ທ່ານໝໍ ຫວຽດ​ນາມ - ລາວ ຈັດ​ຕັ້ງ​ການ​ປິ່ນ​ປົວ​ພະ​ຍາດ ແລະ ສະ​ໜອງ​ຢາ​ໃຫ້​ແກ່​ປະ​ຊາ​ຊົນ​ເມືອງ ເຊ​ໂປນ ​ໂດຍ​ບໍ່​ເສຍ​ຄ່າ

ທ່ານໝໍ ຫວຽດ​ນາມ - ລາວ ຈັດ​ຕັ້ງ​ການ​ປິ່ນ​ປົວ​ພະ​ຍາດ ແລະ ສະ​ໜອງ​ຢາ​ໃຫ້​ແກ່​ປະ​ຊາ​ຊົນ​ເມືອງ ເຊ​ໂປນ ​ໂດຍ​ບໍ່​ເສຍ​ຄ່າ

ຍ​ສ​ໝ - ວັນ​ທີ 5 ທັນ​ວາ, ຢູ່ສຸກ​ສາ​ລາ ແດນ​ສະ​ຫວັນ (ເມືອງ​ເຊໂປນ, ແຂວງ ສະ​ຫວັນ​ນາ​ເຂດ, ລາວ) ບັນ​ດາ​ໜ່ວຍ​ງານ ຫວຽດ​ນາມ - ລາວ ໄດ້​ສົມ​ທົບ​ກັນ​ຈັ​ດຕັ້ງ​ການ​ປິ່ນ​ປົວ​ພະ​ຍາດ ແລະ ສະ​ໜອງ​ຢາ​ໃຫ້​ແກ່​ປະ​ຊາ​ຊົນ​ໃນ​ບໍ​ລິ​ເວນ​ໂດຍ​ບໍ່​ເສຍ​ຄ່າ. ນີ້​ແມ່ນ​ການ​ເຄື່ອນ​ໄຫວນອນ​ໃນ​ລະ​ບົບ​ກາ​ນ​ເຄື່ອນ​ໄຫວ​ຂອງ​ໂຄງ​ການ​ພົ​ບ​ປະ​ແລກ​ປ່ຽນ​ມິດ​ຕະ​ພາບ​ການ​ປ້ອງ​ກັນ​ຊາດ​ເຂດ​ຊາຍ​ແດນ ລະ​ຫວ່າງ ຫວຽດນາມ - ລາວ​ ຄັ້ງ​ທີ 1 ປີ 2021.

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫວ້ ໄດ້​ມີ​ການ​ໂອ້ລົມເຈ​ລະ​ຈາ​ກັບ​ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫວ້ ໄດ້​ມີ​ການ​ໂອ້ລົມເຈ​ລະ​ຈາ​ກັບ​ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ

ຍສໝ - ໂດຍໄດ້ຮັບຄຳເຊື້ອເຊີນຈາກ ທ່ານກໍາມະການກົມການເມືອງ, ປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້, ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ລາວ ມາຢ້ຽມຢາມສັດຖະວະໄມຕີ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 06 – 08 ທັນວາ 2021.

ສະພາ​ແຫ່ງ​ຊາດ ຫວຽດນາມ - ລາວ ​ແລກປ່ຽນ​ບົດຮຽນ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຊັກຖາມ

ສະພາ​ແຫ່ງ​ຊາດ ຫວຽດນາມ - ລາວ ​ແລກປ່ຽນ​ບົດຮຽນ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຊັກຖາມ

ຍສໝ - ກອງ​ປະຊຸມ​ແລກປ່ຽນ​ບົດຮຽນ​ວຽກງານ​ລະຫວ່າງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ແລະ ສະພາ​ແຫ່ງ​ຊາດ​ລາວ ​ໄດ້​ສຸມ​ໃສ່​ແລກປ່ຽນ​ກ່ຽວກັບການຊັກຖາມ ​ແລະ ຕອບ​ຄຳ​ຊັກ​ຖາມ​ທີ່​ກອງ​ປະຊຸມ​ສະພາ​ແຫ່ງ​ຊາດ​ຫວຽດນາມ.

