃນນັ້ນ ຜ່ານດ່ານລາວ-ໄທ 1.258 ຄົນ(ແຮງງານລາວ ກັບມາແຕ່ໄທ 48 ຄົນ), ຜ່ານດ່ານລາວ-ຈີນ 32 ຄົນ, ດ່ານລາວ-ຫວຽດນາມ 1.131 ຄົນ, ຜ່ານສະໜາມບິນສາ ກົນວັດໄຕທັງໝົດ 143 ຄົນ ​ເປັນຄົນຈີນ ທັງໝົດໄດ້ແທກ ອຸນຫະພູມຮ່າງກາຍ, ບໍ່ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງ ທັງໝົດມາກວດເພື່ອຊອກຫາເຊື້ອ ໂຄວິດ-19 ຈາກນັ້ນໄດ້ນຳສົ່ງໄປ ສະຖານທີ່ຈຳກັດບໍລິເວນ 14 ວັນ.

ກອງປະຊຸມລັດຖະບານ ເປີດກວ້າງທ້າຍສະໄໝ ຊຸດທີ VIII ພິຈາລະນາຫລາຍບັນຫາສຳຄັນ

ກອງປະຊຸມລັດຖະບານ ເປີດກວ້າງທ້າຍສະໄໝ ຊຸດທີ VIII ພິຈາລະນາຫລາຍບັນຫາສຳຄັນ

ກອງ​ປະ​ຊຸມລັດຖະບານ ຊຸດ​ທີ VIII ​ເປີດ​ກວ້າງທ້າຍ​ສະ​ໄໝ ​ໄດ້​ຈັດ​ຂຶ້ນຢ່າງ​ເປັນ​ທາງ​ການ ​ໃນ​ລະຫວ່າງ​ ວັນ​ທີ 7-8 ມັງກອນ 2021 ທີ່ຫໍ​ປະຊຸມ​ແຫ່ງ​ຊາດ ນະ​ຄອນ​ຫລວງ​ວຽງ​ຈັນ, ໂດຍ​ມີ​ ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ, ມີ​ຮອງ​ນາຍົກລັດຖະມົນຕີ, ບັນດາຄະນະ​ລັດຖະບານ, ລັດຖະມົນຕີ, ພ້ອມ​ດ້ວຍ​ເຈົ້າ​ແຂວງ, ຮອງ​ເຈົ້າ​ແຂວງ ​ໃນ​ຂອບ​ເຂດທົ່ວ​ປະ​ເທດ ​ເຂົ້າ​ຮ່ວມ.

ກອງ 584, ກອງບັນຊາການທະຫານແຂວງກວາງຈິ ສສ.ຫວຽດນາມ ໄດ້ຊອກຫາ, ທ້ອນໂຮມ 2 ອັດຖິນັກຮົບເສຍສະຫຼະຊີວິດ ຢູ່ເມືອງນອງ, ແຂວງສະຫວັນນະເຂດ  ສປປ.ລາວ

ກອງ 584, ກອງບັນຊາການທະຫານແຂວງກວາງຈິ ສສ.ຫວຽດນາມ ໄດ້ຊອກຫາ, ທ້ອນໂຮມ 2 ອັດຖິນັກຮົບເສຍສະຫຼະຊີວິດ ຢູ່ເມືອງນອງ, ແຂວງສະຫວັນນະເຂດ ສປປ.ລາວ

ຍສໝ - ຫວ່າງແລ້ວນີ້, ກອງ 584, ກອງບັນຊາການທະຫານແຂວງກວ໊າງຈິ ໄດ້ຂຸດເອົາ, ທ້ອນໂຮມໄດ້ 2 ອັດຖິທີ່ຫໍ່ໃນຜ້າຫົ່ມ. 

ລາວ: ຍັງບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ

ລາວ: ຍັງບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ

ໃນວັນທີ 7 ມັງກອນ 2021 ທ່ານ ນາງ ດຣ. ລັດສະໝີ ວົງຄໍາຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ໄດ້ຕາງໜ້າ ໃຫ້ຄະນະ ສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19 ລາຍງານໃຫ້ຮູ້ວ່າ: ສໍາລັບການເຝົ້າ ລະວັງພະຍາດດັ່ງກ່າວ ຢູ່ ສປປ ລາວ ມາຮອດເວລາ 17:00 ໂມງຂອງວັນທີ 6 ມັງກອນ 2021 ໄດ້ມີຜູ້ເດີນທາງເຂົ້າມາ ຜ່ານດ່ານຕ່າງໆ ໃນທົ່ວປະເທດ ທັງໝົດ 3.006 ຄົນ. ໃນນັ້ນຜ່ານດ່ານລາວ-ໄທ ມີ 1.950 ຄົນ, ດ່ານ ລາວ-ຈີນ 33 ຄົນ, ດ່ານລາວ-ຫວຽດນາມ 909 ຄົນ ແລະ ຜ່ານສະ   ໜາມບິນສາກົນວັດໄຕ 114 ຄົນ, ໂດຍທັງໝົດໄດ້ຮັບການ ແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາ ການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ ແລ້ວນຳສົ່ງໄປສະຖານ ທີ່ຈຳກັດບໍລິເວນຈົນຄົບ 14 ວັນ.

