ສູນກາງຊາວໜຸ່ມ ປະຊາຊົນປະຕິວັດ ລາວ ລົງໄປຫໍພັກນັກສຶກສາ ຫວຽດນາມ ຢູ່ນະຄອນຫຼວງ ວຽງຈັນ ເພື່ອຢື້ຢາມຖາມຂ່າວ, ລະດົມກຳລັງໃຈ ແລະ ມອບຂອງຂວັນມີມູນຄ່າ 12 ລ້ານກີບ ໃຫ້ແກ່ບັນດານັກສຶກສາ ຫວຽດນາມ ທີ່ພວມຮ່ຳຮຽນຢູ່ ມະຫາວິທະຍາໄລແຫ່ງຊາດ ລາວ.
ເນື່ອງໃນໂອກາດການນຳຂັ້ນສູງພັກ, ລັດ, ສະພາແຫ່ງຊາດຫວຽດນາມ ໄດ້ຮັບການເລືອກຕັ້ງທີ່ກອງປະຊຸມຄັ້ງປະຖົມມະລຶກ, ສະພາແຫ່ງຊາດຫວຽດນາມ ຊຸດທີ XV, ການນຳບັນດາປະເທດ ລາວ, ຈີນ ໄດ້ສົ່ງສານມາອວຍພອນ.
ຍສໝ - ຄະນະກຳມະການປະຊາຊົນແຂວງກວາງນາມ ຫາກໍ່ອອກແຈ້ງການກ່ຽວກັບການສະຫລຸບຂອງປະທານຄະນະກຳມະການປະຊາຊົນແຂວງກວາງນາມ ເຫັນດີກ່ຽວກັບຂອບເຂດການວາງແຜນຜັງການລົງທຶນ ເພື່ອພັດທະນາການທ່ອງທ່ຽວຊີວະພາບ, ວັດທະນະທຳ ແລະ ປະຫວັດສາດຂອງໝູ່ເກາະ ເຕີນຮ້ຽບ (ກູ່ລາວຈ່າມ) ລວມທັງ 8 ເກາະ ແລະ ຍ່ານໜ້ານ້ຳໃນພື້ນທີ່...
ຫ້ອງການການຄ້າຫວຽດນາມ ປະຈໍາ ລາວ ໃຫ້ຂ່າວວ່າ ໃນ 6 ເດືອນ ຕົ້ນປີ 2021, ວົງເງິນການຄ້າສອງສົ້ນລະຫວ່າງຫວຽດນາມ-ລາວ ບັນລຸກວ່າ 671 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 36,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020.
ຍສໝ - ຕອນເຊົ້າວັນທີ 22 ກໍລະກົດ ຢູ່ດ່ານຊາຍແດນສາກົນທາງບົກ ລາວກາຍ ຫວຽດນາມ - ຮ່າເຄົາ (ຈີນ), ຄະນະຜູ້ແທນທະຫານປ້ອງກັນຊາຍແດນແຂວງ ລາວກາຍ ຫວຽດນາມ ໄດ້ມີການໂອ້ລົມເຈລະຈາວີຊາການ ກັບຄະນະຜູ້ແທນໜ່ວຍຄຸ້ມຄອງຊາຍແດນຮົ່ງຮ່າ ສັງກັດປ້ອມກວດກາຊາຍແດນເຂົ້າອອກ ຢຸນນານ (ຈີນ).
ດ້ວຍບົດຮຽນຫຼາຍຢ່າງຂອງຕົນ, ທ່ານ ເວືອງດິ່ງເຫ້ວ ຈະສືບຕໍ່ຊີ້ນຳສະພາແຫ່ງຊາດປະເທດແຫ່ງສສ.ຫວຽດນາມ ຊຸດທີ XV ປະຕິບັດບົດບາດ, ສິດອຳນາດ ແລະ ໜ້າທີ່ຂອງອົງການນິຕິບັນຍັດຂອງຫວຽດນາມ ຢ່າງມີໄຊ.
ໂຄງການໄດ້ອະນຸມັດຜ່ານໃນປີ 2015 ດ້ວຍບ້ວງເງິນຊ່ວຍເຫຼືືອທີ່ມີມູນຄ່າ 4,4 ລ້ານໂດລາສະຫະລັດ ຈາກກອງທຶນພັດທະນາເອີລົບເໜືອ ແລະແຫຼ່ງທຶນຮັບມືຈາກລັດຖະບານສາມປະເທດ.
