ທ່ານນາຍົກລັດຖະມົນຕີ ເນັ້ນໜັກໃຫ້ປະຊາຊົນບ້ານຄຳປ່າແໜ-ບ້ານປ່າກ້ວຍ ຈົ່ງພ້ອມກັນບືນຕົວຕໍ່ໄປ ພ້ອມ​ທັງ​ຢ້ຽມ​ຢາມ​ສະ​ຖານ​ທີ່​ສຳ​ຄັນ​ຢູ່​ແຂວງ​ສະ​ຫວັນ​ນະ​ເຂດ

14:45 | 22/08/2019

ໃນໂອກາດທີ່ທ່ານ ທອງ ລຸນ ສີສຸລິດ ນາຍົກລັດຖະມົນ ຕີ ແຫ່ງ ສປປ ລາວ ໄດ້ລົງພົບ ປະຢ້ຽມຢາມແຂວງສະຫວັນ ນະເຂດ ໂອກາດດັ່ງກ່າວ ທ່ານກໍ່ໄດ້ໄປຢ້ຽມຢາມອຳນາດການປົກຄອງ ແລະພໍ່ແມ່ປະຊາຊົນ ບ້ານຄຳປ່າແໜ ແລະບ້ານປ່າ ກ້ວຍ ເມືອງຈຳພອນ ແຂວງສະ ຫວັນນະເຂດ, ໃນກາງເດືອນ ສິງຫາ 2019 ນີ້. ໂດຍມີທ່ານ ສັນຕິພາບ ພົມວິຫານ ເຈົ້າ ແຂວງສະຫວັນນະເຂດ, ທ່ານ ລັດຖະມົນຕີປະຈຳສຳນັກ ງານນາຍົກ, ລັດຖະມົນຕີກະ ຊວງສາທາລະນະສຸກ, ລັດຖະ ມົນຕີກະຊວງໂຍທາທິການ ແລະຂົນສົ່ງ, ລັດຖະມົນຕີກະ ຊວງກະສິກຳ-ປ່າໄມ້ ແລະພະ ແນກການຕ່າງໆຂອງແຂວງ ຮ່ວມເດີນທາງ.

ທ່ານນາຍົກລັດຖະມົນຕີ ເນັ້ນໜັກໃຫ້ປະຊາຊົນບ້ານຄຳປ່າແໜ-ບ້ານປ່າກ້ວຍ ຈົ່ງພ້ອມກັນບືນຕົວຕໍ່ໄປ ພ້ອມ​ທັງ​ຢ້ຽມ​ຢາມ​ສະ​ຖານ​ທີ່​ສຳ​ຄັນ​ຢູ່​ແຂວງ​ສະ​ຫວັນ​ນະ​ເຂດ

ທ່ານ ທອງລຸນ ສີສຸລິດ ລົງຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງສະຫວັນນະເຂດ.(ພາບ:ສະຫວັນພັດທະນາຂ່າວ)


