ຍສໝ - ໃນຄວາມເປັນຈິງ, ການສົ່ງອອກກະແສໄຟຟ້າຂອງລາວໄປປະເທດຫວຽດນາມ ມີພຽງແຕ່ປະມານ 300 MW, ຄາດວ່າຈະເພີ່ມຂື້ນເປັນ 1,000 MW ໃນປີ 2020, ຫວັງວ່າຈະເພີ່ມການສົ່ງອອກກະແສໄຟຟ້າໄປຫວຽດນາມເຖິງ 3,000 MW ໃນປີ 2025 ແລະຫຼາຍກ່ວາ 5,000 MW ຮອດປີ 2030.
ຍສໝ - ດ້ວຍຄວາມກະຕັນຍູ ແລະ ຮູ້ບຸນຄຸນບໍ່ມີຂອບເຂດຕໍ່ ປະທານ ໂຮ່ ຈີ ມິນ ທີ່ແສນເຄົາລົບຮັກ ແລະ ວິລະຊົນນັກຮົບວິລະຊົນ, ຄະນະຜູ້ແທນສະພາແຫ່ງຊາດ ເຂດ 9 ແລະ ຄະນະສະພາປະຊາຊົນແຂວງຊຽງຂວາງ (ສປປ ລາວ) ໄດ້ເຂົ້າຖະຫວາຍດອກໄມ້ທູບທຽນ ດ້ວຍຄວາມເຄົາລົບ ຢູ່ ສຸສານ ປະທານ ໂຮ່ ຈີ ມິນ ແລະ ວາງພວງມາລາ ແລະ ຖະຫວາຍທູບທຽນ ຢູ່ ອະນຸສາວະລີນັກຮົບນິລະນາມ ຢູ່ທີ່ ສຸສານນັກຮົບວິລະຊົນ ຫວຽດນາມ - ລາວ.
ອາທິດທີ່ຜ່ານມາ, ຢູ່ທີ່ພັດຕະນາຄານດາວຮູ່ງ I ກົງສູນຫວຽດນາມປະຈຳພາກກາງ ຂອງ ສປປ ລາວ ໄດ້ຈັດງານສະ ເຫຼີມສະຫຼອງວັນໄຊຊະນະການ ປະຕິວັດເດືອນສິງຫາ (19/8/1945-19/8/2019, ວັນຊາດ ຫວຽດນາມ ວັນທີ 2/9/1945-2/9/2019 ຄົບຮອບ 74 ປີ ແລະວັນສ້າງຕ້ັງການທູດຫວຽດ ນາມ-ລາວ ຄົບຮອບ 57 ປີ ວັນທີ 5/9/1962-5/9/2019) ໂດຍແມ່ນທ່ານ ຢຸງເວີຍ ຫົວໜ້າ ກົງສູນໃຫຍ່ ສສ ຫວຽດນາມປະ ຈຳພາກກາງ ສປປ ລາວ ພ້ອມຄະນະເປັນຜູ້ຈັດຂຶ້ນ, ໃຫ້ກຽດ ເຂົ້າຮ່ວມໃນພິທີມີທ່ານ ປອ ໂພໄຊ ໄຊຍະສອນ ກຳມະ ການສຳຮອງສູນກາງພັກ ຮອງ ເລຂາພັກແຂວງ ຮອງເຈົ້າແຂວງ ສະຫວັນນະເຂດ ບັນດາທ່ານ ໃນຄະນະປະຈຳພັກແຂວງກຳມະ ການພັກແຂວງມີການນຳຂັ້ນ ແຂວງຈາກແຂວງຄຳມ່ວນ, ແຂວງບໍລິຄຳໄຊ, ມີສະມາຄົມ ຫວຽດນາມ ສະມາຄົມຈີນ ແລະບັນດາຫົວໜ່ວຍທຸລະກິດຕ່າງໆຢູ່ພາຍໃນແຂວງສະຫວັນນະເຂດ ກໍ່ຖືເປັນກຽດເຊີນເຂົ້າຮ່ວມ.
ທ້າຍອາທິດທີ່ຜ່ານມາ, ຄະນະປະຕິບັດງານ ສະຖານທູດ ສປປລາວ ນຳໂດຍ ທ່ານ ຄຳສິງ ດວງວັນດີ, ທີ່ປຶກສາດ້ານການເມືອງ, ສະຖານທູດ ສປປ ລາວ ໄດ້ມີການພົບປະ ແລະ ເຮັດວຽກ ກັບ ວິທະຍາໄລ ຊັ້ນສູງເຊີນລາ ກ່ຽວກັບ ການກໍ່ສ້າງ ຊັບພະຍາກອນມະນຸດ ໃຫ້ແກ່ 9 ແຂວງ ພາກເໜືອຂອງລາວ. ຕ້ອນຮັບ ແລະ ເຮັດວຽກ ກັບຄະນະຜູ້ແທນ ສະຖານທູດລາວ ປະກອບມີ ຄະນະ ອຳນວຍການ ວິທະຍາໄລ ຊັ້ນສູງເຊີນລາ.
