ຍສໝ - ທ່ານ Manlio Di Stefano, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ອີຕາລີ ໃຫ້ຮູ້ວ່າ: ສະຖາບັນວັດທະນະທຳ ອີຕາລີ ຈະໄດ້ຮັບການສ້າງຕັ້ງຂຶ້ນໃນໄວໆນີ້ ເພື່ອແນໃສ່ເພີ່ມທະວີບັນດາການເຄື່ອນໄຫວວັດທະນະທຳຂອງປະເທດນີ້ ຢູ່ ຫວຽດນາມ.
ການເຄື່ອນໄຫວດັ່ງກ່າວແມ່ນເພື່ອແນໃສ່ດຶງດູດນັກທ່ອງທ່ຽວມາທ່ຽງຢູ່ໜອງ ບາເບ ເວົ້າສະເພາະ ແລະ ແຂວງ ບັກກ້ານ ເວົ້າລວມ, ກໍຄືໂຄສະນາຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວຂອງ ບັກກ້ານ.
ຍສໝ - ວັນບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ III ດ້ວຍຫົວຂໍ້ “ນ້ຳໃຈມິດຕະພາບອັນເລິກເຊິ່ງ - ມຸ່ງໄປສູ່ອະນາຄົດ" ຈະຈັດຂຶ້ນ 3 ວັນ ຢູ່ ແຂວງ ດຽນບຽນ ໃນເດືອນ ກັນຍາ ປີ 2022.
ຍສໝ - ວັນທີ 23 ພຶດສະພາ, ຄະນະກຳມະການປະຊາຊົນ ນະຄອນ ເຫວ້ ໄດ້ສົມທົບກັບອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ຈັດພິທີເປີດໂຄງການ “ກໍ່ສ້າງນະຄອນເຫວ້ ແຫ່ງວັດທະນະທຳ ແລະ ການທ່ອງທ່ຽວທັນສະໄໝ” ໂດຍ ລັດຖະບານ ສ.ເກົາຫຼີ ອຸປະຖຳ.
ແຂວງຫ໋າຍເຢືອງຈະດຳເນີນສັບປະດາວັດທະນະທຳກິລາແລະທ່ອງທ່ຽວ ເພື່ອຮັບຕ້ອນຊີເກມ 31 ແລະໂຄສະນາບັນດາຈຸດວັດທະນະທຳພື້ນເມືອງ ພ້ອມກັບບັນດາຜະລິດຕະພັນວັດທະນະທຳທ່ອງທ່ຽວທີ່ເປັນເອກະລັກຂອງທ້ອງຖິ່ນ.
ຍສໝ -ລາຍການສະແດງສິລະປະໃນພິທີໄຂຊີເກມ 31 ຈະແມ່ນເຫດການທີ່ນຳເອົາຮູບພາບທີ່ສວຍງາມທາງດ້ານວັດທະນະທຳ, ຮີດຄອງປະເພນີ, ຊາວ ຫວຽດນາມ ມາໃຫ້ເພື່ອນມິດທັງຢູ່ພາຍໃນປະເທດ ແລະ ສາກົນ...
ສັບປະດາວັດທະນະທຳທ່ອງທ່ຽວ 6 ແຂວງເຂດຫວຽດບັກ ຊຶ່ງແມ່ນເຂດທາງທິດຕາເວັນອອກສ່ຽງເໜືອຂອງພາກເໜືອແລະນະຄອນຫຼວງຮ່າໂນ້ຍປີ 2022 ຫາກໍ່ຖືກຈັດຂຶ້ນຢູ່ບໍລິເວນໜອງ ຮວ່ານກ໊ຽມໃຈກາງນະຄອນຫຼວງຮ່າໂນ້ຍ. ເຫດການນີ້ ໄດ້ສ້າງໂອກາດເພື່ອໃຫ້ 6 ແຂວງເຂດຫວຽດບັກ ລວມມີຮ່າຢາງ, ຕວຽນກວາງ, ຖາຍງວຽນ, ບັກກ້ານ, ກາວບັ່ງ, ລ້າງເຊີນແລະນະຄອນຫຼວງຮ່າໂນ້ຍເຊື່ອມຕໍ່ກັນເພື່ອພັດທະນາການທ່ອງທ່ຽວພ້ອມທັງໂຄສະນາສີສັນວັດທະນະທຳທີ່ເປັນເອກະລັກຂອງແຕ່ລະທ້ອງຖິ່ນເຖິງແຂກທ່ອງທ່ຽວທັງຢູ່ພາຍໃນແລະສາກົນ.