ຫວຽດນາມ ແລະ ລາວ ສະໜັບສະໜູນເຊິ່ງກັນແລະກັນຢູ່ເວທີປາໄສຫຼາຍຝ່າຍ

ຫວຽດນາມ ແລະ ລາວ ສະໜັບສະໜູນເຊິ່ງກັນແລະກັນຢູ່ເວທີປາໄສຫຼາຍຝ່າຍ

ຕອນບ່າຍວັນທີ 06 ທັນວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ພົບປະເຈລະຈາກັບທ່ານປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

ຫວຽດນາມ ໃຫ້ບຸລິມະສິດ ແລະ ພັດທະນາສາຍພົວພັນສາມັກຄີແບບພິເສດລະຫວ່່າງ ຫວຽດນາມ - ລາວ

ຫວຽດນາມ ໃຫ້ບຸລິມະສິດ ແລະ ພັດທະນາສາຍພົວພັນສາມັກຄີແບບພິເສດລະຫວ່່າງ ຫວຽດນາມ - ລາວ

ຕອນບ່າຍວັນທີ 06 ທັນວາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

ປະທານສະພາແຫ່ງຊາດ ລາວ ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ

ປະທານສະພາແຫ່ງຊາດ ລາວ ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ

ຕອນເຊົ້າວັນທີ 6 ທັນວາ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດລາວ ນໍາໂດຍທ່ານ ໄຊສົມພອນ ພົມວິຫານ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ລາວ ໄດ້ເດີນທາງມາເຖິງຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 6 ຫາວັນທີ 8 ທັນວາ 2021, ຕາມຄໍາເຊີນຂອງທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ.

ສົມທົບກັນຢ່າງແໜ້ນແຟ້ນເພື່ອຮັບປະກັນຄວາມສະຫງົບປອດໄພໃຫ້ແກ່ການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ

ສົມທົບກັນຢ່າງແໜ້ນແຟ້ນເພື່ອຮັບປະກັນຄວາມສະຫງົບປອດໄພໃຫ້ແກ່ການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ

ຫວ່າງແລ້ວນີ້, ຢູ່ທີ່ດ່ານສາກົນລາວບ້າວ, ເມືອງເຮື໊ອງຮວ໊າ, ແຂວງກວ້າງຈິງ, ຄະນະຜູ້ແທນກອງບັນຊາການທະຫານ ຊາຍແດນ, ກອງບັນຊາການທະຫານ, ກອງບັນຊາການຕໍາຫຼວດແຂວງກວ້າງຈິ ນໍາໂດຍທ່ານພັນເອກພິເສດ ເລວັນເຟືອງ ຫົວໜ້າການທະຫານ ກອງບັນຊາການທະຫານຊາຍແດນແຂວງກວ້າງຈິ ແລະຄະນະຜູ້ແທນກອງບັນຊາການທະຫານ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງສະຫວັນນະເຂດ ນໍາໂດຍທ່ານພັນເອກ ຄໍາເພັດ ສຸລິຍະວົງ ຫົວໜ້າການທະຫານກອງບັນຊາການທະຫານແຂວງສະຫວັນນະເຂດ ໄດ້ມີການພົບປະ, ແລກປ່ຽນ, ເຫັນດີເປັນເອກະພາບຕໍ່ການຜັນຂະຫຍາຍວິທີຮັບປະກັນຄວາມສະຫງົບ, ຄວາມປອດໄພ ເພື່ອຮັບໃຊ້ການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ ຄັ້ງທີ 1 ປີ 2021.

ເພີ່ມທະວີນ້ຳໃຈມິດຕະພາບ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ - ລາວ

ເພີ່ມທະວີນ້ຳໃຈມິດຕະພາບ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ - ລາວ

ຫວຽດນາມ - ລາວ ມີເສັ້ນຊາຍແດນຍາວປະມານ 2.337 ກິໂລແມັດ, ທີ່ຕິດກັບ 10 ແຂວງຂອງຫວຽດນາມ ແລະ 10 ແຂວງຂອງລາວ. ເຂດຊາຍແດນຫວຽດນາມ - ລາວ ມີທີ່ຕັ້ງຍຸດທະສາດສຳຄັນຕໍ່ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແລະເສດຖະກິດ - ສັງຄົມຂອງສອງປະເທດ.

