ສະມາຄົມໄທ-ລາວ ເພື່ອມິດຕະພາບ ມອບອຸປະກອນການແພດ ໃຫ້ລັດຖະບານລາວ ປ້ອງກັນການແຜ່ລະບາດຂອງ ໂຄວິດ-19

11:30 | 12/11/2020

ໃນໄລຍະຜ່ານມາ, ໜ່ວຍງານພາກລັດ ແລະ ພາກເອກະຊົນຂອງໄທ ກໍໄດ້ໃຫ້ການຊ່ວຍເຫລືອ ສປປ ລາວ ໃນການປ້ອງກັນ ແລະ ບັນເທົາຜົນກະທົບ ຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງຕໍ່ເນື່ອງ ໂດຍໄດ້ມອບອຸປະກອນທາງການແພດ ແລະ ເງິນຊ່ວຍເຫລືອ ລວມມູນຄ່າຫລາຍກວ່າ 7 ລ້ານບາດ.

ສະມາຄ ມໄທ ລາວ ເພ ອມ ດຕະພາບ ມອບອ ປະກອນການແພດ ໃຫ ລ ດຖະບານລາວ ປ ອງກ ນການແຜ ລະບາດຂອງ ໂຄວ ດ 19 ຫວຽດນາມສະໜອງທຶນການສຶກສາ 1.100 ທຶນໃຫ້ແກ່ລາວ
ສະມາຄ ມໄທ ລາວ ເພ ອມ ດຕະພາບ ມອບອ ປະກອນການແພດ ໃຫ ລ ດຖະບານລາວ ປ ອງກ ນການແຜ ລະບາດຂອງ ໂຄວ ດ 19 ບົດບາດແມ່ຍິງ ຍາມໃດກໍ່ໄດ້ຮັບການເຊີດຊູ
ສະມາຄ ມໄທ ລາວ ເພ ອມ ດຕະພາບ ມອບອ ປະກອນການແພດ ໃຫ ລ ດຖະບານລາວ ປ ອງກ ນການແຜ ລະບາດຂອງ ໂຄວ ດ 19
ພິທີມອບອຸປະກອນທາງການແພດ (ພາບ: Kpl)

ສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ໄດ້ເປັນຕົວແທນສະມາຄົມໄທ- ລາວ ເພື່ອມິດຕະພາບ ຈັດພິທີມອບອຸປະກອນທາງການແພດ ມູນຄ່າ 1,2 ລ້ານກວ່າບາດ ໃຫ້ແກ່ລັດຖະບານ ສປປ ລາວ ເພື່ອນຳໃຊ້ເຂົ້າໃນການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19, ເຊິ່ງເປັນສ່ວນໜຶ່ງຂອງການສະເຫລີມສະຫລອງວັນຄົບຮອບ 70 ປີຂອງການພົວພັນທາງການທູດ ໄທ-ລາວ ຈະຄົບຮອບໃນວັນທີ 19 ທັນວາ 2020 ນີ້.

ພິທີມອບ-ຮັບເຄື່ອງຊ່ວຍເຫລືອດັ່ງກ່າວ, ໄດ້ຈັດຂຶ້ນຫວ່າງ​ແລ້ວນີ້, ທີ່ສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ໂດຍແມ່ນ ທ່ານນາງ ອຸຣະວະດີ ສິີພິຣົມ ອຸປະທູດຮັກສາການ ເປັນຜູ້ຕາງໜ້າ ທ່ານ ກຽດຕິຄຸນ ຊາດປະເສີດ ປະທານສະມາຄົມໄທ-ລາວ ເພື່ອມິດຕະພາບ ແລະ ຕາງໜ້າຮັບໂດຍ ທ່ານ ສົມຈິດ ຜາວິໄລ ຮອງຫົວໜ້າຫ້ອງການກະຊວງສາທາລະນະສຸກ ສປປ ລາວ ໂດຍມີທ່ານ ຫຽມ ພົມມະຈັນ ປະທານສະມາຄົມລາວ-ໄທ ເພື່ອມິດຕະພາບ ແລະ ພາກສ່ວນກ່ຽວຂ້ອງ ຈາກກະຊວງສາທາລະນະສຸກ ແລະ ກະຊວງການຕ່າງປະເທດ ສປປ ລາວ ເຂົ້າຮ່ວມ.

ສຳລັບອຸປະກອນທາງການແພດທີ່ນຳມາຊ່ວຍເຫລືອຄັ້ງນີ້ ປະກອບມີ: ຕູ້ກວດເຊື້ອໂຄວິດ-2019 ແບບຄວາມດັນບວກ ຈຳນວນ 4 ຕູ້, ເຄື່ອງວັດອຸນຫະພູມແບບອັດຕະໂນມັດ 4 ເຄື່ອງ ແລະ ເຄື່ອງຊ່ວຍຫາຍໃຈແບບສຸກເສີນ 10 ເຄື່ອງ ແລະ ຊຸດສຳລັບເຮັດແຂ້ວ ຫລື ຜ່າຕັດ 5 ຊຸດ, ເຊິ່ງຜະລິດໂດຍສະຖາບັນເຕັກໂນໂລຊີພະຈອມເກົ້າເຈົ້າຄຸນທະຫານລາດກະບັງ.

