ທ່ານນາຍົກລັດຖະມົນຕີ ຫງວ໋ຽນ ຊົນ ຟຸ໋ກ ໄດ້ໃຫ້ການຕ້ອນຮັບແລະ ພົບປະເຈລະຈາ ກັບ ທ່ານນາຍົກລັດຖະມົນຕີມາເລເຊຍ ຢ່າງເປັນທາງການ

16:30 | 27/08/2019

ຍສໝ - ໂດຍ ໄດ້ຮັບຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຫງວ໋ຽນ ຊົນ ຟຸ໋ກ, ທ່ານນາຍົກລັດຖະມົນຕີມາເລເຊຍ Mahathir Mohamad ໄດ້ມາຢ້ຽມຢາມຫວຽດນາມຢ່າງເປັນທາງການ ແຕ່ ວັນທີ 26 - 28 ສິງຫາ. ຕອນເຊົ້າວັນທີ 26 ສິງຫາ, ພິທີຕ້ອນຮັບນາຍົກລັດຖະມົນຕີມາເລເຊຍ ໄດ້ຈັດຂື້ນຢ່າງສົມກຽດ ທີ່ ສຳນັກງານປະທານປະເທດ. ພາຍຫຼັງພິທີຕ້ອນຮັບ, ຜູ້ນຳລັດຖະບານຂອງສອງປະເທດ ໄດ້ດຳເນີນການພົບປະເຈລະຈາ.

ທ່ານນາຍົກລັດຖະມົນຕີ ຫງວ໋ຽນ ຊົນ ຟຸ໋ກ ໄດ້ໃຫ້ການຕ້ອນຮັບແລະ ພົບປະເຈລະຈາ ກັບ ທ່ານນາຍົກລັດຖະມົນຕີມາເລເຊຍ ຢ່າງເປັນທາງການ

ທ່ານນາຍົກລັດຖະມົນຕີ ຫງວ໋ຽນ ຊົນ ຟຸ໋ກ ເປັນປະທານໃນພິທີການຕ້ອນຮັບ ນາຍົກລັດຖະມົນຕີ ມາເລເຊຍ Mahathir Mohamad. (ພາບ: VGP / ກວາງຫ໋ຽວ)

ນີ້ແມ່ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຄັ້ງທຳອິດ ຂອງນາຍົກລັດຖະມົນຕີມາເລເຊຍ Mahathir Mohamad ນັບແຕ່ທ່ານໄດ້ຮັບຕຳແໜ່ງ ໃນເດືອນ ພຶດສະພາ 2018.

ທ່ານນາຍົກລັດຖະມົນຕີ ຫງວ໋ຽນ ຊົນ ຟຸ໋ກ ໄດ້ໃຫ້ການຕ້ອນຮັບແລະ ພົບປະເຈລະຈາ ກັບ ທ່ານນາຍົກລັດຖະມົນຕີມາເລເຊຍ ຢ່າງເປັນທາງການ

ນາຍົກລັດຖະມົນຕີສອງທ່ານໄດ້ເດີນກວດກອງ ກຽດຕິຍົດກອງທັບປະຊາຊົນ. (ພາບ: VGP / ກວາງຫ໋ຽວ )

ໃນຄະນະເດີນທາງມາຮ່ວມກັບ ນາຍົກລັດຖະມົນຕີມາເລເຊຍ Mahathir Mohamad ມາຢ້ຽມຢາມຫວຽດນາມໃນຄັ້ງນີ້ ມີລັດຖະມົນຕີຕ່າງປະເທດ Saifuddin Abdullah; ທ່ານ Shariffah Norhana, ເອກອັກຄະລັດຖະທູດ ມາເລເຊຍ ປະຈຳຫວຽດນາມ; ເລຂາທິການໃຫຍ່ ກະຊວງ ອຸດສາຫະກຳ ແລະ ການຄ້າສາກົນ Lokman Hakim bin Ali ແລະ ເຈົ້າໜ້າທີ່ລະດັບສູງຫຼາຍທ່ານ.

ທ່ານນາຍົກລັດຖະມົນຕີ ຫງວ໋ຽນ ຊົນ ຟຸ໋ກ ໄດ້ໃຫ້ການຕ້ອນຮັບແລະ ພົບປະເຈລະຈາ ກັບ ທ່ານນາຍົກລັດຖະມົນຕີມາເລເຊຍ ຢ່າງເປັນທາງການ

(ພາບ: VGP / ກວາງຫ໋ຽວ )

ອີງຕາມ ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳມາເລເຊຍ ກ່າວວ່າ: ນັບແຕ່ສ້າງຕັ້ງສາຍພົວພັນທາງການທູດ ປີ 1973 ມາຮອດປະຈຸບັນ, ສາຍພົວພັນ ມິດຕະພາບ ຫວຽດນາມ - ມາເລເຊຍ ໄດ້ຜ່ານກວ່າ 45 ປີ ຮັດແໜ້ນ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ.