ເລື່ອງລາວກ່ຽວກັບຄູ່ຜົວເມຍຢູ່ ຊອັກຈັງ ພ້ອມກັນແຕ່ງຄາບເຂົ້າຫນູນຊ່ວຍປະຊາຊົນຢູ່ເຂດແຍກຫ່າງສັງຄົມ

ເລື່ອງລາວກ່ຽວກັບຄູ່ຜົວເມຍຢູ່ ຊອັກຈັງ ພ້ອມກັນແຕ່ງຄາບເຂົ້າຫນູນຊ່ວຍປະຊາຊົນຢູ່ເຂດແຍກຫ່າງສັງຄົມ

ແຂວງ ຊອັກຈັງ ແມ່ນຫນຶ່ງໃນບັນດາທ້ອງຖິ່ນ ທີ່ມີຈຳນວນຜູ້ຕິດເຊື້ອໂຄວິດໃນລະດັບສູງ ແລະ ຖືກແຍກອອກຫ່າງຈາກສັງຄົມ ຍ້ອນໂລກລະບາດໂຄວິດ -19. ໂດຍເຂົ້າໃຈໄດ້ຄວາມຫຍຸ້ງຍາກລຳບາກຂອງກຳລັງເຂົ້າຮ່ວມການປ້ອງກັນຕ້ານໂລກລະບາດກໍ່ຄືຜູ້ທີ່ພວມຖືກແຍກຫ່າງ, ຄູ່ຜົວເມຍອ້າຍ ເຟືອກແລ່ງ ແລະ ເອື້ອຍ ຮີ່ງທິທູຮັ່ງ ຢູ່ ບ້ານ ອານແຈກ ຕາແສງ ອານຮຽບ ເມືອງ ເຈົາແທ່ງ ໄດ້ພ້ອມກັນເຂົ້າຮ່ວມການແຕ່ງຄາບເຂົ້າຫນູນຊ່ວຍປະຊາຊົນຢູ່ຕາມເຂດແຍກຫ່າງຕ່າງໆ ເພື່ອພ້ອມກັບອຳນາດການປົກຄອງທ້ອງຖິ່ນທຸກຂັ້ນເບິ່ງແຍງດູແລປະຊາຊົນໃຫ້ດີທີ່ສຸດ.

ປະທານສະພາແຫ່ງຊາດລາວ ຈະມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 06 – 08 ທັນວາ

ປະທານສະພາແຫ່ງຊາດລາວ ຈະມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 06 – 08 ທັນວາ

ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ລາວ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 06 – 08 ທັນວາ.

ການນໍາກະຊວງການຕ່າງປະເທດຫວຽດນາມ ອວຍພອນສະຖານທູດລາວ ປະຈໍາ ຫວຽດນາມ ເນື່ອງໃນໂອກາດວັນຊາດລາວ

ການນໍາກະຊວງການຕ່າງປະເທດຫວຽດນາມ ອວຍພອນສະຖານທູດລາວ ປະຈໍາ ຫວຽດນາມ ເນື່ອງໃນໂອກາດວັນຊາດລາວ

ເນື່ອງໃນໂອກາດສະເຫຼີມສະຫຼອງ 46 ປີແຫ່ງວັນຊາດປະເທດ ສປປ ລາວ (2-12-1975 / 2-12-2021) ແລະ 101 ປີແຫ່ງວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ (13-12-1920 / 13-12-2021), ຕອນບ່າຍວັນທີ 1 ທັນວາ, ທ່ານ ຫງວຽນກວກຢຸ້ງ ຮອງລັດຖະມົນຕີຕ່າງປະເທດຫວຽດນາມ ໄດ້ນໍາໜ້າຄະນະຜູ້ແທນກະຊວງການຕ່າງປະເທດໄປອວຍພອນສະຖານທູດລາວ ປະຈໍາ ຮ່າໂນ້ຍ.

ເພີ່ມທະວີການພົວພັນສາມັກຄີລະຫວ່າງກຳມະບານຫວຽດນາມ ແລະກໍາມະບານລາວ

ເພີ່ມທະວີການພົວພັນສາມັກຄີລະຫວ່າງກຳມະບານຫວຽດນາມ ແລະກໍາມະບານລາວ

ນັ້ນແມ່ນຄໍາຢັ້ງຢືນຂອງທ່ານ ເຈິ່ນແທັງຫາຍ ຮອງປະທານຜູ້ປະຈໍາການສະຫະພັນໃຫຍ່ແຮງງານຫວຽດນາມ ຢູ່ການພົບປະຊົມເຊີຍສະເຫຼີມສະຫຼອງວັນຊາດ ສປປ ລາວ ຄົບຮອບ 46 ປີ (2-12-1975/2-12-2021).

