ນາຍົກລັດຖະມົນຕີຫວຽດ​ນາມ ໃຫ້​ການຕ້ອນຮັບປະທານກຸ່ມບໍລິສັດ SCG (ໄທ)

14:30 | 04/12/2020

ຍ​ສ​ໝ - ທ່ານນາຍົກລັດຖະມົນຕີສະເໜີໃຫ້ກຸ່ມບໍລິສັດ SCG ສືບຕໍ່ເປີດກວ້າງການລົງທຶນ ແລະ ດຳເນີນທຸລະກິດຢູ່ຫວຽດນາມ; ເປັນຂົວເຊື່ອມຕໍ່ນຳບັນດາກຸ່ມບໍລິສັດໃຫຍ່ຂອງໄທ ເວົ້າສະເພາະ ແລະ ຂອງໂລກເວົ້າລວມເຂົ້າມາລົງທຶນຢູ່ຫວຽດນາມ ໃນໄລຍະຈະມາເຖິງ.

ນາຍ ກລ ດຖະມ ນຕ ຫວຽດ ນາມ ໃຫ ການຕ ອນຮ ບປະທານກ ມບ ລ ສ ດ scg ໄທ ຫວຽດນາມ - ໄທ ສູ້ຊົນວົງເງິນການຄ້າບັນລຸ 20 ຕື້ໂດລາສະຫະລັດ
ນາຍ ກລ ດຖະມ ນຕ ຫວຽດ ນາມ ໃຫ ການຕ ອນຮ ບປະທານກ ມບ ລ ສ ດ scg ໄທ ນາຍົກລັດຖະມົນຕີຫວຽດນາມ ໂອ້ລົມທາງໂທລະສັບກັບນາຍົກລັດຖະມົນຕີໄທ
ນາຍ ກລ ດຖະມ ນຕ ຫວຽດ ນາມ ໃຫ ການຕ ອນຮ ບປະທານກ ມບ ລ ສ ດ scg ໄທ
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ ຣຸງໂຣດ ຣັງຊີໂຣພາດ, ປະທານທັງເປັນຜູ້ອຳນວຍການໃຫຍ່ຝ່າຍບໍລິຫານກຸ່ມບໍລິສັດ SCG (ໄທ) (ພາບ: nhandan.com.vn)

ຕອນບ່າຍວັນທີ 03 ທັນວາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ ຣຸງໂຣດ ຣັງຊີໂຣພາດ, ປະທານທັງເປັນຜູ້ອຳນວຍການໃຫຍ່ຝ່າຍບໍລິຫານກຸ່ມບໍລິສັດ SCG (ໄທ).

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະແດງຄວາມປິຕິຊົມຊື່ນກ່ຽວກັບໜ່ວຍກັນຕອງນ້ຳມັນ ລອງເຊີນ ຂອງກຸ່ມບໍລິສັດ SCG ທີ່ພວມຜັນຂະຫຍາຍຢູ່ແຂວງ ບ່າເຣ້ຍ - ວູງເຕົ່າ, ທ່ານນາຍົກລັດຖະມົນຕີໄດ້ຕີລາຄາວ່າ ບັນດາໂຄງການໃຫຍ່ຄືແນວນີ້ແມ່ນມີຄວາມໝາຍຢ່າງໃຫຍ່ຫຼວງສຳລັບຫວຽດນາມ ໃນການພັດທະນາເສດຖະກິດ, ສັງຄົມ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ກຸ່ມບໍລິສັດ SCG ສືບຕໍ່ເປີດກວ້າງການລົງທຶນ ແລະ ດຳເນີນທຸລະກິດຢູ່ຫວຽດນາມ; ເປັນຂົວເຊື່ອມຕໍ່ນຳບັນດາກຸ່ມບໍລິສັດໃຫຍ່ຂອງໄທ ເວົ້າສະເພາະ ແລະ ຂອງໂລກເວົ້າລວມເຂົ້າມາລົງທຶນຢູ່ຫວຽດນາມ ໃນໄລຍະຈະມາເຖິງ

