ທ່ານປະທານປະເທດຫງວຽນຊວນຟຸກ ມີການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີຍີ່ປຸ່ນ

09:29 | 13/05/2021

ຍສໝ - ທ່ານປະທານປະເທດຫງວຽນຊວນຟຸກ ໄດ້ຕີລາຄາສູງການຮ່ວມມືທີ່ມີປະສິດທິຜົນ ແລະ ແທດຈິງຂອງຍີ່ປຸ່ນໃນການພັດທະນາເສດຖະກິດ - ສັງຄົມຂອງຫວຽດນາມ, ໃນນັ້ນມີການຊ່ວຍເຫຼືອໃນການສະໜອງອຸປະກອນຄຸ້ມຄອງຮັກສາວັກຊີນ.

ໂຄງການຮ່ວມມືໃໝ່ຂອງຍີ່ປຸ່ນ ຊ່ວຍໃຫ້ຫວຽດນາມສະໜັບສະໜູນປະຊາຊົນ ໃນການປ້ອງກັນ ແລະ ຕ້ານພະຍາດ COVID-19 ໂຄງການຮ່ວມມືໃໝ່ຂອງຍີ່ປຸ່ນ ຊ່ວຍໃຫ້ຫວຽດນາມສະໜັບສະໜູນປະຊາຊົນ ໃນການປ້ອງກັນ ແລະ ຕ້ານພະຍາດ COVID-19
ຫວຽດນາມ-ຍີ່ປຸ່ນ ລົງນາມໃນຈົດໝາຍທາງການແລກປ່ຽນ, ອຸປະຖຳໃຫ້ແກ່ 2 ໂຄງການ ຫວຽດນາມ-ຍີ່ປຸ່ນ ລົງນາມໃນຈົດໝາຍທາງການແລກປ່ຽນ, ອຸປະຖຳໃຫ້ແກ່ 2 ໂຄງການ

ໃນຕອນບ່າຍວັນທີ 11 ພຶດສະພາ, ທີ່ທຳນຽບປະທານປະເທດ, ທ່ານປະທານປະເທດຫວຽດນາມຫງວຽນຊວນຟຸກ ໄດ້ມີການໂອ້ລົມທາງໂທລະສັບກັບ ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Suga Yoshihide.

ຕາງໜ້າລັດຖະບານ ແລະ ປະຊາຊົນຍີ່ປຸ່ນ, ທ່ານນາຍົກລັດຖະມົນຕີ Suga Yoshihide ໄດ້ສະແດງຄວາມຊົມເຊີຍທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ທີ່ໄດ້ຮັບເລືອກຕັ້ງເປັນປະທານ ປະເທດສາທາລະນະລັດສັງຄົມນິຍົມຫວຽດນາມ, ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຄວາມຈິງໃຈຂອງທ່ານປະທານປະເທດຫງວຽນຊວນຟຸກ, ເມື່ອທ່ານຫງວຽນຊວນຟຸກ ຍັງເປັນນາຍົກລັດຖະມົນຕີ ໃນເວລາທ່ານນາຍົກລັດຖະມົນຕີ Suga Yoshihide ຢ້ຽມຢາມຫວຽດນາມຢ່າງເປັນທາງການ ໃນເດືອນຕຸລາປີ 2020; ຢືນຢັນວ່າ ຍີ່ປຸ່ນຖືເປັນສຳຄັນ ແລະ ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນການພັດທະນາຂອງຫວຽດນາມ ໃນໄລຍະຈະມາເຖິງ.

ທ່ານປະທານປະເທດຫງວຽນຊວນຟຸກ ມີການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີຍີ່ປຸ່ນ
ທ່ານປະທານປະເທດຫງວຽນຊວນຟຸກ ມີການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີຍີ່ປຸ່ນ. (ພາບ: TTXVN)

ດ້ວຍຈິດໃຈດັ່ງກ່າວ, ລັດຖະບານຍີ່ປຸ່ນ ໄດ້ຕັດສິນໃຈໃຫ້ການຊ່ວຍເຫຼືອທີ່ບໍ່ສາມາດສົ່ງຄືນ ດ້ວຍຈຳນວນ 200 ລ້ານເຢນ ສຳລັບອຸປະກອນຄຸ້ມຄອງຮັກສາວັກຊີນ, ສະໜອງເຮືອຄົ້ນຄ້ວາວິທະຍາສາດທາງທະເລ ແລະ ຈະເປີດສະຖານກົງສຸນໃຫຍ່ຍີ່ປຸ່ນຢູ່ນະຄອນດານັງໃນປີ 2022.