ຊັບສົມບັດລວມອັນລ້ຳຄ່າຂອງສອງຊາດຫວຽດນາມ-ລາວ

ຊັບສົມບັດລວມອັນລ້ຳຄ່າຂອງສອງຊາດຫວຽດນາມ-ລາວ

ການກຳເນີດຂອງປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ, ບໍ່ພຽງແຕ່ສ້າງໜ້າປະຫວັດສາດອັນສະຫງ່າລາສີທີ່ສຸດຂອງປະຊາຊົນລາວ ບັນດາເຜົ່າອ້າຍນ້ອງ, ນຳປະເທດລາວ ກ້າວເຂົ້າສູ່ສັງກາດພັດທະນາໃໝ່, ສົດໃສເທົ່ານັ້ນຫາກຍັງມີຄວາມໝາຍຍຸກສະໄໝຢ່າງເລິກເຊິ່ງ, ເປັນຂີດໝາຍບາດລ້ຽວໃໝ່ໃນພູມສາດການເມືອງໃນພາກພື້ນ, ພ້ອມທັງເປັນຂີດໝາຍທີ່ຮຸ່ງເຮືອງເຫຼືອງເຫຼື້ອມໃນພາລະກິດການປະຕິວັດລວມຂອງສອງປະເທດຫວຽດນາມ ແລະລາວ.

ສະມາຄົມມິດຕະພາບຫວຽດນາມ-ລາວ, ວາລະສານ ຍຸກສະໄໝ ຊົມເຊີຍວັນຊາດ ສປປ ລາວ

ສະມາຄົມມິດຕະພາບຫວຽດນາມ-ລາວ, ວາລະສານ ຍຸກສະໄໝ ຊົມເຊີຍວັນຊາດ ສປປ ລາວ

ຍສໝ - ວັນ​ທີ 1 ທັນວາ 2021, ຄະນະ​ຜູ້​ແທນ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ, ສະມາຄົມມິດຕະພາບ ຫວຽດນາມ-ລາວ ​ນຳ​ໜ້າ​ໂດຍ​ ທ່ານພົນຕີ ຫງວຽນ​ຕຽນລອງ, ຮອງ​ປະທານ​ສະມາຄົມ ​ໄດ້​ໄປທີ່​ສະຖານທູດລາວ ປະຈຳ ຮ່າ​ໂນ້ຍ ເນື່ອງໃນໂອກາດວັນຊາດ ສປປ ລາວ ຄົບຮອບ 46 ປີ (2 ທັນວາ 1975 - 2 ທັນວາ 2021).

ຫວຽດນາມ ສະແດງຄວາມຊົມເຊີຍກອງປະຊຸມໃຫຍ່ທົ່ວປະເທດຂອງແນວລາວສ້າງຊາດ ໄດ້ປະສົບຜົນສໍາເລັດຢ່າງຈົບງາມ

ຫວຽດນາມ ສະແດງຄວາມຊົມເຊີຍກອງປະຊຸມໃຫຍ່ທົ່ວປະເທດຂອງແນວລາວສ້າງຊາດ ໄດ້ປະສົບຜົນສໍາເລັດຢ່າງຈົບງາມ

ຍສໝ - ເນື່ອງ​ໃນ​ໂອກາດ​ກອງ​ປະຊຸມ​ໃຫຍ່ທົ່ວປະເທດ ​ຄັ້ງ​ທີ 11 ຂອງ​ແນວ​ລາວ​ສ້າງ​ຊາດ​ ໄລຍະ 2021-2026 ​ໄດ້​ດຳ​ເນີນ​ໄປ​ຢ່າງ​ສຳ​ເລັດ​ຜົນ, ຫວ່າງແລ້ວນີ້, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງແນວໂຮມແຫ່ງຊາດຫວຽດນາມ ໂດວັນຈຽນ ​ໄດ້​ສົ່ງ​ຈົດໝາຍ​ອວຍພອນ.

