ຫວຽດນາມເພີ່ມການນຳເຂົ້າໄຟຟ້າຈາກລາວ
ໃນໄລຍະປີ 2016-2020, ລາວສົ່ງອອກກະແສໄຟຟ້າບັນລຸ 129.605 ລ້ານກິໂລວັດໂມງ, ມູນຄ່າ 7,2 ຕື້ໂດລາສະຫະລັດ, ເພີ່ມຂື້ນ 164% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.
ໃນໄລຍະປີ 2016-2020, ລາວສົ່ງອອກກະແສໄຟຟ້າບັນລຸ 129.605 ລ້ານກິໂລວັດໂມງ, ມູນຄ່າ 7,2 ຕື້ໂດລາສະຫະລັດ, ເພີ່ມຂື້ນ 164% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.
ຍສໝ - ເມື່ອບໍ່ດົນມານີ້, ຢູ່ບາງກອກ, ສະມາຄົມມິດຕະພາບໄທ - ລາວ ປະສານງານກັບກົມອາຊີຕາເວັນອອກ, ກະຊວງການຕ່າງປະເທດໄທ ໄດ້ຈັດພິທີມອບອຸປະກອນການແພດໃຫ້ແກ່ປະເທດລາວເພື່ອປ້ອງກັນພະຍາດ Covid -19.
ຍສໝ - ພາຍຫຼັງເຮືອບິນລົງຈອດຢູ່ສະໜາມບິນສາກົນ ເຕິນເຊີນເຍິດ, ຜູ້ໂດຍສານທຸກຄົນໄດ້ຮັບການກວດສຸຂະພາບ ແລະ ແຍກຕົວຕາມຂໍ້ກຳນົດ
ວັນທີ 28 ກັນຍາ 2020 ນີ້, ຄະນະປະຕິບັດງານເພື່ອແກ້ໄຂ ບັນຫາຢາເສບຕິດຕາມຊາຍແດນ ລາວ-ໄທ, ໄທ-ລາວ ໄດ້ຈັດກອງ ປະຊຸມທາງໄກ ວີດີໂອ ເທເລ ຄອນເຟີເລັນ ໜ່ວຍປະສານງານປະຈໍາພາກພື້ນຊາຍແດນ ລາວ-ໄທ ປະຈໍາປີ 2020.
ໃນວັນທີ 25 ກັນຍາ 2020 ນີ້, ຢູ່ກົມພົວພັນຕ່າງປະເທດ ທ່ານ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີກະຊວງປ້ອງ ກັນປະເທດ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງ ທ່ານ ນາວາ ອາກາດເອກ ກິດຕິພົງ ແກ້ວພາ ຜູ້ຊ່ວຍທູດຝ່າຍທະຫານອາກາດໄທ ປະຈໍາ ສປປ.ລາວ ທີ່ໄດ້ສິ້ນສຸດການປະຕິບັດໜ້າທີ່ການທູດ ປະຈໍາຢູ່ລາວ.
ໃນວັນທີ 19 ກັນຍາ 2020 ນີ້, ຢູ່ທີ່ຫ້ອງປະຊຸມກະຊວງປ້ອງ ກັນປະເທດ ແຫ່ງ ສປປ.ລາວ ໄດ້ຈັດກອງປະຊຸມທາງໄກປຶກສາ ຫາລືກ່ຽວກັບວຽກງານການ ສ້າງກິດຈະກຳຕ່າງໆລະຫວ່າງ ກອງທັບປະຊາຊົນລາວກັບກອງ ທັບຣາຊະອານາຈັກໄທ.
ຍສໝ - ທີ່ການຕ້ອນຮັບ, ທ່ານເອກອັກຄະລັດຖະທູດ Tanee Sangrat ສະແດງຄວາມຂອບອົກຂອບໃຈຕໍ່ສະມາຄົມມິດຕະພາບຫວຽດນາມ - ໄທ ແລະບັນດາສາຂາສະມາຄົມຢູ່ບັນດາທ້ອງຖິ່ນທີ່ໄດ້ເຂົ້າຮ່ວມເດີນທາງ ແລະຮ່ວມມືໃນບັນດາການເຄື່ອນໄຫວຂອງສະຖານທູດ.
ຍສໝ - ບັນດາຜູ້ຊ່ຽວຊານຢູ່ໄທ ໃຫ້ຮູ້ວ່າ ບັນດາຂໍ້ລິເລີ່ມຂອງຫວຽດນາມ ໃນປີເປັນປະທານອາຊຽນ 2020 ແມ່ນລ້ວນແຕ່ມີຜົນດີຢ່າງຕັ້ງໜ້າ, ໂດຍສະເພາະ ແມ່ນໃນສະພາບການແຜ່ລະບາດຂອງພະຍາດ COVID-19.
