ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ: ຮ່ວມມືສ້າງອາຊີແຫ່ງສັນຕິພາບ ແລະ ຮ່ວມມື

09:10 | 22/05/2021

ຍສໝ - ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ ໄດ້ສະເຫນີ 5 ທິດນຳ ແລະ 6 ເນື້ອໃນຮ່ວມມື ໃນນັ້ນ ມີ: ພັດທະນາກຳລັງແຮງພາຍໃນຢ່າງແຮງ, ຄວາມສາມາດຮັບມື, ເພິ່ງຕົນເອງສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ປັບປຸງການຮ່ວມມືສາກົນ, ຖືມະນຸດເປັນໃຈກາງ, ເອົາຄຸນຄ່າວັດທະນະທຳຫລັກແຫລ່ງຈົບງາມເປັນພື້ນຖານ, ຖືຄວາມຫຍຸ້ງຍາກສິ່ງທ້າທາຍແມ່ນກຳລັງຫນູນບືນຕົວຂຶ້ນ.

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີຍີ່ປຸ່ນ ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີຍີ່ປຸ່ນ
ທ່ານນາຍົກລັດຖະມົນຕີ ຫວຽດນາມ  ພົບປະກັບ ທ່ານນາຍົກລັດຖະມົນຕີ ໄທ ທ່ານນາຍົກລັດຖະມົນຕີ ຫວຽດນາມ ພົບປະກັບ ທ່ານນາຍົກລັດຖະມົນຕີ ໄທ

ຫວ່າງແລ້ວນີ້, ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ ໄດ້ເຂົ້າຮ່ວມ ແລະ ມີບົດກ່າວຄຳປາໄສທີ່ສຳຄັນທີ່ກອງປະຊຸມສາກົນ ວ່າດ້ວຍ “ອະນາຄົດຂອງອາຊີ ຄັ້ງທີ 26” ດ້ວຍຮູບແບບຖ່າຍທອດສົດ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ ໄດ້ຕີລາຄາວ່າ ໂລກລະບາດ COVID-19 ໄດ້ສົ່ງຜົນສະທ້ອນຢ່າງເລິກເຊິ່ງ, ໜັກໜ່ວງ ແລະ ບໍ່ສາມາດຄາດເດົາໄດ້ ຕໍ່ສະພາບການໂລກ, ພາກພື້ນ ກໍ່ຄື ເສດຖະກິດ - ສັງຄົມຂອງບັນດາປະເທດທົ່ວໂລກ.

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ: ຮ່ວມມືສ້າງອາຊີແຫ່ງສັນຕິພາບ ແລະ ຮ່ວມມື
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ. (ພາບ: TTXVN)

ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ ໄດ້ສະແດງຄວາມຂອບໃຈ ບັນດາປະເທດໃນພາກພື້ນ, ໃນນັ້ນມີປະເທດຍີ່ປຸ່ນ ທີ່ໄດ້ສະໜັບສະໜູນຫວຽດນາມ ໃນຊຸມປີມໍ່ໆມານີ້, ໂດຍສະເພາະ ແມ່ນການສະໜັບສະໜູນຫວຽດນາມ ໃນການຮັບມືກັບການລະບາດຂອງພະຍາດ COVID-19, ຜ່ານຜ່າຜົນສະທ້ອນຈາກໄພນໍ້າຖ້ວມ, ໄພແຫ້ງແລ້ງ ແລະ ໄພພິບັດທາງທຳມະຊາດ...

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ ໄດ້ຕີລາຄາວ່າ: ໂລກລະບາດໂຄວິດ - 19 ໄດ້ ແລະ ພວມກໍ່ຜົນກະທົບຢ່າງຫນັກຫນ່ວງເຖິງໂລກ ແລະ ພາກພື້ນ ກໍ່ຄືຊີວິດດ້ານເສດຖະກິດສັງຄົມຂອງທຸກປະເທດ ແລະ ຍາກທີ່ຄາດຄະເນລ່ວງຫນ້າໄດ້. ຍິ່ງກວ່າເວລາໃດໝົດ, ຮຽກຮ້ອງໃຫ້ທຸກປະເທດຈົ່ງສາມັກຄີກັນ ເປັນເອກະພາບ ຫນູນຊ່ວຍເຊິ່ງກັນ ແລະກັນເພື່ອຜ່ານຜ່າໂລກລະບາດ.

