ວັນຫວຽດນາມ ຢູ່ ຝະລັ່ງ 2023, ຂົວຕໍ່ວັດທະນະທຳຮັດແໜ້ນນ້ຳໃຈມິດຕະພາບ

14:48 | 09/11/2023

ຍສໝ - ລາຍການ​ວັນ​ຫວຽດນາມ ຢູ່​ຝະລັ່ງ 2023 ໄດ້ຈັດຂຶ້ນ​ໃນ​ວັນ​ທີ 8 – 9 ພະຈິກ ຢູ່​ສູນ​ວັດທະນະທຳ ຫວຽດນາມ ຢູ່ ຝະລັ່ງ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ (1973 - 2023) ​ແລະ 10 ປີ​ແຫ່ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ຝະລັ່ງ (2013-2023).

VinaCapital ຄາດຄະເນວ່າ GDP ຂອງ ຫວຽດນາມ ຈະຟື້ນຟູໃນລະດັບ 6,5% ໃນປີ 2023 VinaCapital ຄາດຄະເນວ່າ GDP ຂອງ ຫວຽດນາມ ຈະຟື້ນຟູໃນລະດັບ 6,5% ໃນປີ 2023
ການພົບປະມິດຕະພາບຊາວໜຸ່ມ ຫວຽດນາມ - ລາວ ໃນປີ 2023 ການພົບປະມິດຕະພາບຊາວໜຸ່ມ ຫວຽດນາມ - ລາວ ໃນປີ 2023

ວັນຫວຽດນາມ ຢູ່ ຝະລັ່ງ 2023 ໄດ້ແນະນຳ​ໃຫ້​ບັນດາ​ເພື່ອນມິດສາ​ກົນ​ກ່ຽວກັໍບຮູບ​ພາບ​ຂອງ​ຫວຽດນາມ​ ທີ່ມີຄວາມ​ສວຍ​ງາມ, ສັນຕິສຸກ, ​​ຮັກແພງ​ແຂກຄົນ, ພັດທະນາ​ຢ່າງ​ຂະຫຍັນ​ຂັນ​ເຄື່ອນ ​ແລະ ມີມູນເຊື້ອ​ວັດທະນະທຳ​ທີ່ອຸດົມສົມບູນ.

ວັນຫວຽດນາມ ຢູ່ ຝະລັ່ງ 2023 ມີ 2 ພາກສ່ວນຕົ້ນຕໍຄື: ລາຍການສະແດງສິລະປະ ແລະ ພື້ນທີ່ວັດທະນະທຳ ຫວຽດນາມ ຢູ່ ຝະລັ່ງ. ໃນນັ້ນ, ລາຍການ​ສະ​ແດງ​ສິລະ​ປະ​ດ້ວຍ​ຫົວເລື່ອງ​ສີສັນ​ຫວຽດນາມ ​ໄດ້​ນຳ​ເອົາ​ບັນດາ​ລາຍການ​ສະ​ແດງ​ບົດເພງ, ຟ້ອນ, ດົນຕີ ​ແລະ ການ​ສະ​ແດງ​ທີ່​ຫຼາຍຮູບແບບ, ເປັນເອກະລັກພິ​ເສດ, ​ແນະນຳ​ຫຼາຍ​ສີສັນ​ຂອງ​ສິລະ​ປະ​ພື້ນ​ເມືອງ​ຂອງ​ຫວຽດນາມ ​ເຊັ່ນ: ກອນລຳ​​​ຫວີ້ຢ່ຳ, ກອນລຳ​ພາກ​ໃຕ້, ຟ້ອນ​ຈຳ, ຟ້ອນສິງ​ໂຕ, ມວຍ VOVINAM... ​ໃນ​ລາຍການ​ຍັງໄດ້​ນຳ​ສາກ​ສະ​ແດງ​ຊຸດເສື້ອຍາວ​ທີ່​ປະ​ທັບ​ໃຈ, ໂດຍ​ໄດ້ໂຮມ 20 ຊຸດເສື້ອຜ້າອາພອນ​ເກົ່າຂອງສະ​ໄໝ​ລາຊະວົງ ຫງວຽນ ມານຳສະເໜີຢ່າງເປັນມືອາຊີບຕື່ມອີກ.

ວັນຫວຽດນາມ ຢູ່ ຝະລັ່ງ 2023, ຂົວຕໍ່ວັດທະນະທຳຮັດແໜ້ນນ້ຳໃຈມິດຕະພາບ
(ພາບ: ກະຊວງການຕ່າງປະເທດຫວຽດນາມ).

