ການນຳແຂວງກວ້າງຈິ ຕ້ອນຮັບຄະນະຜູ້ແທນ ຄະນະກຳມະການກວດກາ - ກວດສອບ ແຂວງສາລະວັນ (ສປປ ລາວ)

14:18 | 22/08/2019

ຍສໝ - ໃນວັນທີ 20 ສິງຫາ 2019, ຮອງເລຂາຄະນະປະຈຳພັກແຂວງ ທ່ານ ຫງວ໋ຽນ ດັງ ກວາງ ໄດ້ໃຫ້ການຕ້ອນຮັບ ຄະນະຜູ້ແທນ ຄະນະກຳມະການກວດກາ - ກວດສອບແຂວງສາລະວັນ (ສປປ ລາວ) ນຳໂດຍ ທ່ານ ຄຳຂັນ ຈັນສະໝອນ ປະທານກວດກາພັກແຂວງສາລະວັນ ເປັນຫົວໜ້າຄະນະ ໃນໂອກາດໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງກວ້າງຈິ. ເຂົ້າຮ່ວມການຕ້ອນຮັບຄັ້ງນີ້, ມີປະທານຄະນະກຳມະການກວດກາພັກ ແຂວງໆ ກວ້າງຈິ ທ່ານ ນາງ ໂຮ່ ຖິ ທູ ຮັ່ງ ກໍ່ໃຫ້ກຽດເຂົ້າຮ່ວມ.

ການນຳແຂວງກວ້າງຈິ ຕ້ອນຮັບຄະນະຜູ້ແທນ ຄະນະກຳມະການກວດກາ - ກວດສອບ ແຂວງສາລະວັນ (ສປປ ລາວ)

ການນຳທັງສອງແຂວງມອບຂອງທີ່ລະນຶກໃຫ້ແກ່ກັນ.(ພາບ:ຮົ່ງຮ່າ/www.quangtri.gov.vn)

ໃນການຕ້ອນຮັບ, ໃນນາມຕາງ ໜ້າໃຫ້ຄະນະປະຕິບັດງານ, ທ່ານ ຄຳຂັນ ຈັນສະໝອນ ໄດ້ສະຫຼຸບລາຍງານໂດຍຫຍໍ້ ກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມ; ການເຄື່ອນໄຫວວຽກງານກວດກາ, ຕິດຕາມ ຂອງຄະນະກວດກາ ແລະ ກວດສອບແຂວງສາລະວັນ ໃນໄລຍະຜ່ານມາ. ພ້ອມດຽວກັນນີ້ ກໍ່ສະແດງຄວາມປາດຖະໜາ ວ່າການມາຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້ ຈະເປັນໂອກາດໃຫ້ສະມາຊິກຂອງຄະນະຜູ້ແທນໄດ້ຮຽນຮູ້ປະສົບການ ກໍ່ຄືຖອດຖອນບົດຮຽນ, ວິທີເຮັດວຽກອັນດີ ໃນວຽກງານການກວດກາ ແລະ ກວດສອບ.

ກ່າວຄຳເຫັນທີ່ກອງປະຊຸມ, ເລຂາຄະນະປະຈຳ ພັກແຂວງ ຫງວ໋ຽນ ດັງ ກວາງ ໄດ້ສະແດງຄວາມປິຕິຊົມຊື່ນ ແລະ ຕ່າງໜ້າໃຫ້ການນຳແຂວງ ຕ້ອນຮັບຄະນະກຳມະການກວດກາ ແລະ ກວດສອບແຂວງສາລະວັນ ທີ່ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງກວາ້ງຈິ. ທ່ານໄດ້ແບ່ງປັນເຖິງຄວາມຫຍຸ້ງຍາກໃນການພັດທະນາເສດຖະກິດ - ສັງຄົມຂອງແຂວງສາລະວັນ ແລະ ຕີລາຄາສູງຕໍ່ຄະນະພັກ, ອຳນາດການປັກຄອງ ແລະ ປະຊາຊົນ ແຂວງສາລະວັນ ໃນຄວາມພະຍາຍາມສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກ ເພື່ອປະຕິບັດເປົ້າໝາຍ ແລະ ແຜນການ ຂອງທ້ອງຖິ່ນໃນໄລຍະຜ່ານມາຢ່າງມີປະສິດທິຜົນ. ເລຂາຄະນະປະຈຳພັກແຂວງ ຫງວ໋ຽນ ດັງ ກວາງ ຍັງໄດ້ລາຍງານໂດຍສັງເຂບ ກ່ຽວກັບບາງສະພາບການເສດຖະກິດ - ສັງຄົມ, ປ້ອງກັນຄວາມສະຫງົບ ແລະ ການກໍ່ສ້າງພັກຂອງ ແຂວງກວ້າງຈິ ໃນໄລຍະທີ່ຜ່ານມາ. ໂດຍສະເພາະ, ໃນປີ 2019, ແຂວງກວາງຈິ ໄດ້ສຸມໃສ່ວຽກງານກວດກາ, ຕິດຕາມກວດກາ, ກໍ່ສ້າງ ຖັນແຖວພະນັກງານກວດກາ ພັກ-ລັດ, ເພື່ອຕອບສະໜອງພາລະກິດທີ່ໄດ້ວາງອອກ, ປະກອບສ່ວນໃນການກໍ່ສ້າງພັກ ແລະ ກໍ່ສ້າງອຳນາດການປົກຄອງຂອງແຂວງໃຫ້ດີ.,

