ວັດທະນະທຳເຊື່ອມໂຍງ, ຊຸກຍູ້ສັນຕິພາບ

16:00 | 22/09/2023

ຍສໝ - ວັດທະນະທຳ​ເຊື່ອມ​ໂຍງ, ຊຸກຍູ້​ສັນຕິພາບ ນັ້ນ​ແມ່ນ​ເນື້ອ​ໃນ​ໜຶ່ງ​ທີ່​ໄດ້​ເຕື້ອງເຖິງໃນ​ກອງ​ປະຊຸມ​ສຳມະນາ​​ຫົວ​ຂໍ້ສະເພາະດ້ວຍ 3 ໃນຫົວຂໍ້ “ຊຸກຍູ້ ​ການ​ເຄົາລົບ​ຄວາມ​ຫຼາກ​ຫຼາຍດ້ານ​ວັດທະນະທຳ ​ເພື່ອ​ການ​ພັດທະນາ​ແບບ​ຍືນ​ຍົງ” ​ໃນ​ວັນ​ທີ 16 ກັນຍາ​ ໃນຂອບເຂດກອງ​ປະຊຸມ​ສະມາຊິກລັດຖະ​ສະພາ​ໜຸ່ມທົ່ວ​ໂລກ​ ຄັ້ງ​ທີ 9 ​ເຊິ່ງໄດ້​ໄຂ​ຂຶ້ນ​ຢູ່​ຮ່າ​ໂນ້ຍ.

ນັກສຶກສາລາວ ແລະ ກຳປູເຈຍ  72 ຄົນ ລົງຕົວຈິງ ແລະ ຊອກຮູ້ກ່ຽວກັບຊີວິດວັດທະນະທຳຫວຽດນາມ ນັກສຶກສາລາວ ແລະ ກຳປູເຈຍ 72 ຄົນ ລົງຕົວຈິງ ແລະ ຊອກຮູ້ກ່ຽວກັບຊີວິດວັດທະນະທຳຫວຽດນາມ
ມອບລາງວັນສື່ມວນຊົນທົ່ວປະເທດຄັ້ງທີ 1 “ເພື່ອພັດທະນາວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ”. ມອບລາງວັນສື່ມວນຊົນທົ່ວປະເທດຄັ້ງທີ 1 “ເພື່ອພັດທະນາວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ”.

ຄວາມຫຼາກຫຼາຍທາງດ້ານວັດທະນະທໍາ - ຊັບສົມບັດລວມຂອງມວນມະນຸດ

ກ່າວຄຳປາໄສ​ທີ່​ກອງ​ປະຊຸມ, ຜູ້ແທນສະພາແຫ່ງຊາດ ຫວຽດນາມ ທ່ານ ຈິງ ຊວ່ານ ອ່ານ, ກຳມະການຮັບຜິດຊອບ​ກຳມາທິການ​ປ້ອງ​ກັນຊາດ - ປ້ອງກັນ​ຄວາມ​ສະຫງົບ​ ຂອງສະພາແຫ່ງຊາດ, ຮອງ​ປະທານ​ກຸ່ມ​ສະມາຊິກສະພາ​ແຫ່ງ​ຊາດໜຸ່ມ ​ເນັ້ນ​ໜັກທັດສະນະ​, ຄວາມ​ຫຼາກ​ຫຼາຍ​ດ້ານ​ວັດທະນະທຳ​ ແມ່ນ​ພື້ນຖານ​ອັນ​ສຳຄັນ​ໃຫ້ແກ່ການຊຸກຍູ້​ວັດທະນະທຳໃນການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ​ແລະ ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ປະ​ເທດຊາດ​.

ຜູ້ແທນລາວ ກ່າວຄຳເຫັນທີ່ກອງປະຊຸມແລກປ່ຽນ (ພາບ: Quochoi.vn)
ຜູ້ແທນລາວ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: Quochoi.vn)

