ນະຄອນໂຮ່ຈິມິງ: ສະມາຊິກຊາວໜຸ່ມ 500 ກວ່າຄົນເຂົ້າຮ່ວມງານ “ແລກປ່ຽນວັດທະນະທຳ ຫວຽດນາມ - ໄທ”

16:17 | 02/09/2023

ຍສໝ - ຕອນບ່າຍວັນທີ 30 ສິງຫາ, ລາຍການ “ແລກປ່ຽນວັດທະນະທໍາ ຫວຽດນາມ - ໄທ” ໄດ້ດຳເນີນ ແລະ ດຶງດູດການເຂົ້າຮ່ວມຂອງສະມາຊິກຊາວໜຸ່ມ 500 ກວ່າຄົນຂອງບັນດາມະຫາວິທະຍາໄລ, ວິທະຍາໄລຢູ່ນະຄອນໂຮ່ຈິມິງ.

ນະຄອນໂຮ່ຈິມິງ: ສະມາຊິກຊາວໜຸ່ມ 500 ກວ່າຄົນເຂົ້າຮ່ວມງານ “ແລກປ່ຽນວັດທະນະທຳ ຫວຽດນາມ - ໄທ”
ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ລາຍການ “​ແລກປ່ຽນ​ວັດທະນະທຳ ຫວຽດນາມ - ​ໄທ”.

ວັນ​ທີ 30 ສິງຫາ 2023, ຫ້ອງການ​ຜູ້ຕາງໜ້າ​ພາກ​ໃຕ້​ຂອງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ໄດ້​ສົມທົບ​ກັບ​ຄະນະ​ຊາວ​ໜຸ່ມ​ນະຄອນ​ໂຮ່ຈິ​ມິງ, ສະມາຄົມ​ມິດຕະພາບ ຫວຽດນາມ - ອາ​ຊຽນ ນະຄອນ ​ໂຮ່ຈີ​ມິງ ​ແລະ ສະຖານ​ກົງສຸນ​ໃຫຍ່ ​ໄທ ປະຈຳ​ນະຄອນ ​ໂຮ່ຈີ​ມິງ ​ໄດ້​ຈັດ​ຕັ້ງ ​ລາຍການ “​ແລກປ່ຽນ​ວັດທະນະທຳ ຫວຽດນາມ - ​ໄທ”.

ນະຄອນໂຮ່ຈິມິງ: ສະມາຊິກຊາວໜຸ່ມ 500 ກວ່າຄົນເຂົ້າຮ່ວມງານ “ແລກປ່ຽນວັດທະນະທຳ ຫວຽດນາມ - ໄທ”
ບາງ​ລາຍການ​ສະ​ແດງ​ພິ​ເສດ​ຢູ່​ລາຍການ “​ແລກປ່ຽນ​ວັດທະນະທຳ ຫວຽດນາມ - ​ໄທ”

​ລາຍການ​ໄດ້​ແນະນຳ​ໃຫ້​ປະຊາຊົນ​ຫວຽດນາມ ກ່ຽວ​ກັບ​ສິລະປະ, ດົນຕີ​ມູນເຊື້ອຂອງ​ຊາວ​ໄທ ​ໂດຍ​ຄະນະ​ສິລະ​ປະ​ຂອງ​ກະຊວງ​ວັດທະນະທຳ ​ໄທສະແດງ. ພ້ອມ​ກັນ​ນັ້ນ, ລາຍການ​ຍັງ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ ສະມາຊິກ​ຊາວ​ໜຸ່ມ 500 ກວ່າ​ຄົນ​ທີ່​ມາ​ຈາກ​ບັນດາ​ມະຫາວິທະຍາ​ໄລ, ວິທະຍາ​ໄລ​ໃນ​ນະຄອນ, ບັນດາ​ກຸ່ມ​ສິລະ​ປະ​ຈາກ​ສະມາຄົມ​ມິດຕະພາບ- ອາ​ຊຽນ ແຂວງ ດົ່ງ​ນາຍ , ສະມາຄົມ​ມິດຕະພາບ​ຫວຽດນາມ - ອາ​ຊຽນ ​ໂຮ່ຈີ​ມິງ. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ໃນ​ບັນດາ​ໂຄງການ​ແລກປ່ຽນ​ປະຊາຊົນ ​ເພື່ອ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ລະຫວ່າງ​ປະຊາຊົນ 2 ປະ​ເທດ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 10 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ລະຫວ່າງຫວຽດນາມ - ​ໄທ ຄົບຮອບ 10 ປີ (ມິຖຸນາ 2013 - ມິຖຸນາ 2023).

ນະຄອນໂຮ່ຈິມິງ: ສະມາຊິກຊາວໜຸ່ມ 500 ກວ່າຄົນເຂົ້າຮ່ວມງານ “ແລກປ່ຽນວັດທະນະທຳ ຫວຽດນາມ - ໄທ”
ບາງ​ລາຍການ​ສະ​ແດງ​ພິ​ເສດ​ຢູ່​ລາຍການ “​ແລກປ່ຽນ​ວັດທະນະທຳ ຫວຽດນາມ - ​ໄທ”

ດີງເລື້ອງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.