ພະຍາດ COVID-19: ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ເລືອກວິທີການທີ່ມີຄວາມກົມກຽວ, ເໝາະສົມ ແລະ ມີປະສິດຕິຜົນທີ່ສຸດ, ບໍ່ໃຫ້ເລືອກເອົາວິທີທີ່ງ່າຍທີ່ສຸດ

15:32 | 03/06/2021

ຍສໝ - ໃນສະພາບການທີ່ໂລກລະບາດຜັນແປຢ່າງສັບສົນ ແລະ ບໍ່ສາມາດຄາດເດົາໄດ້ນັ້ນ ໄດ້ເຮັດໃຫ້ເກີດ ບັນຫາຫຍຸ້ງຍາກຫຼາຍຢ່າງ ໃນການເຮັດໃຫ້ເປົ້າໝາຍປ້ອງກັນຕ້ານການລະບາດ ກັບເປົ້າໝາຍການພັດທະນາເສດຖະກິດ - ສັງຄົມ ມີຄວາມສົມດຸນກັນ, ລັດຖະບານ ແລະ ນາຍົກລັດຖະມົນຕີ ໄດ້ມີຄວາມເດັດດ່ຽວ, ຢຶດໝັ້ນໃນຄວາມປະສົມກົມກຽວ, ຄວາມເໝາະສົມ ແລະ ມີປະສິດທິຜົນ ລະຫວ່າງສອງເປົ້າໝາຍນີ້. ແຕ່ວ່າ ສຸຂະພາບຂອງປະຊາຊົນແມ່ນບູຣິມະສິດອັນດັບໜຶ່ງ ແລະ ສຳຄັນທີ່ສຸດ.

ນາຍົກລັດຖະມົນຕີອັງກິດ ໄດ້ເຊື້ອເຊີນ ນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຮ່ວມກອງປະຊຸມ COP26 ນາຍົກລັດຖະມົນຕີອັງກິດ ໄດ້ເຊື້ອເຊີນ ນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຮ່ວມກອງປະຊຸມ COP26
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ: ຮ່ວມມືສ້າງອາຊີແຫ່ງສັນຕິພາບ ແລະ ຮ່ວມມື ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ: ຮ່ວມມືສ້າງອາຊີແຫ່ງສັນຕິພາບ ແລະ ຮ່ວມມື

ສະພາບການຜັນແປຂອງພະຍາດທີ່ຍິ່ງສັບສົນຂື້ນ, ບັນຫາທີ່ວາງອອກສຳລັບນັກບໍລິຫານ ແມ່ນຕ້ອງການຊອກຫາມາດຕະການທີ່ເໝາະສົມທີ່ສຸດ ເພື່ອທັງຕ້ານໂລກລະບາດ, ທັງພັດທະນາເສດຖະກິດ - ສັງຄົມ, ນັບທັງຢູ່ໃນເຂດທີ່ມີໂລກລະບາດ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ ໄດ້ເນັ້ນໜັກຫຼາຍຄັ້ງວ່າ ບັນດາອົງການ, ຫົວໜ່ວຍ ແລະ ທ້ອງຖິ່ນ, ພິເສດແມ່ນຜູ້ນຳໜ້າ ໂດຍອີງໃສ່ພາລະບົດບາດ, ໜ້າທີ່, ສິດທີ່ຖືກມອບໝາຍ ແລະ ບັນດາຂໍ້ກຳນົດ, ການຊີ້ນຳຂອງການພັກ, ລັດ ແລະ ສະພາບການຕົວຈິງ ເພື່ອປ້ອງກັນ ແລະ ສະກັດກັ້ນພະຍາດ COVID-19.