​ໃນ​ຂົງເຂດ​ວັດທະນະທຳ​ຫວຽດນາມ, ​ແຂກ​ຈະໄດ້​ຊົມ​​ 25 ບົດນິພົນສີຂັດມັນ ດ້ວຍ​ກະທູ້ສຳຄັນ “ຮ່ອງຮອຍສະຖາປັດຕະຍະກຳຂອງ​ຝະລັ່ງ ຢູ່​ໃຈກາງ​ນະຄອນຫຼວງ​ຮ່າ​ໂນ້ຍ”, ​ເປັນ​ຫຼັກຖານພະຍານໃຫ້ເຫັນຄວາມປະສົມປະສານກັນ​ດ້ານ​ວັດທະນະທຳ​ລະຫວ່າງ 2 ປະ​ເທດ ​ແລະ ປະຊາຊົນ 2 ປະ​ເທດ. ​ໃນ​ລາຍການ​ຍັງ​ມີ​ບັນດາ​ການ​ເຄື່ອນ​ໄຫວ​ພົວພັນ​ທາງ​ດ້ານ​ວັດທະນະທຳ​ຄື: ການ​ຫຼິ້ນ​ເຄື່ອງ​ດົນຕີ​ພື້ນ​ເມືອງ​ຂອງ​ຫວຽດນາມ, ​ເຂົ້າ​ຮ່ວມ​ການປັ້ນຕໍເເຮ່​ຂອງ​ຫວຽດນາມ, ​ເຂົ້າ​ຮ່ວມ​ເຮັດ​ຮູບ​​ດົງ​ໂຮ່, ​ລອງ​ນຸ່ງບັນດາຊຸດເສື້ອຜ້າອາພອນ​ເກົ່າຂອງ​ລາຊະວົງ ຫງວຽນ, ຫຼື ຊິມອາຫານພິເສດ​ຄື: ເຝີທີ່ນ ຮ່າໂນ້ຍ ອາຫານຫວຽດນາມ ທີ່ມີລົດຊາດຂອງຄວາມຮັກ ແລະ ຄິດເຖິງ.

ງານ​ວາງສະ​ແດງ​ຮູບ​ພາບ​ຫວຽດນາມ​ທີ່​ຂ້າພະ​ເຈົ້າຮັກ, ​ໂດຍ​ທ່ານ​ນາງ Armelle DG, ພັນ​ລະ​ຍາ​ອະດີດ​ເອກ​ອັກຄະ​ລັດຖະທູດ ຝະລັ່ງ ປະຈຳ ຫວຽດນາມ ​ໄດ້​ເຮັດ​ໃຫ້​ຜູ້​ຊົມ​ມີ​ຄວາມ​ປະ​ທັບ​ໃຈຢ່າງເລິກ​ເຊິ່ງ. ທ່ານນາງ Armelle DG ແບ່ງປັນວ່າ: “ແຕ່ລະຮູບແມ່ນຄ້າຍຄືດັ່ງເມັດໄຂ່ມຸກທີ່ຂ້າພະເຂົ້າສະສົມໄວ້ໃນເວລາດຳລົງຊີວິດ ແລະ ເຮັດວຽກຢູ່ ຫວຽດນາມ”.

ຜູ້ຕາງໜ້າຄະນະຈັດຕັ້ງ, ທ່ານ ດ່າວກວ່ຽນເຈື່ອງ, ຮອງຫົວໜ້າກົມການຕ່າງປະເທດວັດທະນະທຳ ແລະ UNESCO ໃຫ້ຮູ້ວ່າ: “ຜ່ານລາຍການ, ພວກຂ້າພະເຈົ້າປາດຖະໜາວ່າ ຈະເພີ່ມທະວີການໂຄສະນາຮູບພາບ, ປະເທດຊາດ ແລະ ປະຊາຊົນ ຫວຽດນາມ ໃຫ້ແກ່ປະຊາຄົມຊາວ​ຫວຽດ​ນາມ ​ຢູ່​ຕ່າງ​ປະ​ເທດ, ມະຫາຊົນ ແລະ ເພື່ອນມິດ​ສາ​ກົນ. ​ລາຍການກໍ່​ຫວັງ​ວ່າ​ຈະ​ປະກອບສ່ວນ​ຊ່ວຍສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ຍາວ​ນານ​ລະຫວ່າງ ຫວຽດນາມ ​ແລະ ຝລັ່ງ ​ໃຫ້​ນັບ​ມື້​ນັບ​ແໜ້ນ​ແຟ້ນກ່ວາ​ອີກ”.

ຫຼັງ​ຈາກ ​ອາ​ຟຣິ​ກາ​ໃຕ້ ​ແລະ ​ຝຣັ່ງ, ວັນ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ 2023 ຈະ​ສືບ​ຕໍ່​ຈັດ​ຂຶ້ນ​ຢູ່​ຍີ່​ປຸ່ນ​ ໃນ​ທ້າຍ​ເດືອນ​ພະ​ຈິກ​ປີ​ນີ້.

ດີງເລື້ອງ

302 Found

Found

The document has moved here.