ນາຍົກລັດຖະມົນຕີຫວຽດນາມ: ຖື​ຫ​ນ້າ​ທີ່​ຮັກ​ສາ​ສຸ​ຂະ​ພາບ​ໃຫ້​ປະ​ຊາ​ຊົນ​ແມ່ນ​ເຫ​ນືອກວ່າ​ສິ່ງ​ໃດ​ໝົດ

13:42 | 17/05/2021

ຍສໝ - ໃນວັນທີ 15 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຟ້າມ​ມິງ​ຈິ໊ງ ໄດ້ເຮັດວຽກກັບກະຊວງສາທາລະນະສຸກ ກ່ຽວກັບການປະຕິບັດວຽກງານຂອງຂະແໜງການ, ບັນດາບັນຫາທີ່ຍັງຄ້າງຄາ ແລະ ຮີບດ່ວນທີ່ຕ້ອງໄດ້ຮັບການແກ້ໄຂຂໍ້ສະເໜີແນະຂອງຂະແໜງການ, ໂດຍສະເພາະ ແມ່ນສະພາບການທີ່ເກີດຂື້ນໃນການລະບາດ COVID-19 ທີ່ສັບສົນ ແລະ ບໍ່ສາມາດຄາດເດົາໄດ້…

ກະຊວງສາທາລະນະສຸກ: ປະຊາຊົນຫວຽດນາມ ຫລາຍກວ່າ 832,000 ຄົນໄດ້ຮັບການສັກຢາວັກແຊງປ້ອງກັນ COVID-19 ກະຊວງສາທາລະນະສຸກ: ປະຊາຊົນຫວຽດນາມ ຫລາຍກວ່າ 832,000 ຄົນໄດ້ຮັບການສັກຢາວັກແຊງປ້ອງກັນ COVID-19
ໂຄງການຮ່ວມມືໃໝ່ຂອງຍີ່ປຸ່ນ ຊ່ວຍໃຫ້ຫວຽດນາມສະໜັບສະໜູນປະຊາຊົນ ໃນການປ້ອງກັນ ແລະ ຕ້ານພະຍາດ COVID-19 ໂຄງການຮ່ວມມືໃໝ່ຂອງຍີ່ປຸ່ນ ຊ່ວຍໃຫ້ຫວຽດນາມສະໜັບສະໜູນປະຊາຊົນ ໃນການປ້ອງກັນ ແລະ ຕ້ານພະຍາດ COVID-19

ໃນກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມ​ມິງ​ຈິ໊ງ ໄດ້ຮັບຟັງການປັບປຸງກ່ຽວກັບສະພາບການທີ່ເກີດຂື້ນຢ່າງຕໍ່ເນື່ອງ ຂອງການລະບາດຂອງພະຍາດ COVID-19 ໃນປະເທດຂອງຫວຽດນາມ ແລະ ໄດ້ປຶກສາຫາລືກ່ຽວກັບວິທີແກ້ໄຂທີ່ຈະຕ້ອງໄດ້ສືບຕໍ່ປະຕິບັດ ໃນອະນາຄົດອັນໃກ້ນີ້, ໂດຍສະເພາະ ແມ່ນການກະກຽມສະຖານະການທີ່ເກີດຂື້ນໄດ້, ການທົດສອບວິເຄາະ ແລະ ການສັກຢາວັກແຊງ...

ນາຍົກລັດຖະມົນຕີຫວຽດນາມ: ຖື​ຫ​ນ້າ​ທີ່​ຮັກ​ສາ​ສຸ​ຂະ​ພາບ​ໃຫ້​ປະ​ຊາ​ຊົນ​ແມ່ນ​ເຫ​ນືອກວ່າ​ສິ່ງ​ໃດ​ໝົດ
ທ່ານນາຍົກລັດຖະມົນຕີ ຟ້າມ​ມິງ​ຈິ໊ງ. (ພາບ: VGP)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມ​ມິງ​ຈິ໊ງ ໄດ້ກ່າວວ່າ “ທົ່ວປວງຊົນພວມຄອງຖ້າພວກເຮົາ - ກຳລັງຫຼັກແຫຼ່ງໃນການຕໍ່ສູ້ກັບການລະບາດຂອງພະຍາດ”; ທ່ານນາຍົກລັດຖະມົນຕີ ຟ້າມ​ມິງ​ຈິ໊ງ ຮຽກຮ້ອງໃຫ້ບັນດາຜູ້ແທນສຸມໃສ່ປຶກສາຫາລືກ່ຽວກັບຄຸນນະພາບ, ປະສິດທິຜົນ, ແລະວິທີແກ້ໄຂຢ່າງຂ້ຽວຂາດ ເພື່ອຊຸກຍູ້ກະຊວງສາທາລະນະສຸກ ແລະ ຂະແໜງສາທາລະນະສຸກ ໃນການປະຕິບັດໜ້າທີ່, ວຽກງານ ແລະ ສິດອຳນາດຂອງຕົນ.