ທ່ານນາຍົກລັດຖະມົນຕີ Suga Yoshihide ຢືນຢັນວ່າ ຍີ່ປຸ່ນຈະສະໜັບສະໜູນ ແລະ ຮ່ວມມືກັບຫວຽດນາມເພື່ອຮັບປະກັນການສັກຢາວັກຊີນທີ່ຈຳເປັນ ແລະ ສືບຕໍ່ສະໜັບສະໜູນນັກສຶກສາຫວຽດນາມຢູ່ຍີ່ປຸ່ນ, ຮັດແໜ້ນສາຍພົວພັນຮ່ວມມືລະຫວ່າງສອງປະເທດ.

ທ່ານປະທານສະພາແຫ່ງຊາດຫງວຽນຊວນຟຸກ ໄດ້ຕີລາຄາສູງຕໍ່ທ່ານນາຍົກລັດຖະມົນຕີ Suga Yoshihide ທີ່ໄດ້ເລືອກເອົາຫວຽດນາມເປັນປະເທດທຳອິດທີ່ມາຢ້ຽມຢາມໂດຍໄວ ພາຍຫຼັງການຮັບຕຳແໜ່ງໃໝ່ ໃນເດືອນຕຸລາປີ 2020, ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຢ່າງແຮງ ແລະ ຮອບດ້ານຂອງການພົວພັນຫວຽດນາມ - ຍີ່ປຸ່ນ ດ້ວຍຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງ; ຢັ້ງຢືນວ່າ ໃນການປະຕິບັດນະໂຍບາຍການຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ XIII, ຫວຽດນາມຍາມໃດກໍ່ຖືຍີ່ປຸ່ນ ແມ່ນຄູ່ຮ່ວມມືຍຸດທະສາດອັນດັບໜຶ່ງ, ສຳຄັນ ແລະ ຍາວນານ.

ທ່ານປະທານປະເທດຫງວຽນຊວນຟຸກ ໄດ້ຕີລາຄາສູງການຮ່ວມມືທີ່ມີປະສິດທິຜົນ ແລະ ແທດຈິງຂອງຍີ່ປຸ່ນ ໃນການພັດທະນາເສດຖະກິດ - ສັງຄົມຂອງຫວຽດນາມ, ໃນນັ້ນມີເຄື່ອງຊ່ວຍເຫຼືອຂອງຍີ່ປຸ່ນໃນການສະໜອງອຸປະກອນຄຸ້ມຄອງຮັກສາວັກຊີນ, ສະເໜີໃຫ້ຍີ່ປຸ່ນ ໃນການຮ່ວມມື, ສະໜັບສະໜູນ ວັກຊີນ COVID-19 ເພື່ອຮັບໃຊ້ສັກຢາປ້ອງກັນພະຍາດໃຫ້ແກ່ປະຊາຊົນຫວຽດນາມ ແລະ ສະໜັບສະໜູນປະຊາຄົມຊາວຫວຽດນາມຢູ່ຍີ່ປຸ່ນ.

ຜູ້ນຳທັງສອງທ່ານໄດ້ເຫັນດີວ່າ, ໃນສະພາບການທີ່ຫວຽດນາມ ແມ່ນສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020-2021, ປະເທດປະສານງານການພົວພັນອາຊຽນ - ຍີ່ປຸ່ນ 2018-2021, ສອງປະເທດຄວນສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນທີ່ບັນດາເວທີປາໄສຫຼາຍຝ່າຍ, ໂດຍສະເພາະຢູ່ສະຫະປະຊາຊາດ ແລະ ອາຊຽນ, ແລະ ຊຸກຍູ້ການຮ່ວມມືພາຍໃນຂອບແມ່ນໍ້າຂອງ - ຍີ່ປຸ່ນ. ສອງຝ່າຍກໍ່ແລກປ່ຽນກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນເຊິ່ງມີຄວາມສົນໃຈສ່ວນລ່ວມ, ໃນນັ້ນມີບັນຫາທະເລຕາເວັນອອກ.