“ໃນສະພາບການທົ່ວໂລກນັ້ນ, ບັນດາ​ປະ​ເທດ​ຕ້ອງ​ສືບ​ຕໍ່​ປົກ​ປັກ​ຮັກສາ ​ແລະ ເສີມຂະຫຍາຍບັນດາສີສັນວັດທະນະທຳ​າະເພາະ, ມີຄວາມ​ເຄົາລົບ​ເຊິ່ງກັນ​ແລະ​ກັນ ​ກ່ຽວ​ກັບ​ຄວາມ​ຫຼາກ​ຫຼາຍທາງ​ດ້ານ​ວັດທະນະທຳ​ລະຫວ່າງ​ບັນດາ​ຊາດ, ຊົນເຜົ່າ; ພ້ອມ​ກັນ​ນັ້ນ, ກໍ່ໄດ້​ແບ່ງປັນເຊິ່ງກັນແລະກັນ, ເລືອກເຟັ້ນ ​ແລະ ​ເສີມ​ຂະຫຍາຍ​ສິ່ງຍອດຍິ່ງທາງດ້ານວັດທະນະທຳ​​ຂອງ​ມວນ​ມະນຸດ​ ເພື່ອພ້ອມກັນພັດທະນາ. ເລື່ອງຮັບປະກັນຫຼັກການເຄົາລົບເຊິ່ງກັນແລະກັນ ​ຈະພາໃຫ້ບັນດາປະເທດ, ບັນດາພື້ນຖານວັດທະ ນະທໍາພ້ອມກັນ​ຮ່ວມ​ມື, ປຶກສາ​ຫາລື, ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ ​ແລະ ແບ່ງປັນເພື່ອພ້ອມກັນດຳລົງຄົງຕົວ ແລະ ພັດທະນາປ່ຽນແທນໃຫ້ການສ້າງ​ບັນດາ​ການປະທະ​ກັນ ແລະ ຂັດແຍ່ງກັນໃນສະພາບການທີ່ສັບສົນໃນປັດຈຸບັນ". ສະຫາຍ ຈິງ ຊວ່ານ ອ່ານ ກ່າວ.

ທ່ານ ​ຮອງ​ສາດສະດາຈານ ປະລິນຍາເອກ ບຸຍ​ ຮວ່າຍ ​ເຊີນ, ຜູ້ແທນສະພາແຫ່ງຊາດ ຫວຽດນາມ , ກຳມະການຜູ້​ປະຈຳ​ການກຳມາທິການ​ວັດທະນະທຳ ​ແລະ ​ສຶກສາ ຂອງ​ສະພາ​ແຫ່ງ​ຊາດ ​ໃຫ້​ຮູ້​ວ່າ: ​ໃນ​ຖະ​ແຫຼ​ງການ​ໂລກ ​ກ່ຽວ​ກັບ​ຄວາມ​ຫຼາກ​ຫຼາຍ​ດ້ານ​ວັດທະນະທຳ ​ປີ 2001, ອົງການ​ສຶກສາ ​ແລະ ວິທະຍາສາດ ​ແລະ ວັດທະນະທຳ ​ສະຫະ​ປະຊາ​ຊາດ (UNESCO) ຢືນຢັນ​ວ່າ ຄວາມ​ຫຼາກ​ຫຼາຍ​ດ້ານ​ວັດທະນະທຳ ​ແມ່ນ​ຊັບ​ສົມບັດ​ລວມອັນ​ລ້ຳ​ຄ່າ​ຂອງ​ມວນ​ມະນຸດ, ເຊິ່ງ​ເປັນ​ສິ່ງ​ຈຳ​ເປັນ​ຂອງ​ມວນ​ມະນຸດຄື ​ຄວາມ​ຫຼາກ​ຫຼາຍ​ດ້ານ​ຊີວະ​ພາບ​ຕໍ່ກັບ​ທຳ​ມະ​ຊາດ, ​ເປັນ​ແຫຼ່ງ​ເລີ່ມຕົ້ນການພົບປະແລກປ່ຽນ, ປ່ຽນແປງໃໝ່ ​ແລະ ​ປະດິດ​ຄິດສ້າງ.

ຄຽງຂ້າງກັນ​ນັ້ນ, ຄວາມ​ຫຼາກ​ຫຼາຍ​ທາງ​ດ້ານ​ວັດທະນະທຳ ​ກໍ່ມີ​ບົດບາດ​ທີ່ສຳຄັນ​ໃນ​ການ​ປະຕິບັດ​ບັນດາສິດທິມະນຸດ ແລະ ສິດເສລີພາບພື້ນຖານ​ຂອງ​ມະນຸດຢ່າງຄົບຖ້ວນ​, ຍົກສູງບົດບາດ ​ແລະ ຖານະ​ຂອງ​ແມ່ຍິງ​ໃນ​ສັງຄົມ, ສ້າງ​ການເຊື່ອມຕໍ່, ຄວາມ​ປອງ​ດອງ​ກັນ​ໃນ​ສັງຄົມ. ດັ່ງ​ນັ້ນ​, ຕ້ອງ​ເຊື່ອມ​ໂຍງ​ຄວາມ​ຫຼາກ​ຫຼາຍ​ທາງ​ດ້ານ​ວັດທະນະທຳ​​ເປັນໜຶ່ງອົງປະກອບ​​ຍຸດ​ທະ​ສາດ​ ເຂົ້າໃນບັນດານະໂຍບາຍພັດທະນາປະເທດຊາດ ແລະ ສາກົນ, ປະຕິບັດ​ເປົ້າ​ໝາຍ​​ພັດທະນາ​ແບບ​ຍືນ​ຍົງ ຂອງ​ສະຫະ​ປະຊາ​ຊາດ...

