ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງຫຼວງພະບາງ

11:23 | 15/07/2019

ສະເພາະຕອນເຊົ້າວັນທີ່ 13 ກໍລະກົດຜ່ານມາ, ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍການນຳແຂວງຫຼວງພະບາງ ໄດ້ເຂົ້າວາງກະຕ່າດອກໄມ້ ທີ່ອານຸສາລະລີຂອງປະທານສຸພານຸວົງ ທີ່ບ້ານນາວຽງຄຳ, ນະຄອນຫຼວງພະບາງ ໃນໂອກາດວັນເກີດຂອງປະທານສຸພານຸວົງ ຄົບຮອບ 110 ປີ.

ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງຫຼວງພະບາງ

ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງຫວຼງພະບາງ.

ຈາກນັ້ນ, ໃນວັນທີ 14 ກໍລະກົດ, ທ່ານ ທອງລຸນ ສີສຸລິດ ກໍ່ໄດ້ໄປໂອ້ລົມພະນັກງານຫຼັກແຫຼ່ງຂອງເມືອງຈອມເພັດ. ກໍລະກົດ 2019, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງຫຼວງພະບາງ.

ໃນໂອກາດນີ້, ທ່ານ ຈັນ ວັນນະສີ, ເຈົ້າເມືອງໆຈອມເພັດ ໄດ້ຂຶ້ນລາຍງານສະພາບເສດຖະກິດ-ສັງຄົມຂອງເມືອງວ່າ: ເມືອງຈອມເພັດ ປະກອບມີ 69 ບ້ານ, 5.862 ຄອບຄົວ, ພົນລະເມືອງ 32.078 ຄົນ, ຍິງ 16.002 ຄົນ; ເປັນເມືອງທີ່ມີທ່າແຮງຫຼາຍດ້ານ, ໂດຍສະເພາະ ແມ່ນມີ ສະຖານທີ່ທ່ອງທ່ຽວທາງດ້ານທຳມະຊາດ ແລະ ວັດທະນະທຳ ຕິດພັນກັບ ນະຄອນຫຼວງພະບາງ, ເມືອງມໍລະດົກໂລກ, ມີເສັ້ນທາງຫຼວງຜ່ານເຂົ້າສູ່ປະເທດໄທ, ມີເສັ້ນທາງລົດໄຟ ລາວ-ຈີນຜ່ານ 19 ກິໂລແມັດ, ກວມ 7 ບ້ານ ແລະ ເປັນເມືອງທີ່ລັດຖະບານ ອານຸມັດໃຫ້ສ້າງເສດຖະກິດພິເສດໃນເນື້ອທີ່ 3.850 ເຮັກຕາ, ກວມ 10 ບ້ານ, ໂດຍປະຈຸບັນ ແມ່ນໄດ້ສຳຫຼວດວັດແທກຕອນດິນ ໃນ 6 ບ້ານ ມີເນື້ອທີ່ 1.694 ເຮັກຕາ. ນອກນີ້, ປະຊາຊົນກໍ່ມີມູນເຊື້ອໃນການທຳການຜະລິດເປັນສີນຄ້າເພື່ອສົ່ງອອກ.

ສະເພາະຕອນເຊົ້າວັນທີ່ 13 ກໍລະກົດຜ່ານມາ, ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍການນຳແຂວງຫຼວງພະບາງ ໄດ້ເຂົ້າວາງກະຕ່າດອກໄມ້ ທີ່ອານຸສາລະລີຂອງປະທານສຸພານຸວົງ ທີ່ບ້ານນາວຽງຄຳ, ນະຄອນຫຼວງພະບາງ ໃນໂອກາດວັນເກີດຂອງປະທານສຸພານຸວົງ ຄົບຮອບ 110 ປີ. ຈາກນັ້ນ, ໃນວັນທີ 14 ກໍລະກົດ, ທ່ານ ທອງລຸນ ສີສຸລິດ ກໍ່ໄດ້ໄປໂອ້ລົມພະນັກງານຫຼັກແຫຼ່ງຂອງເມືອງຈອມເພັດ. ໃນໂອກາດນີ້, ທ່ານ ຈັນ ວັນນະສີ, ເຈົ້າເມືອງໆຈອມເພັດ ໄດ້ຂຶ້ນລາຍງານສະພາບເສດຖະກິດ-ສັງຄົມຂອງເມືອງວ່າ: ເມືອງຈອມເພັດ ປະກອບມີ 69 ບ້ານ, 5.862 ຄອບຄົວ, ພົນລະເມືອງ 32.078 ຄົນ, ຍິງ 16.002 ຄົນ; ເປັນເມືອງທີ່ມີທ່າແຮງຫຼາຍດ້ານ, ໂດຍສະເພາະ ແມ່ນມີ ສະຖານທີ່ທ່ອງທ່ຽວທາງດ້ານທຳມະຊາດ ແລະ ວັດທະນະທຳ ຕິດພັນກັບ ນະຄອນຫຼວງພະບາງ, ເມືອງມໍລະດົກໂລກ, ມີເສັ້ນທາງຫຼວງຜ່ານເຂົ້າສູ່ປະເທດໄທ, ມີເສັ້ນທາງລົດໄຟ ລາວ-ຈີນຜ່ານ 19 ກິໂລແມັດ, ກວມ 7 ບ້ານ ແລະ ເປັນເມືອງທີ່ລັດຖະບານ ອານຸມັດໃຫ້ສ້າງເສດຖະກິດພິເສດໃນເນື້ອທີ່ 3.850 ເຮັກຕາ, ກວມ 10 ບ້ານ, ໂດຍປະຈຸບັນ ແມ່ນໄດ້ສຳຫຼວດວັດແທກຕອນດິນ ໃນ 6 ບ້ານ ມີເນື້ອທີ່ 1.694 ເຮັກຕາ. ນອກນີ້, ປະຊາຊົນກໍ່ມີມູນເຊື້ອໃນການທຳການຜະລິດເປັນສີນຄ້າເພື່ອສົ່ງອອກ.

ຈາກທ່າແຮງດັ່ງກ່າວນີ້, ຈຶ່ງໄດ້ເຮັດໃຫ້ເສດຖະກິດຂອງເມືອງຂະຫຍາຍຕົວ ໃນລະດັບ 8,4% ລວມຍອດລາຍຮັບບັນລຸ 284 ຕື້ກ່ວາກີບ, ໂດຍຄິດເປັນລາຍຮັບສະເລ່ຍແມ່ນໄດ້ 8 ລ້ານ 7 ແສນກ່ວາກີບ ຫຼື ເທົ່າກັບ 1.099 ໂດລາສະຫະລັດ ຕໍ່ຄົນຕໍ່ປີ. ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ມີຄຳເຫັນ ໂດຍທ່ານໄດ້ເນັ້ນໃຫ້ອົງການປົກຄອງເມືອງຊ່ວຍຊຸກຍູ້ໃຫ້ປະຊາຊົນໝູນໃຊ້ທ່າແຮງຂອງທ້ອງຖີ່ນ ເພື່ອແກ້ໄຂຄວາມທຸກຍາກ ແລະ ພັດທະນາຄອບຄົວຂອງຕົນໃຫ້ດີຂື້ນ.

(ແຫຼ່ງ​ຂໍ້​ມູນ​: ອາພຸດເດດ ບຸບຜາ/ວສລ)

ເຫດການ
302 Found

Found

The document has moved here.