ຍສໝ - ທີ່ພິທີມອບຮັບ, ທ່ານເຈີ່ນວັນຕຸຍ, ອະດີດກຳມະການສູນກາງພັກ, ອະດີດສະມາຊິກສະພາແຫ່ງຊາດ, ປະທານສະມາຄົມມິດຕະພາບຫວຽດນາມ - ລາວ ໃຫ້ຮູ້ວ່າ, ທ່ານຍາມໃດກໍ່ເອົາໃຈໃສ່ ແລະຕິດຕາມການຜັນແປຂອງໂລກລະບາດ ໂຄວິດ - 19 ຢູ່ຫວຽດນາມ ແລະ ປະເທດລາວໃນໄລຍະທີ່ຜ່ານມາ.
ຍສໝ - ກ່າວຄຳເຫັນທີ່ພິທີມອບຂອງຂວັນ, ໂດຍຕາງໜ້າ ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງ ກ໋ວາງບິ່ງ, ທ່ານ ຫວູດ໊າຍທັ໊ງ, ເລຂາອົງຄະນະພັກໄດ້ເນັ້ນໜັກວ່າ ສອງປະເທດ ຫວຽດນາມ ແລະ ລາວ ເຖິງວ່າ ມີຜົນງານຫຼາຍ່ຢ່າງໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ກໍ່ຕາມ ແຕ່ໄລຍະຜ່ານມາກໍ່ຕ້ອງປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ ທີ່ມາຈາກໂລກລະບາດໂຄວິດ - 19.
ໃນວັນທີ່ 17 ພຶດສະພາ, ປະເທດລາວ ພົບກໍລະນີຕິເຊື້ອໃໝ່ 47 ຄົນ ຫຼາຍສຸດແຂວງບໍ່ແກ້ວ 38 ຄົນ, ຮອງມາແມ່ນນະຄອນຫຼວງວຽງຈັນ4 ຄົນ, ແຂວງຈຳປາສັກ3 ຄົນແລະ ສະຫວັນນະເຂດ 2 ຄົນ; ປິ່ນປົວດີໃໝ່8 ຄົນ ລວມເປັນ582 ຄົນ.
ຍສໝ - ທີ່ການຕ້ອນຮັບ, ທ່ານນາງ ຫົວໜ້າກຳມະທິການວັດທະນະທຳ - ສັງຄົມ ໄດ້ສະແດງຄວາມຮັບຮູ້ຕໍ່ການໜູນຊ່ວຍອັນລ້ຳຄ່າ, ທັນການ ຂອງກອງພົນ 11 ທີ່ສະຫງວນໃຫ້ແກ່ສະພາແຫ່ງຊາດລາວ, ທ່ານນາງກໍ່ຖືວ່າ, ຈຳນວນຜູ້ອັດປາກດັງນີ້ ມີຄວາມຈຳເປັນທີ່ສຸດຕໍ່ສະພາແຫ່ງຊາດລາວ ໃນການຕໍ່ສູ້ປ້ອງກັນຕ້ານໂລກລະບາດໂຄວິດ - 19 ໃນສະພາບການໂລກລະບາດໂຄວິດ - 19 ຍັງມີການຜັນແປຢ່າງສັບສົນຢູ່ລາວ.
ຍສໝ - ທ່ານເລຂາທິການໃຫ່ຍ, ປະທານປະເທດລາວ ທອງລຸນ ສີສຸລິດ ໄດ້ສົ່ງຈົດໝາຍຂອບອົກຂອບໃຈ ມາຍັງທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ແລະ ທ່ານປະທານປະເທດ ຫງວຽນຊວັນຝຸກ ທີ່ມີໂທລະເລກຢ້ຽມຢາມຖາມຂ່າວກ່ຽວກັບສະພາບໂລກລະບາດໂຄວິດ 19 ຢູ່ລາວ.
ຍສໝ - ຕອນບ່າຍວັນທີ 13 ພຶດສະພາ, ທີ່ຫໍສະພາແຫ່ງຊາດ, ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ໄດ້ຕ້ອນຮັບທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ.
