ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນ ຊວນ ຟຸກ ເຂົ້າຮ່ວມພິທີໄຂກອງປະຊຸມສຸດຍອດອາຊຽນ ຄັ້ງທີ 35

14:48 | 04/11/2019

ຍສໝ - ຕອນເຊົ້າວັນທີ 03 ພະຈິກ 2019, ຢູ່ນະຄອນຫຼວງ ບາງກອກ, ປະເທດໄທ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນ ຊວນ ຟຸກ, ພ້ອມກັບການນຳບັນດາປະເທດອາຊຽນ ແລະ ບັນດາຄູ່ຮ່ວມມືໄດ້ເຂົ້າຮ່ວມພິທີໄຂກອງປະຊຸມສຸດຍອດອາຊຽນ ຄັ້ງທີ 35.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນ ຊວນ ຟຸກ ເຂົ້າຮ່ວມພິທີໄຂກອງປະຊຸມສຸດຍອດອາຊຽນ ຄັ້ງທີ 35

ພິທີໄຂກອງປະຊຸມສຸດຍອດອາຊຽນ ຄັ້ງທີ 35.(ພາບ: VGP)

ກ່ອນໜ້ານັ້ນ, ຕອນບ່າຍວັນທີ 02 ພະຈິກ, ທ່ານນາຍົກລັດຖະມົນຕີ ຫງວຽນ ຊວນ ຟຸກ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດຄົບຄະນະອາຊຽນ ຄັ້ງທີ 35 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ. ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນ ຊວນ ຟຸກ ສະເໜີໃຫ້ບັນດາປະເທດອາຊຽນ ເສີມຂະຫຍາຍຈິດໃຈສະໜັບສະໜູນຫວຽດນາມ ປະຕິບັດສຳເລັດໜ້າທີ່ເປັນປະທານອາຊຽນ 2020. ບົນພື້ນຖານສືບທອດບັນດາຜົນງານທີ່ບັນລຸໄດ້, ຫວຽດນາມ ຈະສືບຕໍ່ເສີມຂະຫຍາຍຫົວຂໍ້ພັດທະນາແບບຍືນຍົງກວ່າອີກ, ພ້ອມທັງປັບປຸງຄວາມສະໜິດຕິດພັນລະຫວ່າງບັນດາສະມາຊິກຜ່ານການປັບປຸງຄວາມສາມັກຄີ, ເຫັນດີເປັນເອກະພາບ, ເພີ່ມທະວີການເຊື່ອມຈອດ, ພັດທະນາເສດຖະກິດກວມລວມ ແລະຍືນຍົງ, ພັດທະນາແບບຍືນຍົງຢູ່ອະນຸພາກພື້ນໃນນັ້ນມີອະນຸພາກພື້ນແມ່ນ້ໍາຂອງ, ຮັດແຄບໄລຍະຫ່າງໃນການພັດທະນາ, ເພີ່ມທະວີດ້ານການຄ້າ ແລະການລົງທຶນພາຍໃນກຸ່ມ, ກະກຽມຮັບມືກັບການປະຕິວັດອຸດສາຫະກໍາ 4.0, ຍົກສູງສີສັນອາຊຽນ, ສະຕິຄວາມຮູ້ສຶກຂອງປະຊາຄົມ, ສະໜິດຕິດພັນກັບປະຊາຊົນ ແລະຖືເອົາປະຊາຊົນເປັນໃຈກາງ, ພ້ອມທັງຍົກສູງຄວາມສາມາດເປັນເຈົ້າການຮັບມືຂອງອາຊຽນ ຕໍ່ກັບກາລະໂອກາດ ແລະສິ່ງທ້າທາຍທີ່ວາງອອກຢ່າງວ່ອງໄວຈາກການຫັນປ່ຽນຂອງສະພາບການໃນໂລກ ແລະພາກພື້ນ. ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານ ຫງວຽນ ຊວນ ຟຸກ ໄດ້ເນັ້ນໜັກວ່າເງື່ອນໄຂຕັດສິນຊີ້ຂາດເພື່ອໃຫ້ມີສັນຕິພາບ, ສະຖຽນລະພາບແມ່ນຮັກສາຄວາມເປັນລະບຽບຮຽບຮ້ອຍ, ເຄົາລົບກົດໝາຍສາກົນ. ຫວຽດນາມ ຕັດສິນໃຈ ແລະຢຶດໝັ້ນຕໍ່ການປົກປ້ອງກົດໝາຍສາກົນໃນບັນດາການພົວພັນສາກົນເວົ້າລວມ ແລະໃນບັນຫາທະເລຕາເວັນອອກເວົ້າສະເພາະ.

(ໄຊພອນ)

ເຫດການ
302 Found

Found

The document has moved here.