ໃນວັນທີ 10 ກັນຍາ 2020 ຢູ່ຂົວມິດຕິພາບລາວ-ໄທ ແຫ່ງທີ 4 ແຂວງ ບໍ່ແກ້ວ ໄດ້ມີພິທີມອບ-ຮັບແຮງານລາວ ທີ່ໄປເຮັດວຽກຢູ່ປະເທດໄທ ຈຳນວນ 27 ຄົນ, ຍິງ 09 ຄົນກັບຄືນປະເທດ. ໃນນີ້, ແຮງງານຢູ່ແຂວງບໍ່ແກ້ວ 21 ຄົນ, ແຂວງຈຳປາສັກ, ອຸດົມໄຊ ແລະ ຫລວງພະບາງ ແຂວງລະ 2 ຄົນ. ຈາກນັ້ນ, ຄະນະສະເພາະກິດເພື່ອປ້ອງກັນ, ຄວາມຄຸມ ແລະ ແກ້ໄຂພະຍາດ ໂຄວິດ-19 ແຂວງບໍ່ແກ້ວ ຈະໄດ້ນຳສົ່ງໄປຈຳກັດບໍລິເວນ ຢູ່ສູນບ້ານມົກກະຕອກ ເມືອງຫ້ວຍຊາຍ ແລະ ໃນວັນດຽວກັນ ຄະນະ ສະເພາະກິດແຂວງ ກໍໄດ້ນຳເອົາແຮງງານ ຈາກ ສປ ຈີນ ທີ່ມາສືບຕໍ່ແກ້ໄຂວຽກ ທີ່ຍັງຄ້າງຢູ່ແຂວງ ບໍ່ແກ້ວ ຈຳນວນ 12 ຄົນ ເຂົ້າມາຈໍາກັດບໍລິເວນ ຢູ່ສູນດັ່ງກ່າວເຊັ່ນດຽວກັນ.
ຍສໝ - ມະຕິດັ່ງກ່າວອະນຸຍາດໃຫ້ການນຳຂອງກະຊວງສຶກສາ ແລະ ບຳລຸງສ້າງ ເປັນຕາງໜ້າຂອງລັດຖະບານເຊັນບົດບັນທຶກຊ່ວຍຈຳກັບຜູ້ຕາງໜ້າຂອງທີ່ໄດ້ຮັບໜ້າທີ່ຈາກລັດຖະບານແຫ່ງຣາຊະອານາຈັກໄທກ່ຽວກັບການຮ່ວມມືດ້ານການສຶກສາ.
ຍສໝ - ວັນທີ 3 ກັນຍາ, ບັນດາອົງການທີ່ມີໜ້າທີ່ຫວຽດນາມ, ສະຖານທູດຫວຽດນາມ ປະຈຳປະເທດໄທ ແລະ ສາຍການບິນແຫ່ງຊາດຫວຽດນາມ ໄດ້ສົມທົບກັບ ບັນດາອົງການທີ່ມີໜ້າທີ່ທ້ອງຖິ່ນ ເພື່ອນຳເອົາພົນລະເມືອງຫວຽດນາມ ຈຳນວນຫລາຍກວ່າຫລາຍກວ່າ 340 ຄົນໄດ້ກັບຄືນບ້ານຢ່າງປອດໄພ.
ຍສໝ - ວັນທີ 24 ສິງຫາ, ພາຍໃຕ້ການອຸປະຖໍາຂອງສະຖານກົງສຸນໃຫຍ່ຫວຽດນາມ ປະຈຳຂອນແກ່ນ (ປະເທດໄທ), ສະມາຄົມນັກທຸລະກິດໄທ - ຫວຽດນາມໃນທົ່ວປະເທດໄທ ໄດ້ຈັດພິທີເລີ່ມເປີດສູນວາງສະແດງສິນຄ້າຫວຽດນາມທີ່ VT- Namnueng Udon Thani, ທິດຕາເວັນອອກສຽງເໜືອປະເທດໄທ.
ຍສໝ - ມາຮອດປະຈຸບັນ, ໄທແມ່ນໜຶ່ງໃນ 10 ນັກລົງທືນຕ່າງປະເທດຢູ່ຫວຽດນາມດ້ວຍຍອດຈຳນວນເງິນລົງທຶນກ່ວາ 12.3 ຕື້ ໂດລາສະຫະລັດ, ປະກອບສ່ວນສ້າງວຽກເຮັດງານທຳໃຫ້ຄົນງານ ແລະ ພັດທະນາເສດຖະກິດ.