ຍສໝ - ຈຳນວນເງິນດັ່ງກ່າວໄດ້ຫັດຈາກກອງທຶນປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ແຂວງຫ໋າຍເຢືອງ, ສູນກາງສະມາຄິມມິດຕະພາບ ຫວຽດນາມ - ລາວ ຈະຮັບ ແລະ ພ້ອມກັບແຫຼ່ງງົບປະມານໜູນຊ່ວຍຂອງສະມາຄົມບັນດາແຂວງ, ນະຄອນໃນທົ່ວປະເທດຊື້ອຸປະກອນການແພດທີ່ຈຳເປັນເຊິ່ງລະບົບການແພດລາວພວມຂາດເຂີນ.
ໃນວັນທີ 12 ພຶດສະພາ 2021, ທ່ານ ນາງ ປານີ ຢາທໍ່ຕູ້, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຮັບຕ້ອນການເຂົ້າຢ້ຽມຂໍ່ານັບ ທ່ານ ໂພລ ແຄລີ, ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ອົດສະຕຣາລີ ປະຈໍາ ສປປ ລາວ ໃນໂອກາດພິທີປະກາດການຊ່ວຍເຫຼືອຢາວັກແຊັງ ແລະ ການຊ່ວຍເຫຼືອດ້ານວິຊາການຕ່າງໆ, ມູນຄ່າ 15,2 ລ້ານໂດລາອົດສະຕຣາລີ ຈາກ ລັດຖະບານ ອົດສະຕຣາລີ ຢ່າງເປັນທາງການ ກໍຄື ການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ລາວ ແລະ ອົດສະຕຣາລີ.
ຍສໝ - ຕອນເຊົ້າ 10 ພຶດສະພາ, ຢູ່ທີ່ຫຼັກໝາຍຊາຍແດນ 113 ດ່ານຊາຍແດນສາກົນ ເຕີຍຈາງ ແລະ ຫຼັກໝາຍຊາຍແດນ 144 ປະຕູຊາຍແດນ ຫວຍປວກ, ກອງບັນຊາການແຂວງດ້ຽນບຽນ ໄດ້ມອບອຸປະກອນ ເພື່ອສະໜັບສະໜູນການປ້ອງກັນ ແລະ ຄວບຄຸມການລະບາດຂອງ COVID-19 ໃຫ້ແກ່ກອງບັນຊາການປ້ອງກັນຄວາມສະຫງົບຂອງກອງທັບ ແລະ ປະຊາຊົນເມືອງຜົ້ງສາລີ ແລະ ຫຼວງພະບາງ, ສາທາລະນະລັດປະຊາທິປະໄຕປະຊາຊົນລາວ.
ຍສໝ - ດ້ວຍງົບປະມານກ່ວາ 600 ລ້ານດົ່ງ, ຄະນະຊີ້ນຳການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ແຂວງດຽນບຽນໄດ້ລົງທຶນເຂົ້າການຊື້ບັນດາອຸປະກອນການແພດທີ່ຈຳເປັນເພື່ອຮັບໃຊ້ໃຫ້ແກ່ວຽກງານປ້ອງກັນສະກັດກັ້ນໂລກລະບາດໂຄວິດ - 19 ໃຫ້ແກ່ 6 ແຂວງທາງພາກເໜືອລາວ, ແຕ່ລະແຂວງລວມມີ: ຜ້າອັດປາກດັງ 32.000 ອັນ, ຢາລ້າງມືຂ້າເຊື້ອ 200 ຕຸກ, ຊຸດປ້ອງກັນຕ້ານເຊື້ອລະດັບ 3.300 ຊຸດ.
ຍສໝ - ເພື່ອແນໃສ່ເພີ່ມທະວີຮັດແໜ້ນນ້ຳໃຈສາມັກຄີມິດຕະພາບແບບພິເສດ ລະຫວ່າງ ຫວຽດນາມ - ລາວ, ທະຫານປ້ອງກັນຊາຍແດນແຂວງດຽນບຽນໄດ້ມອບໃຫ້ບັນດາກົມກອງປະເທດເພື່ອນລວມມີ ວັດຖຸອຸປະກອນການແພດ, ທັນຍະຫານສະບຽງອາຫານ ລວມມູນຄ່າໜູນຊ່ວຍກ່ວາ 100 ລ້ານດົ່ງ.