ທ່ານນາຍົກລັດຖະມົນຕີ ຟ້າມ​ມິງ​ຈິ໊ງ ໄດ້ຮຽກຮ້ອງໃຫ້ກະຊວງສາທາລະນະສຸກ ວາງອອກບັນດາວິທີການເພື່ອປ້ອງກັນໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ, ສືບຕໍ່ພັດທະນາເສດຖະກິດ - ສັງຄົມໃນໄລຍະຈະມເຖິງ, ໃນສະເພາະໜ້າແມ່ນກະກຽມໃຫ້ແກ່ການເລືອກຕັ້ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນທຸກຂັ້ນໃຫ້ເປັນຢ່າງດີ.

ຕາມກະຊວງສາທາລະນະສຸກ, ຈຳນວນກໍລະນີໃໝ່ທີ່ຕິດ​ເຊື້ອພະຍາດ COVID-19 ຢູ່ຫວຽດນາມອາດຈະສືບຕໍ່ເພີ່ມຂື້ນ, ແຕ່ວ່າທຸກໆກໍລະນີໃໝ່ໄດ້ລະບຸແຫຼ່ງທີ່ມາຂອງການຕິດເຊື້ອ ແມ່ນມາຈາກການລະບາດໃນເມື່ອກ່ອນ, ໄດ້ຖືກແຍກອອກກ່ອນລ່ວງໜ້າຜ່ານການຊອກຄົ້ນ F1.

ກະຊວງສາທາລະນະສຸກກໍ່ພວມມານະພະຍາຍາມສຳຜັດກັບບັນດາແຫຼ່ງການສະໜອງວັກຊິນຜ່ານຫຼາຍຊ່ອງທາງທີ່ແຕກຕ່າງກັນ, ເຮັດວຽກໂດຍກົງກັບບັນດາແຫຼ່ງຜະລິດວັກຊິນ, ບັນດາອົງການຈັດຕັ້ງສາກົນ, ສະຖານທູດບັນດາປະເທດ ແລະ ສະຖານທູດ ຫວຽດນາມ ປະຈຳ ຕ່າງປະເທດ.

ຈຳນວນວັກຊີນທັງໝົດທີ່ຫວຽດນາມໄດ້ຊື້ ແລະ ລົງທະບຽນແມ່ນປະມານ 170 ລ້ານປະລິມານ, ໃນນັ້ນຈຳນວນຢາວັກຊີນທີ່ໄດ້ລົງນາມ ແລະ ມີຄຳໝັ້ນສັນຍາແມ່ນປະມານ 110 ລ້ານຄັ້ງ.

ປະຈຸບັນ, ຫວຽດນາມມີ 4 ໜ່ວຍງານທີ່ກຳລັງພະຍາຍາມຄົ້ນຄວ້າ ແລະ ຜະລິດວັກຊີນໃນທົ່ວປະເທດ, ໃນນັ້ນມີວັກຊີນ 2 ຢ່າງຢູ່ໃນຂັ້ນທົດລອງອາການຄລີນິກໃນໄລຍະ 1 ແລະ ໄລຍະ 2, ຖ້າການຄົ້ນຄວ້າປະສົບຜົນສຳເລັດ, ຄາດວ່າໃນປີ 2022 ສາມາດຜະລິດໄດ້ ແລະ ສະຫນອງໃນທົ່ວປະເທດ.

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ກວດກາການປ້ອງກັນພະຍາດລະບາດຢູ່ຊາຍແດນ ທາງທິດຕາເວັນຕົກສຽງໃຕ້. ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ກວດກາການປ້ອງກັນພະຍາດລະບາດຢູ່ຊາຍແດນ ທາງທິດຕາເວັນຕົກສຽງໃຕ້.