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ ໄດ້ສະເຫນີ 5 ທິດນຳ ແລະ 6 ເນື້ອໃນຮ່ວມມື ໃນນັ້ນ ມີ: ພັດທະນາກຳລັງແຮງພາຍໃນຢ່າງແຮງ, ຄວາມສາມາດຮັບມື, ເພິ່ງຕົນເອງສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ປັບປຸງການຮ່ວມມືສາກົນ, ຖືມະນຸດເປັນໃຈກາງ, ເອົາຄຸນຄ່າວັດທະນະທຳຫລັກແຫລ່ງຈົບງາມເປັນພື້ນຖານ, ຖືຄວາມຫຍຸ້ງຍາກສິ່ງທ້າທາຍແມ່ນກຳລັງຫນູນບືນຕົວຂຶ້ນ. ທ່ານນາຍົກລັດຖະມົນຕີ ຢືນຢັນ: ຫວຽດນາມ ພ້ອມແລ້ວທີ່ຈະພ້ອມກັບບັນດາປະເທດເພີ່ມພູນຄູນສ້າງເພື່ອສັນຕິພາບ ແລະ ຄວາມສາມັກຄີ ເພື່ອຜົນປະໂຫຍດລວມ ການພັດທະນາຂອງແຕ່ລະປະເທດ ແລະພາກພື້ນ ເພື່ອຄວາມອີ່ມຫນຳສຳລານສົມບູນພູນສຸກຂອງປະຊາຊົນທຸກຄົນໃນໂລກ.

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ: ຮ່ວມມືສ້າງອາຊີແຫ່ງສັນຕິພາບ ແລະ ຮ່ວມມື
ບັນຍາກາດທີ່ກອງປະຊຸມ. (ພາບ: TTXVN)

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ ກໍ່ຢືນຢັນວ່າ ໃນສະພາບການປະຈຸບັນ, ບັນດາປະເທດຕ້ອງປະກອບສ່ວນຢ່າງມີຄວາມຮັບຜິດຊອບ, ເຄົາລົບເຊິ່ງກັນ ແລະ ກັນ, ຮ່ວມມືຢ່າງສະເໝີພາບ ແລະ ຕ່າງຝ່າຍມີຜົນປະໂຫຍດ.

ບັນດາການຂັດແຍ້ງ ແລະ ການແກ້ງແຍ້ງທີ່ກ່ຽວຂ້ອງເຖິງບັນຫາທະເລຕາເວັນອອກ ຄວນໄດ້ຮັບການແກ້ໄຂດ້ວຍວິທີໂດຍສັນຕິພາບ, ເຄົາລົບກົດໝາຍ, ພິເສດແມ່ນເຄົາລົບກົດບັດສະຫະປະຊາຊາດ ແລະ ສົນທິສັນຍາກົດໝາຍວ່າດ້ວຍທະເລປີ 1982; ຊຸກຍູ້ກົນໄກການຮ່ວມມືຫຼາຍຝ່າຍ, ປະຕິບັດ DOC ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ປະສານສົມທົບຢ່າງແໜ້ນແຟ້ນ ໃນການເຈລະຈາ COC ໃຫ້ມີປະສິດທິຜົນໂດຍໄວ; ຮັກສາສັນຕິພາບ, ການຮ່ວມມື, ການພັດທະນາໃນພາກພື້ນ ແລະ ເສລີພາບໃນການເດີນເດີນທະເລ ແລະ ການເດີນອາກາດຢູ່ທະເລຕາເວັນອອກ.