ທ່ານນາງ ຄຳຈັນ ວົງແສນບຸນ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ (ຜທ) ໄດ້ລາຍງານ ໃນວັນທີ 10 ພຶດສະພາ 2021 ທີ່ກະຊວງສາທາລະນະສຸກ, ກ່ຽວກັບການຈັດຕັ້ງປະຕິບັດ ການອໍານວຍຄວາມສະດວກ ໃຫ້ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ໃນໄລຍະການແຜ່ລະບາດ ຂອງພະຍາດໂຄວິດ-19 ຮອບໃໝ່ນີ້ວ່າ: ການຈັດຕັ້ງປະຕິບັດ ວຽກງານສົ່ງເສີມການລົງທຶນ ແມ່ນຍັງດໍາເນີນໄປຕາມກົນໄກປົກກະຕິ, ໄດ້ນໍາໃຊ້ລະບົບອອນລາຍ ເຂົ້າມາຊ່ວຍ ໃນການຈັດກອງປະຊຸມທາງໄກ ແລະ ຈໍາກັດຈໍານວນລົງ ເພື່ອຮັກສາໄລຍະຫ່າງ, ສ່ວນນະໂຍບາຍສະໜັບສະໜູນການລົງທຶນ ເລີ່ມຕັ້ງແຕ່ຂັ້ນຕອນ ການອະນຸຍາດການລົງທຶນ, ໃບອະນຸຍາດການລົງທຶນ, ເອກະສານຂໍ້ຕົກລົງ, ໃບອະນຸຍາດນໍາເຂົ້າ ວັດຖຸອຸປະກອນ, ກົນຈັກ, ນະໂຍບາຍດ້ານວິຊາ ແລະ ການປະສານງານ ກັບຂະແໜງການຕ່າງໆ ແມ່ນຍັງຈັດຕັ້ງປະຕິບັດປົກກະຕິ.
ຍສໝ - ໃນເລື່ອງລາວແຕ່ກີ້ແຕ່ກອນ, ບັນດານ້ອງນ້ອຍເມື່ອປະສົບກັບຄວາມຫຍຸ້ງຍາກ ຈະໄດ້ຮັບການຊ່ວຍເຫຼືອຈາກ “ເທວະດາ” ນຸ່ງເສື້ອສີຂຽວ. ແຕ່ວ່າ, ປັດຈຸບັນ ມີນ້ອງນ້ອຍຫຼາຍຄົນໄດ້ຮັບການຊ່ວຍເຫຼືອໃນການປະຕິບັດຄວາມໃຝ່ຟັນຂອງຕົນ ຈາກການຊ່ວຍເຫຼືອຂອງອ້າຍທະຫານລຸງໂຮ່ - ໂດຍເປັນຜູ້ທີ່ນຸ່ງເສື້ອສີຂຽວ ໃຫ້ແກ່ບັນດານ້ອງນ້ອຍ ຫວຽດນາມ, ລາວ, ກຳປູເຈຍ ດ້ວຍໂຄງການ “ຊ່ວຍເຫຼືອນ້ອງນ້ອຍໄປໂຮງຮຽນ”.
ຍສໝ - ຕອນເຊົ້າວັນທີ 7 ພຶດສະພາ, ຢູ່ຫຼັກໝາຍຊາຍແດນເລກທີ 281 ໃນບໍລິເວນດ່ານຊາຍແດນ ແຕ໊ນຕັ່ນ, ປ້ອມປ້ອງກັນຊາຍແດນດ່ານຊາຍແດນ ແຕ໊ນຕັ່ນ (ແທງຮວາ) ໄດ້ມອບອຸປະກອນປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃຫ້ແກ່ກອງໃຫຍ່ທະຫານເລກທີ 214, ກອງບັນຊາການແຂວງຫົວພັນ ແລະ ປ້ອມລະຫວ່າງຂະແໜງດ່ານຊາຍແດນ ສົມຫວັງ, ແຂວງຫົວພັນ (ລາວ).
ຍສໝ - ລາຍລະອຽດແມ່ນ, ນະຄອນໂຮ່ຈີມິນຕັດສິນໃຈໜູນຊ່ວຍ 1,5 ຕື້ດົ່ງໃຫ້ແກ່ຊາວຫວຽດນາມ ແລະ ປະຊາຊົນປະສົບກັບຄວາມຫຍຸ້ງຍາກຢູ່ກຳປູເຈຍ, 1 ຕື້ ດົ່ງໃຫ້ແກ່ຊາວຫວຽດນາມ ອາໄສຢູ່ລາວ ແລະ ປະຊາຊົນລາວ ປະສົບກັບຄວາມຫຍຸ້ງຍາກ.