ຍສໝ - ເມື່ອບໍ່ດົນມານີ້, ທ່ານ ຄຳພັນ ອັ່ນລາວັນ ເອກອັກຄະລັດຖະທູດລາວ ໄດ້ນໍາໜ້າຄະນະພະນັກງານສະຖານທູດແຫ່ງ ສປປ ລາວ ປະຈຳ ອາເມລິກາ ມາສະຖານທູດຫວຽດນາມ ປະຈຳ ວໍຊິງຕັນ ເພື່ອອວຍພອນວັນສະຖາປະນາປະເທດ ສສ ຫວຽດນາມ ຄົບຮອບ 74 ປີ (2/9/1945 - 2/9/2019).
ເນື່ອງໃນໂອກາດ ວັນໄຂສົກຮຽນໃໝ່ 2019-2020 ນີ້, ທ່ານ ທອງລຸນ ສີສຸລິດ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕາງໜ້າລັດຖະບານ ແລະ ໃນນາມສ່ວນຕົວ ຝາກຄວາມຢ້ຽມ ຢາມຖາມຂ່າວອັນອົບອຸ່ນ, ຄຳອວຍພອນອັນປະເສີດ ມາຍັງຜູ້ບໍລິຫານການສຶກສາທຸກຂັ້ນ, ຄູ, ອາຈານ ແລະ ນັກຮຽນ-ນັກສຶກສາທຸກໆຄົນ ໃນທົ່ວປະເທດ, ຂໍໃຫ້ມີພາລະນາໄມສົມບູນ, ມີຄວາມຜາສຸກ ແລະ ມີຄວາມຈະເລີນກ້າວໜ້າ ຕະຫລອດສົກຮຽນ ແລະ ຕະຫລອດໄປ.
ຍສໝ - ໃນຕອນບ່າຍຂອງວັນທີ 26 ສິງຫາ 2019, ທີ່ ບາງກອກ, ປະເທດໄທ, ທ່ານ ຫງວຽນວັນເຢົ່າ, ປະທານກໍາມາທິການການຕ່າງປະເທດສະພາແຫ່ງຊາດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ເອກສະຫວ່າງ ວົງວິຈິດ, ປະທານກໍາມາທິການການຕ່າງປະເທດສະພາແຫ່ງຊາດລາວ.
ຍສໝ - ກະຊວງອຸດສາຫະກຳ ແລະ ການຄ້າລາວ ສະເໜີໃຫ້ກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ພິຈາລະນາການລົງທືນ ເພື່ອສ້າງເຂດການຄ້າຊາຍແດນຕາມ 3 ເຂດຊາຍແດນ.
ໃນວັນທີ 26-30 ສິງຫາ 2019 ທີ່ໂຮງແຮງຄຣາວພາຊາ ນະຄອນຫລວງວຽງຈັນ, ກົມພາສີ ກະຊວງການເງິນ ຮ່ວມກັບ ອົງການພາສີໂລກ ໄດ້ຈັດບັ້ນ ຝຶກອົບຮົມຍົກລະດັບ ໃຫ້ແກ່ພະນັກງານພາສີ ແລະ ພາກເອກະຊົນ ເພື່ອແນໃສ່ພັດທະນາ ຄວາມອາດສາມາດ ໃນການຄຸ້ມຄອງ, ກວດກາ ແລະ ອະນຸມັດການເຂົ້າ ຮ່ວມແຜນ ງານຂອງຜູ້ປະກອບການ ທີ່ໄດ້ຮັບຮອງຢ່າງເປັນທາງການ ຈາກລັດຖະບານພາສີ ໃຫ້ໄດ້ຮັບສິດທິພິເສດ ກ່ຽວກັບການປະຕິບັດ ຂັ້ນຕອນແຈ້ງພາສີ ແລະ ການກວດປ່ອຍສິນຄ້າ (ເອອີໂອ) ຂອງພາກທຸລະກິດ ໃຫ້ມີປະສິດທິພາບ. ພ້ອມທັງສ້າງຄວາມຮູ້ ແລະ ຄວາມເຂົ້າໃຈຢ່າງເລິກເຊິ່ງ ໃນການຈັດຕັ້ງປະຕິບັດແຜນງານ ເອອີໂອ ເພື່ອຊ່ວຍປັບປຸງສະພາບ ແວດລ້ອມດ້ານການຄ້າໃນ ສປປ ລາວ ໃຫ້ສະດວກ ແລະ ສອດຄ່ອງກົມ ກຽວກັນຫລາຍຂຶ້ນ.