ປະກອບ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ຜູ້ແທນສະພາແຫ່ງຊາດ​ລາວ ​ໃຫ້​ຮູ້​ວ່າ: ລາວກໍ່​ມີ​ລະບຽບ​ກົດໝາຍ​ເພື່ອ​ປົກ​ປັກ​ຮັກສາຄວາມ​ຫຼາກ​ຫຼາຍທາງດ້ານ​ວັດທະນະທຳ​ຂອງ​ປະ​ເທດຊາດ (ລະອຽດ​ແມ່ນ​ຂະແໜງການທ່ອງທ່ຽວ​ວັດທະນະທຳ, ມໍລະດົກທາງດ້ານວັດທະນະທຳ...) ​ເພື່ອ​ຮັກສາ ​ແລະ ​ເສີມຂະຫຍາຍສີສັນວັດທະນະທຳຂອງ​ຊາດ​ລາວ ​ແລະ ປຸກລຸກ​ນ້ຳ​ໃຈ​ຮັກ​ຊາດຂອງຮຸ້ນໜຸ່ມ. ​

ຜູ້ແທນສະພາ​ແຫ່ງ​ຊາດ​ລາວ ເຊື່ອໝັ້ນວ່າ: ກອງ​ປະຊຸມຄັ້ງນີ້ ຈະ​ເປັນໂອກາດ​ເພື່ອ​ໃຫ້​ສະມາຊິກລັດຖະ​ສະພາໜຸ່ມ​ທົ່ວ​ໂລກ ພ້ອມກັນ​ແລກປ່ຽນ​ບົດຮຽນ​ຂອງຕົນ ໃນ​ການພົບປະ​ແລກປ່ຽນ​ປະຊາຊົນ ​ແລະ ພັບປະແລກປ່ຽນວັດທະນະທຳ, ປະກອບສ່ວນ​ຍົກ​ລະດັບ​ການ​ຮ່ວມ​ມື ລະຫວ່າງ​ບັນດາ​ປະ​ເທດໃຫ້ພັດທະນາ​ແບບ​ຍືນ​ຍົງ.

ວັດ​ທະ​ນະ​ທໍາ​ເຊື່ອມ​ຕໍ່​ສັນ​ຕິ​ພາບ​

ເມື່ອແລກປ່ຽນ​ກ່ຽວ​ກັບ​ວັດທະນະທຳ​ຂອງອິນ​ໂດ​ເນ​ເຊຍ ​ທີ່​ກອງ​ປະຊຸມ, ສະມາຊິກລັດຖະ​ສະພາ​​ອິນ​ໂດ​ເນ​ເຊຍ ​ກ່າວ​ວ່າ ປະ​ເທດ​ນີ້​ມີ​ຄວາມ​ຫຼາກ​ຫຼາຍ​ທາງດ້ານ​ວັດທະນະທຳ​ສູງ, ມີ​ຫຼາຍ​ຊົນ​ເຜົ່າ​ ແລະ​ ຫຼາຍ​ຮ້ອຍ​ພາສາ. ​ເຖິງ​ວ່າ​ຈະ​ມີ​ຄວາມ​ແຕກ​ຕ່າງ​ກັນທາງ​ດ້ານ​ວັດທະນະທຳ​ຫຼາຍ​ຢ່າງ​ກໍ່ຕາມ, ​ແຕ່​ຊາວ​ອິນ​ໂດ​ເນ​ເຊຍ ​ລ້ວນ​ແຕ່​ສະໜິດສະໜົມ ​ແລະ ຍາດ​ແຍ່ງ​ເອົາ​ຄວາມ​ຮູ້​ຂອງ​ທ້ອງ​ຖິ່ນ ​ເພື່ອນໍາໄປ​ພັດທະນາ​ປະ​ເທດ. ອິນ​ໂດ​ເນ​ເຊຍ​ໄດ້​ມານະ​ພະຍາຍາມບັນລຸ​ເປົ້າ​ໝາຍ​ລົບ​ລ້າງຄວາມ​ອຶດຫິວ, ຫຼຸດຜ່ອນ​ຄວາມທຸກ​ຍາກ, ຊຸກຍູ້​ການ​ສຶກສາ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ຮັບມືກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ຮັກສາ​ຊີວະ​ນາໆ​ພັນ. ບັນດາ​ເປົ້າ​ໝາຍ​ດັ່ງກ່າວ ​ໄດ້​ເຊື່ອມ​ໂຍງ​ເຂົ້າ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ນຳ​ເອົາ​ສັນຕິພາບ ​ແລະ ການ​ຮ່ວມ​ມື​ມາ​ສູ່​ບັນດາ​ປະ​ເທດ ​ແລະ ພາກ​ພື້ນ.

