ຍສໝ - ຕອນຄ່ຳວັນທີ 12 ເມສາ, ການນຳນະຄອນໂຮ່ຈີມິນ ໄດ້ພົບປະກັບນັກສຶກສາລາວ, ກຳປູເຈຍ ທີ່ພວມຮ່ຳຮຽນໃນບໍລິເວນນະຄອນ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດຂອງລາວ ແລະ ບຸນປີໃໝ່ປະຈຳຊາດ Chol Chnam Thmay ຂອງ ກຳປູເຈຍ.
ໃນວັນທີ 12 ເມສາ 2021 ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົນທະນາທາງ ໂທລະສັບແບບທາງໄກ ກັບ ສົມເດັດ ອັກຄະມະຫາ ເສນາ ບໍດີ ເຕໂຈ ຮຸນແຊນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ, ເພື່ອເສີມຂະຫຍາຍ ສາຍພົວພັນມິດຕະ ພາບ ອັນເປັນມູນເຊື້ອ, ການພົວພັນແບບຄູ່ຮ່ວມ ຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະ ຫວ່າງ ສອງປະເທດ ລາວ-ກໍາປູເຈຍ.
ວັນທີ 5 ເມສາ 2021, ສະພາແຫ່ງຊາດ ສສ ຫວຽດນາມ ຊຸດທີ 14 ໄດ້ເລືອກຕັ້ງ ທ່ານ ຟ້າມມິງຈິງ ເປັນນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດສັງຄົມນິຍົມ ຫວຽດນາມ. ຕາມສື່ມວນຊົນ ແລະ ຄວາມຄິດເຫັນຂອງປະຊາຊົນ, ທ່ານ ຟ້າມມິງຈິງ ເປັນຜູ້ນຳຍຶດໝັ້ນແນວຄວາມຄິດ ແລະ ວິໄສທັດຍຸດທະສາດ. ຄຸນລັກສະນະດັ່ງກ່າວ ຂອງນາຍົກລັດຖະມົນຕີຄົນໃໝ່ ສສ ຫວຽດນາມ ແມ່ນໜຶ່ງໃນບັນດາປັດໄຈ ເພື່ອສ້າງການປ່ຽນແປງໃໝ່, ຊ່ວຍໃຫ້ແຂວງ ກວາງນິງ ເຂົ້າສູ່ເສັ້ນທາງພັດທະນາໃໝ່ໃນເວລາທ່ານເປັນ ເລຂາຄະນະບໍລິຫານງານ ພັກແຂວງກວາງນິງ ໄລຍະແຕ່ປີ 2011 ຫາ 2015.
ຍສໝ - ໃນວາລະປະຊຸມສະພາແຫ່ງຊາດ ທີ່ໄດ້ດຳເນີນໃນຕອນບ່າຍວັນທີ 5 ເມສາ, ບັນດາຜູ້ແທນສະພາແຫ່ງຊາດ ໄດ້ເລືອກຕັ້ງທ່ານ ຟ້າມມິງຈິງ, ຫົວໜ້າຄະນະຈັດຕັ້ງສູນກາງ, ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ດ້ວຍອັດຕາລວມບັດສະໜັບສະໜູນ 96,25% ໃນຈຳນວນສະມາຊິກສະພາແຫ່ງຊາດທັງໝົດ.
ໃນວັນທີ 7 ເມສາ 2021 ທີ່ຫ້ອງວ່າການສຳນັກງານ ນາຍົກລັດຖະມົນຕີ, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົນທະນາໂທລະສັບ ທາງໄກກັບ ທ່ານ ຊູງະ ໂຢຊິຮິເດະ (Mr. Suga Yoshihide) ນາຍົກລັດຖະມົນຕີຍີ່ປຸ່ນ ເພື່ອເສີມຂະຫຍາຍສາຍ ພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ລາວ-ຍີ່ປຸ່ນ.
