ປະຊາຄົມຊາວຫວຽດນາມຢູ່ ພູເກັດ (ປະເທດໄທ) ປາດຖະໜາຢາກຊຸກຍູ້ການຮ່ວມມືກັບຫວຽດນາມ

16:21 | 23/03/2021

ຍສໝ - ຕາມໂຄງການທາງການທູດຂອງສະຖານທູດຫວຽດນາມປະຈຳ ໄທ ໃນການສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ໄທ, ທ່ານເອກອັກຄະລັດຖະທູດ ຟານຈີແທງ ໄດ້ນຳພາຄະນະໄປຢ້ຽມຢາມປະຊາຄົມຊາວຫວຽດນາມຢູ່ແຂວງພູເກັດ (ປະເທດໄທ) ແລະ ເຮັດວຽກກັບສະມາຄົມນັກທຸລະກິດໄທ - ຫວຽດນາມແຕ່ວັນທີ 19-21 ມີນາ.

ພ ນ ອງຊາວຫວຽດນາມຢ ພ ເກ ດ ປະເທດໄທ ປາດຖະໜາຢາກຊ ກຍ ການຮ ວມມ ກ ບຫວຽດນາມ ປະເທດໄທ ຫວັງວ່າຈະໄດ້ຮຽນຮູ້ປະສົບການກ່ຽວກັບວຽກງານຊາວຫວຽດນາມຢູ່ຕ່າງປະເທດຂອງຫວຽດນາມ
ພ ນ ອງຊາວຫວຽດນາມຢ ພ ເກ ດ ປະເທດໄທ ປາດຖະໜາຢາກຊ ກຍ ການຮ ວມມ ກ ບຫວຽດນາມ ທ່ານ ນາຍົກລັດຖະມົນຕີ ຫງວຽນ ຊົນ ຟຸກ ພົບປະ ກັບ ຊາວຫວຽດນາມທີ່ອາໄສ ຢູ່ ປະເທດໄທ

ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳໄທ ຟານຈີແທງ ໄດ້ໄປຢ້ຽມຢາມ ແລະ ປຸກລະດົມປະຊາຊົນໃຫ້ມານະພະຍາຍາມຜ່ານຜ່າໄລຍະຫຍຸ້ງຍາກໃນສະພາບການCOVID-19.

ທ່ານເອກອັກຄະລັດຖະທູດ ຟານຈີແທງ ໄດ້ຮັບຮູ້ຄວາມເອົາໃຈໃສ່ ແລະ ການສະໜັບສະໜູນຂອງລັດຖະບານແຂວງພູເກັດ ຕໍ່ຊຸມຊົນຊາວຫວຽດນາມພັກພາອາໄສຢູ່ພາຍໃນແຂວງ, ພ້ອມທັງສະເໜີໃຫ້ປະຊາຊົນສືບຕໍ່ເພີ່ມທະວີຄວາມສາມັກຄີ, ປະຕິບັດກົດໝາຍ ແລະ ປະກອບສ່ວນເຂົ້າໃນການພັດທະນາທ້ອງຖິ່ນ.

ພ ນ ອງຊາວຫວຽດນາມຢ ພ ເກ ດ ປະເທດໄທ ປາດຖະໜາຢາກຊ ກຍ ການຮ ວມມ ກ ບຫວຽດນາມ
ປະຊາຄົມຊາວຫວຽດນາມ ຢູ່ ພູເກັດ (ປະເທດໄທ) ປາດຖະໜາຢາກຊຸກຍູ້ການຮ່ວມມືກັບຫວຽດນາມ. (ພາບ: baoquocte)

ທ່ານເອກອັກຄະລັດຖະທູດ ຟານຈີແທງ ໄດ້ແຈ້ງໃຫ້ປະຊາຄົມຊາວຫວຽດນາມຢູ່ພູເກັດ ຮັບຮູ້ກ່ຽວກັບຜົນສຳເລັດດ້ານເສດຖະກິດຂອງປະເທດ ໃນໄລຍະມໍ່ໆມານີ້ ແລະ ເປົ້າໝາຍການພັດທະນາຂອງຫວຽດນາມໃນໄລຍະ 5ປີ ຫຼື 10 ປີຕໍ່ໜ້າເຊິ່ງທີ່ໄດ້ຮັບຮອງເອົາໃນກອງປະຊຸມໃຫຍ່ຄັ້ງທີ XIII. ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ຟານຈີແທງ ໄດ້ເຮັດວຽກກັບສະມາຄົມນັກທຸລະກິດໄທ - ຫວຽດນາມ.