ໃນໄລຍະຜ່ານມາ, ໜ່ວຍງານພາກລັດ ແລະ ພາກເອກະຊົນຂອງໄທ ກໍໄດ້ໃຫ້ການຊ່ວຍເຫລືອ ສປປ ລາວ ໃນການປ້ອງກັນ ແລະ ບັນເທົາຜົນກະທົບ ຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງຕໍ່ເນື່ອງ ໂດຍໄດ້ມອບອຸປະກອນທາງການແພດ ແລະ ເງິນຊ່ວຍເຫລືອ ລວມມູນຄ່າຫລາຍກວ່າ 7 ລ້ານບາດ.

ສະມາຄ ມໄທ ລາວ ເພ ອມ ດຕະພາບ ມອບອ ປະກອນການແພດ ໃຫ ລ ດຖະບານລາວ ປ ອງກ ນການແຜ ລະບາດຂອງ ໂຄວ ດ 19 ເປັນ 70 ມືຕິດຕໍ່ກັນ ທີ່ ຫວຽດນາມ ບໍ່ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກໃນຊຸມຊົນ

ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດ ໂຄວິດ - 19 ທັງໝົດ 1.226 ຄົນ. ຜູ້ຕິດເຊື້ອໄດ້ຮັບການປິ່ນປົວຫາຍດີ 1.087 ຄົນ, ຜູ້ເສຍຊີວິດ 35 ຄົນ.

ສະມາຄ ມໄທ ລາວ ເພ ອມ ດຕະພາບ ມອບອ ປະກອນການແພດ ໃຫ ລ ດຖະບານລາວ ປ ອງກ ນການແຜ ລະບາດຂອງ ໂຄວ ດ 19 ລາວ: ຍັງບໍ່ມີຄົນຕິດເຊື້ອໂຄວິດ-19 ເພີ່ມ

ປັດຈຸບັນ, ທົ່ວປະເທດ ມີສູນຈໍາກັດບໍລິເວນທີ່ຍັງເປີດຢູ່ທັງໝົດ 36 ສູນ, ມີຜູ້ຖືກຈຳກັດບໍລິ ເວນຢູ່ສູນ 2.855 ຄົນ, ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ, ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 10 ພະຈິກ 2020 ໄດ້ເກັບຕົວຢ່າງ ມາກວດທັງໝົດ 70.542 ຕົວຢ່າງ, ກວດພົບເຊື້ອສະສົມ 24 ຄົນ, ສ່ວນຜູ້ຕິດເຊື້ອເບີ 24 ຍັງຄົງພັກຮັກສາຢູ່ໂຮງໝໍມິດຕະພາບ.

ສະມາຄ ມໄທ ລາວ ເພ ອມ ດຕະພາບ ມອບອ ປະກອນການແພດ ໃຫ ລ ດຖະບານລາວ ປ ອງກ ນການແຜ ລະບາດຂອງ ໂຄວ ດ 19 ອາ​ຊຽນ​ຮ່ວມ​ແຮງ​ຮ່ວມ​ໃຈ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ Covid – 19

ຍ​ສ​ໝ - ບັນ​ດາ​ຜູ້​ແທນ​ໄດ້​ກວດ​ກາ​ຄວາມ​ຄືບ​ໜ້າ​ການ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ລິ​ເລີ່ມ​ຂອງ ອາ​ຊຽນ​ໃນ​ການ​ຮັບ​ມື ກັບ​ໂລກ​ລະ​ບາດ ໂຄວິດ - 19. ຕາມ​ນັ້ນ​ແລ້ວ, ກອງ​ທຶນ ອາ​ຊຽນ​ຮັບ​ມື​ກັບ​ໂລກ​ລະ​ບາ​ດ - 19 ໄດ້​ສ້າງ​ຕັ້ງ​ຂຶ້ນ​ທີ່ກອງ​ປະ​ຊຸມ​ສຸດ​ຍອດ ອາ​ຊຽນ 36 ໄດ້​ຮັບ​ຄຳ​ໝັ້ນ​ສັນ​ຍາ​ປະ​ກອບ​ເງິນ​ເປັນ​ຈຳ​ນວນ​ກ່​ວາ 10 ລ້ານ USD ຈາກ​ບັນ​ດາ​ປະ​ເທດ​ອາ​ຊຽນ ແລະ ຄູ່​ຮ່ວມ​ມື

kpl.gov.la

ເຫດການ
302 Found

Found

The document has moved here.