ຍສໝ - ທ່ານນາຍົກລັດຖະມົນຕີກຳປູເຈຍ Hun Sen ໄດ້ເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ລັດຖະບານ ແລະ ປະຊາຊົນຫວຽດນາມຈະສືບຕໍ່ບັນລຸຜົນສຳເລັດຫຼາຍຢ່າງໃນການປ່ຽນແປງໃໝ່, ສ້າງສາ ແລະ ພັດທະນາປະເທດ.
ເນື່ອງໃນໂອກາດທ່ານ ຫງວຽນຊວັນຟຸກ ໄດ້ຮັບການເລືອກຕັ້ງເປັນປະທານປະເທດແຫ່ງສສ.ຫວຽດນາມ, ທ່ານເລຂາທິການໃຫຍ່, ປະທານປະເທດແຫ່ງສປປ.ລາວ ທອງລຸນ ສີສຸລິດ ໄດ້ສົ່ງສານ ແລະ ອວຍພອນທາງໂທລະສັບ.
ຍສໝ - ທ່ານ ຟ້າມມີງຈິງ ນາຍົກລັດຖະມົນຕີ ໄດ້ສາບານຕົວວ່າ: "ພາຍໃຕ້ທຸງແດງດາວເຫຼືອງທີ່ສັກກາລະບູຊາຂອງຊາດ, ຕໍ່ໜ້າສະພາແຫ່ງຊາດ, ພໍ່ແມ່ປະຊາຊົນ ແລະຜູ້ມີສິດເລືອກຕັ້ງທົ່ວປະເທດ, ຂ້າພະເຈົ້າ - ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ສາບານຕົວ: ຈະຈົ່ງຮັກພັກດີຕໍ່ປະເທດຊາດ, ປະຊາຊົນ ແລະລັດຖະທໍາມະນູນແຫ່ງ ສສ ຫວຽດນາມ ຢ່າງເດັດຂາດ; ອອກແຮງປະຕິບັດສໍາເລັດໜ້າທີ່ເຊິ່ງພັກ, ລັດ ແລະປະຊາຊົນມອບໝາຍໃຫ້ເປັນຢ່າງດີ”.
ຍສໝ - ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຫາກໍ່ເຊັນຂໍ້ຕົກລົງປະກາດໃຊ້ແຜນການຜັນຂະຫຍາຍການປະຕິບັດມະຕິຂອງສະພາແຫ່ງຊາດກ່ຽວກັບການເຂົ້າຮ່ວມກຳລັງຮັກສາສັນຕິພາບຂອງສະຫະປະຊາຊາດ.
ຂໍ້ຕົກລົງກໍ່ເພີ່ມເຕີ່ມແຜນງານປະຕິບັດຂອງແຜນການຮອດປີ 2035, ວິໄສທັດຮອດປີ 2045 ເພື່ອຍົກສູງກຳລັງແກ່ງແຍ້ງ ແລະ ພັດທະນາການບໍລິການ logistics ຫວຽດນາມ.
ຍສໝ - ຜູ້ຕາງໜ້າບັນດາຄູ່ຮ່ວມມື, ບັນດາອົງການຈັດຕັ້ງ, ນັກອຸປະຖຳສາກົນໃຫ້ຮູ້ວ່າ ຈະສະໜັບສະໜູນຂໍ້ລິເລີ່ມກ່ຽວກັບການວາງແຜນສັງລວມພັດທະນາເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ແລະສະເໜີຈະໜູນຊ່ວຍດ້ານການເງິນ ເພື່ອຊ່ວຍຫວຽດນາມ ຜ່ານຜ່າສິ່ງທ້າທາຍຈາກການປ່ຽນແປງຂອງດິນຟ້າອາກາດ.
ພາຍຫຼັງພົບກໍລະນີຕິດເຊື້ອພະຍາດໂຄວິດ-19 ຄົນທຳອິດ, ນາຍົກລັດຖະມົນຕີໄດ້ເປັນປະທານຈັດກອງປະຊຸມຄະນະປະຈຳລັດຖະບານກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ.
ຕອນບ່າຍວັນທີ 25 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານການພົບປະສະຫຼຸບອາຍຸການ 2016 – 2021 ຂອງລັດຖະບານ.