ພ ນ ອງຊາວຫວຽດນາມຢ ພ ເກ ດ ປະເທດໄທ ປາດຖະໜາຢາກຊ ກຍ ການຮ ວມມ ກ ບຫວຽດນາມ
ທ່ານເອກອັກຄະລັດຖະທູດ ຟານຈີແທງ ກ່າວຄຳເຫັນທີ່ກອງປະຊຸມ. (ພາບ: baoquocte)

ສະມາຄົມນັກທຸລະກິດໄທ - ຫວຽດນາມ ປະກອບມີວິສາຫະກິດທີ່ເປັນເຈົ້າຂອງໂດຍຄົນໄທທີ່ມີເຊື້ອຊາດຫວຽດນາມ; ສ່ວນໃຫຍ່ແມ່ນວິສາຫະກິດຂະໜາດນ້ອຍ ແລະ ກາງ, ດຳເນີນທຸລະກິດໃນຫລາຍໆຂົງເຂດ, ເຊັ່ນ: ກະສິກຳ, ເຟີນິເຈີ, ໂຮງແຮມ, ຮ້ານອາຫານ, ການຜະລິດ ແລະ ຈຳໜ່າຍຜະລິດຕະພັນຜູ້ບໍລິໂພກ, ອາຫານ...

ວິສາຫະກິດຫຼາຍແຫ່ງໄດ້ປະສົບຜົນສໍາເລັດຢ່າງແນ່ນອນ, ມີຖານະທີ່ໝັ້ນຄົງໃນຕະຫຼາດໄທ ແລະ ໄດ້ດຳເນີນການສົ່ງອອກໄປຫຼາຍປະເທດໃນພາກພື້ນ. ທ່ານເອກອັກຄະລັດຖະທູດ ຟານຈີແທງ ໃຫ້ຮູ້ວ່າການລົງທືນ, ການນຳເຂົ້າ ແລະ ການສົ່ງອອກລະຫວ່າງສອງປະເທດຍັງມີຊ່ອງທາງພັດທະນາຫຼາຍຢ່າງສົມຄວນ, ສະນັ້ນບັນດາວິສາຫະກິດຕ້ອງຊອກຫາ ແລະ ສວຍໂອກາດເປີດກວ້າງການຮ່ວມມືກັບຫວຽດນາມ.

ພ ນ ອງຊາວຫວຽດນາມຢ ພ ເກ ດ ປະເທດໄທ ປາດຖະໜາຢາກຊ ກຍ ການຮ ວມມ ກ ບຫວຽດນາມ
(ພາບ: baoquocte)

ທ່ານເອກອັກຄະລັດຖະທູດ ກໍ່ສະເໜີໃຫ້ບັນດາວິສາຫະກິດຮັດແໜ້ນຄວາມສາມັກຄີ, ເພີ່ມທະວີການປະສານງານ, ສະໜັບສະໜູນເຊິ່ງກັນ ແລະ ກັນເພື່ອສ້າງປະຊາຄົມວິສາຫະກິດຢູ່ຕ່າງປະເທດທີ່ນັບມື້ນັບເຕີບໃຫຍ່, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງໄທ ກໍ່ຄື ການພັດທະນາເພື່ອເສີມຂະຫຍາຍບົດບາດເປັນຂົວຕໍ່ທີ່ມີປະສິດທິຜົນ ລະຫວ່າງຫວຽດນາມ - ໄທ.