ຍສໝ - ວັນທີ 22 ກໍລະກົດ 2020, ກອງປະຊຸມໃຫຍ່ຄັ້ງທີ 4 ໄລຍະ 2020 - 2025 ຂອງສະມາຄົມມິດຕະພາບຫວຽດນາມ - ໄທ ນະຄອນດານັງໄດ້ຈັດຂຶ້ນ ຢູ່ ສຳນັກງານໃຫຍ່ຂອງສະຫະພັນບັນດາອົງການມິດຕະພາບນະຄອນດານັງ.
ຍສໝ - ທີ່ການຕ້ອນຮັບ, ທ່ານ ເລກ໊ວກຟອງ ມີຄວາມປາດຖະໜາວ່າ ໃນໄລຍະຈະມາເຖິງ ທ່ານ ທານີ ແສງຣັດ ຈະເອົາໃຈໃສ່, ສະໜັບສະໜູນ, ສ້າງເງື່ອນໄຂເພື່ອໃຫ້ບັນດາອົງການ ຂອງ ຊາວໜຸ່ມຫວຽດນາມ ມີເງື່ອນໄຂໄດ້ ສຳຜັດກັບວຽກງານຊາວໜຸ່ມຂອງໄທຕື່ມອີກ.
ຍສໝ - VUFO ຈະຮ່ວມມືກັບສະຖານທູດໄທປະຈຳຫວຽດນາມ ໃນການຈັດກິດຈະກຳຕ່າງໆເພື່ອສະເຫຼີມສະຫຼອງຄົບຮອບ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຂອງສອງປະເທດ. ສະຖານທູດໄທປະຈຳ ຫວຽດນາມ ຈະສະໜັບສະໜູນ ເວທີປະຊາຊົນອາຊຽນ 2020 ພາຍໃຕ້ການເປັນປະທານຂອງ VUFO.
ຍສໝ - ວັນທີ 2 ກໍລະກົດນີ້, ຢູ່ສຳນັກງານໃຫຍ່ຂອງກະຊວງການຕ່າງປະເທດຫວຽດນາມ, ທ່ານດິງມິນໂຄຍ - ຮອງລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະກຳມະການແຫ່ງລັດ ສຳລັບຊາວຫວຽດນາມຢູ່ຕ່າງປະເທດ ແລະ ທ່ານ Tanee Sangrat - ເອກອັກຄະລັດຖະທູດໄທ ປະຈຳ ຫວຽດນາມ ໄດ້ໂອ້ລົມສົນທະນາກ່ຽວກັບວຽກງານຊາວຫວຽດນາມຢູ່ຕ່າງປະເທດ.
ຍສໝ - ໃນການວິເຄາະທີ່ມີຫົວຂໍ້ວ່າ "ຫວຽດນາມ ນຳພາອາຊຽນ ໃນຍຸກຫຼັງ ໄວຣັດ" ທີ່ລົງພິມໃນໜັງ ສືພິມ Bangkok Post ເມື່ອມໍ່ໆມານີ້, ນັກຂ່າວ Kavi Chongkittavorn ໄດ້ມີການຢັ້ງຢືນວ່າກອງປະຊຸມສຸດຍອດອາຊຽນ ອອນລາຍ ຄັ້ງທີ 36 ທີ່ຈະມາເຖິງ ແມ່ນການເລີ່ມຕົ້ນໃໝ່ ຂອງອາຊຽນ ເຊິ່ງມີຄວາມສາມັກຄີ ແລະ ເປັນເຈົ້າການໃນການປັບຕົວ ກວ່າເກົ່າ.
ຍສໝ - ສະມາຄົມນັກທຸລະກິດໄທ - ຫວຽດນາມ (BAOTV) ໄດ້ຮ່ວມມືກັບມະຫາວິທະຍາໄລ ອຸດອນທານີ, ປະເທດໄທ ເພື່່ອມອບຂອງຂວັນ ໃຫ້ແກ່ນັກສຶກສາຫວຽດນາມທີ່ຮຽນຢູ່ມະຫາວິທະຍາໄລອຸດອນທານີ.
ຍສໝ - ຈຳນວນພົນລະເມືອງ ໄດ້ກັບຄືນບ້ານໃນຄັ້ງນີ້ ແມ່ນກໍລະນີທີ່ມີສະພາບການຫຍຸ້ງຍາກ, ເຊັ່ນ: ເດັກເກີດໃໝ່, ແມ່ຍິງຖືພາ, ຜູ້ເຈັບເປັນ, ແລະ ນັກຮຽນທີ່ບໍ່ມີບ່ອນຢູ່ອາໄສ ຍ້ອນຫໍພັກປິດ, ນັກທ່ອງທ່ຽວຖືກຄ້າງໄວ້ຍ້ອນຜົນກະທົບຂອງການລະບາດພະຍາດ Covid-19…