ຍສໝ - ວັນທີ 22 ສິງຫາ, ວິທະຍາໄລ ຊັ້ນສູງເຊີນລາ ໄດ້ຈັດພິທີເປີດຊຸດຝຶກອົບຮົມ ພາສາຫວຽດໃຫ້ພະນັກງານສະພາປະຊາຊົນບັນດາແຂວງພາກ ເໜືອ ຂອງ ສປປ ລາວ ປີ 2019. ເຂົ້າຮ່ວມມີທ່ານ ເຍິມ ຖິ ເຟືອງ, ຮອງປະທານສະພາປະຊາຊົນແຂວງເຊີນລາ; ການນຳ ສະພາປະຊາຊົນ ແຂວງພາກເໜືອ ຂອງສປປ ລາວ ອີກຈຳນວນໜຶ່ງ; ຜູ້ຕາງໜ້າພະແນກການຂອງແຂວງເຊີນລາອີກຈຳນວນໜຶ່ງກໍ່ໃຫ້ກຽດເຂົ້າຮ່ວມ.
ບັນຫາການຂາດໂພຊະນາການ ຢູ່ ສປປ ລາວ ຍັງເປັນຫາທ້າທາຍ ເຊິ່ງມີເດັກນ້ອຍຂາດອາຫານຊໍ້າເຮື້ອຂັ້ນປານກາງ ຫລື ຂັ້ນຮ້າຍແຮງ ຫລາຍກວ່າໜຶ່ງສ່ວນສາມ ປະມານ 35,6% ແລະ ເກືອບວ່າ ມີເດັກນ້ອຍໜຶ່ງໃນສິບ ປະມານ 9,6% ທີ່ຂາດສານອາຫານ ກະທັນຫັນ ຂັ້ນປານກາງ ຫລືຂັ້ນຮ້າຍແຮງ, ພ້ອມກັບຄວາມບໍ່ເທົ່າທຽມກັນໃນດ້ານໂພຊະນາການ ຂຶ້ນກັບພູມມູປະເທດ, ກຸ່ມຊົນເຜົ່າ ແລະ ສະພາບດ້ານເສດຖະກິດ.
ຍສໝ - ໃນວັນທີ 20 ສິງຫາ 2019, ຮອງເລຂາຄະນະປະຈຳພັກແຂວງ ທ່ານ ຫງວ໋ຽນ ດັງ ກວາງ ໄດ້ໃຫ້ການຕ້ອນຮັບ ຄະນະຜູ້ແທນ ຄະນະກຳມະການກວດກາ - ກວດສອບແຂວງສາລະວັນ (ສປປ ລາວ) ນຳໂດຍ ທ່ານ ຄຳຂັນ ຈັນສະໝອນ ປະທານກວດກາພັກແຂວງສາລະວັນ ເປັນຫົວໜ້າຄະນະ ໃນໂອກາດໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງກວ້າງຈິ. ເຂົ້າຮ່ວມການຕ້ອນຮັບຄັ້ງນີ້, ມີປະທານຄະນະກຳມະການກວດກາພັກ ແຂວງໆ ກວ້າງຈິ ທ່ານ ນາງ ໂຮ່ ຖິ ທູ ຮັ່ງ ກໍ່ໃຫ້ກຽດເຂົ້າຮ່ວມ.
ຍສໝ - ໃນຕອນເຊົ້າຂອງວັນທີ 19 ສິງຫາ 2019, ທີ່ກອງ 871, ກົມໃຫຍ່ການເມືອງ, ສານທະຫານສູນກາງ ແຫ່ງ ສສ ຫວຽດນາມ ໄດ້ເປີດຊຸດຝຶກອົບຮົມວິຊາສະເພາະໃຫ້ແກ່ພະນັກງານສານທະຫານ ແຫ່ງ ສປປ ລາວ.
ວັນທີ 19 ສິງຫາ 2019 ຢູ່ກະຊວງການຕ່າງປະເທດ ໃນໂອກາດສຳເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຄຳນັບອຳລາຂອງ ທ່ານ ທາເຄຊິ ຮິຄິຮາຣະ ເອກອັກຄະລາຊະທູດ ຍີ່ປຸ່ນ ປະຈຳ ສປປ ລາວ.
ໃນລະຫວ່າງວັນທີ 15-16 ສິງຫາ 2019 ນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະ ການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະ ເທດ ພ້ອມດ້ວຍຄະນະ ແລະ ພາກ ສ່ວນກ່ຽວຂ້ອງໄດ້ລົງເຄື່ອນໄຫວ ກວດກາ ແລະ ຊີ້ນໍາໂຄງການປັບ ປຸງ ແລະ ຟື້ນຟູສະໜາມບິນທົ່ງ ໄຫຫີນແຂວງຊຽງຂວາງ.
