ຍສໝ - ຕອນເຊົ້າວັນທີ 03 ພະຈິກ 2019, ຢູ່ນະຄອນຫຼວງ ບາງກອກ, ປະເທດໄທ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນ ຊວນ ຟຸກ, ພ້ອມກັບການນຳບັນດາປະເທດອາຊຽນ ແລະ ບັນດາຄູ່ຮ່ວມມືໄດ້ເຂົ້າຮ່ວມພິທີໄຂກອງປະຊຸມສຸດຍອດອາຊຽນ ຄັ້ງທີ 35.
ຍສໝ - ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນ ຊວນ ຟຸກ ແລະ ພັນລະຍາ ຈະນຳໜ້າຄະນະຜູ້ແທນຂັ້ນສູງຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 35 ຢູ່ບາງກອກ, ປະເທດໄທ.
ຍສໝ - ໃນຕອນເຊົ້າວັນທີ 11 ຕຸລາ 2019, ທີ່ສຳນັກງານລັດຖະບານ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບບັນດານັກລົງທຶນຕ່າງປະເທດທີ່ພວມມີບັນດາການເຄື່ອນໄຫວລົງທຶນຢູ່ ຫວຽດນາມ.
ໃນລະຫວ່າງວັນທີ 2 – 3 ຕຸລາ 2019, ສື່ມວນຊົນລາວ ໄດ້ໃຫ້ຂ່າວເປັນຈໍານວນຫຼວງຫຼາຍໃນໜ້າທໍາອິດ ແລະ ຖະແຫຼງການຮ່ວມລະຫວ່າງ ຫວຽດນາມ - ລາວ ໃນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງ ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ຕາມຄໍາເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ ຊວນ ຟຸກ.
ຍສໝ - ໂດຍ ໄດ້ຮັບຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຫງວ໋ຽນ ຊົນ ຟຸ໋ກ, ທ່ານນາຍົກລັດຖະມົນຕີມາເລເຊຍ Mahathir Mohamad ໄດ້ມາຢ້ຽມຢາມຫວຽດນາມຢ່າງເປັນທາງການ ແຕ່ ວັນທີ 26 - 28 ສິງຫາ. ຕອນເຊົ້າວັນທີ 26 ສິງຫາ, ພິທີຕ້ອນຮັບນາຍົກລັດຖະມົນຕີມາເລເຊຍ ໄດ້ຈັດຂື້ນຢ່າງສົມກຽດ ທີ່ ສຳນັກງານປະທານປະເທດ. ພາຍຫຼັງພິທີຕ້ອນຮັບ, ຜູ້ນຳລັດຖະບານຂອງສອງປະເທດ ໄດ້ດຳເນີນການພົບປະເຈລະຈາ.
ຍສໝ - ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ແລະ ພັນລະຍາ, ທ່ານນາຍົກລັດຖະມົນຕີອົດສະຕາລີ Scott Morrison ແລະ ພັນລະຍາ ໄດ້ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ. ໃນຕອນເຊົ້າວັນທີ 23 ສິງຫາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແລະ ທ່ານນາຍົກລັດຖະມົນຕີ Scott Morrison ໄດ້ດຳເນີນການເຈລະຈາ.
ໃນໂອກາດທີ່ທ່ານ ທອງ ລຸນ ສີສຸລິດ ນາຍົກລັດຖະມົນ ຕີ ແຫ່ງ ສປປ ລາວ ໄດ້ລົງພົບ ປະຢ້ຽມຢາມແຂວງສະຫວັນ ນະເຂດ ໂອກາດດັ່ງກ່າວ ທ່ານກໍ່ໄດ້ໄປຢ້ຽມຢາມອຳນາດການປົກຄອງ ແລະພໍ່ແມ່ປະຊາຊົນ ບ້ານຄຳປ່າແໜ ແລະບ້ານປ່າ ກ້ວຍ ເມືອງຈຳພອນ ແຂວງສະ ຫວັນນະເຂດ, ໃນກາງເດືອນ ສິງຫາ 2019 ນີ້. ໂດຍມີທ່ານ ສັນຕິພາບ ພົມວິຫານ ເຈົ້າ ແຂວງສະຫວັນນະເຂດ, ທ່ານ ລັດຖະມົນຕີປະຈຳສຳນັກ ງານນາຍົກ, ລັດຖະມົນຕີກະ ຊວງສາທາລະນະສຸກ, ລັດຖະ ມົນຕີກະຊວງໂຍທາທິການ ແລະຂົນສົ່ງ, ລັດຖະມົນຕີກະ ຊວງກະສິກຳ-ປ່າໄມ້ ແລະພະ ແນກການຕ່າງໆຂອງແຂວງ ຮ່ວມເດີນທາງ.
ໃນສອງສາມວັນທີ່ຜ່ານມາ, ໃນໂອກາດລົງເຄື່ອນໄຫວຊີ້ນຳ ແລະ ຊຸກຍູ້ການຜະລິດຢູ່ແຂວງສາລະວັນ, ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ, ພອ້ມດວ້ຍ ທ່ານ ລັດຖະມົນຕີ ແລະ ຮອງລັດຖະມົນຕີ ກະຊວງກ່ຽວຂ້ອງ ໄດ້ໄປຢ້ຽມຢາມ ແລະ ຊຸກຍູ້ການຜະລິດ ຢູ່ຫລາຍເມືອງ, ໂດຍມີທ່ານ ສີສຸວັນ ສີຈອມ, ເຈົ້າແຂວງໆສາລະວັນ ພ້ອມດ້ວຍຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃຫ້ການຕ້ອນຮັບ.
