ສປປ ລາວ ມີແຫລ່ງມໍລະດົກໂລກ ທັງໝົດ 3 ແຫ່ງ 1 ລາຍການ

15:15 | 11/09/2019

ປັດຈຸບັນ, ສປປ ລາວ ມີແຫລ່ງມໍລະດົກໂລກ ທີ່ຖືກຮັບຮອງຢ່າງເປັນທາງການ ຈາກອົງ ການອຸຍແນດສະໂກ ຫລື (ອົງການສະຫະປະຊາຊາດເພື່ອການສຶກສາ, ວິທະຍາດສາດ ແລະ ວັດທະນະ ທຳ - UNESCO) ທັງໝົດ 3 ແຫ່ງ ແລະ 1 ລາຍການ ທີ່ເປັນມໍລະດົກໂລກ ວັດທະນະທຳນາມມະທຳ ທີ່ບໍ່ເປັນວັດຖຸ.

ສປປ ລາວ ມີແຫລ່ງມໍລະດົກໂລກ ທັງໝົດ 3 ແຫ່ງ 1 ລາຍການ

ທ່ານ ພະຂັນໄຊ ສີຄັນໄຊ ຮອງຫົວໜ້າກົມມໍລະດົກ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.(ພາບ:ຊາຍຄົນເດີມ)

ທ່ານ ພະຂັນໄຊ ສີຄັນໄຊ ຮອງຫົວໜ້າກົມມໍລະດົກ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ໃຫ້ສຳພາດເມື່ອບໍ່ດົນມານີ້ວ່າ: ສປປ ລາວ ມີແຫລ່ງມໍລະດົກໂລກ 3 ແຫ່ງ, ເຊິ່ງເປັນມໍລະດົກທາງ ດ້ານວັດທະນະທຳ ປະກອບມີ ເມືອງຫລວງພະບາງ ຖືກຮັບຮອງປີ 1995, ວັດພູຈຳປາສັກ ຖືກຮັບຮອງ ປີ 2001 ແລະ ແຫລ່ງໄຫຫີນແຂວງຊຽງຂວາງ - ທົ່ງໄຫຫີນ ຖືກຮັບຮອງ ໃນວັນທີວັນທີ 6 ກໍລະກົດ 2019. ສໍາລັບມໍລະດົກໂລກ ວັດທະນະທຳນາມມະທຳ ທີ່ບໍ່ເປັນວັດຖຸ 1 ລາຍການ ແມ່ນສຽງແຄນເຊື້ອຊາດລາວ, ເຊິ່ງຖືກຮັບຮອງໃນປີ 2018.

ໃນຂະນະດຽວກັນ, ສປປ ລາວ ກຳລັງກະກຽມ ແລະ ດຳເນີນການ ເພື່ອນຳສະເໜີ ປ່າສະຫງວນແຫ່ງຊາດຫີນໜາມໜໍ່ ຢູ່ແຂວງຄຳມ່ວນ ເຂົ້າເປັນມໍລະດົກໂລກທາງທຳມະຊາດ ແຫ່ງຕໍ່ໄປຂອງປະເທດ.ນອກຈາກນີ້, ສປປ ລາວ ຍັງມີແຫລ່ງທ່ອງທ່ຽວອີກ 2 ແຫ່ງ ຄື: ພະທາດຫລວງ ແລະ ນ້ຳຕົກຕາດຄອນພະເພັງ ທີ່ນອນຢູ່ໃນບັນຊີລໍຖ້າ ເພື່ອເຂົ້າເປັນມໍລະດົກໂລກ, ເຊິ່ງລັດຖະບານໄດ້ສະເໜີ ອົງການອຸຍແນດສະໂກໃນປີ 1985 ທີ່ຍັງບໍ່ໄດ້ພິຈາລະນາຮັບຮອງ, ໂດຍພະທາດຫລວງ ສະເໜີເຂົ້າເປັນແຫລ່ງມໍລະດົກໂລກ ທາງດ້ານວັດທະທຳ ແລະ ນ້ຳຕົກຕາດຄອນພະເພັງ ເປັນແຫລ່ງມໍລະດົກໂລກ ທາງດ້ານທາງດ້ານທຳມະຊາດ.

ມາຮອດປັດຈຸບັນ, ແຫລ່ງມໍລະດົກໂລກ ທີ່ໄດ້ຮັບຮອງຢ່າງເປັນທາງການໃນທົ່ວໂລກ ຈາກອົງ ການອຸຍແນດສະໂກ ມີທັງໝົດ 1.121 ແຫ່ງ ໃນ 167 ປະເທດທີ່ເປັນສະມາຊິກ (ທັງໝົດມີ 195 ປະ ເທດ), ໃນນັ້ນ ແຫລ່ງມໍລະດົກໂລກ ທາງດ້ານວັດທະນະທຳ ມີ 869 ແຫ່ງ, ທາງທຳມະຊາດ 213 ແຫ່ງ ແລະ ແບບປະສົມປະສານ (ທຳມະຊາດ+ວັດທະນະທຳ) 39 ແຫ່ງ. ສະເພາະປີ 2019 ມີແຫລ່ງມໍລະດົກໂລກ ທີ່ໄດ້ຮັບຮອງຢ່າງເປັນທາງການ ທັງໝົດ 29 ແຫ່ງ, ໃນນັ້ນ ແຫລ່ງມໍລະດົກໂລກທາງ ດ້ານວັດທະນະທຳ ມີ 24 ແຫ່ງ, ທາງທຳມະຊາດ 4 ແຫ່ງ ແລະ ແບບປະສົມປະສານ 1 ແຫ່ງ.

ກອງປະຊຸມໃຫຍ່ຄັ້ງທີ 43 ຂອງອົງການອຸຍແນດສະໂກ ໄດ້ຮັບຮອງເອົາແຫລ່ງໄຫຫີນ ແຂວງຊຽງຂວາງ-ທົ່ງໄຫຫີນ ເຂົ້າເປັນມໍລະດົກໂລກ ທາງດ້ານວັດທະນະທຳ ຢ່າງເປັນທາງການ ທີ່ນະຄອນຫລວງບາກູ ປະເທດອາແຊັກໄບຊານ ໃນວັນທີ 6 ກໍລະກົດ 2019.

(ແຫຼ່ງ​ຂໍ້​ມູນ​: ຊາຍຄົນເດີມ/ຂ​ປ​ລ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.