ໂຄງການຮ່ວມມືໃໝ່ຂອງຍີ່ປຸ່ນ ຊ່ວຍໃຫ້ຫວຽດນາມສະໜັບສະໜູນປະຊາຊົນ ໃນການປ້ອງກັນ ແລະ ຕ້ານພະຍາດ COVID-19 ໂຄງການຮ່ວມມືໃໝ່ຂອງຍີ່ປຸ່ນ ຊ່ວຍໃຫ້ຫວຽດນາມສະໜັບສະໜູນປະຊາຊົນ ໃນການປ້ອງກັນ ແລະ ຕ້ານພະຍາດ COVID-19

ຍສໝ - ໃນວັນທີ 27 ເມສາ, ຢູ່ຮ່າໂນ້ຍ ລັດຖະບານຫວຽດນາມ, ລັດຖະບານຍີ່ປຸ່ນ ແລະ ກອງທຶນປະຊາກອນສະຫະປະຊາຊາດ (UNFPA) ປະຈຳຫວຽດນາມ ໄດ້ປະກາດໂຄງການຮ່ວມມືໃໝ່ ເພື່ອຫຼຸດຜ່ອນຜົນກະທົບທາງລົບຂອງພະຍາດ COVID-19 ສຳລັບປະຊາກອນທີ່ມີຄວາມສ່ຽງເສຍຫາຍ.

ນາຍົກລັດຖະມົນຕີ ລາວ-ຍີ່ປຸ່ນ ສົນທະນາທາງໄກ ເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມື ນາຍົກລັດຖະມົນຕີ ລາວ-ຍີ່ປຸ່ນ ສົນທະນາທາງໄກ ເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມື

ໃນວັນທີ 7 ເມສາ 2021 ທີ່ຫ້ອງວ່າການສຳນັກງານ ນາຍົກລັດຖະມົນຕີ, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົນທະນາໂທລະສັບ ທາງໄກກັບ ທ່ານ ຊູງະ ໂຢຊິຮິເດະ (Mr. Suga Yoshihide) ນາຍົກລັດຖະມົນຕີຍີ່ປຸ່ນ ເພື່ອເສີມຂະຫຍາຍສາຍ ພົວພັນມິດຕະພາບ ແລະ ...

ນັກສຶກສາລາວ ທີ່ຈົບຈາກມະຫາວິທະຍາໄລ ໃນປະເທດຍີ່ປຸ່ນ ແລກປ່ຽນປະສົບການຮ່ວມກັນ ນັກສຶກສາລາວ ທີ່ຈົບຈາກມະຫາວິທະຍາໄລ ໃນປະເທດຍີ່ປຸ່ນ ແລກປ່ຽນປະສົບການຮ່ວມກັນ

ໃນວັນທີ 24 ມີນາ 2021 ນັກສຶກສາລາວ ທີ່ຮຽນຈົບການສຶກສາ ໃນລະດັບປະລິນຍາໂທ ລຸ້ນທີ 18,19 ແລະ ປະລິນຍາເອກ ລຸ້ນທີ 1 ຈາກໂຄງການທຶນການສຶກສາ ເພື່ອພັດທະນາ ຊັບ ພະຍາກອນມະນຸດ ໂດຍທຶນຊ່ວຍເຫລືອ ຂອງລັດຖະບານຍີ່ປຸ່ນ (JDS) ໃນ ສປປ ລາວ ຈຳນວນ 39 ທ່ານ ໄດ້ມານຳສະເໜີ ກ່ຽວກັບບົດຄົ້ນຄວ້າ ແລະ ຄວາມຮູ້ທີ່ໄດ້ຖອດຖອນໄດ້ ຈາກບັນດາ ມະຫາ ວິທະຍາໄລຕ່າງໆ ໃນປະເທດຍີ່ປຸ່ນ. ພ້ອມນີ້, ບັນດານັກສຶກສາດັ່ງກ່າວ ຍັງໄດ້ແລກປ່ຽນບົດຮຽນເຊິ່ງກັນ ແລະ ...

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.