ກວາງບິ່ງ-ຄຳມ່ວນ: ແບບຢ່າງມິດຕະພາບຫວຽດນາມ-ລາວ

ກວາງບິ່ງ-ຄຳມ່ວນ: ແບບຢ່າງມິດຕະພາບຫວຽດນາມ-ລາວ

ຍ​ສ​ໝ - ແຂວງກວາງບິ່ງ ແລະ ແຂວງຄໍາມ່ວນ (ລາວ) ມີສາຍພົວພັນມິດຕະພາບຖາ​ນ​ບ້ານ​ໃກ້​ເຮືອນ​ຄຽງທີ່ສະ​ໜິດ​ແໜ້ນ. ​ໃນ​ໄລຍະ​ທີ່​ຜ່ານ​ມາ, ສອງ​ແຂວງ​ໄດ້​​ມານະ​ພະຍາຍາມ​ຢ່າງ​ຕັ້ງໜ້າ​ເພື່ອ​ພ້ອມ​ກັນ​ຕ້ານ​ພະຍາດ​ໂຄ​ວິດ-19 ​ແລະ ພັດທະນາ​ເສດຖະກິດ.

ໂທ​ລະ​ເລກອວຍ​ພອນ​ວັນ​ຊາດ ສ.ປ.ປ ລາວ

ໂທ​ລະ​ເລກອວຍ​ພອນ​ວັນ​ຊາດ ສ.ປ.ປ ລາວ

ໃນໂທລະເລກ, ການນຳພັກ, ລັດ, ລັດຖະບານ ແລະ ສະພາແຫ່ງຊາດ ຫວຽດນາມ ໄດ້ຕີລາຄາສູງຕໍ່ຜົນງານອັນຍິ່ງໃຫຍ່, ມີຄວາມໝາຍທາງດ້ານປະຫວັດສາດເຊີ່ງ ພັກ, ລັດ ແລະ ປະຊາຊົນ ລາວ ບັນດາເຜົ່າ ຍາດມາໄດ້ໃນພາລະກິດປົກປັກຮັກສາ, ສ້າງສາປະເທດຊາດໃນຕະຫຼອດ 46 ປີຜ່ານມາ

ການ​ນຳ​ນະ​ຄອນ ໂຮ່​ຈີ​ມິນອວຍ​ພອນ ວັນ​ຊາດ ລາວ

ການ​ນຳ​ນະ​ຄອນ ໂຮ່​ຈີ​ມິນອວຍ​ພອນ ວັນ​ຊາດ ລາວ

ຕອນເຊົ້າວັນທີ 1 ທັນວາ, ຄະນະຜູ້ແທນນະຄອນໂຮ່ຈີມິນ ໂດຍທ່ານ ຫງວຽນໂຮ່ຫ໋າຍ, ຮອງເລຂາພັກນະຄອນນຳໜ້າໄດ້ໄປສະຖານກົງສູນໃຫຍ່ ແຫ່ງ ສປປ.ລາວ ປະຈຳນະຄອນໂຮ່ຈີມິນ ເພື່ອອວຍພອນວັນຊາດລາວ (ຄືວັນທີ 2 ທັນວາ 1975 – 2 ທັນວາ 2021).

ການນໍານະຄອນດ່ານັ້ງ ຢ້ຽມຢາມ ແລະອວຍພອນວັນຊາດ ລາວ ຄົບຮອບ 46 ປີ

ການນໍານະຄອນດ່ານັ້ງ ຢ້ຽມຢາມ ແລະອວຍພອນວັນຊາດ ລາວ ຄົບຮອບ 46 ປີ

ຫວ່າງແລ້ວນີ້, ທ່ານ ເລືອງຫງວຽນມິງຈ໊ຽດ ຮອງເລຂາຜູ້ປະຈໍາການຄະນະພັກນະຄອນ, ປະທານສະພາປະຊາຊົນນະຄອນດ່ານັ້ງ ໄດ້ນໍາໜ້າຄະນະການນໍານະຄອນໄປຢ້ຽມຢາມ ແລະອວຍພອນທ່ານ ວຽງໄຊ ພົມມະຈັນ ຫົວໜ້າສະຖານກົງສູນໃຫຍ່ ແຫ່ງ ສປປ ລາວ ປະຈໍາດ່ານັ້ງ ເນື່ອງໃນໂອກາດສະເຫຼີມສະຫຼອງ 46 ປີແຫ່ງວັນສະຖາປະນາປະເທດ ສປປ ລາວ (2-12-1975 / 2-12-2021) ແລະ 101 ປີແຫ່ງວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ (13-12-1920 – 13-12-2021).