ມອບ​ໃບ​ຢັ້ງ​ຢືນ​ສຳ​ເລັດ​ຊຸດ​ຝຶກ​ອົບ​ຮົມ​ພາ​ສາ​ລາວ​ໃຫ້​ແກ່​ພະ​ນັກ​ງານ, ນັກ​ຮຽນ​ວິ​ທະ​ຍາ​ຊາດ ​ທະ​ຫານປ້ອງ​ກັນ​ຊາຍ​ແດນ

ມອບ​ໃບ​ຢັ້ງ​ຢືນ​ສຳ​ເລັດ​ຊຸດ​ຝຶກ​ອົບ​ຮົມ​ພາ​ສາ​ລາວ​ໃຫ້​ແກ່​ພະ​ນັກ​ງານ, ນັກ​ຮຽນ​ວິ​ທະ​ຍາ​ຊາດ ​ທະ​ຫານປ້ອງ​ກັນ​ຊາຍ​ແດນ

ຍ​ສ​ໝ - ໃນ 30 ມື້, ບັນ​ດາ​ນັກ​ສຳ​ມະ​ນາ​ກອນ ບໍ່​ພຽງ​ແຕ່​ໄດ້ຮຽນ​ພາ​ສາ​ລາວ ເທົ່າ​ນັ້ນ ຫາກ​ຍັງ​ໄດ້​ຊອກ​ຮູ້​​ຄວາມ​ຮູ້ກ່ຽວ​ກັບ​ວັດ​ທະ​ນະ​ທຳ, ສັງ​ຄົມ​ຂ​ອງ​ປະ​ເທດ​ລາວ. ຕາມ​ໝາກ​ຜົນ​ຂອງ​ການ​ເສັງ​ທ້າຍ​ຊຸດ​ຝຶກ​ອົບ​ຮົມ, ມີ ນັກ​ສຳ​ມະ​ນາ​ກອນ 43 ຄົນ​ລ້ວນ​ແຕ່​ໄດ້​ຮັບ​ໃບ​ຢ້ງ​ຢືນ​ໃນ​ນັ້ນ ມີ ນັກ​ສຳ​ມະ​ນາ​ກອນເກັ່ງ 5 ຄົນ.

ສະຫາຍ ເລວັນ ຫຽນ ໄດ້ປະກອບສ່ວນສຳຄັນ ເຂົ້າໃນການຮັດແໜ້ນ ສາຍພົວພັນ ມິດຕະພາບ ທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ ແລະ ລາວ

ສະຫາຍ ເລວັນ ຫຽນ ໄດ້ປະກອບສ່ວນສຳຄັນ ເຂົ້າໃນການຮັດແໜ້ນ ສາຍພົວພັນ ມິດຕະພາບ ທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ ແລະ ລາວ

ເມື່ອບໍ່ດົນມານີ້, ຢູ່ທີ່ຫໍພິພິທະພັນ ໄກສອນ ພົມວິຫານ (ປະເທດລາວ), ໄດ້ຈັດພິທີຖະແຫລງຂ່າວ ປື້ມ ທ່ານ ເລວັນຫຽນ ເອກອັກຄະລັດຖະທູດຫວຽດນາມ ຜູ້ທຳອິດປະຈຳລາວ, ດ້ວຍຫລາຍເອກະສານທີ່ລ້ຳຄ່າ ແລະ ໄດ້ເປີດເຜີຍເປັນຄັ້ງທຳອິດ, ໂດຍໄດ້ປະກອບສ່ວນຊ່ວຍ ໃຫ້ປະຊາຊົນລາວ ເຂົ້າໃຈໃນການປະກອບສ່ວນທີ່ສຳຄັນ.