ກອງປະຊຸມເວທີປຶກສາຫາລືໂບອາວ ເພື່ອອາຊີ ປະຈຳປີ 2021 ໄດ້ໄຂຂຶ້ນຢ່າງເປັນທາງການ ທີ່ ແຂວງຫາຍໜານ ສປ ຈີນ ກອງປະຊຸມເວທີປຶກສາຫາລືໂບອາວ ເພື່ອອາຊີ ປະຈຳປີ 2021 ໄດ້ໄຂຂຶ້ນຢ່າງເປັນທາງການ ທີ່ ແຂວງຫາຍໜານ ສປ ຈີນ

ໃນວັນທີ 20 ເມສາ 2021 ກອງປະຊຸມເວທີ ປຶກສາຫາລືໂບອາວ ເພື່ອອາຊີ ປະຈຳປີ 2021 ໄດ້ໄຂຂຶ້ນຢ່າງເປັນທາງການ ທີ່ ແຂວງຫາຍໜານ ສປ ຈີນ ພາຍໃຕ້ຫົວຂໍ້: “ທ່າມກາງການ ປ່ຽນແປງຂອງໂລກ: ການຮ່ວມມື ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ການບໍລິຫານໂລກ ແລະ ເພີ່ມທະວີການຮ່ວມມືພາຍໃຕ້ ຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ”, ເຊິ່ງເປັນປີຄົບຮອບ 20 ...

ອາເມລິກາສວມບົດບາດສຳຄັນໃນການພັດທະນາຢູ່ອາຊີຕາເວັນອອກສ່ຽງໃຕ້ ອາເມລິກາສວມບົດບາດສຳຄັນໃນການພັດທະນາຢູ່ອາຊີຕາເວັນອອກສ່ຽງໃຕ້

ຍ​ສ​ໝ - ເຂົ້າຮ່ວມກອງປະຊຸມມີທ່ານ Kurt Campbell, ຜູ້ປະສານງານມະ​ຫາ​ສະ​ທຸດອິນເດຍ - ປາຊີຟິກຂອງສະພາຄວາມໝັ້ນຄົງແຫ່ງຊາດອາເມລິກາແລະທ່ານ Alex Feldman, ຜູ້ອຳນວຍການສະພາທຸລະກິດອາຊຽນ - ອາເມລິກາ.

ໜັງສືພິມຍີ່ປຸ່ນ: ຫວຽດນາມ ແມ່ນແບບຢ່າງແຫ່ງຄວາມສຳເລັດດ້ານເສດຖະກິດຢ່າງດຽວ ຂອງອາຊີຕາເວັນອອກສ່ຽງໃຕ້ ໜັງສືພິມຍີ່ປຸ່ນ: ຫວຽດນາມ ແມ່ນແບບຢ່າງແຫ່ງຄວາມສຳເລັດດ້ານເສດຖະກິດຢ່າງດຽວ ຂອງອາຊີຕາເວັນອອກສ່ຽງໃຕ້

ຍສໝ - ຕາມບົດລາຍງານຂອງໜັງສືພິມ Nikkei Asia Review (ຍີ່ປຸ່ນ) ໃນວັນທີ 19 ພະຈິກ, ຫວຽດນາມ ກຳລັງກາຍເປັນແບບຢ່າງແຫ່ງຄວາມສຳເລັດ ໃນທາງດ້ານເສດຖະກິດຢ່າງດຽວຂອງອາຊີຕາເວັນອອກສ່ຽງໃຕ້ ໃນສະພາບການລະບາດ COVID-19, ໃນຂະນະທີ່ຍັງຄົງຮັກສາລະດັບການເຕີບໂຕໃນທາງບວກທີ່ໝັ້ນຄົງໃນໄລຍະທີ່ບັນດາພື້ນຖານເສດຖະກິດອື່ນໆ ປະສົບກັບຄວາມຫຍຸ້ງຍາກໃນການຟື້ນຕົວຄືນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.