ນາຍົກລັດຖະມົນຕີ ຫວຽດນາມ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບການນຳແຂວງ ບັກຢາງ ແລະ ບັກນິງ, ເຊິ່ງແມ່ນ 2 ທ້ອງຖິ່ນພວມຖືກຜົນສະທ້ອນຫຼາຍທີ່ສຸດຍ້ອນໂລກລະບາດໂຄວິດ-19

18:59 | 30/05/2021

ຍສໝ - ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຢືນຢັນວ່າ, ເພື່ອບັນລຸໄດ້ຜົນສຳເລັດໃນວຽກງານປ້ອງກັນ, ຕ້ານໂລກລະບາດ, ຕ້ອງລະດົມການເຂົ້າຮ່ວມຂອງລະບົບການເມືອງຮາກຖານ. ທ່ານນາຍົກລັດຖະມົນຕີ ກໍ່ເຫັນດີຕໍ່ກັບການນຳໃຊ້ເຕັກໂນໂລຊີສ້າງຮາກຖານຂໍ້ມູນ ເພື່ອແນໃສ່ຊ່ວຍເພີ່ມທະວີກຳລັງຕິດກຕາມ, ຄຸ້ມຄອງໃນການປ້ອງກັນ, ຕ້ານໂລກລະບາດ.

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ: ຮ່ວມມືສ້າງອາຊີແຫ່ງສັນຕິພາບ ແລະ ຮ່ວມມື ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ: ຮ່ວມມືສ້າງອາຊີແຫ່ງສັນຕິພາບ ແລະ ຮ່ວມມື
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ກວດກາການປ້ອງກັນພະຍາດລະບາດຢູ່ຊາຍແດນ ທາງທິດຕາເວັນຕົກສຽງໃຕ້. ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ກວດກາການປ້ອງກັນພະຍາດລະບາດຢູ່ຊາຍແດນ ທາງທິດຕາເວັນຕົກສຽງໃຕ້.
ນາຍົກລັດຖະມົນຕີ ຫວຽດນາມ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບການນຳແຂວງ ບັກຢາງ ແລະ ບັກນິງ, ເຊິ່ງແມ່ນ 2 ທ້ອງຖິ່ນພວມຖືກຜົນສະທ້ອນຫຼາຍທີ່ສຸດຍ້ອນໂລກລະບາດໂຄວິດ-19
ທ່ານ ນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ. ພາບ: VGP

ວັນທີ 29 ພຶດສະພາ, ທ່ານ ນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບການນຳແຂວງ ບັກຢາງ ແລະ ບັກນິງ. ຢູ່ແຂວງ ບັກຢາງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຢືນຢັນວ່າ, ເພື່ອບັນລຸໄດ້ຜົນສຳເລັດໃນວຽກງານປ້ອງກັນ, ຕ້ານໂລກລະບາດ, ຕ້ອງລະດົມການເຂົ້າຮ່ວມຂອງລະບົບການເມືອງຮາກຖານ. ທ່ານນາຍົກລັດຖະມົນຕີ ກໍ່ເຫັນດີຕໍ່ກັບການນຳໃຊ້ເຕັກໂນໂລຊີສ້າງຮາກຖານຂໍ້ມູນ ເພື່ອແນໃສ່ຊ່ວຍເພີ່ມທະວີກຳລັງຕິດກຕາມ, ຄຸ້ມຄອງໃນການປ້ອງກັນ, ຕ້ານໂລກລະບາດ.

ຢູ່ແຂວງ ບັກນິງ, ທ່ານ ນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ຮຽກຮ້ອງໃຫ້ແຂວງ ບັກນິງ ຈົ່ງສືບຕໍ່ຜັນຂະຫຍາຍບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໃນຂອບເຂດກວ້າງກວ່າ; ຍູ້ແຮງການວິໄຈໃຫ້ແກ່ກຳມະກອນຢູ່ບັນດາເຂດອຸດສາະກຳ ແລະ ເຂດມີຄວາມສ່ຽງສູງ; ເສີມຂະຫຍາຍບົດບາດຂອງລະບົບການເມືອງຂັ້ນຮາກຖານໃນການປ້ອງກັນ, ຕ້ານໂລກລະບາດກັບທີ່.

ແຂວງ ບັກຢາງ ແລະ ບັກນິງ ເຊິ່ງແມ່ນ 2 ທ້ອງຖິ່ນພວມຖືກຜົນສະທ້ອນຫຼາຍທີ່ສຸດຍ້ອນໂລກລະບາດໂຄວິດ-19 ດ້ວຍຈຳນວນຜູ້ຕິດເຊື້ອພະຍາດຂຶ້ນເຖິງ 1.880 ຄົນ ຢູ່ແຂວງ ບັກຢາງ ແລະ ກວ່າ 730 ຄົນຢູ່ແຂວງ ບັກນິງ. ຕອນບ່າຍວັນທີ 29 ພຶດສະພາ 2021, ມີພະນັກງານການແພດ, ນັກສຶກສາຢູ່ບັນດາໂຮງໝໍແພດສາດ 25.680 ຄົນ ກຽມພ້ອມໄປໜູນຊ່ວຍ 2 ແຂວງ ບັກຢາງ ແລະ ບັກນິງ.