ພະຍາດ COVID-19: ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ເລືອກວິທີການທີ່ມີຄວາມກົມກຽວ, ເໝາະສົມ ແລະ ມີປະສິດຕິຜົນທີ່ສຸດ, ບໍ່ໃຫ້ເລືອກເອົາວິທີທີ່ງ່າຍທີ່ສຸດ
ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ເລືອກວິທີການທີ່ມີຄວາມກົມກຽວ, ເໝາະສົມ ແລະ ມີປະສິດຕິຜົນທີ່ສຸດ, ບໍ່ໃຫ້ເລືອກເອົາວິທີທີ່ງ່າຍທີ່ສຸດ. (ພາບປະກອບ: baochinhphu)

ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ ປະຕິບັດການແກ້ໄຂຢ່າງທັນການດ້ວຍຈິດໃຈ: ບໍ່ໃຫ້ເວົ້າຂາດແຄນງົບປະມານການໃຊ້ຈ່າຍ, ພາຫະນະ, ອຸປະກອນການແພດ…; ບໍ່ໃຫ້ເວົ້າຂາດກຳລັງຊັບພະກອນມະນຸດ; ບໍ່ໃຫ້ເວົ້າຂາດຂໍ້ກຳນົດ ແລະ ກົນໄກ, ນະໂຍບາຍ. ລັດຖະບານ ແລະ ນາຍົກລັດຖະມົນຕີ ປະຕິບັດການຍ້ອງຍໍແບບຢ່າງທີ່ດີຢ່າງທັນການ, ປະຕິບັດວິໄນຢ່າງເຂັ້ມງວດຕໍ່ກໍລະນີທີ່ລະເລີຍ, ບໍ່ມີຄວາມຮັບຜິດຊອບ ຫຼື ລະເມີດຂໍ່ກຳນົດກ່ຽວກັບການປ້ອງກັນ ແລະ ຄວບຄຸມໂລກພະຍາດ.

ໂດຍເຊື່ອມຊຶມຕາມຈິດໃຈຂອງທ່ານນາຍົກລັດຖະມົນຕີ, ແຂວງບັກຢາງ ໄດ້ນຳໃຊ້ການຮັກສາໄລຍະຫ່າງກັນເປັນຢ່າງດີ ແລະ ເລີ່ມນຳໂຮງງານເຂົາສູ່ການເຄື່ອນໄຫວຄືນໃໝ່, ຫັນຂັ້ນຕອນ ແລະ ເງື່ອນໄຂໃນການກັບຄືນມາເຮັດວຽກເປັນມາດຖານ, ຮັບປະກັນຄວາມປອດໄພໃນການການປ້ອງກັນ ແລະ ຕ້ານໂລກລະບາດ.

ປະຈຸບັນ, ຫວຽດນາມ ສາມາດຄວບຄຸມໂລກລະບາດໃນທົ່ວປະເທດໄດ້ໂດຍພື້ນຖານແລ້ວ ແລະ ພວມຄວບຄຸມ ແລະ ຍູ້ຖອຍການລະບາດຂອງພະຍາດ COVID-19 ຢູ່ແຂວງບັກຢາງ, ບັກນີງ, ນະຄອນໂຮ່ຈິມິນ…ເປັນເທື່ອກ້າວ. ຫວຽດນາມ ຍັງແມ່ນໜຶ່ງໃນບັນດາປະເທດທີ່ມີອັດຕາການຕິດເຊື້ອຕ່ຳທີ່ສຸດໃນໂລກ ເມື່ອທຽບກັບປະຊາກອນ; ຍັງຄົງເປັນຈຸດປະກາຍແຈ້ງ ແລະ ເປັນແບບຢ່າງໃນການປ້ອງກັນ, ສະກັດກັ້ນໂລກລະບາດ ແລະ ປົກປ້ອງສຸຂະພາບຂອງປະຊາຊົນ ແລະ ພັດທະນາເສດຖະກິດ.

