ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ ຊວນ ຟຸກ ສິ້ນສຸດການເຂົ້າຮ່ວມກອງປະຊຸມສຸດຍອດ G20

15:32 | 02/07/2019

ຍສໝ - ຄ່ຳຄືນວັນທີ 01 ກໍລະກົດ 2019, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ ຊວນ ຟຸກ ແລະ ພັນລະຍາ, ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ກັບຄືນເມືອຮອດ ຮ່າໂນ້ຍ, ສິ້ນສຸດການເຂົ້າຮ່ວມກອງປະຊຸມສຸດຍອດ G20.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ ຊວນ ຟຸກ ສິ້ນສຸດການເຂົ້າຮ່ວມກອງປະຊຸມສຸດຍອດ G20

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ ຊວນ ຟຸກ ແລະ ພັນລະຍາ.(ພາບ:TTXVN)

ກອງປະຊຸມ G20 ແມ່ນເວທີປາໄສຂັ້ນສູງຂອງບັນດາການນຳອົງການບໍລິຫານຂອງ 19 ປະເທດທີ່ພັດທະນາແລ້ວ, ການນໍາ EU ແລະ ບັນດາອົງການການເງິນສາກົນຄື IMF, WB... ແລະ ບາງການນຳພື້ນຖານເສດຖະກິດທີ່ກຳລັງຟື້ນຕົວ. ຫວຽດນາມແມ່ນໜຶ່ງໃນ 8 ປະເທດທີ່ເປັນແຂກຖືກເຊີນພິເສດຂອງປະເທດເຈົ້າພາບຍີ່ປຸ່ນ ເຂົ້າຮ່ວມກອງປະຊຸມ G20 ຄັ້ງທີ 14. ເຂົ້າຮ່ວມກອງປະຊຸມສຸດຍອດ G20 ຢູ່ Osaka ດ້ວຍຖານະບົດບາດເປັນແຂກຖືກເຊີນພິເສດ, ທ່ານນາຍົກລັດຖະມົນຕີ ຫງວຽນ ຊວນ ຟຸກ ໄດ້ເຂົ້າຮ່ວມການປຶກສາຫາລືໃນທຸກວາລະປະຊຸມຂອງກອງປະຊຸມ ແລະ ປະກອບຄຳເຫັນໃສ່ຮ່າງຖະແຫຼງການຮ່ວມຂອງກອງປະຊຸມ.

ຢູ່ນອກກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນ ຊວນ ຟຸກ ກໍ່ໄດ້ມີບັນດາການພົບປະເຈລະຈາ, ການແລກປ່ຽນສອງຝ່າຍກັບການນຳບັນດາປະເທດ G20, ບັນດາອົງການຈັດຕັ້ງສາກົນ, ປະທານປະເທດ ຈີນ, ບັນດາປະທານາທິບໍດີ: ລັດເຊຍ, ອາເມລິກາ, ຝຣັ່ງ, ສ.ເກົາຫຼີ, ຈີເລ, ຕວກກີ, ອາກຊັງຕີນ, ບັນດານາຍົກລັດຖະມົນຕີ: ເຢຍລະມັນ, ການາດາ, ສິງກະໂປ, ໂຮນລັງ, ອົດສະຕາລີ, ອິນເດຍ.

(ໄຊພອນ)

ເຫດການ
302 Found

Found

The document has moved here.