ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີຍີ່ປຸ່ນ | |
ທ່ານນາຍົກລັດຖະມົນຕີ ຍ້ອງຍໍເມືອງດົງແອງ - ນະຄອນຮ່າໂນ້ຍ ມີຜົນງານດີກ່ຽວກັບການປ້ອງກັນຕ້ານພະຍາດ COVID-19 |
ຫວາາງແລ້ວນີ້, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ້ງ ໄດ້ໃຫ້ການຕ້ອນຮັບທ່ານ Alok Sharma - ລັດຖະມົນຕີລັດຖະບານອັງກິດ, ປະທານກອງປະຊຸມຄັ້ງທີ 26 ຂອງບັນດາປະເທດສົນທິສັນຍາຂອບສະຫະປະຊາຊາດ ກ່ຽວກັບ ການປ່ຽນແປງຂອງດິນຟ້າອາກາດ (COP26), ເນື່ອງໃນໂອກາດທ່ານ Alok Sharma ຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.
ທ່ານ Alok Sharma ໄດ້ສົ່ງຈົດໝາຍຂອງທ່ານນາຍົກລັດຖະມົນຕີອັງກິດ Boris Johnson ໃຫ້ແກ່ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ້ງ ເພື່ອເຊື້ອເຊີນທ່ານນາຍົກລັດຖະມົນຕີ ຟ້າມມິນຈິ້ງ ເຂົ້າຮ່ວມກອງປະຊຸມ COP26 ທີ່ຈະໄດ້ຈັດຂຶ້ນໃນເດືອນພະຈິກທີ່ປະເທດອັງກິດ, ຫວັງວ່າ ນາຍົກລັດຖະມົນຕີ ຟ້າມມິນຈິ້ງ ຈະຈັດເວລາເຂົ້າຮ່ວມກອງປະຊຸມສຳຄັນນີ້.
![]() |
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ້ງ ໄດ້ໃຫ້ການຕ້ອນຮັບທ່ານ Alok Sharma - ລັດຖະມົນຕີລັດຖະບານອັງກິດ. (ພາບ: TTXVN) |
ໃນບັນຍາກາດເປີດກວ້າງ, ຈິງໃຈ ແລະ ເປີດເຜີຍ, ສອງຝ່າຍໄດ້ແລກປ່ຽນຫຼາຍບັນຫາສະເພາະ, ສຳຄັນ ແລະ ມີປະໂຫຍດສ່ວນລວມ ເພື່ອສືບຕໍ່ນຳການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ອັງກິດໄປສູ່ການພັດທະນາໃນທາງບວກ ໃນສະພາບການໂລກພວມປະເຊີນໜ້າກັບສິ່ງທ້າທາຍໃໝ່ຫຼາຍຢ່າງ, ໂດຍສະເພາະແມ່ນການປ່ຽນແປງຂອງດິນຟ້າອາກາດ ແລະ ການລະບາດຂອງພະຍາດ COVID-19.
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ້ງ ຢັ້ງຢືນວ່າ ຫວຽດນາມພ້ອມແລ້ວທີ່ຈະຮ່ວມມືຢ່າງແໜ້ນແຟ້ນກັບອັງກິດ ແລະ ບັນດາຄູ່ຮ່ວມມືເພື່ອຮັບປະກັນຜົນສຳເລັດອັນໃຫຍ່ຫຼວງຂອງກອງປະຊຸມ ດ້ວຍຄຳໝັ້ນສັນຍາທີ່ເຂັ້ມແຂງ ແລະ ສະເພາະ ເພື່ອໜູນຊ່ວຍບັນດາປະເທດພວມພັດທະນາປະຕິບັດສັນຍາປາຣີ ກ່ຽວກັບການປ່ຽນແປງດິນຟ້າອາກາດ, ພິເສດແມ່ນການເຂົ້າເຖິງແຫຼ່ງທຶນການເງິນ ແລະ ການຖ່າຍທອດເຕັກໂນໂລຢີ.