ທ່ານນາຍົກລັດຖະມົນຕີ ຫງວ໋ຽນ ຊົນ ຟຸ໋ກ ໄດ້ໃຫ້ການຕ້ອນຮັບແລະ ພົບປະເຈລະຈາ ກັບ ທ່ານນາຍົກລັດຖະມົນຕີມາເລເຊຍ ຢ່າງເປັນທາງການ

(ພາບ: VGP / ກວາງຫ໋ຽວ )

ການຍົກສູງສາຍພົວພັນສອງປະເທດຂື້ນເປັນຄູ່ຮ່ວມມືຍຸດທະສາດ ໃນປີ 2015 ແມ່ນຫຼັກສຳຄັນ, ຢືນຢັນການພັດທະນາກ້າວກະໂດດໃນສາຍພົວພັນສອງປະເທດ ແລະ ສ້າງຂອບເຂດການເມືອງ ແລະ ກົດໝາຍໃຫ້ການຊຸກຍູ້ການຮ່ວມມືໃນທຸກໆຂົງເຂດ ການເມືອງ-ການຕ່າງປະເທດ, ປ້ອງກັນຊາດ-ປ້ອງກັນຄວາມສະຫົງບ, ເສດຖະກິດ-ການຄ້າ, ວັດທະນະທຳ-ການສຶກສາ...

ທ່ານນາຍົກລັດຖະມົນຕີ ຫງວ໋ຽນ ຊົນ ຟຸ໋ກ ໄດ້ໃຫ້ການຕ້ອນຮັບແລະ ພົບປະເຈລະຈາ ກັບ ທ່ານນາຍົກລັດຖະມົນຕີມາເລເຊຍ ຢ່າງເປັນທາງການ

(ພາບ: VGP / ກວາງຫ໋ຽວ )

ກ່ຽວກັບການພົວພັນທາງດ້ານການເມືອງ, ການຕ່າງປະເທດ ທັງສອງປເທດ ຮັກສາການແລກປ່ຽນຄະນະ ຂັ້ນສູງ ແລະ ບັນດາກົນໄການຮ່ວມມືສອງຝ່າຍ, ໃນ 5 ປີມານີ້, ທັງສອງປະທເດໄດ້ຈັດຕັ້ງປະຕິບັດ ການຢ້ຽມຢາມຂັ້ນນາຍົກ ຢ່າງເປັນທາງການ. ນອກນັ້ນ ຫວຽດນາມ ຍັງໄດ້ຕ້ອນຮັບຮອງນາຍົກ ລັດຖະມົນຕີກະຊວງການຕ່າງປະເທດ ມາເລເຊຍ ທີ່ມາຢ້ຽມຢາມຫວຽດນາມ. ພ້ອມກັນນັ້ນ, ທັງສອງກໍ່ຍັງໄດ້ປະສານສົມທົບກັນຈັດຕັ້ງຢ່າງສຳເລັດຜົນ ບັນດາເຫດການໃນໂອກາດວັນຄົມຮອບ 45 ປີ ວັນສ້າງຕັ້ງສາຍພົວພັນການທູດ ຫວຽດນາມ-ມາເລເຊຍ (30/3/1973-30/3/2019).

ທ່ານນາຍົກລັດຖະມົນຕີ ຫງວ໋ຽນ ຊົນ ຟຸ໋ກ ໄດ້ໃຫ້ການຕ້ອນຮັບແລະ ພົບປະເຈລະຈາ ກັບ ທ່ານນາຍົກລັດຖະມົນຕີມາເລເຊຍ ຢ່າງເປັນທາງການ

ທ່ານນາຍົກລັດຖະມົນຕີ ຫງວ໋ຽນ ຊົນ ຟຸ໋ກ ໄດ້ໃຫ້ການຕ້ອນຮັບແລະ ພົບປະເຈລະຈາ ກັບ ທ່ານນາຍົກລັດຖະມົນຕີມາເລເຊຍ ຢ່າງເປັນທາງການ

ທ່ານນາຍົກລັດຖະມົນຕີ ຫງວ໋ຽນ ຊົນ ຟຸ໋ກ ໄດ້ໃຫ້ການຕ້ອນຮັບແລະ ພົບປະເຈລະຈາ ກັບ ທ່ານນາຍົກລັດຖະມົນຕີມາເລເຊຍ ຢ່າງເປັນທາງການ

ບັນຍາກາດການພົບປະເຈລະຈາສອງຝ່າຍ.

ດ້ານປ້ອງກັນປະເທດ ແລະ ປ້ອງກັນຄວາມສະຫງົບ, ສອງປະເທດ ຮັກສາການແລກປ່ຽນຄະນະຂັັນສູງ ແລະ ການພົບປະແລກປ່ຽນບົດຮຽນ ລະຫວ່າງ ທະຫານ ຫຼາຍເຫຼົ່າທັບ. ພ້ອມກັນນັ້ນ, ທັງສອງຝ່າຍຍັງໄດ້ສົ່ງທະຫານເຮືອ ຢ້ຽມຢາມກັນແລະກັນ. ທັງສອງກໍ່ຍັງໄດ້ເພີ່ມທະວີແລກປ່ຽນຂໍ້ມູນຂ່າວສານກ່ຽວຂ້ອງກັບວຽກງານການຕ້ານ, ສະກັດກັ້ນການກໍ່ການຮ່າຍ, ອາດສະຍາກຳທາງອິນເຕີແນັດ ແລະ ອາດສະຍາກຳຂ້າມຊາດ.

