ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໂອ້ລົມສົນທະນາກັບການນຳບັນດາກຸ່ມບໍລິສັດແຖວໜ້າຂອງຍີ່ປຸ່ນ

19:46 | 01/07/2019

ໃນຂອບເຂດການຢ້ຽມຢາມຍີ່ປຸ່ນ, ຕອນເຊົ້າວັນທີ 01 ກໍລະກົດ, ຢູ່ນະຄອນຫຼວງໂຕກຽວ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ມີການພົບປະ, ສົນທະນາກັບການນຳບັນດາບໍລິສັດ, ວິສາຫະກິດໃຫຍ່ແຖວໜ້າຂອງຍີ່ປຸ່ນ ໃນຂົງເຂດການເງິນ, ພະລັງງານ, ກໍ່ສ້າງ, ອຸດສາຫະກຳຜະລິດເຄື່ອງຈັກ, logistic, ເຕັກໂນໂລຊີສູງ…

ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເນັ້ນໜັກເຖິງສັນຍາ EVFTA ແລະ IPA ລະຫວ່າງຫວຽດນາມ - ສະຫະພາບເອີລົບ ເຊິ່ງຫາກໍ່ໄດ້ຮັບການລົງນາມໃນວັນທີ 30 ມິຖຸນາ ແລະ ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ເຊິ່ງທັງຫວຽດນາມ ແລະ ຍີ່ປຸ່ນ ລ້ວນແຕ່ເຂົ້າຮ່ວມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ກ່າວວ່າ ຫວຽດນາມ ຫາກໍ່ລົງນາມໃນສັນຍາ EVFTA ແລະ IPA ລະຫວ່າງຫວຽດນາມ - ສະຫະພາບເອີລົບ, ຊຸກຍູ້ຄວາມມານະພະຍາຍາມລົງນາມໃນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໃນປີນີ້, ນີ້ແມ່ນກາລະໂອກາດຂອງຍີ່ປຸ່ນ ສົ່ງເສີມການລົງທຶນ FDI ທີ່ມີຄຸນນະພາບສູງຂອງຍີ່ປຸ່ນ ເຂົ້າຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໂອ້ລົມສົນທະນາກັບການນຳບັນດາກຸ່ມບໍລິສັດແຖວໜ້າຂອງຍີ່ປຸ່ນ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກໂອ້ລົມສົນທະນາກັບການນຳບັນດາກຸ່ມບໍລິສັດແຖວໜ້າຂອງຍີ່ປຸ່ນ. (ພາບ: VOV)

ທີ່ການໂອ້ລົມສົນທະນາ, ບັນດານັກລົງທຶນຍີ່ປຸ່ນ, ໃນນັ້ນມີ Toyota, Canon, TEPCON… ຕີລາຄາສູງເລື່ອງລັດຖະບານຫວຽດນາມ ໄດ້ຈັດຕັ້ງ ແລະ ຊີ້ນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆຈັດຕັ້ງການໂອ້ລົມສົນທະນາກັບບັນດາວິສາຫະກິດເປັນປະຈຳ, ໃນນັ້ນມີວິສາຫະກິດຍີ່ປຸ່ນ. ການນຳບັນດາວິສາຫະກິດຍີ່ປຸ່ນ ສະເໜີໃຫ້ຫວຽດນາມ ພັດທະນາພື້ນຖານໂຄງລ່າງຢ່າງເຂັ້ມແຂງ ເພື່ອຮັບໃຊ້ໃຫ້ແກ່ການພັດທະນາເສດຖະກິດ, ໂດຍສະເພາະແມ່ນບັນດາທ່າກ່ຳປັ່ນສົ່ງຕໍ່ສິນຄ້າ ແລະ ລະບົບທາງບົກເຊື່ອມຕໍ່ກັບບັນດາທ່າກ່ຳປັ່ນດັ່ງກ່າວກັບບັນດານະຄອນໃຫຍ່.

ກ່ອນໜ້ານັ້ນ, ໃນຕອນເຊົ້າວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫວຽນຊວນຟຸກ ກໍ່ໄດ້ໃຫ້ການຕ້ອນຮັບຜູ້ວ່າການທະນາຄານ MUFG, ຂອງ ຍີ່ປຸ່ນ ເຊັ່ນດຽວກັນ.

(ແຫຼ່ງ​ຂໍ້​ມູນ​: VOV WORLD)

ເຫດການ