ຍສໝ - ຄ່ຳຄືນວັນທີ 01 ກໍລະກົດ 2019, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ ຊວນ ຟຸກ ແລະ ພັນລະຍາ, ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ກັບຄືນເມືອຮອດ ຮ່າໂນ້ຍ, ສິ້ນສຸດການເຂົ້າຮ່ວມກອງປະຊຸມສຸດຍອດ G20.
ຍສໝ - ໃນວັນທີ 1 ກໍລະກົດ, ທີ່ນະຄອນຫຼວງ ໂຕກຽດ, ປະເທດ ຍີ່ປຸ່ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ມີການພົບປະກັບທ່ານ ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe.
ໃນຂອບເຂດການຢ້ຽມຢາມຍີ່ປຸ່ນ, ຕອນເຊົ້າວັນທີ 01 ກໍລະກົດ, ຢູ່ນະຄອນຫຼວງໂຕກຽວ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ມີການພົບປະ, ສົນທະນາກັບການນຳບັນດາບໍລິສັດ, ວິສາຫະກິດໃຫຍ່ແຖວໜ້າຂອງຍີ່ປຸ່ນ ໃນຂົງເຂດການເງິນ, ພະລັງງານ, ກໍ່ສ້າງ, ອຸດສາຫະກຳຜະລິດເຄື່ອງຈັກ, logistic, ເຕັກໂນໂລຊີສູງ…
ຍສໝ - ກອງປະຊຸມສຸດຍອດ G20 ປີ 2019 ຢູ່ ຍີ່ປຸ່ນ ຈະຈັດຂື້ນໃນລະຫວ່າງວັນທີ 28 – 29 ມິຖຸນາ, ຢູ່ນະຄອນ Osaka. ນີ້ແມ່ນກອງປະຊຸມ G20 ຄັ້ງທີ 14, ເຊຶ່ງຈະດຳເນີນໃນສະພາບການເສດຖະກິດໂລກກຳລັງມີການເຕີບໂຕຊ້າ ດ້ວຍຄວາມສ່ຽງຢ່າງຫຼວງຫຼາຍຍ້ອນການແກ້ງແຍ້ງຍຸດທະສາດ ລະຫວ່າງ ບັນດາປະເທດໃຫຍ່ນັບມື້ນັບຮ້າຍແຮງຂຶ້ນ.
ຍສໝ - ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີີ 34, ໃນຕອນບ່າຍຂອງວັນທີ 22 ມິຖຸນາ 2019, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນ ຊວນ ຟຸກ ໄດ້ພົບປະກັບ ທ່ານນາຍົກລັດຖະມົນຕີ ໄທ ປາຢຸດ ຈັນໂອຊາ.
ຍສໝ - ໃນຕອນທ່ຽງຂອງວັນທີ 22 ມິຖຸນາ 2019, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນ ຊວນ ຟຸກ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຮອດ ບາງກອກ, ປະເທດໄທ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 34.
ຍສໝ - ທ່ານນາຍົກລັດຖະມົນຕີ ຫງວຽນ ຊວນ ຟຸກ ຈະນໍາໜ້າຄະນະຜູ້ແທນຂັ້ນສູງຫວຽດນາມ ໄປເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 34 ເຊິ່ງໄດ້ດໍາເນີນໃນລະຫວ່າງວັນທີ 22 – 23 ມິຖຸນາ 2019 ຢູ່ ບາງກອກ, ປະເທດໄທ.
ຍສໝ - ໃນວັນທີ 14 ມິຖຸນາ 2019, ໂຮງງານລົດໂອໂຕ VinFast ຢູ່ເຂດອຸດສາຫະກໍາ ດິ່ງຫວູ, ນະຄອນຫາຍຟ່ອງ ໄດ້ຈັດພິທີເປີດສະຫຼອງ, ກ້າວເຂົ້າສູ່ໄລຍະຜະລິດເປັນຈໍານວນຫຼວງຫຼາຍ. ທ່ານ ນາຍົກລັດຖະມົນຕີຫວຽດນາມ ຫງວຽນ ຊວນ ຟຸກ ໄດ້ເຂົ້າຮ່ວມ ແລະ ຊົມເຊີຍເຫດການສໍາຄັນນີ້ຂອງກຸ່ມບໍລິສັດ Vingroup ແລະ ຂະແໜງອຸດສາຫະກໍາລົດໂອໂຕຫວຽດນາມ.
ໃນຕອນເຊົ້າວັນທີ 12 ມິຖຸນາ, ຢູ່ສໍານັກງານລັດຖະບານ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Vojtech Filip ຮອງປະທານສະພາຕໍ່າເຊັກໂກ, ປະທານພັກກອມມູນິດ ເຊັກໂກ ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.
ຍສໝ - ໃນຕອນບ່າຍຂອງວັນທີ 10 ມິຖຸນາ 2019, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ໄດ້ມີການຕ້ອນຮັບ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມື Timor-Leste.
ຍສໝ - ຫວ່າງມໍ່ໆມານີ້, ຢູ່ນອກກອງປະຊຸມອະນາຄົດອາຊີ ຄັ້ງທີ 25 ຢູ່ ໂຕກຽວ, ປະເທດຍີ່ປຸ່ນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມ ບິ່ງ ມິງ ໄດ້ມີການພົບປະກັບ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ສປປ ລາວ .