ໃນຕະຫຼອດ 44 ປີ ຜ່ານມາ, ນັບແຕ່ສົນທິສັນຍາມິດຕະພາບ ແລະການຮ່ວມມືຫວຽດນາມ-ລາວ ໄດ້ລົງນາມ, ການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງຫວຽດນາມ-ລາວ ນັບມື້ນັບໄດ້ຮັບການພັດທະນາທັງລວງກວ້າງ ແລະລວງເລິກ.
ການນຳອົງການກວດສອບບັນຊີແຫ່ງລັດສອງປະເທດ ໄດ້ເຫັນດີເປັນເອກະພາບຈະສຸມໃສ່ເສີມຂະຫຍາຍ ແລະ ຍົກສູງປະສິດທິຜົນບັນດາເຄື່ອນໄຫວປະຈຳໃນໄລຍະທີ່ຜ່ານມາຄື: ແລກປ່ຽນບັນດາຄະນະຜູ້ແທນຂັ້ນການນຳຄຸ້ມຄອງ, ໜູນຊ່ວຍການກວດສອບບັນຊີແຫ່ງລັດ ລາວ ໃນການບູລະນະລະບອບລະບຽບການ, ຈັດຕັ້ງກົນຈັກ, ເພີ່ມທະວີກຳລັງຄວາມສາມາດໃນການກວດສອບສາທາລະນະ.
ຍສໝ - ລາຍການ ຮ້ານສັບພະສິນຄ້າ 0 ດົ່ງ ຈະໜູນຊ່ວຍນັກສຶກສາ 5.500 ຄົນ ທີ່ປະສົບກັບຄວາມຫຍຸ້ງຍາກ ເຊິ່ງພວມອາໄສຢູ່ ຫໍພັກນັກສຶກສາ 37 ແຫ່ງໃນບໍລິເວນນະຄອນໂຮ່ຈີມິນ. ໃນນັ້ນ ມີນັກສຶກສາ ລາວ ແລະ ກຳປູເຈຍ ທີ່ບໍ່ສາມາດກັບເມື່ອປະເທດ ຍ້ອນຜົນກະທົບຈາກໂລກລະບາດໂຄວິດ - 19.
ວັນທີ 14 ກໍລະກົດ, ຕຳຫຼວດແຂວງກວ໋າງບິ່ງ ໃຫ້ຂ່າວວ່າ ຄະນະປະຕິບັດງານນຳໂດຍທ່ານພັນເອກພິເສດ ຟານດັງຕິ໊ງ, ຮອງຫົວໜ້າກອງບັນຊາການຕຳຫຼວດແຂວງກວ໋າງບິ່ງ ໄດ້ມອບອຸປະກອນການແພດຮັບໃຊ້ວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ກໍາລັງປ້ອງກັນຄວາມສະຫງົບແຂວງສະຫວັນນະເຂດ.
ເຖິງວ່າສະພາບໂລກລະບາດໂຄວິດ-19 ພວມມີການຜັນແປໄປຢ່າງສັບສົນກໍ່ຕາມ, ແຕ່ ລາວ ແລະ ຫວຽດນາມ ຍັງສືບຕໍ່ເພີ່ມທະວີສາຍພົວພັນນັບທັງລວງກວ້າງ ແລະ ລວງເລິກ, ຈາກຂັ້ນສູນກາງລົງຮອດຂັ້ນທ້ອງຖິ່ນ ເພື່ອຜົນປະໂຫຍດຂອງປະຊາຊົນລາວ - ຫວຽດນາມ.
ວົງເງິນນຳເຂົ້າຂອງ ຫວຽດນາມ ຈາກ ລາວ ບັນລຸ 290,4 ລ້ານ USD, ເພີ່ມຂຶ້ນ 58,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ບັນດາສິນຄ້າ ຫວຽດນາມ ສົ່ງອອກໄປຍັງລາວສ່ວນຫຼາຍແມ່ນ: ບັນດາຜະລິດຕະພັນຈາກເຫຼັກກ້າ, ພາຫະນະຂົນສົ່ງແລະເຄື່ອງອາໄຫຼ່… ຫວຽດນາມ ນຳເຂົ້າຈາກ ລາວ ຜະລິດຕະພັນຄື: ໄມ້ ແລະ ຜະລິດຕະພັນຈາກໄມ້, ຜັກ, ໝາກໄມ້, ຢາງພາລາ.