ພັກ, ລັດ ແລະ ລັດຖະບານໄດ້ປະຕິບັດຄຳໝັ້ນສັນຍາຕໍ່ປະເທດຊາດ ແລະ ວົງຄະນະຍາດ: ຊີວິດອິນຊີ ແລະ ສຸຂະພາບຂອງປະຊາຊົນເປັນອັນດັບໜຶ່ງ, ກ່ອນສິ່ງໃດໝົດ, ເປັນສຳຄັນທີ່ສຸດ; ພ້ອມກັນນັ້ນ, ກໍ່ບຸກບືນໃນການຮັກສາການຜະລິດ, ດຳເນີນທຸລະກິດ, ສືບຕໍ່ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ.

ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ຄັ້ງທີ 207 ຂອງສະພາບໍລິຫານ IPU ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ຄັ້ງທີ 207 ຂອງສະພາບໍລິຫານ IPU

ຍສໝ - ຫວ່າງແລ້ວນີ້, ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ໂດຍສະມາຊິກກົມການເມືອງ, ປະທານຜູ້ປະຈຳການສະພາແຫ່ງຊາດ ເຈິ່ນແທັງເໝີນ ໄດ້ເຂົ້າຮ່ວມວາລະໄຂກອງປະຊຸມສະໄໝສາມັນເທື່ອທີ 207 ຂອງຄະນະບໍລິຫານງານສະຫະພັນລັດຖະສະພາໂລກ (IPU) ໂດຍ ຮູບການຖ່າຍທອດສົດ.

ດ້ຽນບຽນ: ສະໜັບສະໜູນກຳລັງຊາຍແດນ ປະເທດລາວ ໃນການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ COVID-19 ດ້ຽນບຽນ: ສະໜັບສະໜູນກຳລັງຊາຍແດນ ປະເທດລາວ ໃນການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ COVID-19

ຍສໝ - ຕອນເຊົ້າ 10 ພຶດສະພາ, ຢູ່ທີ່ຫຼັກໝາຍຊາຍແດນ 113 ດ່ານຊາຍແດນສາກົນ ເຕີຍຈາງ ແລະ ຫຼັກໝາຍຊາຍແດນ 144 ປະຕູຊາຍແດນ ຫວຍປວກ, ກອງບັນຊາການແຂວງດ້ຽນບຽນ ໄດ້ມອບອຸປະກອນ ເພື່ອສະໜັບສະໜູນການປ້ອງກັນ ແລະ ຄວບຄຸມການລະບາດຂອງ COVID-19 ໃຫ້ແກ່ກອງບັນຊາການປ້ອງກັນຄວາມສະຫງົບຂອງກອງທັບ ແລະ ປະຊາຊົນເມືອງຜົ້ງສາລີ ແລະ ຫຼວງພະບາງ, ...

ໂຄງການຮ່ວມມືໃໝ່ຂອງຍີ່ປຸ່ນ ຊ່ວຍໃຫ້ຫວຽດນາມສະໜັບສະໜູນປະຊາຊົນ ໃນການປ້ອງກັນ ແລະ ຕ້ານພະຍາດ COVID-19 ໂຄງການຮ່ວມມືໃໝ່ຂອງຍີ່ປຸ່ນ ຊ່ວຍໃຫ້ຫວຽດນາມສະໜັບສະໜູນປະຊາຊົນ ໃນການປ້ອງກັນ ແລະ ຕ້ານພະຍາດ COVID-19

ຍສໝ - ໃນວັນທີ 27 ເມສາ, ຢູ່ຮ່າໂນ້ຍ ລັດຖະບານຫວຽດນາມ, ລັດຖະບານຍີ່ປຸ່ນ ແລະ ກອງທຶນປະຊາກອນສະຫະປະຊາຊາດ (UNFPA) ປະຈຳຫວຽດນາມ ໄດ້ປະກາດໂຄງການຮ່ວມມືໃໝ່ ເພື່ອຫຼຸດຜ່ອນຜົນກະທົບທາງລົບຂອງພະຍາດ COVID-19 ສຳລັບປະຊາກອນທີ່ມີຄວາມສ່ຽງເສຍຫາຍ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.