ປະເທດ ລາວ: ບໍ່ມີຄົນຕິດເຊື້ອໂຄວິດ-19 ເພີ່ມ

ປະເທດ ລາວ: ບໍ່ມີຄົນຕິດເຊື້ອໂຄວິດ-19 ເພີ່ມ

ປັດຈຸບັນ ທົ່ວປະເທດສູນ ຈໍາກັດບໍລິເວນທີ່ຍັງເປີດຢູ່ ມີທັງໝົດ 31 ສູນ, ມີຜູ້ຖືກຈຳກັດບໍລິເວນ ຢູ່ສູນ 2.246 ຄົນ, ໄດ້ເກັບຕົວ ຢ່າງມາກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ. ມາຮອດປັດຈຸບັນ ຍັງມີຄົນເຈັບຕິດເຊື້ອພະຍາດ COVID-19 ຈຳນວນ 01 ຄົນ ທີ່ຍັງສືບຕໍ່ນອນປິ່ນປົວຢູ່ໂຮງໝໍ ທີ່ຖືກກຳນົດໄວ້, ມີອາການເບົາບາງ, ສັງລວມການກວດວິເຄາະ ນັບແຕ່ເດືອນມັງກອນ 2020 ຮອດວັນທີ 05 ມັງກອນ 2021 ໄດ້ເກັບຕົວຢ່າງມາກວດທັງໝົດ 93.864 ຕົວຢ່າງ ກວດພົບເຊື້ອສະສົມ 41 ຄົນ.

ສໍາເລັດການດຳເນີນກອງປະຊຸມທາບທາມເນື້ອໃນ ແລະ ບຸກຄະລາກອນ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ

ສໍາເລັດການດຳເນີນກອງປະຊຸມທາບທາມເນື້ອໃນ ແລະ ບຸກຄະລາກອນ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ

ບັ້ນດໍາເນີນກອງປະຊຸມ ທາບທາມເນື້ອໃນ ແລະ ບຸກຄະລາກອນ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຢູ່ຈຸດທີ 4 ທີ່ແຂວງວຽງຈັນ ໄດ້ສໍາເລັດລົງໃນວັນທີ 5 ມັງກອນ 2021 ພາຍຫລັງດໍາເນີນມາເປັນເວລາ 2 ວັນ (4-5 ມັງກອນ 2021) ທີ່ສະໂມສອນ ຫ້ອງວ່າການປົກຄອງ ແຂວງວຽງຈັນ ພາຍໃຕ້ການເປັນ ປະທານນໍາພາ-ຊີ້ນໍາ ຂອງ ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາລັດຖະບານ, ມີສະຫາຍ ຄໍາພັນ ສິດທິດໍາພາ ເລຂາພັກແຂວງ, ເຈົ້າແຂວງວຽງຈັນ, ສະຫາຍ ພົຕ ຄໍາລຽງ ອຸທະໄກສອນ ເລຂາພັກແຂວງ ເຈົ້າແຂວງໄຊສົມບູນ, ສະຫາຍ ກອງແກ້ວ ໄຊສົງຄໍາ ເລຂາພັກແຂວງ ເຈົ້າແຂວງບໍລິຄໍາໄຊ, ພ້ອມດ້ວຍພະນັກງານຫລັກແຫລ່ງ ແລະ ກໍາລັງຫລວງຈາກ 3 ແຂວງເຂົ້າຮ່ວມ ທັງໝົດ 75 ສະຫາຍ, ຍິງ 8 ສະຫາຍ.

ລາວ​ສົ່ງ​ເສີມ​ການ​ພັດ​ທະ​ນາ​ສິນ​ຄ້າ​ພາຍ​ໃນ​ປະ​ເທດ

ລາວ​ສົ່ງ​ເສີມ​ການ​ພັດ​ທະ​ນາ​ສິນ​ຄ້າ​ພາຍ​ໃນ​ປະ​ເທດ

ຍ​ສ​ໝ - ບັນ​ດາ​ມາດ​ຕະ​ການ​ໄດ້​ຮັບ​ການ​ຍູ້​ແຮງ​ຈາກ​ລາວ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ ເພື່ອ​ແນ​ໃສ່​ສົ່ງ​ເສີມ​ການ​ຜະ​ລິດ​ສິນ​ຄ້າ​ພາຍ​ໃນ​ປະ​ເທດ ແມ່ນ ຫຼຸດ​ຜ່ອນ​ພາ​ສີ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ ຂະ​ໜາດ​ກາງ, ນ້ອຍ ແລະ ​ຈຸ​ນລະວິ​ສາ​ຫະ​ກິດ. ຈັດ​ຕັ້ງ​ບັນ​ດາ​ຊຸດ​ຝຶກ​ອົ​ບ​ຮົບ​ໃຫ້​ແກ່​ຊາວ​ກະ​ສິ​ກອນ​ກ່ຽວ​ກັບ​ການ​ປູກ​ຟັງ, ຈັດ​ຕັ້ງ​ຮູບ​ແບບ ໜຶ່ງ​ເມືອງ ໜຶ່ງ​ຜະ​ລິດ​ຕະ​ພັນ (ODOP) ແລະ ຈັດ​ຕັ້ງ​ບັນ​ດາ​ງານ​ວາງ​ສະ​ແດງ​ສິ​ລະ​ປະ.