ຍສໝ - ຕອນຄ່ຳວັນທີ 24 ມີນາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ມີການໂອ້ລົມທາງໂທລະສັບກັບປະທານາທິບໍດີຈີເລ ທ່ານ Sebastian Piñera ເພື່ອແລກປ່ຽນທິດທາງ ແລະ ມາດຕະການສະເພາະ ເພື່ອເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ - ຈີເລ.
ເພື່ອເຮັດໃຫ້ການເຄື່ອນໄຫວ ວຽກງານຄຸ້ມຄອງໄພພິບັດ ມີປະສິດທິຜົນສູງ ໃນ 5 ປີຕໍ່ໜ້າ ທ່ານ ຮອງນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ບັນດາຄະນະ ກໍາມະການຄຸ້ມຄອງໄພພິບັດ ຂັ້ນສູນກາງ ແລະ ແຂວງ ຕ້ອງສຸມໃສ່ບາງບັນຫາ ດັ່ງນີ້໋: ຜັນຂະຫຍາຍ ທິດທາງແຜນການ 5 ປີ 2021-2025 ຂອງຄະນະກໍາມະການ ຄຸ້ມຄອງໄພພິບັດ ໃຫ້ເປັນແຜນວຽກລະອຽດຂອງຕົນ ຈັດຕັ້ງປະຕິບັດແຕ່ລະປີ ຕາມພາລະບົດ ບາດຂອງຕົນ ໃຫ້ມີປະສິດທິຜົນ; ປັບປຸງ ແລະ ສ້າງຕັ້ງຄະນະກໍາມະການ ຄຸ້ມຄອງໄພພິບັດ ຂັ້ນແຂວງ, ເມືອງ ແລະ ບ້ານ ທີ່ມີຄວາມສ່ຽງສູງ ຕໍ່ໄພພິບັດ ພ້ອມທັງສ້າງຄວາມເຂັ້ມແຂງ ໃຫ້ຄະນະກໍາມະການດັ່ງ ກ່າວ ເພື່ອຊ່ວຍຊຸກຍູ້ ຈັດຕັ້ງປະຕິບັດ ວຽກງານຕ່າງໆ...
ຍສໝ - ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Ingolf Schroeder ແລະ ບັນດາສະມາຊິກຂອງບໍລິສັດ AT&S ທີ່ມາຫວຽດນາມເພື່ອຄົ້ນຄ້ວາ, ລົງທຶນແລະ ດຳເນີນທຸລະກິດຢູ່ຫວຽດນາມ.
ຫວຽດນາມ ມີນະໂຍບາຍບຸລິມະສິດແກ່ການລົງທຶນຢ່າງສະດວກທີ່ສຸດ, ໂດຍສະເພາະແມ່ນບຸລິມະສິດໃຫ້ແກ່ບັນດາໂຄງການເຕັກໂນໂລຊີສູງ.
ວັນທີ 22 ມີນາ 2021, ທ່ານ ຟາມ ບິງ ມິ່ງ ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດສັງຄົມ ນິຍົມຫວຽດນາມ ໄດ້ສົ່ງໂທລະເລກ ຊົມເຊີຍເຖິງ ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວທີ່ ນະຄອນຫລວງວຽງຈັນ ມີເນື້ອໃນດັ່ງນີ້:
ວັນທີ 22 ມີນາ 2021, ທ່ານ ຫງວຽນ ຊັວນ ຟຸກ ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໄດ້ສົ່ງໂທລະເລກຊົມເຊີຍ ເຖິງ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວທີ່ ນະຄອນຫຼວງວຽງຈັນ ມີເນື້ອໃນດັ່ງນີ້:
ຍສໝ - ລັດຖະມົນຕີການຕ່າງປະເທດສອງທ່ານ ໄດ້ຢືນຢັນຄວາມຕັດສິນໃຈປະຕິບັດຄຳໝັ້ນສັນຍາຂັ້ນສູງ ເພື່ອຮັດແໜ້ນສາຍພົວພັນມິດຕະພາບພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ - ກູບາ, ປະຕິບັດວາລະປະຊຸມ 2021 ຢ່າງມີປະສິດທິຜົນ.