ການແລກປ່ຽນປະສົບການໃນການກວດກາພັກລະຫວ່າງ ແຂວງສາລະວັນ ແລະ ແຂວງກວ້າງຈິ ໄດ້ປະກອບສ່ວນຍົກສູງປະສິດທິຜົນ ຂອງການຄຸ້ມຄອງລັດຂອງສອງແຂວງ, ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບອັນເກົ່າແກ່ຂອງສອງ ປະເທດຫວຽດນາມ-ລາວ.

ການນຳແຂວງກວ້າງຈິ ຕ້ອນຮັບຄະນະຜູ້ແທນ ຄະນະກຳມະການກວດກາ - ກວດສອບ ແຂວງສາລະວັນ (ສປປ ລາວ)

ບັນຍາກາດການພົບປະ ແລະ ເຮັດວຽກຂອງຄະນະຜູ້ແທນສອງແຂວງ.(ພາບ:ຮົ່ງຮ່າ/www.quangtri.gov.vn)

* ໃນວັນດຽວກັນ, ຄະນະຜູ້ແທນຄະນະກຳມະການກວດກາພັກ -ລັດ ແຂວງສາລະວັນ (ລາວ) ນຳໂດຍທ່ານ ຄຳຂັນ ຈັນສະໝອນ, ປະທານ ກວດກາພັກ-ລັດ ຄະນະປະຈຳພັກແຂວງສາລະວັນ ໄດ້ມີການພົບປະ ກັບ ຄະນະປະຈຳພັກແຂວງ, ອົງການການກວດກາພັກ-ລັດ ແຂວງກວາ້ງຈິ. ປະທານ ກວດກາພັກ-ລັດແຂວງ ທ່ານນາງ ໂຮ່ ຖິ ທູ ຮັ່ງ ໄດ້ໃຫ້ການຕ້ອນຮັບ ແລະ ເຮັດວຽກກັບຄະນະ.

ທີ່ການພົບປະ, ສອງຝ່າຍໄດ້ສະຫຼຸບລາຍງານໂດຍຫຍໍ້ ກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມ, ການກໍ່ສ້າງພັກ ແລະ ວຽກງານກວດກາ ພັກ-ລັດ ຂອງທັງສອງແຂວງ ໃນຕົ້ນປີ. ສອງຝ່າຍໄດ້ຕີລາຄາຄືນສະພາບການຮ່ວມມືຂອງສອງໜ່ວຍງານ ແລະ ການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈ ທີ່ໄດ້ເຊັນລົງນາມນຳກັນ ໃນປີ 2018. ຈາກນັ້ນ, ທັງສອງຝ່າຍ ໄດ້ສະຫຼຸບລາຍງານໂດຍສັງເຂບ, ແລກປ່ຽນປະສົບການໃນວຽກງານກວດກາຢ່າງເປັນປະຈຳ, ຮ່ວມກັນຊອກຮູ້, ນຳໃຊ້ຢ່າງມີປະສິດທິຜົນ, ສອດຄ່ອງກັບການເຄື່ອນໄຫວກວດກາ ແລະ ກວດສອບ.

ທີ່ການພົບປະ ແລະ ເຮັດວຽກ, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບທິດທາງແຜນການ-ການຮ່ວມມື ໃນອານາຄົດ ເພື່ອຈັດຕັ້ງປະຕິບັດບັນດາເນື້ອໃນຂອງບົດບັນທຶກຊ່ວຍຈຳ ທີ່ໄດ້ເຊັນລົງນາມໃນປີ 2018 ຢູ່ ແຂວງສາລະວັນ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.