ທ່ານນາຍົກລັດຖະມົນຕີ ຫງວ໋ຽນ ຊົນ ຟຸ໋ກ ໄດ້ໃຫ້ການຕ້ອນຮັບແລະ ພົບປະເຈລະຈາ ກັບ ທ່ານນາຍົກລັດຖະມົນຕີມາເລເຊຍ ຢ່າງເປັນທາງການ

ທ່ານນາຍົກລັດຖະມົນຕີ ຫງວ໋ຽນ ຊົນ ຟຸ໋ກ ໄດ້ໃຫ້ການຕ້ອນຮັບແລະ ພົບປະເຈລະຈາ ກັບ ທ່ານນາຍົກລັດຖະມົນຕີມາເລເຊຍ ຢ່າງເປັນທາງການ

ທ່ານນາຍົກລັດຖະມົນຕີ ຫງວ໋ຽນ ຊົນ ຟຸ໋ກ ໄດ້ໃຫ້ການຕ້ອນຮັບແລະ ພົບປະເຈລະຈາ ກັບ ທ່ານນາຍົກລັດຖະມົນຕີມາເລເຊຍ ຢ່າງເປັນທາງການ

ທ່ານນາຍົກລັດຖະມົນຕີ ຫງວ໋ຽນ ຊົນ ຟຸ໋ກ ໄດ້ໃຫ້ການຕ້ອນຮັບແລະ ພົບປະເຈລະຈາ ກັບ ທ່ານນາຍົກລັດຖະມົນຕີມາເລເຊຍ ຢ່າງເປັນທາງການ

ບັນຍາກາດການຖະແຫຼງຂ່າວຜົນການພົບປະເຈລະຈາສອງຝ່າຍ.

ດ້ານເສດຖະກິດ, ມາເລເຊຍ ແມ່ນຄູ່ຮ່ວມມືດ້ານການຄ້າທີ່ໃຫຍ່ ອັນດັບທີ 6 ໃນບັນດາປະເທດທີ່ມີສາຍພົວພັນການຄ້າກັບ ຫວຽດນາມ, ດ້ວຍມູນຄ່າການຄ້າສອງຝ່າຍ ໃນປີ 2018 ບັນລຸໄດ້ 11,5 ຕື້ໂດລາສະຫະລັດ ແລະ ກຳລັງມາຖຶກທາງເພື່ອນຳມູນຄ່າການຄ້າສອງປະເທດ ບັນລຸ 15 ຕື້ໂດລາສະຫະລັດ ຫຼືຫຼາຍກວ່ານັ້ນໃນປີ 2020...

ການສຶກສາ, ບຳລຸງສ້າງ, ແລກປ່ຽນວັດທະນະທຳ, ພົບປະແລກປ່ຽນປະຊາຊົນ ລະຫວ່າງ ສອງຝ່າຍດຳເນີນໄປຢ່າງຟົດຟື້້ນ, ສະແດງອອກຜ່ານຕົວເລກ ນັກຮຽນຫວຽດນາມ ໄປຮຽນຢູ່ ມາເລເຊຍ ກວ່າ 1.000 ຄົນ ແລະ ນັກທ່ອງທ່ຽວມາເລເຊຍ ມາທ່ຽວຫວຽດນາມ ບັນລຸ 540.000 ຄົນ ໃນປີ 2018, ແມ່ນຕະຫຼາດໃຫຍ່ອັນດັບທີ 7 ຂອງຫວຽດນາມ.

ມາເລເຊຍ ກຳລັງຊ່ວຍຫວຽດນາມ ກໍ່ສ້າງແຫຼ່ງບຸກຄະລາກອນຄຸນນະພາບສູງຜ່ານ ໂຄງການຊ່ວຍເຫຼືອດ້ານເຕັກນິກ ມາເລເຊຍ(MTCP) ໃນຫຼາຍຂົງເຂດ ເປັນຕົ້ນແມ່ນ ວິທະຍາສາດ, ວັດຕະກຳ, ເສດຖະກິດ, ຄຸ້ມຄອງ, ການສຶກສາ,...

ລັດຖະບານມາເລເຊຍ ຍັງສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຄົມຄົນຫວຽດນາມ ຢູ່ມາເລເຊຍ ດຳລົງຊີວິດ, ເຮັດວຽກ ແລະ ເຊື່ອມໂຍງ ກັບສັງຄົມມາເລເຊຍ ຢ່າງມີສະຖຽນລະພາບ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.