ຍສໝ - ວຽກງານຄົ້ນຫາ, ທ້ອນໂຮມອັດຖິບັນດານັກຮົບເສຍສະລະຊີວິດເພື່ອ ຊາດ ຢູ່ປະເທດເພື່ອນລາວ ກັບຄືນປະເທດ ແມ່ນແຜນນະໂຍບາຍໃຫຍ່ຂອງ ພັກ ແລະ ລັດ ຫວຽດນາມ, ທັງຕອບສະໜອງໄດ້ຄວາມມຸ່ງມາດປາດຖະໜາ, ນ້ຳໃຈອັນຍິ່ງໃຫຍ່ຂອງແຕ່ລະຄອບຄົວພີ່ນ້ອງ ແລະ ປະຊາຊົນທົ່ວປະເທດ. ທັງສະແດງໃຫ້ເປັນຄວາມຮູ້ບຸນຄຸນຕໍ່ບັນດາວິລະຊົນທີ່ເສຍສະຫຼະຊີວິດ ເພື່ອຊາດ ໃນການຕໍ່ສູ້ ແລະ ເສຍສະຫຼະຊີວິດໃນພາລະກິດສ້າງສາ, ປົກປັກຮັກສາປະເທດຊາດ ແລະ ປະຕິບັດໜ້າທີ່ສາກົນອັນສູງສົ່ງ.
ຍສໝ - ນີ້ແມ່ນຄັ້ງທີ 35 ນັບແຕ່ປີ 1993, ແຂວງ ກວາງຈີ້ ຈັດພິທີໄວ້ອາໄລ ແລະ ປົງອັດຖິເຊິ່ງແມ່ນທະຫານອາສາສະໝັກ, ນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ປະເທດສປປ.ລາວ.
ຍສໝ - ກ່ອນໜ້ານັ້ນ, ສະມາຄົມຊາວຫວຽດນາມ ຢູ່ນະຄອນຫຼວງວຽງຈັນ ໄດ້ສົມທົບກັບບັນດາອົງການການແພດຂອງລາວ ເອົາຕົວຢ່າງຂອງນັກສຶກສາ ຫວຽດນາມ ທີ່ພວມຮ່ຳຮຽນຢູ່ທີ່ນີ້ ໄປວິໄຈຫາເຊື້ອພະຍາດ. ກະຊວງສາທາລະນະສຸກລາວກໍ່ມີແຜນການວ່າ ໃນຊຸມວັນຈະມາເຖິງ ຈະຈັດຕັ້ງການສັກວັກຊິນໃຫ້ແກ່ນັກສຶກສາຂອງບັນດາມະຫາວິທະຍາໄລເພື່ອປ້ອງກັນສະກັດກັ້ນໂລກລະບາດໂຄວິດ - 19.
ຍສໝ - ກ່າວຄຳເຫັນທີ່ພິທີ, ທ່ານ ພົນຈັດຕະວາ ບຸ່ຍມິງຖຶ້, ຫົວໜ້າຄະນະຕິດຕໍພົວພັນທະຫານອາສາສະໝັກ ແລະ ນັກຊ່ຽວຊາຍການທະຫານຊ່ວຍເຫຼືອລາວ ນະຄອນຮ່າໂນ້ຍໄດ້ສະແດງການແບ່ງເບົ່າຢ່າງເລິກເຊິ່ງຕໍ່ບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍເຊິ່ງປະຊາຊົນລາວຕ້ອງປະເຊີນໜ້າ.
ຍສໝ - ຫົວໜ້າຄະນະຜູ້ຕາງໜ້າອິນເດຍ ແລະ ລາວ ປະຈຳສະຫະປະຊາຊາດ ໄດ້ຕີລາຄາສູງຕໍ່ບົດບາດທີ່ຕັ້ງໜ້າ ກໍ່ຄື ໂອກາດທີ່ຈະຮ່ວມມືກັບຫວຽດນາມ.