ຢູ່ສູນພົວພັນແລກປ່ຽນວັດທະນະທຳເຂດຖະໜົນເກົ່າ ຮ່າໂນ້ຍ, ໄດ້ຈັດງານວາງສະແດງເອກະສານດ້ວຍຫົວຂໍ້ວ່າ “ນັກເສບດົນຕີ ແລະ ດົນຕີພື້ນເມືອງ ຫວຽດນາມ”.
ຍສໝ - ບັນດາເມືອງ ຕາມເດື່ອງ, ຟອງໂຖ, ທານອວຽນ, ເຕີນອວຽນ ແລະ ນະຄອນລາຍເຈົາ ໄດ້ມີບັນດາການເຄື່ອນໄຫວທີ່ມີເນື້ອໃນອຸດົມສົມບູນ, ດຶງດູດ ແລະ ປະທັບໃຈໃຫ້ແກ່ນັກທ່ອງທ່ຽວ.
ຫວ່າງແລ້ວນີ້, ບຸນປີໃໝ່ປະຈໍາຊາດ ແລະການພົບປະແລກປ່ຽນວັດທະນະທໍາ ຫວຽດນາມ - ລາວ - ກຳປູເຈຍ ປີ 2020 ໄດ້ດຳເນີນໄປໃນບັນຍາກາດຟົດຟື້ນມ່ວນຊື່ນ.
ຍສໝ - ດ້ຽນບຽນ ແມ່ນແຂວງຊາຍແດນພູດອຍທາງທິດຕາເວັນຕົກສ່ຽງເໜືອ ຂອງປະເທດ, ດ້ວຍ 19 ຊົນເຜົ່າດຳລົງຊີວິດຢູ່ຮ່ວມກັນ.
ຍສໝ - ວັນທີ 4 ເມສາ, ທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫງວຽນວັນຮຸ່ງ ໄດ້ລົງນາມຮັບຮອງເອົາການປູກຜັກ ຊາແຄ່ (ບັນດາຜັກປະເພດໃບ ເມື່ອຄົນເຂົ້າກັນແລ້ວ ຈະມີລົດຊາດເຜັດ, ສົ້ມ, ຫວານ, ຂົມ, ຝາດ) ຢູ່ນະຄອນ ໂຮ້ຍອານ , ແຂວງ ກວາງນາມ ເປັນມໍລະດົກວັດທະນະທຳບໍ່ແມ່ນວັດຖຸແຫ່ງຊາດ.
ຍສໝ - ວັນທີ 5 ເມສານີ້, ຄະນະກຳມະການປະຊາຊົນນະຄອນດາຫຼາດໃຫ້ຊາບວ່າ, ໄດ້ມີການອອກປະກາດໃຊ້ລະບຽບການວ່າດ້ວຍການປະພຶດທາງວັດທະນະທຳຂອງຊາວນະຄອນດາຫຼາດ ແນໃສ່ຮັກສາແບບແຜນ "ອົບອຸ່ນ, ສຸພາບ, ເປັນມິດ" ແລະ ເຊີດຊູຄຸນຄ່າອັນເປັນມູນເຊື້ອທີ່ດີງາມຂອງປະຊາຊົນນະຄອນດາຫຼາດ; ປະກອບສ່ວນກໍ່ສ້າງນະຄອນດາຫຼາດ ໃຫ້ກາຍເປັນ “ເມືອງທີ່ໜ້າຢູ່”, ອະລິຍະທຳ, ທັນສະໄໝ, ເຊື່ອມໂຍງ ແລະ ພັດທະນາ.