ກະຊວງສຶກສາ ແລະກໍ່ສ້າງຫວຽດນາມ ປະກາດຮັບສະໝັກຄູອາຈານ 22 ຄົນຕື່ມອີກເພື່ອໄປສອນພາສາຫວຽດນາມ ຂັ້ນປະຖົມ, ມັດທະຍົມ, ມະຫາວິທະຍາໄລ/ສະຖາບັນ, ວິທະຍາໄລ, ອົງການກະຊວງ, ຂະແໜງການໃນສົກຮຽນ 2021-2022 ແລະ 2022-2023.
ບັນດາປະເພດສິນຄ້າ ທີ່ລາວສົ່ງອອກໄປຍັງປະເທດທີ 3 ຜ່ານຫວຽດນາມສ່ວນຫຼາຍແມ່ນ ແຮ່ໂລຫະ ແລະ ເຄື່ອງໃຊ້ສອຍ, ມີຍອດນ້ຳໜັກປະທານ 480.000 ໂຕນ.
ຍສໝ - ມູນຄ່າການນຳເຂົ້າ-ສົ່ງອອກ, ຊື້ຂາຍ ແລະແລກປ່ຽນສິນຄ້າຜ່ານດ່ານຊາຍແດນລາວກາຍ ໃນ 6 ເດືອນຕົ້ນປີ 2021 ບັນລຸເກືອບ 2,1 ຕື້ໂດລາ, ເພີ່ມຂຶ້ນ 42% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020.
ຍສໝ - ໃນວັນທີ 29 ມິຖຸນາ, ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໄດ້ມີການຢ້ຽມຢາມ ແລະ ໂອ້ລົມກັບການນຳ, ພະນັກງານ, ຄູອາຈານ ແລະ ນັກສຶກສາຂອງສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ. ການໂອ້ລົມໄດ້ຖ່າຍທອດສົດທີ່ຊ່ອງ VTV1, ສະຖານີໂທລະພາບຫວຽດນາມ.
ຍສໝ - ໃນວັນທີ 29 ມິຖຸນາ, ໃນຂອບເຂດການຢ້ຽມຢາມສັນຖະວະໄມຕີຢ່າງເປັນທາງການຢູ່ຫວຽດນາມ, ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໄດ້ມີການຕ້ອນຮັບ ທ່ານເລຂາທິການ ຄະນະບໍລິຫານງານສູນກາງພັກ - ປະທານຄະນະກຳມະການສູນກາງແນວໂຮມແຫ່ງຊາດຫວຽດນາມ ໂດວັນຈ້ຽນ ແລະ ການນຳສະມາຄົມມິດຕະພາບ ຫວຽດນາມ - ລາວ.
ຍສໝ - ຕາມທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ແລ້ວ, ສິ່ງທີ່ສ້າງຄວາມປະທັບໃຈທີ່ສຸດໃນການປ້ອງກັນແລະຕ້ານ ໂຄວິດ-19 ຂອງຫວຽດນາມ ແມ່ນຈິດໃຈ “ຕ້ານໂລກລະບາດຄືກັນກັບຕ້ານສັດຕູ”. ວາລະສານ ຍຸກສະໄໝ ໄດ້ມີການສໍາພາດ ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ກ່ຽວກັບຫົວຂໍ້ຂ້າງເທິງ.
ຍສໝ - ໜ້າທຳອິດຂອງບັນດາໜັງສືພິມໃຫຍ່ຂອງປະເທດລາວ ໃນວັນທີ 30 ມິຖຸນາ ໄດ້ພ້ອມກັນລົງບົດຂຽນ ກ່ຽວກັບການຢ້ຽມຢາມສັນຖະວະໄມຕີຢ່າງເປັນທາງການຂອງ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ແລະ ຄະນະຜູ້ແທນຂັ້ນສູງຂອງພັກ - ລັດ ລາວ; ຢືນຢັນວ່າ ຫວຽດນາມ ແລະ ລາວ ສືບຕໍ່ເພີ່ມທະວີ ແລະ ເຮັດໃຫ້ສາຍພົວພັນແບບພິເສດລະຫວ່າງສອງປະເທດນັບມື້ນັບເລິກເຊິ່ງກວ່າເກົ່າ ແລະ ການຢ້ຽມຢາມໄດ້ປະສົບຜົນສຳເລັດຢ່າງຈົບງາມ.