ວັນທີ 05 ມິຖຸນາ, ຢູ່ສໍານັກງານນາຍົກ, ທ່ານນາຍົກລັດຖະມົົນຕີຫວຽດນາມ ຫງວຽນ ຊົນ ຟຸກ ໄດ້ໃຫ້ກຽດຕ້ອນຮັບທ່ານ Ousmane Dione ຜູ້ອໍານວຍການແຫ່ງຊາດທະນາຄານໂລກ (WB) ປະຈໍາຫວຽດນາມ.
ຍສໝ - ໃນວັນທີ 05 ມິຖຸນາ 2019, ຢູ່ຫໍສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນ ທິ້ ກິມ ເງິນ ໄດ້ມີການພົບປະກັບ ທ່ານນາຍົກລັດຖະມົນຕີ ອີຕາລີ Giuseppe Conte.
ຍສໝ - ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ສືບຕໍ່ແກ້ໄຂ ແລະ ຈັດຕັ້ງປະຕິບັດວຽກງານຂອງຕົນໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ໂດຍສະເພາະ ການພັດທະນາພື້ນຖານໂຄງລ່າງດ້ານພະລັງງານ ແລະ ບໍ່ແຮ່ ຕ້ອງໄດ້ມີການຕີລາຄາ ແລະ ປະເມີນຜົນໄດ້ຜົນເສຍຢ່າງຮັດກຸມ ແລະ ຖີ່ຖ້ວນໃຫ້ດີທີ່ສຸດ ເພື່ອນຳໃຊ້ຊັບພະຍາກອນທຳມະຊາດ ໃຫ້ເກີດຜົນປະໂຫຍດສູງສຸດ ມີຜົນກະທົບຕໍ່ທຳມະຊາດ ສິ່ງແວດລ້ອມ ແລະ ການສູນເສຍຊັບພະຍາກອນທຳມະຊາດໃຫ້ໜ້ອຍທີ່ສຸດ.
ຍສໝ - ໃນໂອກາດສະເຫຼີມສະຫຼອງວັນເດັກສາກົນ 1 ມິຖຸນາ 2019 ນີ້, ຕາງໜ້າໃຫ້ພັກ-ລັດຖະບານ, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ຮຽກຮ້ອງໃຫ້ການເບິ່ງແຍງດູແລເອົາໃຈໃສ່, ການປົກປ້ອງ, ການພັດທະນາ, ການສ້າງເງື່ອນໄຂ ແລະ ໂອກາດໃຫ້ເດັກໄດ້ຮັບການພັດທະນາ ແລະ ມີອະນາຄົດທີ່ສົດໃສກ້າວໄປເປັນຜູ້ໃຫຍ່ທີ່ມີຄຸນນະພາບ, ເປັນກຳລັງຊັບພະຍາກອນມະນຸດ ທີ່ມີຄວາມເຂັ້ມແຂງຂອງຊາດ ເພື່ອສືບຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ.
ຍສໝ - ໃນຕອນເຊົ້າວັນທີ 29 ພຶດສະພາ 2019, ຕາມເວລາ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນ ຊົນ ຟຸກ ພ້ອມກັບພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ກັບມາຮອດຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມ ສະຫະພັນ ລັດເຊຍ, ລາຊະອານາຈັກ ນອກແວ ແລະ ລາຊະອານາຈັກ ສະວິດເດັນ ຢ່າງຈົບງາມ.
ຕອນທ່ຽງວັນທີ 26 ພຶດສະພາ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ອອກຈາກນະຄອນຫຼວງ Oslo, ສິ້ນສຸດການຢ້ຽມຢາມລາຊະອານາຈັກ ນອກແວ ຢ່າງເປັນທາງການ ແລະເດີນທາງໄປ Stockholm, ເລີ່ມຕົ້ນການຢ້ຽມຢາມລາຊະອານາຈັກ ຊູແອັດ ຢ່າງເປັນທາງການ ຕາມຄໍາເຊີນຂອງທ່ານ Stefan Löfven ນາຍົກລັດຖະມົນຕີຊູແອັດ.
ຍສໝ - ໂດຍຕອບຕາມຄຳເຊີນຈາກທ່ານນາຍົກລັດຖະມົນຕີສະວິດເດັນ Stefan Lofven, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນ ຊວນ ຟຸກ ແລະ ພັນລະຍາ ພ້ອມດ້ວຍຄະນະໄດ້ເດີນທາງຢ້ຽມຢາມລາຊະອານາຈັກສະວິດເດັນຢ່າງເປັນທາງການ ໃນລະຫວ່າງແຕ່ວັນທີ 26 - 28 ພຶດສະພາ 2019.
ຍສໝ - ໂດຍຕອບຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີນອກແວ Erna Solberg, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນ ຊວນ ຟຸກ ເລີ່ມຕົ້ນການຢ້ຽມຢາມລາຊະອານາຈັກນອກແວຢ່າງເປັນທາງການ.
ຫວຽດນາມ ປາດຖະໜາຢາກມີກະແສຟອງລົງທຶນໃໝ່ຂອງ ສ.ເກົາຫຼີ ເຂົ້າຫວຽດນາມ. ລັດຖະບານ ແລະ ອໍານາດການປົກຄອງບັນດາທ້ອງຖິ່ນຂອງຫວຽດນາມ ຍາມໃດກໍສ້າງເງື່ອນໄຂສະດວກໃຫ້ບັນດານັກລົງທຶນ ສ.ເກົາຫຼີ ລົງທຶນ ແລະ ດໍາເນີນທຸລະກິດຢູ່ຫວຽດນາມ.