ຍສໝ - ສອງວັນທີ່ຜ່ານມາ, ຄະນະຜູ້ແທນຂັ້ນສູງຂອງ ຄະນະກຳມະການກວດກາສູນກາງພັກ ປະຊາຊົນປະຕິວັດລາວ ນຳໂດຍ ທ່ານ ບຸນທອງ ຈິດມະນີ - ກຳມະການ ສູນກາງພັກ, ຮອງນາຍົກລັດຖະມົນຕີ, ຫົວໜ້າ ຄະນະກຳມະການກວດກາສູນກາງ, ປະທານອົງການກວດສອບລັດ, ຫົວໜ້າຄະນະກຳມະການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ເຂົ້າຖະຫວາຍທູບທຽນ ຢູ່ສູນອະນຸສອນສະຖານ ຫງວ໋ຽນ ຢູ ແລະ ເຂດມໍລະດົກປະຫວັດສາດ ສາມແຍກ ດົ່ງລົກ (ຮ່າຕິ້ງ).
ຍສໝ - ເພື່ອແນໃສ່ຜັນຂະຫຍາຍການຈັດຕັ້ງປະຕິບັດ ສັນຍາການຮ່ວມມືລະຫວ່າງແຂວງກວ້າງຈິ (ສສ ຫວຽດນາມ) ແລະ ແຂວງສະຫວັນນະເຂດ (ສປປ ລາວ) ໄລຍະ ປີ 2017-2019 ແລະ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດບົດບັນທຶກຊ່ວຍຈຳ ລະຫວ່າງ ຄະນະໂຄສະນາແຂວງກວ້າງຈິ ແລະ ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ ເຊັນໃນວັນ 13 ກັນຍາ 2017, ແຕ່ ວັນທີ 13 – 16 ສິງຫາ 2019, ຄະນະປະຕິບັດງານ ຄະນະໂຄສະນາແຂວງກວ້າງຈິ ໂດຍ ຫົວໜ້າໂຄສະນາແຂວງ ໂຮ່ ດ້າຍ ນາມ ໄດ້ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງສະຫວັນນະເຂດ (ສປປ ລາວ). ຕ້ອນຮັບ ແລະ ເຮັດວຽກກັບຄະນະ ປະກອບມີ ຮອງເລຂາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມ ແຂວງສະຫວັນນະເຂດ ທ່ານ ວົງເພັດ ໄຊຊະຫງວນ.
ລັດຖະທຳມະນູນແມ່ນກົດໝາຍພື້ນຖານຂອງລາວ ເຊິ່ງກຳນົດລະອຽດເຖິງລະບອບການເມືອງ ເສດຖະ ກິດສັງຄົມ ສິດທິພື້ນຖານຂອງພົນລະເມືອງລາວ ຫຼັກການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກົງຈັກ ລັດແຫ່ງ ສປປ ລາວ.
ຍສໝ - ໃນໂອກາດທີ່ຄະນະຜູ້ແທນ ສະຫະພັນ ກຳມະບານແຂວງສະຫວັນນະເຂດ (ສປປ ລາວ) ນຳໂດຍ ທ່ານ ບຸນລຽນ ຈັນວັນເພັງ ປະທານ ຄະນະກຳມະການປະຊາຊົນແຂວງສະຫວັນນະເຂດ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງກວ້າງຈິ, ຕອນເຊົ້າວັນທີ 14 ສິງຫາ 2019, ຮອງເລຂາຄະນະປະຈຳພັກແຂວງ ທ່ານ ຫງວ໋ຽນ ດັງ ກວາງ ໄດ້ມີກອງປະຊຸມພົບປະໂອ້ລົມ ແລະ ຕ້ອນຮັບຄະນະ.
ໃນທ້າຍອາທິດທີ່ຜ່ານມາ, ທີ່ທໍານຽບປະທານາທິບໍດີ ນະຄອນຫລວງດາກາ, ສາທາລະນະລັດ ປະຊາຊົນ ບັງກະລາເທດ, ທ່ານ ບຸນແນມ ຈວງຫອມ ໄດ້ຍື່ນສານຕາຕັ້ງຕໍ່ ທ່ານ ເອັມ ອັບດູລ ຮາມິດ (M Abdul Hamid), ປະທານາທິບໍດີ ແຫ່ງ ສາທາລະນະລັດ ປະຊາຊົນ ບັງກະລາເທດ, ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາ ສາທາລະນະລັດ ປະຊາຊົນ ບັງກະລາເທດ, ໂດຍມີສໍານັກງານຕັ້ງຢູ່ ນະຄອນ ຫລວງນິວເດນລີ, ປະເທດອິນເດຍ.