ທ່ານນາຍົກລັດຖະມົນຕີຫວຽດນາມ ແລະ ອົດສະຕາລີ ມີຄວາມລຳບາກໃຈຢ່າງເລິກເຊິ່ງ ຕໍ່ສະພາບການຜັນແປ ຢູ່ທະເລຕາເວັນອອກ

12:14 | 24/08/2019

ຍສໝ - ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ແລະ ພັນລະຍາ, ທ່ານນາຍົກລັດຖະມົນຕີອົດສະຕາລີ Scott Morrison ແລະ ພັນລະຍາ ໄດ້ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ. ໃນຕອນເຊົ້າວັນທີ 23 ສິງຫາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແລະ ທ່ານນາຍົກລັດຖະມົນຕີ Scott Morrison ໄດ້ດຳເນີນການເຈລະຈາ.

ທີ່ການເຈລະຈາ, ເມື່ອແລກປ່ຽນກ່ຽວກັບການພົວພັນ 2 ຝ່າຍ, ການນຳ 2 ທ່ານໄດ້ສະແດງຄວາມເພິ່ງພໍໃຈກ່ຽວກັບການພັດທະນາຢ່າງແຮງ, ຂະຫຍັນຂັນເຄື່ອນ ແລະ ມີປະສິດທິຜົນຂອງການພົວພັນລະຫວ່າງຫວຽດນາມ - ອົດສະຕາລີ ໃນໄລຍະຜ່ານມາ; ຖືວ່າ ການພົວພັນລະຫວ່າງ 2 ປະເທດແມ່ນອຸດົມສົມບູນທີ່ສຸດ ແລະ ຍັງມີຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຫຼາຍຢ່າງທີ່ຄວນໄດ້ຮັບການຂຸດຄົ້ນ.

ທ່ານນາຍົກລັດຖະມົນຕີຫວຽດນາມ ແລະ ອົດສະຕາລີ ມີຄວາມລຳບາກໃຈຢ່າງເລິກເຊິ່ງ ຕໍ່ສະພາບການຜັນແປ ຢູ່ທະເລຕາເວັນອອກ

ພິທີຕ້ອນຮັບ ທ່ານນາຍົກລັດຖະມົນຕີ ອົດສະຕາລີ Scott Morrison ຢ່າງເປັນທາງການ. (ພາບ: baoquocte.vn)

2 ຝ່າຍເຫັນດີເປັນເອກະພາບໂດຍຖືວ່າ, ການຮ່ວມມື 2 ຝ່າຍດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ນັບມື້ນັບບັນລຸໄດ້ປະສິດທິຜົນ ແລະ ແທດຈິງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະເໜີໃຫ້ 2 ຝ່າຍເປີດກວ້າງການຮ່ວມມືໄປສູ່ບັນດາຂົງເຂດທ່ີມີຄວາມສາມາດບົ່ມຊ້ອນຄື: ອຸດສາຫະກຳປ້ອງກັນຊາດ, ຄວາມປອດໄພທາງເຄືອຂ່າຍອີນເຕີແນັດ… ນອກນັ້ນ, ນາຍົກລັດຖະມົນຕີ 2 ທ່ານກໍ່ໄດ້ເນັ້ນໜັກເຖິງການພົບປະແລກປ່ຽນປະຊາຊົນລະຫວ່າງ 2 ປະເທດ ຜ່ານການພັດທະນາບັນດາຂົງເຂດຮ່ວມມືດ້ານການສຶກສາ, ວັດທະນະທຳ, ທ່ອງທ່ຽວ…