ເຊິ່ງໃນໂອກາດດັ່ງກ່າວ ທ່ານນາຍົກລັດຖະມົນຕີກໍ່ໄດ້ ກ່າວທັກທາຍກັບພໍ່ແມ່ປະຊາ ຊົນ ດ້ວຍໄມຕີຈິດມິດຕະພາບ ແລະເປັນກັນເອງວ່າ: “ເຖິງຂ້າ ພະເຈົ້າຈະຢູ່ນະຄອນຫຼວງວຽງ ຈັນແຕ່ກໍ່ໄດ້ຍິນຊື່ສຽງຮຽງນາມຂອງບ້ານຄຳປ່າແໜ-ບ້ານປ່າກ້ວຍ ພໍສົມຄວນ, ຮູ້ ເຖິງການເຄື່ອນໄຫວ ແລະຜົນ ງານຂອງຜູ້ໃຫ້ການຊ່ວຍເຫຼືອ, ເນື່ອງຈາກວ່າ: ປະທານປະ ເທດແຫ່ງ ສປປ ລາວ ເພິ່ນ ກໍ່ໄດ້ມີໂອກາດມາຢ້ຽມຢາມ ພໍ່ແມ່ພີ່ນ້ອງພວກເຮົາຄັ້ງໜຶ່ງ ແລ້ວ, ຈາກນັ້ນ, ກໍ່ມີບັນດາ ທ່ານໃນຄະນະລັດຖະບານ ໂດຍສະເພາະທ່ານຮອງນາ ຍົກ, ທ່ານລັດ ຖະມົນຕີ ກໍ່ໄດ້ລົງມາບ້ານຂອງ ພວກເຮົາ. ດັ່ງນັ້ນຂ້າພະເຈົ້າ ໃນນາມນາຍົກລັດຖະມົນຕີກໍ່ ວ່າຈະໄດ້ລົງມາແຕ່ດົນແຕ່ກໍ່ບໍ່ ມີໂອກາດ ແລະກໍ່ໄດ້ຕັ້ງໃຈໄວ້ ວ່າ ແນວໃດກໍ່ຕ້ອງໄດ້ມາບ້ານ ຄຳປ່າແໜ-ບ້ານປ່າກ້ວຍນີ້ ໃຫ້ໄດ້ ແລະມື້ນີ້ກໍ່ໄດ້ມາພົບພໍ້ ກັນກໍ່ຮູ້ສຶກວ່າໄດ້ເຫັນການພັດ ທະນາສົມດັ່ງວ່າ. ໃນໂອກາດ ນີ້ກໍ່ຂໍຂອບໃຈມາຍັງຜູ້ທີ່ໃຫ້ ການຊ່ວຍເຫຼືອຄືທ່ານ ເກຍ ອູ໊ສິດທິເດດ ເຈົ້າຂອງໂຮງ ງານນ້ຳດື່ມ-ນ້ຳກ້ອນໂລມາ ຄຳທີ່ໄດ້ທຸ້ມເທທັງກຳລັງກາຍ, ກຳລັງຊັບສ້າງໃຫ້ບ້ານທີ່ອະ ດີດທີ່ເປັນບ້ານທຸກຍາກ (ຂໍ ທານ) ຫັນມາເຮັດອາຊີບທຳ ມາຫາກິນຢ່າງຖາວອນ, ຂໍຊົມ ເຊີຍມາຍັງພໍ່ແມ່ປະຊາຊົນທັງ ສອງບ້ານ (ຄຳປ່າແໜ-ປ່າ ກ້ວຍ) ທີ່ຕັດສິນໃຈ ຮ່ວມມືຈົນເຮັດໃຫ້ຊີວິດການເປັນຢູ່ນັບມື້ດີຂຶ້ນ, ຮຽກຮ້ອງໃຫ້ຊາວບ້ານຈົ່ງ ມີຄວາມດຸໝັ່ນ ທຳການຜະລິດ ຫາລ້ຽງກຸ້ມຕົນເອງສ້າງ ຄວາມເຂັ້ມແຂງດ້ວຍຕົນເອງ ເທື່ອລະກ້າວ. ຈາກນັ້ນກໍ່ຂອບ ຂອບໃຈນຳອົງການຈັດຕັ້ງທຸກ ພາກສ່ວນບໍ່ວ່າຈະເປັນຂັ້ນ ສູນກາງ, ແຂວງ, ເມືອງ ແລະ ອົງການຈັດຕັ້ງສັງຄົມຕ່າງໆ ທີ່ໄດ້ທຸ້ມເທທຸກສິ່ງຢ່າງຈົນ ສາມາດພິກຊີວິດຂອງປະຊາ ຊົນກາຍເປັນຜູ້ທີ່ມີຊີວິດໃໝ່ໄດ້ ຢ່າງໜ້າເພິ່ງພໍໃຈ. ໂອກາດ ນີ້ທ່ານນາຍົກກໍ່ໄດ້ມອບເງິນ ຈຳນວນໜຶ່ງ ເພື່ອປະກອບສ່ວນ ໃນການພັດທະນາບ້ານ ຕື່ມອີກ. ຈາກນັ້ນທ່ານນາຍົກລັດຖະມົນ ຕີກໍ່ໄດ້ໄປເລາະຢ້ຽມຊົມ ເບິ່ງ ສວນຕົວແບບຂອງປະຊາຊົນ ພ້ອມທັງໄປເບິ່ງສູນບໍລິການ ເຕັກນິກຂອງບ້ານ.


ທ່ານນາຍົກລັດຖະມົນຕີ ເນັ້ນໜັກໃຫ້ປະຊາຊົນບ້ານຄຳປ່າແໜ-ບ້ານປ່າກ້ວຍ ຈົ່ງພ້ອມກັນບືນຕົວຕໍ່ໄປ ພ້ອມ​ທັງ​ຢ້ຽມ​ຢາມ​ສະ​ຖານ​ທີ່​ສຳ​ຄັນ​ຢູ່​ແຂວງ​ສະ​ຫວັນ​ນະ​ເຂດ

ທ່ານນາຍົກລັດຖະມົນຕີ ເນັ້ນໜັກໃຫ້ປະຊາຊົນບ້ານຄຳປ່າແໜ-ບ້ານປ່າກ້ວຍ ຈົ່ງພ້ອມກັນບືນຕົວຕໍ່ໄປ ພ້ອມ​ທັງ​ຢ້ຽມ​ຢາມ​ສະ​ຖານ​ທີ່​ສຳ​ຄັນ​ຢູ່​ແຂວງ​ສະ​ຫວັນ​ນະ​ເຂດ

ທ່ານນາຍົກລັດຖະມົນຕີ ເຂົ້າຢ້ຽມ ພໍ່ແມ່ປະຊາຊົນ ຢູ່ໂຮງໝໍເມືອງຈຳພອນ ແຂວງສະຫັວນະເຂດ.