ຍສໝ - ຫວ່າງແລ້ວນີ້, ສູນຄົ້ນຄວ້າການພັດທະນາແບບຍືນຍົງ (CSDS) ສົມທົບກັບມະຫາວິທະຍາໄລເສດຖະກິດ ແລະ ການເງິນນະຄອນ ໂຮ່ຈິມິນ (UEF) ໄດ້ຈັດຕັ້ງ “ງານບຸນວັດທະນະທໍາໄອແລນ” ດ້ວຍການຄົ້ນຫາທີ່ໜ້າຈັບໃຈຫຼາຍຢ່າງ.
ຍສໝ - ໃນໂອກາດລະນຶກວັນສາກົນຝຣັ່ງໂກໂຟນີ (20/3), ສູນວັດທະນະທຳຫວຽດນາມປະຈຳຝຣັ່ງໄດ້ເຂົ້າຮ່ວມ “ເທດສະການທ້າຍສັບປະດາຝຣັ່ງໂກໂຟນີ 2022” ໄດ້ຈັດຂຶ້ນໃນ 2 ວັນ ວັນທີ 19 ຫາ 20 ມີນາ 2022 ທີ່ໝູ່ບ້ານເຢເບລວ (ແຂວງແຊັງເອແມນ໌, ຫ່າງຈາດປາຣີ 60 ກິໂລແມັດ).
ຍສໝ - ບັນດາຜູ້ບໍລິຫານ ແລະ ຜູ້ນຳຂອງເຕີນຫຽບຟາດ ໄດ້ວາງຫຼັກການຄືຕົນເອງຕ້ອງເປັນຜູ້ນຳ, ແນະນຳ ແລະ ເປັນແບບຢ່າງໃຫ້ແກ່ພະນັກງານ.
ຍສໝ - ບ້ານວັດທະນະທຳຊົນເຜົ່າມົ້ງ - ດອກໄມ້ທີ່ຮຸ່ງເຮືອງເຫຼືອງເຫຼືອມ ຢູ່ຕີນພູ ມ໊າປີເລງ
ຍສໝ - ລາຍການກິດຈະກຳ “ກາເມົ່າ-ຈຸດໝາຍປາຍທາງ ປີ 2022” ປະກອບມີ 9 ກິດຈະກຳທີ່ພົ້ນເດັ່ນ ທີ່ເຕັມໄປດ້ວຍມົນສະເໜ່ທາງດ້ານວັດທະນະທຳ, ລົດຊາດອາຫານ, ການທ່ອງທ່ຽວ ແລະ ຊົນຊາດຊົນເຜົ່າເຂດດິນແດນໃຕ້ສຸດຂອງປະເທດ.
ຍສໝ - ໃນປີ 2022, ລາວກາຍ ສູ້ຊົນຕ້ອນຮັບນັກທ່ອງທ່ຽວ 4 ລ້ານເທື່ອຄົນຂຶ້ນໄປ ດ້ວຍລາຍຮັບຈາກການທ່ອງທ່ຽວບັນລຸກວ່າ 15.000 ຕື້ດົ່ງ. ນີ້ແມ່ນເປົ້າໝາຍທີ່ໄດ້ວາງອອກ ໃນແຜນການປະຕິບັດໂຄງການ 03-DA/TU ໃນປີ 2022 ກ່ຽວກັບ “ການພັດທະນາວັດທະນະທຳ ແລະ ທ່ອງທ່ຽວແຂວງ ລາວກາຍ ໄລຍະ 2020 – 2025”.
ຍສໝ - ເລີ່ມແຕ່ຕົ້ນໄຕມາທີ II/2022, ນະຄອນເຫວ້, ແຂວງເຖືອທຽນ - ເຫວ້ ຈະຈັດຕັ້ງຜັນຂະຫຍາຍກິດຈະກຳການເຄື່ອນໄຫວສິນລະປະວັດທະນະທຳໃນຍາມຄ່ຳຄືນ ເພື່ອໃຫ້ບໍລິການນັກທ່ອງທ່ຽວ, ນັບແຕ່ເວລາ 18 ໂມງ ເຖິງ 22 ໂມງ ຂອງທຸກວັນໃນອາທິດ.