ຍສໝ - ຕອນບ່າຍວັນທີ 9 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ລົງຕິດຕາມກວດກາການປ້ອງກັນການລະບາດຂອງ COVID-19, ສະພາບການກຽມພ້ອມສູ້ຮົບຂອງກຳລັງປະກອບອາວຸດ - ທະຫານເຂດ 9, ແລະ ຊຸກຍູ້ໃຫ້ກຳລັງທະຫານແຖວໜ້າ ໃນການຕໍ່ສູ້ກັບການລະບາດຂອງເຂດຊາຍແດນຂອງແຂວງອານຢາງ; ທະຫານປ້ອງກັນຊາຍແດນ ມີໜ້າທີ່ທັງກາງເວັນ ແລະ ກາງຄືນເພື່ອລາດຕະເວນ ແລະ ຄວບຄຸມຊາຍແດນ ແລະ ປ້ອງກັນສະກັດກັ້ນການເຂົ້າ-ອອກເມືອງ ທີ່ຜິດກົດໝາຍ.

ນາຍົກລັດຖະມົນຕີ ຫວຽດນາມ ຮຽກຮ້ອງໃຫ້ທົ່ວປວງຊົນ, ທົ່ວກອງທັບ ຈົ່ງຮ່ວມແຮງຮ່ວມໃຈພ້ອມກັບລັດຖະບານປະຕິບັດວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ນາຍົກລັດຖະມົນຕີ ຫວຽດນາມ ຮຽກຮ້ອງໃຫ້ທົ່ວປວງຊົນ, ທົ່ວກອງທັບ ຈົ່ງຮ່ວມແຮງຮ່ວມໃຈພ້ອມກັບລັດຖະບານປະຕິບັດວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19

ຍສໝ - ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ຮຽກຮ້ອງໃຫ້ທົ່ວປວງຊົນ ແລະນັກຮົບທົ່ວປະເທດຈົ່ງຮ່ວມແຮງຮ່ວມໃຈພ້ອມກັບລັດຖະບານ, ມານະພະຍາຍາມຢ່າງສູງສຸດ ແລະປະຕິບັດຂໍ້ກໍານົດຕ່າງໆຂອງລັດຖະບານ, ຄະນະຊີ້ນຳແຫ່ງຊາດ... ເພື່ອປ້ອງກັນ, ຕ້ານໂລກລະບາດ ເພື່ອສຸຂະພາບຂອງແຕ່ລະຄົນ, ເພື່ອສຸຂະພາບຂອງຊຸມຊົນ, ເພື່ອຜົນປະໂຫຍດຂອງປະເທດຊາດ.

ຄຸ້ມ​ຄອງ​ເຂດ​ຊາຍ​ແດນ, ສະ​ກັດ​ກັ້ນ​ການ​ເຂົ້າ​ເມືອງ ແບບ​ຜິດ​ກົດ​ໝາຍ ຢ່າງ​ເຂັ້ມ​ງວດ ຄຸ້ມ​ຄອງ​ເຂດ​ຊາຍ​ແດນ, ສະ​ກັດ​ກັ້ນ​ການ​ເຂົ້າ​ເມືອງ ແບບ​ຜິດ​ກົດ​ໝາຍ ຢ່າງ​ເຂັ້ມ​ງວດ

ຍສໝ - ໂດຍຕີລາຄາສູງບັນດາຄວາມມານະພະຍາຍາມຂອງດົ່ງທາບໃນວຽກງານປ້ອງກັນ, ສະກັດກັ້ນ ໂລກລະບາດໂຄວິດ - 19, ພິເສດແມ່ນໃນການຄຸ້ມຄອງຊາຍແດນ ແລະ ການເຂົ້າເມືອງ, ທ່ານຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ ຫວຽດນາມ ເຈືອງຮ່ວາບິ່ງ ກໍ່ຮຽກຮ້ອງໃຫ້ ແຂວງດົ່ງທາບ ສືບຕໍ່ເຊື່ອມຊຶມທັດສະນະ “ຕ້ານໂລກລະບາດຄືຕ້ານສັດຕູ” ຢ່າງເລິກເຊິ່ງ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.