ເມື່ອແລກປ່ຽນກ່ຽວກັບບັນຫາຢູ່ທະເລຕາເວັນອອກ, ນາຍົກລັດຖະມົນຕີ 2 ທ່ານໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ບັນດາການຜັນແປຢູ່ທະເລຕາເວັນອອກ, ລວມທັງການຫັນເປັນການທະຫານ ແລະ ການຖົມດິນເປັນເກາະຢູ່ບັນດາໂຄງສ້າງທີ່ພວມຂັດແຍ້ງກັນ ກໍຄືກີດຂວາງບັນດາໂຄງການນ້ຳມັນອາຍແກັດ ທີ່ໄດ້ຜັນຂະຫຍາຍມາແຕ່ດົນນານຢູ່ທະເລຕາເວັນອອກ. ການນຳ 2 ທ່ານໄດ້ເນັ້ນໜັກເຖິງຄວາມສຳຄັນຂອງຄວາມເສລີໃນການເດີນທະເລ ແລະ ການບິນ, ເຄົາລົບກົດໝາຍສາກົນ ແລະ ຮັກສາຄວາມເປັນລະບຽບຮຽບຮ້ອຍໂດຍອີງໃສ່ກົດໝາຍ.

ທ່ານນາຍົກລັດຖະມົນຕີຫວຽດນາມ ແລະ ອົດສະຕາລີ ມີຄວາມລຳບາກໃຈຢ່າງເລິກເຊິ່ງ ຕໍ່ສະພາບການຜັນແປ ຢູ່ທະເລຕາເວັນອອກ

ສອງຝ່າຍໄດ້ປຶກສາຫາລືຫຼາຍບັນຫາສຳຄັນ, ໃນນັ້ນມີສະພາບການຢູ່ທະເລຕາເວັນອອກ. (ພາບ: baoquocte.vn)

ການນຳ 2 ທ່ານໄດ້ຢືນຢັນຄືນໃໝ່ວ່າ ບັນດາປະເທດຄວນສືບຕໍ່ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ບໍ່ນາບຂູ່ນຳໃຊ້ອາວຸດ ຫຼື ນຳໃຊ້ອາວຸດ, ພ້ອມທັງເນັ້ນໜັກເຖິງຄວາມສຳຄັນຂອງບັນດາກົນໄກແກ້ໄຂການຂັດແຍ້ງກັນຂອງສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS) ແລະ ຮຽກຮ້ອງບັນດາຝ່າຍເຄົາລົບ ແລະ ປະຕິບັດບັນດາຂໍ້ຕົກລົງທີ່ໄດ້ປະກາດໃຊ້ດ້ວຍບັນດາກົນໄກດັ່ງກ່າວ. ການນຳ 2 ທ່ານໄດ້ຢືນຢັນຄືນໃໝ່ຄວາມສຳຄັນຂອງການປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ. ນາຍົກລັດຖະມົນຕີ 2 ທ່ານໄດ້ຮຽກຮ້ອງໃຫ້ກົດແຫ່ງການປະພຶດລະຫວ່າງອາຊຽນ ແລະ ຈີນ ຄວນໄດ້ປະຕິບັດຢ່າງຄົບຖ້ວນຕາມກົດໝາຍສາກົນ, ໂດຍສະເພາະແມ່ນ UNCLOS.

ສ່ວນທ່ານນາຍົກລັດຖະມົນຕີອົດສະຕາລີ Scott Morrison ໃຫ້ຮູ້ວ່າ, 2 ຝ່າຍໄດ້ແລກປ່ຽນກ່ຽວກັບບັນຫາຢູ່ພາກພື້ນ ແລະ ສາກົນ. ພ້ອມກັນນັ້ນແມ່ນແລກປ່ຽນບັນດາບັນຫາກ່ຽວຂ້ອງເຖິງການໄປມາຢ່າງເສລີທາງທະເລ, ການບິນໃນພາກພື້ນ. ນີ້ແມ່ນບັນດາເງື່ອນໄຂສຳຄັນພິເສດເພື່ອຊ່ວຍໃຫ້ບັນດາປະເທດໃນພາກພື້ນສາມາດພັດທະນາບັນດາກາລະໂອກາດຂອງຕົນໃຫ້ດີທີ່ສຸດ ແລະ ສຸດຂີດ, ຮັບປະກັນໃຫ້ແກ່ພາກພື້ນມີສັນຕິພາບ, ວັດທະນາຖາວອນ ແລະ ສະຖຽນລະພາບ.

(ຄຳຮຸ່ງ)

ເຫດການ