ສ່ວນ​ທ່ານ ຣຸງໂຣດ ຣັງຊີໂຣພາດ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ເລື່ອງ​ລັດ​ຖະ​ບານ ຫ​ວຽດ​ນາມ​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ຄວ​ບ​ຄຸມ​ໂລກ​ລະ​ບາດ​ໂຄວິດ - 19, ທ່ານ​ກໍ່​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ໄປ​ຍັງ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ ຫວຽດ​ນາມ ທີ່​ໄດ້​ສ້າງ​ເງື່ອນ​ໄຂ​ກ່ຽວ​ກັບ​ບັນ​ດາ​​ລະ​ບຽບ​ການ, ໃບ​ອະ​ນຸ​ຍາດ​ໃຫ້​ແກ່​ບັນ​ດ​າ​ໂຄງ​ການ. ທ່ານ​ແບ່ງ​ປັນ​ວ່າ ປັດ​ຈຸ​ບັນ, ກຸ່ມ​ບໍ​ລິ​ສັດ​ກໍ່​ພວມ​ຊຸກ​ຍູ້​ການ​ພັດ​ທະ​ນາ​ບັນ​ດາ​ໂຄງ​ການ​ພ​າກ​ສ່ວນ, ເປັນ​ຕົ້ນ​ແມ່ນ​ການ​ຮ່ວມ​ມື​ກັບ​ກຸ່ມ​ບໍ​ລິ​ສັດ​ພັດ​ທະ​ນາ​ໂຄງ​ການ​ເຂດ​ອຸດ​ສາ​ຫະ​ກຳ​ຢູ່​ບິ່ນ​ອ້ອມ​ໂຄງ​ການຫຼັກ, ຊອກ​ຫາ​ນັກ​ລົງ​ທຶນ​ທີ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ເພື່ອ​ສົມ​ທົບ​ກັນ​ນັບ​ທັງ​ກໍ່​ລະ​ນີ​ໂຄງ​ການ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ. SCG ສະ​ແດງ​ຄວາມ​ຊີມ​ເຊີຍ ເມື​່ອ​ບັນ​ດາ​ຄູ່​ຮ່ວມ​ມື​ຫວຽດ​ນາມ ພ້ອມ​ກັນ​ຮ່ວມ​ມື, ນ​ຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ມາ​ໃຫ້​ທັງ​ສອງ​ຝ່າຍ, ເປັນ​ຕົ້ນ​ແມ່ນ​ປະ​ກອບ​ສ່ວນ​ເຂົ້າ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ ຫວຽດ​ນາ​ມ.

ນາຍ ກລ ດຖະມ ນຕ ຫວຽດ ນາມ ໃຫ ການຕ ອນຮ ບປະທານກ ມບ ລ ສ ດ scg ໄທ ສະມາຄົມໄທ-ລາວ ເພື່ອມິດຕະພາບ ມອບອຸປະກອນການແພດ ໃຫ້ລັດຖະບານລາວ ປ້ອງກັນການແຜ່ລະບາດຂອງ ໂຄວິດ-19

ໃນໄລຍະຜ່ານມາ, ໜ່ວຍງານພາກລັດ ແລະ ພາກເອກະຊົນຂອງໄທ ກໍໄດ້ໃຫ້ການຊ່ວຍເຫລືອ ສປປ ລາວ ໃນການປ້ອງກັນ ແລະ ບັນເທົາຜົນກະທົບ ຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງຕໍ່ເນື່ອງ ໂດຍໄດ້ມອບອຸປະກອນທາງການແພດ ແລະ ເງິນຊ່ວຍເຫລືອ ລວມມູນຄ່າຫລາຍກວ່າ 7 ລ້ານບາດ.

ນາຍ ກລ ດຖະມ ນຕ ຫວຽດ ນາມ ໃຫ ການຕ ອນຮ ບປະທານກ ມບ ລ ສ ດ scg ໄທ ຫວຽດນາມ - ໄທ ສູ້ຊົນວົງເງິນການຄ້າບັນລຸ 20 ຕື້ໂດລາສະຫະລັດ

ກະຊວງການຕ່າງປະເທດຫວຽດນາມໃຫ້ຮູ້ວ່າ, ຕອນເຊົ້າວັນທີ 6 ພະຈິກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການໂອ້ລົມທາງໂທລະສັບກັບ ທ່ານນາຍົກລັດຖະມົນຕີໄທ ປຣະຍຸດຈັນໂອຊາ ເພື່ອປຶກສາຫາລືການຮ່ວມມືສອງຝ່າຍຫວຽດນາມ - ໄທ ແລະ ການຮ່ວມມືໃນພາກພື້ນ ກ່ອນກອງປະຊຸມສຸດຍອດອາຊຽນ 37.

ນາຍ ກລ ດຖະມ ນຕ ຫວຽດ ນາມ ໃຫ ການຕ ອນຮ ບປະທານກ ມບ ລ ສ ດ scg ໄທ ນາຍົກລັດຖະມົນຕີຫວຽດນາມ ໂອ້ລົມທາງໂທລະສັບກັບນາຍົກລັດຖະມົນຕີໄທ

ຍສໝ - ໃນສະພາບການທີ່ທັງສອງປະເທດຫວຽດນາມ ແລະ ໄທ ໄດ້ຄວບຄຸມການລະບາດຂອງພະຍາດ COVID-19 ຢ່າງມີປະສິດທິຜົນ, ນາຍົກລັດຖະມົນຕີທັງສອງທ່ານ ໄດ້ເຫັນດີເປັນເອກະພາບ ໃນການຊຸກຍູ້ການພົວພັນຮ່ວມມືສອງຝ່າຍຕື່ມອີກ.

ບຸນ​ຄົງ

302 Found

Found

The document has moved here.