ທ່ານເອກອັກຄະລັດຖະທູດ ຟານຈີແທງ ໄດ້ສະເໜີສະມາຄົມນັກທຸລະກິດໄທ - ຫວຽດນາມ ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວດັ່ງກ່າວ ເພື່ອເສີມຂະຫຍາຍບົດບາດຂອງບັນດາວິສາຫະກິດ ແລະ ນັກທຸລະກິດຕ່າງປະເທດ ໃນການຊຸກຍູ້ການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດ...

ພ ນ ອງຊາວຫວຽດນາມຢ ພ ເກ ດ ປະເທດໄທ ປາດຖະໜາຢາກຊ ກຍ ການຮ ວມມ ກ ບຫວຽດນາມ AMM 53: ບັນດາຜູ້ຊ່ຽວຊານປະເທດໄທ ໄດ້ຕີລາຄາສູງບົດບາດນຳພາຂອງຫວຽດນາມ

ຍສໝ - ບັນດາຜູ້ຊ່ຽວຊານຢູ່ໄທ ໃຫ້ຮູ້ວ່າ ບັນດາຂໍ້ລິເລີ່ມຂອງຫວຽດນາມ ໃນປີເປັນປະທານອາຊຽນ 2020 ແມ່ນລ້ວນແຕ່ມີຜົນດີຢ່າງຕັ້ງໜ້າ, ໂດຍສະເພາະ ແມ່ນໃນສະພາບການແຜ່ລະບາດຂອງພະຍາດ COVID-19.

ພ ນ ອງຊາວຫວຽດນາມຢ ພ ເກ ດ ປະເທດໄທ ປາດຖະໜາຢາກຊ ກຍ ການຮ ວມມ ກ ບຫວຽດນາມ ນຳສົ່ງພົນລະເມືອງຫວຽດນາມ ຫລາຍກວ່າ 340 ຄົນຈາກປະເທດໄທ ກັບຄືນບ້ານ

ຍສໝ - ວັນທີ 3 ກັນຍາ, ບັນດາອົງການທີ່ມີໜ້າທີ່ຫວຽດນາມ, ສະຖານທູດຫວຽດນາມ ປະຈຳປະເທດໄທ ແລະ ສາຍການບິນແຫ່ງຊາດຫວຽດນາມ ໄດ້ສົມທົບກັບ ບັນດາອົງການທີ່ມີໜ້າທີ່ທ້ອງຖິ່ນ ເພື່ອນຳເອົາພົນລະເມືອງຫວຽດນາມ ຈຳນວນຫລາຍກວ່າຫລາຍກວ່າ 340 ຄົນໄດ້ກັບຄືນບ້ານຢ່າງປອດໄພ.

ພ ນ ອງຊາວຫວຽດນາມຢ ພ ເກ ດ ປະເທດໄທ ປາດຖະໜາຢາກຊ ກຍ ການຮ ວມມ ກ ບຫວຽດນາມ ປະເທດໄທ ຫວັງວ່າຈະໄດ້ຮຽນຮູ້ປະສົບການກ່ຽວກັບວຽກງານຊາວຫວຽດນາມຢູ່ຕ່າງປະເທດຂອງຫວຽດນາມ

ຍສໝ - ວັນທີ 2 ກໍລະກົດນີ້, ຢູ່ສຳນັກງານໃຫຍ່ຂອງກະຊວງການຕ່າງປະເທດຫວຽດນາມ, ທ່ານດິງມິນໂຄຍ - ຮອງລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະກຳມະການແຫ່ງລັດ ສຳລັບຊາວຫວຽດນາມຢູ່ຕ່າງປະເທດ ແລະ ທ່ານ Tanee Sangrat - ເອກອັກຄະລັດຖະທູດໄທ ປະຈຳ ຫວຽດນາມ ໄດ້ໂອ້ລົມສົນທະນາກ່ຽວກັບວຽກງານຊາວຫວຽດນາມຢູ່ຕ່າງປະເທດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.