ສື່ມວນຊົນລາວ ໃຫ້ຂ່າວເປັນຈໍານວນຫຼວງຫຼາຍກ່ຽວກັບການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ

21:37 | 06/10/2019

ໃນລະຫວ່າງວັນທີ 2 – 3 ຕຸລາ 2019, ສື່ມວນຊົນລາວ ໄດ້ໃຫ້ຂ່າວເປັນຈໍານວນຫຼວງຫຼາຍໃນໜ້າທໍາອິດ ແລະ ຖະແຫຼງການຮ່ວມລະຫວ່າງ ຫວຽດນາມ - ລາວ ໃນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງ ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ຕາມຄໍາເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ ຊວນ ຟຸກ.

ສື່ມວນຊົນລາວ ໃຫ້ຂ່າວເປັນຈໍານວນຫຼວງຫຼາຍກ່ຽວກັບການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ

ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ແລະ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ.(ພາບ: baoquocte.vn)

ໜັງສືພິມ ວຽງຈັນທາມ ສະບັບອອກວັນທີ 03 ຕຸລາ ມີບົດຂຽນ ໂດຍໃຫ້ຮູ້ວ່າ ທ່ານ ທອງລຸນ ສີສຸລິດ ແລະ ທ່ານ ຫງວຽນຊວນຟຸກ ໄດ້ເຫັນດີເປັນເອກະພາບຮ່ວມມືກັນ ເພື່ອແນໃສ່ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ ແລະ ຫວຽດນາມ, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ຮັກສາການແລກປ່ຽນຄະນະຜູ້ແທນ, ການພົບປະຂັ້ນສູງ ແລະ ທຸກຂັ້ນ; ສືບຕໍ່ບອກສອນໃຫ້ຄົນລຸ້ນໜຸ່ມມີຄວາມເຂົ້າໃຈ ແລະ ເຄົາລົບຕໍ່ສາຍພົວພັນສາມັກຄີມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ ລາວ - ຫວຽດນາມ.

ໜັງສືພິມ ປະຊາຊົນ ສະບັບອອກວັນທີ 2 ຕຸລາ ແລະ ໜັງສືພິມ ລາວພັດທະນາ ສະບັບອອກວັນທີ 3 ຕຸລາ ໄດ້ໃຫ້ຂ່າວກ່ຽວກັບເນື້ອໃນຖະແຫຼງການຮ່ວມ ຫວຽດນາມ - ລາວ ຢ່າງຄົບຖ້ວນ, ພ້ອມທັງມີບົດຂຽນ ກ່ຽວກັບການພົບປະເຈລະຈາ ລະຫວ່າງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ຢ່າງລະອຽດ, ໃນນັ້ນ ໄດ້ຍົກໃຫ້ເຫັນຢ່າງຈະແຈ້ງ ແລະ ຕີລາຄາສູງຕໍ່ ເລື່ອງສອງປະເທດ ໄດ້ລົງນາມ ແລະ ແລກປ່ຽນເອກະສານການຮ່ວມມື 8 ສະບັບ ໃນບັນດາຂົງເຂດ ເສດຖະກິດ, ການລົງທຶນ, ການສຶກສາ, ການເງິນ, ທະນາຄານ, ພະລັງງານ, ການບິນ. ເລື່ອງທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ໄດ້ມາຢ້ຽມຢາມຫວຽດນາມຢ່າງເປັນທາງການ ຄັ້ງ 2 ໃນຖານະເປັນນາຍົກລັດຖະມົນຕີນັ້ນ ແມ່ນມີຄວາມໝາຍສໍາຄັນຍິ່ງ.

(ໄຊພອນ)

ເຫດການ
302 Found

Found

The document has moved here.