ສ້າງຄວາມເຂັ້ມແຂງໃຫ້ສະຫະພັນແມ່ຍິງທ້ອງຖິ່ນ ໃນການຕອບໂຕ້ໂຄວິດ-19

ສ້າງຄວາມເຂັ້ມແຂງໃຫ້ສະຫະພັນແມ່ຍິງທ້ອງຖິ່ນ ໃນການຕອບໂຕ້ໂຄວິດ-19

ໃນວັນທີ 4 ມັງກອນ 2021 ນະຄອນຫລວງວຽງຈັນ, ອົງການອຸຍນິເຊບປະຈຳ ສປປ ລາວ ໄດ້ສະໜອງລະບົບ ໂທລະໂຄ່ງຊຸມຊົນ ລວມມີ ໂທລະໂຄງ, ເຄື່ອງຂະຫຍາຍສຽງ ແລະ ໄມໂຄໂຟນ ຈໍານວນ 50 ຊຸດ ໃຫ້ແກ່ສະຫະພັນແມ່ຍິງ 50 ບ້ານ ຢູ່ໃນແຂວງ ສະຫວັນນະເຂດ, ສາລະວັນ, ເຊກອງ ແລະ ເມືອງສັງທອງ ນະຄອນຫລວງວຽງຈັນ, ເພື່ອນໍາໃຊ້ເຂົ້າໃນການໂຄສະນາ ໃຫ້ຄວາມຮູ້ແກ່ຊຸມຊົນ ກ່ຽວກັບພະຍາດ ໂຄວິດ-19 ແລະ ມາດຕະການຄວາມປອດໄພຕ່າງໆ ເພື່ອປ້ອງກັນການຕິດເຊື້ອ ພະຍາດດັ່ງກ່າວ. ພ້ອມກັນນີ້, ກໍເພື່ອປົກປ້ອງແມ່ຍິງ ແລະ ເດັກ ຈາກພະຍາດໂຄວິດ-19 ທັງເປັນການສົ່ງເສີມ ສິດທິຂອງເຂົາໃນຂັ້ນບ້ານ, ເຊິ່ງບັນດາແມ່ຍິງດັ່ງກ່າວ ຍັງຈະໄດ້ຮັບການຝຶກອົບຮົມ ກ່ຽວກັບການນຳໃຊ້ ອຸປະກອນດັ່ງກ່າວອີກດ້ວຍ.

ເພີ່ມ​ທະ​ວີ​ນ້ຳ​ໃຈ​ສາ​ມັກ​ຄີ ລະ​ຫວ່າງ ກອງ​ທັບ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ ຫວຽດ​ນາມ - ລາວ

ເພີ່ມ​ທະ​ວີ​ນ້ຳ​ໃຈ​ສາ​ມັກ​ຄີ ລະ​ຫວ່າງ ກອງ​ທັບ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ ຫວຽດ​ນາມ - ລາວ

ຍ​ສ​ໝ - ທ່ານ ແສງ​ເພັດ ຮຸ່ງ​ບຸນຍວງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ສ​ປ​ປ​.ລາວ ປະ​ຈຳ ຫວຽດ​ນາມ ໄດ້​ຢັ້ງ​ຢືນ​ວ່າ ໃນ​ຕະຫຼອດ​ໄລ​ຍະ 45 ປີ​ທີ່​ຜ່ານ​ມາ, ເຖິງວ່າ​ສະ​ພາບ​ການ​ໂລກ ແລະ ພາກ​ພື້ນ​ມີ​ການ​ຜັນ​ແປ​ສັບ​ສົນ​ໂດຍ​ໄວ ກໍ່​ຕາມ, ແຕ່​ການ​ພົວ​ພັນ​ມິດ​ຕະ​ພາບ​ແບບ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີສັດ​ຊື່​ບໍ​ລິ​ສຸດ, ສ່ອງ​ໃສ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ລາວ ແລະ ຫວຽດ​ນາມ ໂດຍ​ທ່ານ ປະ​ທານ​ໂຮ່​ຈີ​ມິນ​ທີ່​ຍິ່ງ​ໃຫຍ່, ປະ​ທານ​ສຸ​ພາ​ນຸ​ວົງ ​ສ້າງ​ຕັ້ງ ແລະ ອອກ​ເຫືອ​ເທ​ແຮງ​ເພີ່ມ​ພູນ​ຄູນ​ສ້າງ ພ້ອມ​ກັບ​ການ​ນຳ, ນັກ​ປະ​ຕິ​ວັດ ຫຼາຍ​ລຸ້ນ​ຄົນ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ​ສືບ​ຕໍ່​ເສີມ​ຂະ​ຫຍາຍ ແລະ ປັດ​ຈຸ​ບັນ​ໄດ້​ກາຍ​ເປັນຊັບ​ສົມ​ບັດ​ອັນ​ລ້ຳ​ຄ່າ​ຂອງ​ສອງ​ປະ​ເທດ.

ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ 3 ຄົນ ລ້ວນແຕ່ແມ່ນຜູ້ເຂົ້າເມືອງຈາກຕ່າງປະເທດ ແລະ ໄດ້ຮັບການແຍກຕົວໃນທັນທີ

ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ 3 ຄົນ ລ້ວນແຕ່ແມ່ນຜູ້ເຂົ້າເມືອງຈາກຕ່າງປະເທດ ແລະ ໄດ້ຮັບການແຍກຕົວໃນທັນທີ

ຫວຽດນາມມີ ຜູ້ຕິດເຊື້ອພະຍາດໂຄວິດ - 19 ແມ່ນ 1497 ຄົນໃນນັ້ນມີ ຜູ້ຕິດເຊື້ອພະຍາດໂຄວິດ - 19 ທີ່ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 1339 ຄົນ.

ສາທາລະນະສຸກ ຮຽກຮ້ອງໃຫ້ສັງຄົມເອົາໃຈໃສ່ປ້ອງກັນ ພະຍາດໂຄວິດ-19 ຢ່າງເຂັ້ມງວ

ສາທາລະນະສຸກ ຮຽກຮ້ອງໃຫ້ສັງຄົມເອົາໃຈໃສ່ປ້ອງກັນ ພະຍາດໂຄວິດ-19 ຢ່າງເຂັ້ມງວ

ເຖິງແມ່ນວ່າຕົວເລກສະສົມ ຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ ສປປ ລາວ ມີຈໍານວນ 41 ຄົນ ແລະ ມາຮອດ ວັນທີ 4 ມັງກອນ 2021 ຈະບໍ່ມີຜູ້ຕິດເຊື້ອພະຍາດ ດັ່ງກ່າວເພີ່ມກໍຕາມ, ແຕ່ກະຊວງສາທາລະນະສຸກ ກໍໄດ້ຮຽກຮ້ອງໃຫ້ ທຸກພາກສ່ວນໃນສັງຄົມ ສືບຕໍ່ເອົາໃຈໃສ່ ປະຕິບັດມາດຕະ ການປ້ອງກັນ ພະຍາດນີ້ຢ່າງເຂັ້ມງວດ, ພາຍຫລັງເຫັນວ່າໄລຍະນີ້ ສະພາບອາກາດ ແມ່ນເຢັນລົງຫລາຍ, ເຊິ່ງຈະພາໃຫ້ເຊື້ອພະຍາດດັ່ງກ່າວ ເກາະຕົວ ຢູ່ໄດ້ດົນ ແລະ ສາມາດແຜ່ລາມ ໄດ້ງ່າຍ ຖ້າບໍ່ມີມາດຕະການປ້ອງກັນທີ່ດີ.

ວັດເຟິດຕິກ ຢູ່ວຽງຈັນ (ລາວ) ຈັດຕັ້ງພິທີພາວະນາຂໍ້ໃຫ້ປະເທດ ແລະປະຊາຊົນມີຄວາມສະຫງົບສຸກ

ວັດເຟິດຕິກ ຢູ່ວຽງຈັນ (ລາວ) ຈັດຕັ້ງພິທີພາວະນາຂໍ້ໃຫ້ປະເທດ ແລະປະຊາຊົນມີຄວາມສະຫງົບສຸກ

ວັນທີ 31 ທັນວາ, ພະສົງ ແລະພຸດທະສາສະນິກະຊົນວັດເຟິດຕິກ ຢູ່ວຽງຈັນ (ລາວ) ໄດ້ຈັດຕັ້ງພິທີພາວະນາຂໍ້ໃຫ້ປະເທດ ແລະປະຊາຊົນມີຄວາມສະຫງົບສຸກເນື່ອງໃນໂອກາດຕ້ອນຮັບປີໃໝ່ 2021.