ສ່ວນ ທ່ານ Alok Sharma ໄດ້ເນັ້ນໜັກວ່າ ຫວຽດນາມແມ່ນໜຶ່ງໃນບັນດາຄູ່ຮ່ວມມືທີ່ສຳຄັນ ຂອງລັດຖະບານອັງກິດ ໃນການກະກຽມໃຫ້ແກ່ກອງປະຊຸມ COP26. ພ້ອມທັງ ຕີລາຄາສູງຫວຽດນາມ ໃນການໃຫ້ຄຳໝັ້ນສັນຍາ ແລະ ການເຂົ້າຮ່ວມຢ່າງຕັ້ງໜ້າໃນຂອບການຮ່ວມມືຫຼາຍຝ່າຍ ກ່ຽວກັບການປ່ຽນແປງດິນຟ້າອາກາດ, ຕີລາຄາສູງຄວາມພະຍາຍາມຂອງຫວຽດນາມ ໃນການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ, ຢືນຢັນວ່າ ອັງກິດຈະສືບຕໍ່ສະໜັບສະໜູນຫວຽດນາມ ຮັບມືຕໍ່ການປ່ຽນແປງຂອງດິນຟ້າອາກາດ, ນັບທັງຊຸກຍູ້ການພັດທະນາຂະແໜງພະລັງງານສີຂຽວ.
![]() | ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີຍີ່ປຸ່ນ ຍສໝ - ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ ໄດ້ຕີລາຄາສູງການຮ່ວມມື ແລະ ສະໜັບສະໜູນຍີ່ປຸ່ນ ຢ່າງມີປະສິດທິຜົນ ເພື່ອການພັດທະນາຂອງຫວຽດນາມ... |
![]() | ທ່ານປະທານປະເທດຫງວຽນຊວນຟຸກ ມີການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີຍີ່ປຸ່ນ ຍສໝ - ທ່ານປະທານປະເທດຫງວຽນຊວນຟຸກ ໄດ້ຕີລາຄາສູງການຮ່ວມມືທີ່ມີປະສິດທິຜົນ ແລະ ແທດຈິງຂອງຍີ່ປຸ່ນໃນການພັດທະນາເສດຖະກິດ - ສັງຄົມຂອງຫວຽດນາມ, ໃນນັ້ນມີການຊ່ວຍເຫຼືອໃນການສະໜອງອຸປະກອນຄຸ້ມຄອງຮັກສາວັກຊີນ. |
![]() | ທ່ານນາຍົກລັດຖະມົນຕີຟ້າມມິງຈິ້ງໄດ້ເນັ້ນໜັກເຖິງການຕິດຕາມ ສິດອຳນາດຕາມຂໍ້ກຳນົດຢ່າງໃກ້ຊິດເພື່ອຈັດຕັ້ງການເລືອກຕັ້ງໃຫ້ດີທີ່ສຸດ ຍສໝ - ກະຊວງສາທາລະນະສຸກສ້າງບັນດາມາດຖານ, ເງື່ອນໄຂສຳລັບບັນດາທ້ອງຖິ່ນຄືແນວໃດແມ່ນມີໂລກລະບາດແລະບັນດາມາດຕະການຢ່າງລະອຽດຕິດຄັດໄປນຳ, ບັນດາກະຊວງ, ອົງການທຽບເທົ່າກະຊວງ, ອົງການຂຶ້ນກັບລັດຖະບານທີ່ກ່ຽວຂ້ອງເປັນເຈົ້າການໃນການສ້າງແຜນເພື່ອແນໃສ່ຜັນຂະຫຍາຍວຽກງານເລືອກຕັ້ງໃນເງື່ອນໄຂທີ່ເກີດໂລກລະບາດໂຄວິດ - 19 ນີ້. |
ຄຳຮຸ່ງ