ທີ່ກອງປະຊຸມທາງອອນລາຍທົ່ວປະເທດ ກ່ຽວກັບສະພາບການ, ມາດຕະການແກ້ໄຂອັນຮີບດ່ວນເພື່ອປ້ອງກັ້ນ, ຕ້ານໂລກລະບາດໂຄວິດ - 19 ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 29 ພຶດສະພາ 2021. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ຊີ້ແຈ້ງວ່າ: ສະພາບການໃໝ່, ການຜັນແປໃໝ່ທີ່ສັບສົນກ່ວາຂອງໂລກລະບາດ ໄດ້ຮຽກຮ້ອງຕ້ອງມີບັນດາມາດຕະການແກ້ໄຂອັນຕັ້ງໜ້າ, ເໝາະສົມ ແລະ ມີປະສິດທິຜົນກ່ວາອີກ ຈຶ່ງຈະຄວບຄຸມ ແລະ ຍູ້ໂລກລະບາດໃຫ້ຖອຍໄປໄດ້, ພິເສດແມ່ນຢູ່ບັນດານະຄອນໃຫ່ຍ ແລະ ບັນດາເຂດອຸດສາຫະກຳ ຕາມຈິດໃຈລວມທີ່ວ່າ “ຕ້ານໂລກລະບາດຄືດັ່ງຕ້ານສັດຕູ”.

ທ່ານລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ຫງວຽນແທັງລອງ ໃຫ້ຮູ້ວ່າ: ຫວຽດນາມ ຕັ້ງເປົ້າໝາຍຈະສ້າງການຕ້ານທານໃນຊຸມຊົນໃນປີ 2021 ແຕ່ຄວາມຕ້ອງການວັກຊິນແມ່ນຫຼວງຫຼາຍ ໃນຂະນະທີ່ສະພາບຂາດເຂີນໃນທົ່ວໂລກ ຍັງບໍ່ທັນຫລຸດລົງເທື່ອ. ຢູ່ຫວຽດນາມ, ຄຽງຂ້າງການຍູ້ແຮງການຄົ້ນຄ້ວາ, ຜະລິດວັກຊິນພາຍໃນປະເທດ, ກະຊວງສາທາລະນະສຸກ ກໍ່ໄດ້ຕັ້ງໜ້າເຈລະຈາ, ຊອກຫາທຸກແຫຼ່ງວັກຊິນໃນໂລກ.

ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ  ໄດ້ໄປຢ້ຽມຢາມ ແລະ ມອບຂອງຂັວນໃຫ້ແກ່ຄອບຄົວເປົ້າໝາຍນະໂຍບາຍ ທີ່ເຂົ້າຮ່ວມບັ້ນຮົບ ໂຮ່ຈີມິນ ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂັວນໃຫ້ແກ່ຄອບຄົວເປົ້າໝາຍນະໂຍບາຍ ທີ່ເຂົ້າຮ່ວມບັ້ນຮົບ ໂຮ່ຈີມິນ

ຍສໝ - ໃນຕອນບ່າຍວັນທີ 29 ເມສາ 2021, ຢູ່ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂັວນໃຫ້ແກ່ຄອບຄົວເປົ້າໝາຍນະໂຍບາຍ ທີ່ເຂົ້າຮ່ວມບັ້ນຮົບ ໂຮ່ຈີມິນ.

ໃນຖານະເປັນເລຂາຄະນະພັກ ແຂວງກວາງນິງ (ໄລຍະ 2011-2015), ທ່ານ ຟ້າມມິນຈິງ ໄດ້ປະສົບຜົນສຳເລັດຢ່າງຈົບງາມໃນຫລາຍດ້ານ ໃນຖານະເປັນເລຂາຄະນະພັກ ແຂວງກວາງນິງ (ໄລຍະ 2011-2015), ທ່ານ ຟ້າມມິນຈິງ ໄດ້ປະສົບຜົນສຳເລັດຢ່າງຈົບງາມໃນຫລາຍດ້ານ

ຍສໝ - ໃນວາລະປະຊຸມສະພາແຫ່ງຊາດ ທີ່ໄດ້ດຳເນີນໃນຕອນບ່າຍວັນທີ 5 ເມສາ, ບັນດາຜູ້ແທນສະພາແຫ່ງຊາດ ໄດ້ເລືອກຕັ້ງທ່ານ ຟ້າມມິງຈິງ, ຫົວໜ້າຄະນະຈັດຕັ້ງສູນກາງ, ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ດ້ວຍອັດຕາລວມບັດສະໜັບສະໜູນ 96,25% ໃນຈຳນວນສະມາຊິກສະພາແຫ່ງຊາດທັງໝົດ.

ສະຖາບັນຄົ້ນຄ້ວາ ອົດສະຕາລີໃຫ້ຮູ້ວ່າ: ນິວຊີແລນ ແລະ ຫວຽດນາມ ມີການຮັບມືກັບໂລກລະບາດໂຄວິດ - 19 ດີທີ່ສຸດໃນໂລກ ສະຖາບັນຄົ້ນຄ້ວາ ອົດສະຕາລີໃຫ້ຮູ້ວ່າ: ນິວຊີແລນ ແລະ ຫວຽດນາມ ມີການຮັບມືກັບໂລກລະບາດໂຄວິດ - 19 ດີທີ່ສຸດໃນໂລກ

ຍ​ສ​ໝ - ທ່ານ Herve Lemahieu ນັກຄົ້ນຄວ້າສະຖາບັນ Lowy ໄດ້ກ່າວວ່າ ການປະເມີນຜົນແບບໂຕ້ຕອບຂອງບົດລາຍງານສະແດງໃຫ້ເຫັນວ່າບັນດາປະເທດນ້ອຍໆມີການ​ຮັບ​ມື​ກັບໂລກລະບາດຂອງ COVID-19 ທີ່ມີປະສິດຕິຜົນຫຼາຍກວ່າປະເທດໃຫຍ່.

ໄຊພອນ

ເຫດການ
302 Found

Found

The document has moved here.