ອອກຈາກບ້ານຄຳປ່າແໜ ທ່ານນາຍົກລັດຖະມົນຕີກໍ່ໄດ້ ເດີນທາງໄປຢ້ຽມຢາມເຂດ ເສດຖະກິດພິເສດສະຫວັນ-ເຊໂນ, ໃນນັ້ນທ່ານໄດ້ໄປຢ້ຽມ ຢາມທ່າບົກ ເຊິ່ງເປັນຈຸດບໍລິ ການຂົນສົ່ງຄົບວົງຈອນທີ່ໄດ້ ມາດຕະຖານສາກົນ ແລະກໍ່ໄດ້ ໄປຢ້ຽມຢາມບໍລິສັດມິຊູສຸ ຈຳກັດ ເຊິ່ງເປັນບໍລິສັດທີ່ຜະ ລິດສິ້ນສ່ວນອີເລັກໂຕ​ຣນິກ ເພື່ອໄປຈຳໜ່າຍຢູ່ຕ່າງປະເທດ ແຕ່ເປັນຜະລິດຕະພັນຢູ່ ສປປ ລາວ.
ເວລາຕໍ່ມາຂະບວນຂອງ ທ່ານນາຍົກລັດຖະມົນຕີກໍ່ໄດ້ ໄປຢ້ຽມຢາມພະນັກງານ ແພດ-ໝໍ ແລະຄົນເຈັບຢູ່ໂຮງ ໝໍແຂວງສະຫວັນນະເຂດ ໂດຍສະເພາະອັນທີ່ໜ້າເປັນ ຫ່ວງແມ່ນການລະບາດຂອງ ພະຍາດໄ​ຂ້ຍູງລາຍ. ສຳລັບ ຢູ່ແຂວງສະຫວັນນະເຂດ ນັບແຕ່ເດືອນມັງກອນ 2019 ມາຮອດປະຈຸບັນມີຄົນເຈັບ ທັງໝົດ 4.110 ຄົນ, ມີຜູ້ເສຍ ຊີວິດ 20 ຄົນ, ຖືວ່າເປັນການ ລະບາດທີ່ຮຸນແຮງ, ມາຮອດ ປະຈຸບັນທາງແຂວງກໍ່ໄດ້ມີ ແຜນຕອບໂຕ້ຕໍ່ການລະບາດ ຄັ້ງນີ້ ໂດຍໄດ້ມີການລົງໂຄສະ ນາໃນການກຳຈັດແຫຼ່ງເພາະ ພັນຍູງລາຍ. ໂອກາດນີ້ທ່ານ ນາຍົກລັດຖະມົນຕີກໍ່ໄດ້ຮຽກ ຮ້ອງມາຍັງພະນັກງານແພດ -ໝໍຈົ່ງພ້ອມກັນເອົາໃຈໃສ່ປິ່ນ ປົວດູແລຄົນເຈັບດ້ວຍຄວາມ ຮັບຜູ້ຊອບສູງ. ພ້ອມກັນຢັບ ຢັ້ງການແຜ່ລະບາດຂອງພະ ຍາດໃຫ້ແຄບລົງ, ພ້ອມກັນ ສ້າງຂະບວນການໃຫ້ຫຼາຍ ຂຶ້ນຕື່ມ​ໂດຍ​ສະ​ເພາະ​ແມ່ນ ແຫຼງ​ເພາະ​ພັນ​ຂອງ​ຍູງລາຍ. ໃນໂອກາດນີ້ທ່ານກໍ່ໄດ້ມອບ ເງິນຈຳນວນໜຶ່ງ ເຖິງຈະບໍ່ ຫຼາຍກໍ່ຈະຊ່ວຍແບ່ງເບົາ-ບັນເທົາໄດ້ໃນໄລຍະໜຶ່ງ ແລະ ກໍ່ຂໍເປັນກຳລັງໃຈໃຫ້ແກ່ແພດ -ໝໍໃນການປະຕິບັດໜ້າທີ່ດູ ແລ-ເບິ່ງແຍງສຸຂະພາບຂອງ ປະຊາຊົນຕໍ່ໄປ.

(ແຫຼ່ງ​ຂໍ້​ມູນ​: ສະຫວັນພັດທະນາ ຂ່າວ)

ເຫດການ
302 Found

Found

The document has moved here.