ກໍ່ສ້າງ ແລະພັດທະນາວັດທະນະທຳ ແລະຊາວຫວິງລອງ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາ ແລະ ເຊື່ອມໂຍງ

16:56 | 23/11/2023

ກໍ່ສ້າງ ແລະພັດທະນາວັດທະນະທຳ ແລະ ຊາວຫວິງລອງ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາ ແລະ ເຊື່ອມໂຍງ

ອາ​ເມ​ລິ​ກາ ​ໜູນ​ຊ່ວຍ​ການ​ກໍ່ສ້າງ​ການ​ປະຕິບັດ​ກົດໝາຍ​ໃຫ້​ກໍາລັງກວດກາປ່າໄມ້ຫວຽດນາມ ອາ​ເມ​ລິ​ກາ ​ໜູນ​ຊ່ວຍ​ການ​ກໍ່ສ້າງ​ການ​ປະຕິບັດ​ກົດໝາຍ​ໃຫ້​ກໍາລັງກວດກາປ່າໄມ້ຫວຽດນາມ
ສ.ເກົາຫຼີ  ຊ່ວຍເຫຼືອ ກໍ່ສ້າງ ນະຄອນເຫວ້ ແຫ່ງວັດທະນະທຳ, ການທ່ອງທ່ຽວທັນສະໄໝ ສ.ເກົາຫຼີ ຊ່ວຍເຫຼືອ ກໍ່ສ້າງ ນະຄອນເຫວ້ ແຫ່ງວັດທະນະທຳ, ການທ່ອງທ່ຽວທັນສະໄໝ

ຄະນະບໍລິຫານງານອົງຄະນະພັກແຂວງຫວິງລອງ ຫາກໍ່ໄດ້ອອກມະຕິກ່ຽວກັບການກໍ່ສ້າງ ແລະພັດທະນາວັດທະນະທຳ ແລະຊາວແຂວງຫວິງລອງ ຮອດປີ 2025, ມຸ່ງໄປເຖິງປີ 2030 ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນສະພາບການໃໝ່.

ຕາມນັ້ນແລ້ວ, ກໍ່ກຳນົດວ່າ ການກໍ່ສ້າງ ແລະພັດທະນາວັດທະນະທຳ ແລະຊາວຫວິງລອງ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາ ແລະເຊື່ອມໂຍງ ແມ່ນໜ້າທີ່ຈຸດສຸມຂອງທົ່ວລະບົບການເມືອງ, ຕ້ອງໄດ້ປະຕິບັດ, ຢຶດໝັ້ນ, ເຂັ້ມງວດ ພາຍໃຕ້ການຊີ້ນຳ ນາພາຂອງຄະນະພັກ ແລະການຄຸ້ມຄອງບໍລິຫານຂອງອໍານາດການປົກຄອງໃນທຸກຂັ້ນ. ປະຊາຊົນແມ່ນເຈົ້າກຳປະດິດຄິດສ້າງ ແລະຊົມໃຊ້, ຖັນແຖວປັນຍາຊົນ, ນັກສິລະປິນມີບົດບາດສໍາຄັນ.

ກໍ່ສ້າງ ແລະພັດທະນາວັດທະນະທຳ ແລະ ຊາວຫວິງລອງ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາ ແລະ ເຊື່ອມໂຍງ
ແຂວງຫວິງລອງ.

ມະຕິໄດ້ວາງອອກຄາດໝາຍລະອຽດຮອດປີ 2025 ແລະ 2030 ໃນຫຼາຍຂົງເຂດ, ໃນນັ້ນແຂວງມານະພະຍາຍາມສູ້ຊົນຮອດປີ 2025 ທົ່ວແຂວງຮັກສາຄອບຄົວວັດທະນະທຳໃຫ້ໄດ້ກວ່າ 95%; ອັດຕາບ້ານ, ກຸ່ມບ້ານ ແລະເຂດທີ່ໄດ້ຮັບການຮັບຮອງ ແລະ ຮັກສານາມມະຍົດ “ເຂດຊຸມຊົນວັດທະນະທຳ” ແມ່ນຮັກສາຢູ່ ແຕ່ 98% ຂຶ້ນໄປ; ອັດຕາອົງການ, ຫົວໜ່ວຍ, ວິສາຫະກິດ ແລະໂຮງຮຽນບັນລຸມາດຖານ ແລະຮັກສານາມມະຍົດວັດທະນະທຳແມ່ນ 98% ຂຶ້ນໄປ; ອັດຕາ ຕາແສງ, ເມືອງ, ເທດສະບານທີ່ມີກິດຈະການວັດທະນະທຳແມ່ນຈາກ 85% ຂຶ້ນໄປ.

ເປົ້າໝາຍແມ່ນຮອດປີ 2030, ອັດຕາຄອບຄົວໄດ້ ແລະ ຮັກສານາມມະຍົດ “ຄອບຄົວວັດທະນະທຳ” ໃຫ້ໄດ້ 99% ຂຶ້ນໄປ; ອັດຕາບ້ານ, ກຸ່ມບ້ານ ແລະ ເຂດທີ່ໄດ້ຮັບການຮັບຮອງ ແລະ ຮັກສານາມມະຍົດ “ເຂດຊຸມຊົນວັດທະນະທຳ” ແມ່ນຮັກສາຢູ່ 98% ຂຶ້ນໄປ; ອັດຕາອົງການ, ຫົວໜ່ວຍ, ວິສາຫະກິດ ແລະ ໂຮງຮຽນບັນລຸມາດຖານ ແລະຮັກສານາມມະຍົດວັດທະນະທຳແມ່ນ 98% ຂຶ້ນໄປ; ອັດຕາ ຕາແສງ, ເມືອງ, ເທດສະບານທີ່ມີກິດຈະການວັດທະນະທຳແມ່ນເພີ່ມເປັນ 100%; 100% ຕາແສງ, ເມືອງ, ເທດສະບານ, ນະຄອນ ມີສູນວັດທະນະທຳ-ສື່ສານ ແລະ ກິລາ, ຫໍສະໝຸດ, ສະໜາມກິລາ...

ບູນມີ

ເບິ່ງເພີ່ມເຕີມໃນ: ຄອບຄົວຫວຽດນາມ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.