ມອບລາງວັນສື່ມວນຊົນທົ່ວປະເທດຄັ້ງທີ 1 “ເພື່ອພັດທະນາວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ”.

09:04 | 15/09/2023

ຍສໝ - ລາງວັນ​ສື່ມວ​ນ​ຊົນ​ທົ່ວ​ປະ​ເທດ​ຄັ້ງ​ທີ 1 “ເພື່ອ​ການ​ພັດທະນາ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ” ​ເພື່ອ​ແນ​ໃສ່​ຮັບ​ຮູ້ ​ແລະ ​ເຊີດ​ຊູ​ບັນດາ​ການ​ປະກອບສ່ວນ​ອັນ​ດີ​ເດັ່ນ​ຂອງ​ບັນດາ​ສະຫາຍ ​ແລະ ບຸກຄົນ​ ນັກ​ຂ່າວ ​ເພື່ອ​ພັດທະນາ​ວັດທະນະທຳ, ກິລາ, ທ່ອງ​ທ່ຽວ ​ແລະ ຄອບຄົວ.

ຫວຽດນາມ - ລາວ: ເພີ່ມທະວີການຮ່ວມມືໃນຂົງເຂດໂຄສະນາສຶກສາ, ສື່ມວນຊົນ ຫວຽດນາມ - ລາວ: ເພີ່ມທະວີການຮ່ວມມືໃນຂົງເຂດໂຄສະນາສຶກສາ, ສື່ມວນຊົນ
ສື່ມວນຊົນສືບຕໍ່ປະກອບສ່ວນສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມຢູ່ ຫວຽດນາມ ສື່ມວນຊົນສືບຕໍ່ປະກອບສ່ວນສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມຢູ່ ຫວຽດນາມ

ໃນຈຳນວນ ກ່ວາ 1000 ຜົນງານທີ່ໄດ້ເຂົ້າຮ່ວມການແຂ່ງຂັນໃນບັນດາປະເພດຄື: ສື່ສິ່ງພິມ, ສື່ເອເລັກໂຕນິກ, ການກະຈາຍສຽງ, ໂທລະພາບ ແລະ ຂ່າວພາບ, ຄະນະກຳມະການ ໄດ້ຄັດເລືອກ 94 ຜົນງານດີເດັນ ທີ່ສຸດ ເພື່ອມອບລາງວັນທີໜຶ່ງ 4 ລາງວັນ, ລາງວັນທີສອງ 15 ລາງວັນ.

ຕອນຄ່ຳວັນທີ 13 ກັນຍາ ຢູ່ຮ່າໂນ້ຍ, ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ, ສະມາຄົມນັກຂ່າວ ຫວຽດນາມ ສົມທົບກັບຄະນະໂຄສະນາສຶກສາສູນກາງ, ກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ຈັດພິທີມອບລາງວັນສື່ມວນຊົນທົ່ວປະເທດ “ເພື່ອພາລະກິດແຫ່ງການພັດທະນາ ວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ” ຄັ້ງທີ 1.

ໃນຈຳນວນ ກ່ວາ 1000 ຜົນງານທີ່ໄດ້ເຂົ້າຮ່ວມການແຂ່ງຂັນໃນບັນດາປະເພດຄື: ສື່ສິ່ງພິມ, ສື່ເອເລັກໂຕນິກ, ການກະຈາຍສຽງ, ໂທລະພາບ ແລະ ຂ່າວພາບ, ຄະນະກຳມະການ ໄດ້ຄັດເລືອກ 94 ຜົນງານດີເດັນ ທີ່ສຸດ ເພື່ອມອບລາງວັນທີໜຶ່ງ 4 ລາງວັນ, ລາງວັນທີສອງ 15 ລາງວັນ, ລາງວັນທີ ສາມ 25 ລາງວັນ ແລະ ລາງວັນຊົມເຊີຍໃຫ້ແກ່ສ່ວນບຸກຄົນ 50 ລາງວັນ, ພ້ອມທັງມອບ ລາງວັນລວມໝູ່ 3 ລາງວັນ. ວິທະຍຸກະຈາຍສຽງ ຫວຽດນາມ ແມ່ນຫົວໜ່ວຍ ໄດ້ຮັບຫຼາຍລາງວັນທີ່ສຸດ ນັບທັງປະເພດກະຈາຍສຽງ, ໂທລະພາບ, ສື່ເອເລັກໂຕນິກ, ທ່ານ ດົ່ງແມ້ງຮຸ່ງ, ຫົວໜ້າພະແນກເລຂາ ບັນນາທິການ ວິທະຍຸກະຈາຍສຽງ ຫວຽດນາມ ໃຫ້ຮູ້ວ່າ:

ມອບລາງວັນສື່ມວນຊົນທົ່ວປະເທດຄັ້ງທີ 1 “ເພື່ອພັດທະນາວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ”.

ພິທີມອບລາງວັນສື່ມວນຊົນທົ່ວປະເທດ “ເພື່ອພາລະກິດແຫ່ງການພັດທະນາ ວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ” ຄັ້ງທີ 1

ບັນດານັກຂ່າວຂອງ ວິທະຍຸກະຈາຍສຽງ ຫວຽດນາມ ກໍ່ແມ່ນບັນດານັກວັດທະນະທຳ. ການເຂົ້າຮ່ວມການແຂ່ງຂັນເພື່ອພາລະກິດວັດທະນະທຳ, ກິລາ ການທ່ອງທ່ຽວ ທັງແມ່ນຄວາມຮັບຜິດຊອບທັງແມ່ນຄວາມເປັນກຽດ. ເພາະສະນັ້ນ, ຄະນະການນຳ ວິທະຍຸກະຈາຍສຽງ ຫວຽດນາມ ກໍ່ຄືສະມາຄົມນັກຂ່າວຂອງ ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ແຜ່ຂະຫຍາຍຈິດໃຈຂອງລາງວັນ ແລະ ໄດ້ຮັບການເຂົ້າຮ່ວມຢ່າງຕັ້ງໜ້າຂອງບັນດານັກຂ່າວ. ມີຫຼາຍຜົນງານບັນລຸໄດ້ໝາກຜົນທີ່ດີ, ມີຄຸນນະພາບສູງ ນັບທັງ ເນື້ອໃນ ແລະ ຮູບແບບ, ສ່ອງແສງໃຫ້ເຫັນ ຫຼາຍດ້ານຂອງວັດທະນະທຳ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.