ວັດທະນະທຳເຊື່ອມໂຍງ, ຊຸກຍູ້ສັນຕິພາບ

ສະມາຊິກ​ສະພາ​ແຫ່ງ​ຊາດ​ ກໍາປູ​ເຈຍ​ໃຫ້ຮູ້ວ່າ​ວ່າ ກຳປູ​ເຈຍ​ ໄດ້​ຊຸກຍູ້​ຄວາມ​ຫຼາກ​ຫຼາຍ​ດ້ານ​ວັດທະນະທຳ ​ແລະ ​ຄວາມ​ຫຼາກ​ຫຼາຍ ​ຂອງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຢ່າງ​ແຮງ ​ເພື່ອ​ພັດທະນາ​ປະ​ເທດ​ຊາດ, ສັນຕິພາບ ​ແລະ​ ຄວາມ​ປອງ​ດອງ​ກັນ​ຂອງ​ສັງຄົມ.

ຕາມສະມາຊິກ​ສະພາ​ແຫ່ງ​ຊາດ ​ກຳປູ​ເຈຍ​ ແລ້ວ, ພາກພຶ້ນ​ສາກົນ ​ມີ​ຄວາມ​ເຂົ້າ​ໃຈ​ຜິດ​ບາງ​ຢ່າງ​ກ່ຽວ​ກັບ​ຄຸນຄ່າ​ວັດທະນະທຳ. ບາງພື້ນຖານວັດທະນະທຳອື່ນໆ ມີການພັດທະນາແບບຖົດຖອຍ ຂາດຄວາມມີສີວິໄລ. ສະ​ນັ້ນ, ກອງ​ປະຊຸມເປັນ​ໂອກາດ​ເພື່ອ​ໃຫ້​ບັນດາ​ສະມາຊິກພ້ອມກັນແບ່ງປັນກ່ຽວ​ກັບ​ຄຸນຄ່າທາງດ້ານ​ວັດທະນະທຳ, ຜ່ານນັ້ນ ກໍ່ຮັດ​ແຄບ​ຊ່ອງ​ຫວ່າງ​ໃນ​ສັງຄົມ, ວັດທະນະທຳ ແລະ ຊຸກຍູ້​ສັນຕິພາບ, ຮັບປະກັນ​ຜົນ​ປະ​ໂຫຍ​ດຂອງ​ສັງຄົມ, ຂອງ​ຊາດ ​ແລະ ໃນ​ໂລກ.

ທ່ານ Kamal Ait Mik, ສະມາຊິກ​ສະພາ​ຕ່ຳ ມາຣົກ​ ແລະ ສະມາຊິກ​ຄະນະການນໍາ ເວທີ່ປາໄສສະມາຊິກລັດຖະສະພາ​ໜຸ່ມ IPU ​ເນັ້ນ​ໜັກ​ວ່າ: ການ​ສົນທະນາ​ລະຫວ່າງ​ສາສະໜາ ​ແລະ ລະຫວ່າງ​ວັດທະນະທຳ, ​ຊຸກຍູ້​ຄວາມ​ຫຼາກ​ຫຼາຍ ທາງ​ດ້ານ​ວັດທະນະທຳ ​ແມ່ນ​ຈຳ​ເປັນ​ທີ່​ສຸດ, ພິ​ເສດ​ແມ່ນ​ມຸ່ງ​ໄປ​ເຖິງ​ບັນດາຄົນທີ່ອອ່ນແອກວ່າເຊັ່ນ: ແມ່ຍິງ, ເດັກນ້ອຍ, ຄົນເຄື່ອນຍ້າຍຖິ່ນຖານ, ໄວຫນຸ່ມ ແລະ ຄົນພິການ. ​ໃນ​ກອງ​ປະຊຸມ​ຄັ້ງ​ນີ້, ພວກ​ເຮົາ​ແນ​ໃສ່ເປົ້າໝາຍ​ຊາວ​ໜຸ່ມ, ເຊິ່ງເປັນ​ໜໍ່ແໜງໃນອະນາຄົດ, ສວມ​ບົດບາດທີ່​ສຳຄັນ ​ແລະ ຕ້ອງ​ມີ​ທີ່ຕັ້ງ​ທີ່​ດີກ​ວ່າ​ເກົ່າ​ໃນ​ສັງຄົມ.

Anousay