ຍສໝ - ໃນຕອນບ່າຍວັນທີ 15 ສິງຫາ ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ມີການຕ້ອນຮັບຜູ້ອຳນວຍການໃຫຍ່ບໍລິຫານ IFC ສະມາຊິກທະນາຄານໂລກ (WB) ທ່ານ Philippe Le Houerou.
ຍສໝ - ໃນຕອນເຊົ້າວັນທີ 05 ສິງຫາ ຢູ່ສໍານັກງານລັດຖະບານ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການຕ້ອນຮັບ ແລະ ເຮັດວຽກກັບ ທ່ານ ວິຣະໄທ ສັນຕິປຣະພົບ ຜູ້ວ່າການທະນາຄານສູນກາງໄທ
ຍສໝ. - ວັນທີ 2 ສິງຫາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊັວນຝຸກ ໄດ້ໃຫ້ການທ່ານ Bruno Angetlet ຕ້ອນຮັບເອກອັກຄະລັດຖະທູດ, ຫົວໜ້າຜູ້ຕາງໜ້າສະຫະພາບເອີລົບ (EU) ປະຈຳຫວຽດນາມ ມາເຂົ້ນຢ້ຽມອຳລາ ໃນໂອກາດສິ້ນສຸດອາຍຸການເຮັດວຽກ ຢູ່ ຫວຽດນາມ.
ຍສໝ - ຕອນບ່າຍວັນທີ 31 ກໍລະກົດ, ຢູ່ສໍານັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Pereric Hogberg ເອກອັກຄະລັດຖະທູດ ຊູແອັດປະຈໍາຫວຽດນາມ ເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດໜ້າທີ່່ທາງການທູດ ຢູ່ ຫວຽດນາມ.
ສະເພາະຕອນເຊົ້າວັນທີ່ 13 ກໍລະກົດຜ່ານມາ, ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍການນຳແຂວງຫຼວງພະບາງ ໄດ້ເຂົ້າວາງກະຕ່າດອກໄມ້ ທີ່ອານຸສາລະລີຂອງປະທານສຸພານຸວົງ ທີ່ບ້ານນາວຽງຄຳ, ນະຄອນຫຼວງພະບາງ ໃນໂອກາດວັນເກີດຂອງປະທານສຸພານຸວົງ ຄົບຮອບ 110 ປີ.
ຍສໝ - ຕອນບ່າຍວັນທີ 01 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ແລະ ພັນລະຍາ, ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ມີການພົບປະກັບນັກປັນຍາຊົນ, ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຍີ່ປຸ່ນ.
ຍສໝ - ຄ່ຳຄືນວັນທີ 01 ກໍລະກົດ 2019, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ ຊວນ ຟຸກ ແລະ ພັນລະຍາ, ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ກັບຄືນເມືອຮອດ ຮ່າໂນ້ຍ, ສິ້ນສຸດການເຂົ້າຮ່ວມກອງປະຊຸມສຸດຍອດ G20.
ຍສໝ - ໃນວັນທີ 1 ກໍລະກົດ, ທີ່ນະຄອນຫຼວງ ໂຕກຽດ, ປະເທດ ຍີ່ປຸ່ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ມີການພົບປະກັບທ່ານ ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe.
ໃນຂອບເຂດການຢ້ຽມຢາມຍີ່ປຸ່ນ, ຕອນເຊົ້າວັນທີ 01 ກໍລະກົດ, ຢູ່ນະຄອນຫຼວງໂຕກຽວ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ມີການພົບປະ, ສົນທະນາກັບການນຳບັນດາບໍລິສັດ, ວິສາຫະກິດໃຫຍ່ແຖວໜ້າຂອງຍີ່ປຸ່ນ ໃນຂົງເຂດການເງິນ, ພະລັງງານ, ກໍ່ສ້າງ, ອຸດສາຫະກຳຜະລິດເຄື່ອງຈັກ, logistic, ເຕັກໂນໂລຊີສູງ…
ຍສໝ - ກອງປະຊຸມສຸດຍອດ G20 ປີ 2019 ຢູ່ ຍີ່ປຸ່ນ ຈະຈັດຂື້ນໃນລະຫວ່າງວັນທີ 28 – 29 ມິຖຸນາ, ຢູ່ນະຄອນ Osaka. ນີ້ແມ່ນກອງປະຊຸມ G20 ຄັ້ງທີ 14, ເຊຶ່ງຈະດຳເນີນໃນສະພາບການເສດຖະກິດໂລກກຳລັງມີການເຕີບໂຕຊ້າ ດ້ວຍຄວາມສ່ຽງຢ່າງຫຼວງຫຼາຍຍ້ອນການແກ້ງແຍ້ງຍຸດທະສາດ ລະຫວ່າງ ບັນດາປະເທດໃຫຍ່ນັບມື້ນັບຮ້າຍແຮງຂຶ້ນ.
ຍສໝ - ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີີ 34, ໃນຕອນບ່າຍຂອງວັນທີ 22 ມິຖຸນາ 2019, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນ ຊວນ ຟຸກ ໄດ້ພົບປະກັບ ທ່ານນາຍົກລັດຖະມົນຕີ ໄທ ປາຢຸດ ຈັນໂອຊາ.
ຍສໝ - ໃນຕອນທ່ຽງຂອງວັນທີ 22 ມິຖຸນາ 2019, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນ ຊວນ ຟຸກ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຮອດ ບາງກອກ, ປະເທດໄທ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 34.