ສປປ ລາວ ສະເໜີ ສ້າງຕະຫຼາດຊາຍແດນ ຫວຽດນາມ - ລາວ

11:44 | 28/08/2019

ຍສໝ - ກະຊວງອຸດສາຫະກຳ ແລະ ການຄ້າລາວ ສະເໜີໃຫ້ກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ພິຈາລະນາການລົງທືນ ເພື່ອສ້າງເຂດການຄ້າຊາຍແດນຕາມ 3 ເຂດຊາຍແດນ.

ເພື່ອເປັນການຮັດແໜ້ນ ການພົວພັນດ້ານການຄ້າລາວ - ຫວຽດນາມ, ກະຊວງອຸດສາຫະກຳ ແລະ ການຄ້າຂອງລາວຖືວ່າການກໍ່ສ້າງເຂດການຄ້າຊາຍແດນເປັນສ່ວນໜຶ່ງ ຂອງບາດກ້າວເພື່ອຊຸກຍູ້ການເຕີບໂຕດ້ານການຄ້າສອງຝ່າຍຈາກ 10% ຫາ 15% ໃນປີ 2019.

ກະຊວງອຸດສາຫະກຳ ແລະ ການຄ້າ ສອງຝ່າຍ ກ່າວວ່າ ນັ້ນແມ່ນໜຶ່ງໃນບັນດາເນື້ອໃນທີ່ໄດ້ເຫັນດີເປັນເອກະພາບຢູ່ກອງປະຊຸມຮ່ວມມື ຂະແໜງອຸດສະຫະກຳແລະການຄ້າລະຫວ່າງສອງປະເທດຫວຽດນາມ-ລາວທີ່ຫາກໍ່ໄດ້ຈັດຂຶ້ນຢູ່ ນະຄອນຫຼວງວຽງຈັນ.

ສປປ ລາວ ສະເໜີ ສ້າງຕະຫຼາດຊາຍແດນ ຫວຽດນາມ - ລາວ

ຕະຫຼາດ ນາແມວ ທີ່ຊາຍແດນຂອງ 2 ປະເທດຫວຽດນາມ - ລາວ. (ພາບ: bienphong.vn)

ຕາມ ທ່ານນາງ ເຂັມມະນີພົນເສນາ ລັດຖະມົນຕີກະຊວງອຸດສະຫະກຳແລະການຄ້າລາວ, ວຽກການກໍ່ສ້າງບັນດາຕະຫຼາດເຂດຊາຍແດນຈະປະກອບສ່ວນຊຸກຍູ້ການພົວພັນແລກປ່ຽນດ້ານການຄ້າສອງຝ່າຍລະຫວ່າງສອງປະເທດຫວຽດນາມ-ລາວໃນຊຸມປີຈະມາເຖິງນີ້. ຕາມນັ້ນ, ກະຊວງອຸດສະຫະກຳແລະການຄ້າລາວ ສະເໜີໃຫ້ຝ່າຍຫວຽດນາມຮ່ວມມືກໍ່ສ້າງຕະຫຼາດເຂດຊາຍແດນນ້ຳໂຊຍ (ລະຫວ່າງແຂວງຫົວພັນກັບແຂວງແທັ່ງຮວາ), ຕະຫຼາດນ້ຳອອນ (ລະຫວ່າງແຂວງບໍລິຄຳໄຊກັບແຂວງເຫງະອານ) ແລະຕະຫຼາດ ດັກຕະອອກ (ລະຫວ່າງແຂວງເຊກອງກັບແຂວງກວ໋າງນາມ) ຂອງຫວຽດນາມ.

ສ່ວນຝ່າຍຫວຽດນາມ, ທ່ານເຈິ່ນຕວັ໊ນແອັ່ງລັດຖະມົນຕີກະຊວງອຸດສະຫະກຳແລະການຄ້າຫວຽດນາມກໍ່ຢັ້ງຢືນວ່າ: ຫວຽດນາມພ້ອມເຈລະຈາເພື່ອໃຫ້ເປັນເອກະພາບດ້ານເນື້ອໃນຂອງບົດບັນທຶກຊ່ວຍຈຳກ່ຽວກັບການພັດທະນາ ແລະ ເຊື່ອມຕໍ່ພື້ນຖານໂຄງລ່າງການຄ້າຊາຍແດນ ລະຫວ່າງສອງປະເທດ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.