ຢ້ຽມຢາມ ແລະໃຫ້ກໍາລັງໃຈນັກສຶກສາລາວ ແລະກໍາປູເຈຍ ທີ່ພວມຮໍ່າຮຽນຢູ່ແຂວງດົງນາຍ

23:12 | 12/08/2021

ຍສໝ - ເມື່ອບໍ່ດົນມານີີ້, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງດົ່ງນາຍ ໄດ້ປະສານສົມທົບກັບສະມາຄົມມິດຕະພາບຫວຽດນາມ - ລາວ ແຂວງດົ່ງນາຍເພື່​ອໄປຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ນັກສຶກສາລາວ ແລະກໍາປູເຈຍ ທີ່ພວມຮໍ່າຮຽນຢູ່ບັນດາມະຫາວິທະຍາໄລ, ວິທະຍາໄລໃນບໍລິເວນແຂວງ.

ມອບໃບປະກາດສະນີຍະບັດ ໃຫ້ແກ່ນັກຮຽນລາວ ແລະກໍາປູເຈຍ ມອບໃບປະກາດສະນີຍະບັດ ໃຫ້ແກ່ນັກຮຽນລາວ ແລະກໍາປູເຈຍ
ການເຄື່ອນໄຫວຂອງທ່ານພົນໂທ ເລືອງເກື່ອງ ໃນການຢ້ຽມຢາມລາວ ແລະກໍາປູເຈຍ ຢ່າງເປັນທາງການ ການເຄື່ອນໄຫວຂອງທ່ານພົນໂທ ເລືອງເກື່ອງ ໃນການຢ້ຽມຢາມລາວ ແລະກໍາປູເຈຍ ຢ່າງເປັນທາງການ
ຢ້ຽມຢາມ ແລະໃຫ້ກໍາລັງໃຈນັກສຶກສາລາວ ແລະກໍາປູເຈຍ ທີ່ພວມຮໍ່າຮຽນຢູ່ແຂວງດົງນາຍ
ທ່ານນາງ ບຸ່ຍຖີ້ຫຼຽວ, ຮອງປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງດົ່ງນາຍມອບຂອງຂວັນໃຫ້ແກ່ນັກສຶກສາລາວຢູ່ຫໍພັກ (ຮາກຖານ 3) ຂອງມະຫາວິທະຍາໄລດົງນາຍ.

ເມື່ອເກີດການລະບາດຂອງພະຍາດ COVID-19 ຮອບທີສີ່, ນັກສຶກສາຕ່າງປະເທດທັງລາວ ແລະກຳປູເຈຍ ທີ່ພວມຮໍ່າຮຽນຢູ່ມະຫາວິທະຍາໄລດົງນາຍ, ມະຫາວິທະຍາໄລ ຫຼາກຮົ່ງ, ມະຫາວິທະຍາໄລເຕັກໂນໂລຍີ ແລະວິທະຍາໄລການແພດດົງນາຍ ... ບໍ່ສາມາດກັບຄືນປະເທດໃນໄລ​ຍະພັກແລ້ງ​ໄດ້. ເພື່ອໃຫ້ກໍາລັງໃຈນັກສຶກສາລາວ ແລະກໍາປູເຈຍຜ່ານຜ່າຄວາມຫຍຸ້ງຍາກ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງດົ່ງນາຍ ໄດ້ປະສານສົມທົບກັບສະມາຄົມມິດຕະພາບຫວຽດນາມ - ລາວແຂວງດົ່ງນາຍ ມອບຂອງຂວັນ 31 ພູດລວມທັງເຄື່ອງໃຊ້ທີ່ຈໍາເປັນ ແລະເງິນສົດ, ເຊິ່ງແຕ່ລະພູດມີມູນຄ່າ 500.000 ດົ່ງ.

ຢ້ຽມຢາມ ແລະໃຫ້ກໍາລັງໃຈນັກສຶກສາລາວ ແລະກໍາປູເຈຍ ທີ່ພວມຮໍ່າຮຽນຢູ່ແຂວງດົງນາຍ
ທ່ານ ຫງວຽນຊວນເຕິ່ນ, ຮອງປະທານສະມາຄົມມິດຕະພາບຫວຽດນາມ-ລາວແຂວງດົ່ງນາຍ ໄດ້ມອບຂອງຂວັນໃຫ້ແກ່ນັກສຶກສາລາວ ແລະກໍາປູເຈຍຢູ່ມະຫາວິທະຍາໄລ ຫຼາກຮົ່ງ.

ການນຳຂອງສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງດົ່ງນາຍ ແລະສະມາຄົມມິດຕະພາບຫວຽດນາມ-ລາວແຂວງດົ່ງນາມ ກໍ່ໄດ້ຢື້​ຢາ​ມ​ຖາມຂ່າວດ້ານສຸຂະພາບ, ແບ່ງປັນ, ໃຫ້ກໍາລັງໃຈພວກນ້ອງຜ່ານຜ່າຄວາມຫຍຸ້ງຍາກ, ອຸ່ນ​ອຽນ​ໃຈ​ຮ່ຳ​ຮຽນ, ປະຕິບັດຕາມຂໍ້​ກຳ​ນົດວ່າດ້ວຍການຮັກສາໄລຍະຫ່າງໃນສັງຄົມ, ປະກອບສ່ວນເຂົ້າໃນການສະກັດກັ້ນການລະບາດຂອງພະຍາດ COVID-19 ​ໂດຍ​ໄວ.

ນີ້ແມ່ນໜຶ່ງໃນບັນດາກິດຈະກຳທີ່ມີຄວາມໝາຍ, ປະກອບສ່ວນເຂົ້າໃນການປະຕິບັດບັນດາໂຄງການຮ່ວມມືພັດທະນາເສດຖະກິດ, ວັດທະນະທຳ ແລະສັງຄົມລະຫວ່າງແຂວງດົ່ງນາຍກັບ ບັນດາປະເທດ ລາວແລະ ກໍາປູເຈຍ ໃຫ້ເປັນຢ່າງດີ.

ໄຊພອນ

ເຫດການ
302 Found

Found

The document has moved here.